ມາລາກີ 2
2
ຄຳເຕືອນເພີ່ມເຕີມສຳລັບບັນດາປະໂລຫິດ
1ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ, “ແລະ ບັດນີ້ ນີ້ເປັນຄຳເຕືອນສຳລັບພວກເຈົ້າ ປະໂລຫິດທັງຫລາຍ. 2ຖ້າພວກເຈົ້າບໍ່ຟັງ ແລະ ບໍ່ຕັ້ງໃຈຖວາຍກຽດແກ່ນາມຂອງເຮົາ ເຮົາກໍຈະສົ່ງຄຳສາບແຊ່ງມາເໜືອພວກເຈົ້າ ແລະ ເຮົາຈະສາບແຊ່ງພອນທັງຫລາຍຂອງພວກເຈົ້າ. ແທ້ຈິງແລ້ວ ເຮົາໄດ້ສາບແຊ່ງສິ່ງເຫລົ່ານັ້ນແລ້ວ ເພາະພວກເຈົ້າບໍ່ໄດ້ຕັ້ງໃຈຖວາຍກຽດແກ່ເຮົາ”.
3“ເພາະພວກເຈົ້າ ເຮົາຈະຕັກເຕືອນລູກຫລານຂອງພວກເຈົ້າ#2:3 ຫລື ເຮົາຈະເຮັດໃຫ້ຮວງເຂົ້າຂອງເຈົ້າລີບ ເຮົາຈະທາສິ່ງເສດເຫລືອເຫລົ່ານັ້ນທີ່ເຈົ້າຖວາຍແກ່ເຮົາເທິງໜ້າຂອງພວກເຈົ້າ ແລະ ໂຍນພວກເຈົ້າຖິ້ມໄປກັບສິ່ງເສດເຫລືອເຫລົ່ານັ້ນ. 4ແລ້ວພວກເຈົ້າກໍຈະໄດ້ຮູ້ວ່າເຮົາໄດ້ສົ່ງຄຳເຕືອນນີ້ໄປຫາພວກເຈົ້າແລ້ວ ເພື່ອຄຳໝັ້ນສັນຍາທີ່ເຮົາໃຫ້ໄວ້ແກ່ເລວີນັ້ນຈະສືບທອດຕໍ່ໄປ”, ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ. 5“ຄຳໝັ້ນສັນຍາຂອງເຮົາແມ່ນຢູ່ກັບລາວ, ເປັນຄຳໝັ້ນສັນຍາເພື່ອໃຫ້ຊີວິດ ແລະ ສັນຕິສຸກ, ແລະ ເຮົາໄດ້ໃຫ້ແກ່ລາວ; ຄຳໝັ້ນສັນຍານີ້ໄດ້ຮຽກຮ້ອງຄວາມເຄົາລົບຈາກລາວ ແລະ ລາວກໍໄດ້ເຄົາລົບເຮົາ ແລະ ດຳເນີນດ້ວຍຄວາມຢຳເກງນາມຂອງເຮົາ. 6ປາກຂອງລາວເວົ້າຄຳສອນຈິງ ແລະ ຮີມສົບຂອງລາວບໍ່ເຄີຍເວົ້າຕົວະ. ລາວໄດ້ດຳເນີນຊີວິດໄປກັບເຮົາດ້ວຍສັນຕິສຸກ ແລະ ຄວາມທ່ຽງທຳ ແລະ ຊ່ວຍຫລາຍຄົນໃຫ້ຫັນໜີຈາກຄວາມບາບ.
7“ເພາະຮີມສົບຂອງປະໂລຫິດຄວນສະຫງວນຄວາມຮູ້ໄວ້ ແລະ ຄົນທັງຫລາຍສະແຫວງຫາຄຳສອນຈາກປາກຂອງປະໂລຫິດ, ເພາະລາວຄືທູດຂອງພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່. 8ແຕ່ເຈົ້າໄດ້ຫັນໜີຈາກທາງນັ້ນ ຄຳສອນຂອງເຈົ້າເຮັດໃຫ້ຫລາຍຄົນສະດຸດລົ້ມ; ເຈົ້າໄດ້ລະເມີດຄຳໝັ້ນສັນຍາທີ່ເຮົາໃຫ້ໄວ້ກັບເລວີ”, ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ. 9“ດັ່ງນັ້ນ ເຮົາຈຶ່ງເຮັດໃຫ້ເຈົ້າຖືກດູຖູກ ແລະ ອັບອາຍຂາຍໜ້າຕໍ່ໜ້າປະຊາຊົນທັງໝົດ ເພາະເຈົ້າບໍ່ໄດ້ປະຕິບັດຕາມວິຖີທາງຂອງເຮົາ ແຕ່ນຳກົດບັນຍັດຂອງເຮົາມາເລືອກປະຕິບັດ”.
ຢູດາທໍລະຍົດ
10ພວກເຮົາທຸກຄົນມີພຣະບິດາອົງດຽວກັນບໍ່ແມ່ນບໍ? ພຣະເຈົ້າອົງດຽວກັນທີ່ສ້າງພວກເຮົາບໍ່ແມ່ນບໍ? ເປັນຫຍັງພວກເຮົາຈຶ່ງລົບຫລູ່ຄຳໝັ້ນສັນຍາຂອງບັນພະບຸລຸດຂອງພວກເຮົາໂດຍບໍ່ສັດຊື່ຕໍ່ກັນ?
11ຢູດາບໍ່ສັດຊື່ ມີການກະທຳອັນໜ້າກຽດຊັງໃນອິດສະຣາເອນ ແລະ ໃນເຢຣູຊາເລັມຄື: ຢູດາໄດ້ລົບຫລູ່ສະຖານນະມັດສະການທີ່ພຣະເຈົ້າຢາເວຮັກ ໂດຍແຕ່ງງານກັບແມ່ຍິງທີ່ນັບຖືພະຂອງຄົນຕ່າງຊາດ. 12ຜູ້ໃດກໍຕາມທີ່ເຮັດເຊັ່ນນີ້ ຂໍພຣະເຈົ້າຢາເວຕັດຜູ້ນັ້ນອອກຈາກຊຸມຊົນ#2:12 ພາສາເຮັບເຣີວ່າ ເຕັນຂອງຢາໂຄບ#2:12 ຫລື 12 ຂໍໃຫ້ອົງພຣະຜູ້ເປັນເຈົ້າຕັດຄົນທີ່ໃຫ້ຄຳພະຍານເພື່ອຜູ້ທີ່ເຮັດເຊັ່ນນີ້ອອກຈາກຊຸມຊົນຂອງຢາໂຄບ ເຖິງແມ່ນວ່າລາວຈະນຳເຄື່ອງບູຊາມາຖວາຍແກ່ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກໍຕາມ.
13ອີກຢ່າງໜຶ່ງທີ່ພວກເຈົ້າໄດ້ເຮັດຄື: ພວກເຈົ້າໄດ້ຫົດແທ່ນບູຊາຂອງພຣະເຈົ້າຢາເວດ້ວຍນ້ຳຕາ. ພວກເຈົ້າຮ້ອງໄຫ້ ແລະ ຄ່ຳຄວນ ເພາະພຣະອົງບໍ່ໄດ້ເບິ່ງເຄື່ອງບູຊາຈາກມືຂອງພວກເຈົ້າດ້ວຍຄວາມພໍໃຈອີກຕໍ່ໄປ. 14ພວກເຈົ້າຖາມວ່າ, “ເປັນຫຍັງຈຶ່ງເຮັດຢ່າງນີ້?” ກໍເພາະພຣະເຈົ້າຢາເວເປັນພະຍານລະຫວ່າງເຈົ້າກັບເມຍຕັ້ງແຕ່ໄວໜຸ່ມຂອງເຈົ້າ. ເພາະເຈົ້າບໍ່ໄດ້ສັດຊື່ຕໍ່ນາງ ທັງທີ່ນາງເປັນຄູ່ຄອງຂອງເຈົ້າ, ເປັນເມຍຕາມຄຳໝັ້ນສັນຍາໃນການແຕ່ງງານຂອງເຈົ້າ.
15ພຣະອົງໄດ້ຜູກພັນທັງສອງເປັນອັນໜຶ່ງອັນດຽວກັນບໍ່ແມ່ນບໍ? ທັງຮ່າງກາຍ ແລະ ຈິດວິນຍານຂອງທັງສອງກໍເປັນຂອງພຣະອົງ. ພວກເຂົາເປັນອັນໜຶ່ງອັນດຽວກັນເພື່ອສິ່ງໃດ? ກໍເພື່ອຈະມີລູກຫລານທີ່ຊອບທຳໃຫ້ກັບພຣະອົງນັ້ນເອງ.#2:15 ຫລື 15 ແຕ່ຜູ້ທີ່ເປັນບິດາຂອງເຮົາບໍ່ໄດ້ກະທຳເຊັ່ນນີ້ຕະຫລອດຊີວິດຂອງເພິ່ນ ແລະ ເພິ່ນສະແຫວງຫາສິ່ງໃດ? ກໍສະແຫວງຫາລູກຫລານຄົນໜຶ່ງຈາກພຣະເຈົ້າ ດັ່ງນັ້ນ ຈົ່ງຄວບຄຸມສະຕິອາລົມຂອງເຈົ້າໃຫ້ດີ ແລະ ຢ່າຄິດບໍ່ສັດຊື່ຕໍ່ເມຍທີ່ເຈົ້າໄດ້ມາຕັ້ງແຕ່ຍັງໜຸ່ມ.
16ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ, “ຄົນທີ່ກຽດຊັງ ແລະ ຢ່າຮ້າງເມຍຂອງຕົນ, ເຮັດຄວາມຮຸນແຮງກັບຜູ້ທີ່ຕົນເອງຈະຕ້ອງປົກປ້ອງ”#2:16 ຫລື ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ, ເຮົາກຽດຊັງການຢ່າຮ້າງ ເພາະຄົນທີ່ຢ່າຮ້າງເມຍຂອງຕົນກໍປົກຄຸມຕົນດ້ວຍຄວາມຮຸນແຮງ ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້.
ດັ່ງນັ້ນ ຈົ່ງຄວບຄຸມສະຕິອາລົມຂອງເຈົ້າໃຫ້ດີ ແລະ ຢ່າເຮັດຜິດສັນຍາ.
ທຳລາຍຄຳໝັ້ນສັນຍາດ້ວຍຄວາມບໍ່ຍຸຕິທຳ
17ພວກເຈົ້າໄດ້ເຮັດໃຫ້ພຣະເຈົ້າຢາເວເບື່ອໜ່າຍຄຳເວົ້າທັງຫລາຍຂອງພວກເຈົ້າ.
ພວກເຈົ້າຖາມວ່າ “ພວກເຮົາໄດ້ເຮັດໃຫ້ພຣະອົງເບື່ອໜ່າຍດ້ວຍເລື່ອງໃດ?”
ກໍໂດຍເວົ້າວ່າ, “ທຸກຄົນທີ່ເຮັດຊົ່ວກໍເປັນຄົນດີໃນສາຍຕາຂອງພຣະເຈົ້າຢາເວ ແລະ ພຣະອົງກໍພໍໃຈກັບພວກເຂົາ” ຫລື ໂດຍເວົ້າວ່າ, “ພຣະເຈົ້າແຫ່ງຄວາມຍຸຕິທຳນັ້ນຢູ່ໃສ?”
اکنون انتخاب شده:
ມາລາກີ 2: LCV
هایلایت
به اشتراک گذاشتن
کپی
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.