ມາລາກີ 1

1
1ຄຳທຳນວາຍ​ຂອງ​ພຣະເຈົ້າ​ຢາເວ​ເຖິງ​ອິດສະຣາເອນ​ຜ່ານ​ທາງ​ມາລາກີ#1:1 ແປ​ວ່າ ທູດ​ຂອງ​ເຮົາ ມີ​ດັ່ງນີ້:
ອິດສະຣາເອນ​ສົງໄສ​ໃນ​ຄວາມ​ຮັກ​ຂອງ​ພຣະເຈົ້າ
2ພຣະເຈົ້າ​ຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ຮັກ​ເຈົ້າ”.
“ແຕ່​ເຈົ້າ​ໄດ້​ຖາມ​ວ່າ, ‘ພຣະອົງ​ໄດ້​ຮັກ​ພວກຂ້ານ້ອຍ​ຢ່າງໃດ?’ ”
ພຣະເຈົ້າ​ຢາເວ​ປະກາດ​ວ່າ, “ເຖິງ​ແມ່ນ​ເອຊາວ​ຈະ​ເປັນ​ອ້າຍ​ຂອງ​ຢາໂຄບ ແຕ່​ເຮົາ​ໄດ້​ຮັກ​ຢາໂຄບ, 3ແຕ່​ເຮົາ​ໄດ້​ກຽດຊັງ​ເອຊາວ ແລະ ເຮົາ​ໄດ້​ເຮັດ​ໃຫ້​ພູເຂົາ​ຂອງ​ລາວ​ກາຍເປັນ​ທີ່​ຮົກຮ້າງ ແລະ ໄດ້​ເຮັດ​ໃຫ້​ມໍລະດົກ​ຂອງ​ລາວ​ກາຍເປັນ​ຖິ່ນແຫ້ງແລ້ງກັນດານ​ໃຫ້​ພວກ​ໝາໄນ”.
4ເອໂດມ​ອາດ​ກ່າວ​ວ່າ “ເຖິງ​ເຮົາ​ຖືກ​ບຸກໂຈມຕີ ແຕ່​ເຮົາ​ກໍ​ຈະ​ສ້າງ​ສ່ວນ​ທີ່​ຫັກພັງ​ຂຶ້ນ​ມາ​ໃໝ່”.
ແຕ່​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ວ່າ “ພວກເຂົາ​ຈະ​ສ້າງ​ຂຶ້ນ​ກໍ​ໄດ້ ແຕ່​ເຮົາ​ຈະ​ຮື້ຖອນ. ພວກເຂົາ​ຈະ​ໄດ້​ຊື່​ວ່າ​ດິນແດນ​ທີ່​ຊົ່ວ​ຮ້າຍ, ຊົນຊາດ​ທີ່​ພຣະເຈົ້າ​ຢາເວ​ໂກດຮ້າຍ​ຢູ່​ຕະຫລອດ​ໄປ. 5ເຈົ້າ​ຈະ​ເຫັນ​ກັບ​ຕາ ແລະ ກ່າວ​ວ່າ ‘ພຣະເຈົ້າ​ຢາເວ​ຍິ່ງໃຫຍ່​ຫລາຍ ແມ່ນ​ແຕ່​ຢູ່​ນອກ​ເຂດແດນ​ອິດສະຣາເອນ!’
ເຄື່ອງບູຊາ​ທີ່​ມີ​ຕຳໜິ
6“ລູກຊາຍ​ຄວນ​ໃຫ້​ກຽດ​ພໍ່ ແລະ ຂ້າທາດ​ຄວນ​ໃຫ້​ກຽດ​ນາຍ​ຂອງ​ຕົນ. ຖ້າ​ເຮົາ​ເປັນ​ພໍ່, ກຽດ​ທີ່​ເຮົາ​ຄວນ​ຈະ​ໄດ້​ຮັບ​ນັ້ນ​ຢູ່​ໃສ? ຖ້າ​ເຮົາ​ເປັນ​ນາຍ, ຄວາມ​ເຄົາລົບ​ທີ່​ເຮົາ​ຄວນ​ຈະ​ໄດ້​ຮັບ​ນັ້ນ​ຢູ່​ໃສ?” ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ.
“ປະໂລຫິດ​ທັງຫລາຍ, ພວກເຈົ້າ​ນີ້​ແຫລະ​ທີ່​ດູຖູກ​ນາມ​ຂອງ​ເຮົາ.
“ແຕ່​ພວກເຈົ້າ​ຖາມ​ເຮົາ​ວ່າ, ‘ພວກຂ້ານ້ອຍ​ດູຖູກ​ນາມ​ຂອງ​ພຣະອົງ​ຢ່າງໃດ?’
7“ກໍ​ໂດຍ​ການ​ນຳ​ອາຫານ​ທີ່​ເປັນ​ມົນທິນ​ມາ​ວາງ​ຢູ່​ເທິງ​ແທ່ນບູຊາ​ຂອງ​ເຮົາ.
“ແຕ່​ເຈົ້າ​ຖາມ​ວ່າ ‘ພວກຂ້ານ້ອຍ​ໄດ້​ເຮັດ​ໃຫ້​ພຣະອົງ​ເປັນ​ມົນທິນ​ຢ່າງໃດ?’
“ກໍ​ໂດຍ​ກ່າວ​ວ່າ​ໂຕະ​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ເປັນ​ຕາ​ດູຖູກ. 8ທີ່​ເຈົ້າ​ນຳ​ເອົາ​ສັດ​ຕາບອດ​ມາ​ຖວາຍ​ບູຊາ​ນັ້ນ​ມັນ​ບໍ່​ຜິດ​ບໍ? ທີ່​ເຈົ້າ​ຖວາຍ​ສັດ​ພິການ ຫລື ເປັນ​ໂລກພະຍາດ​ນັ້ນ​ມັນ​ບໍ່​ຜິດ​ບໍ? ຈົ່ງ​ລອງ​ຖວາຍ​ສັດ​ເຫລົ່ານັ້ນ​ໃຫ້​ຜູ້ວ່າການ​ຂອງ​ເຈົ້າ​ເບິ່ງ​ແມ! ເພິ່ນ​ຈະ​ພໍໃຈ​ນຳ​ເຈົ້າ​ບໍ່? ເພິ່ນ​ຈະ​ຍອມຮັບ​ເຈົ້າ​ບໍ່?” ພຣະເຈົ້າ​ຢາເວ​ຜູ້​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ.
9“ບັດນີ້ ລອງ​ອ້ອນວອນ​ຫາ​ພຣະເຈົ້າ ເພື່ອ​ພຣະອົງ​ຈະ​ເມດຕາ​ພວກເຮົາ. ແຕ່​ພຣະອົງ​ຈະ​ຮັບ​ເຄື່ອງຖວາຍ​ທີ່​ພວກເຈົ້າ​ນຳ​ມາ​ຖວາຍ​ນັ້ນ​ບໍ?” ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ.
10ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ໂອ, ຢາກ​ໃຫ້​ພວກເຈົ້າ​ຄົນ​ໃດ​ຄົນ​ໜຶ່ງ​ປິດ​ປະຕູ​ວິຫານ ເພື່ອ​ພວກເຈົ້າ​ຈະ​ໄດ້​ບໍ່​ມາ​ໄຕ້​ໄຟ​ອັນ​ບໍ່​ມີ​ປະໂຫຍດ​ຢູ່​ເທິງ​ແທ່ນບູຊາ​ຂອງ​ເຮົາ! ເຮົາ​ບໍ່​ໄດ້​ພໍໃຈ​ເຈົ້າ​ເລີຍ ແລະ ເຮົາ​ຈະ​ບໍ່​ຮັບ​ຂອງ​ຖວາຍ​ອັນ​ໃດ​ຈາກ​ມື​ຂອງ​ພວກເຈົ້າ​ດ້ວຍ. 11ນາມ​ຂອງ​ເຮົາ​ຈະ​ຍິ່ງໃຫຍ່​ທ່າມກາງ​ບັນດາ​ປະຊາຊາດ​ທັງຫລາຍ, ຈາກ​ທິດ​ຕາເວັນ​ອອກ​ຈົນ​ເຖິງ​ທິດ​ຕາເວັນ​ຕົກ ພວກເຂົາ​ຈະ​ຖວາຍ​ເຄື່ອງຫອມ ແລະ ຂອງ​ຖວາຍ​ບໍລິສຸດ​ແກ່​ນາມ​ຂອງ​ເຮົາ​ຢູ່​ທຸກ​ບ່ອນ ເພາະ​ນາມ​ຂອງ​ເຮົາ​ຈະ​ຍິ່ງໃຫຍ່​ຢູ່​ໃນ​ທ່າມກາງ​ປະຊາຊາດ​ທັງຫລາຍ”, ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ.
12“ແຕ່​ພວກເຈົ້າ​ໄດ້​ລົບຫລູ່​ນາມ​ນັ້ນ​ໂດຍ​ກ່າວ​ວ່າ ‘ໂຕະ​ຂອງ​ອົງພຣະຜູ້ເປັນເຈົ້າ​ເປັນ​ມົນທິນ’ ແລະ ກ່າວ​ວ່າ​ອາຫານ​ທີ່​ຖວາຍ​ນັ້ນ ‘ເປັນ​ຕາ​ດູຖູກ’. 13ແລະ ພວກເຈົ້າ​ກ່າວ​ວ່າ, ‘ຄື​ເປັນ​ພາລະ​ແທ້!’ ແລ້ວ​ກໍ​ສືບ​ດັງ​ຢ່າງ​ດູຖູກ​ຢຽດຢາມ”, ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ.
ພຣະເຈົ້າ​ຢາເວ​ກ່າວ​ວ່າ, “ເມື່ອ​ເຈົ້າ​ນຳ​ສັດ​ບາດ​ເຈັບ, ພິການ ຫລື ເປັນ​ໂລກພະຍາດ​ມາ​ຖວາຍ​ເປັນ​ເຄື່ອງບູຊາ ເຮົາ​ຄວນ​ຈະ​ຮັບ​ສິ່ງ​ຂອງ​ເຫລົ່ານັ້ນ​ຈາກ​ມື​ຂອງ​ເຈົ້າ​ບໍ?” 14ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ຂໍ​ສາບແຊ່ງ​ຄົນ​ຂີ້​ໂກງ ຜູ້​ທີ່​ໄດ້​ສັນຍາ​ຈະ​ເອົາ​ແກະ​ໂຕ​ຜູ້​ທີ່​ສົມບູນ​ຈາກ​ຝູງ​ຂອງ​ຕົນ​ມາ​ຖວາຍ ແຕ່​ພັດ​ຖວາຍ​ແກະ​ທີ່​ມີ​ຕຳໜິ​ແກ່​ອົງພຣະຜູ້ເປັນເຈົ້າ. ເພາະ​ເຮົາ​ຄື​ກະສັດ​ຜູ້​ຍິ່ງໃຫຍ່ ແລະ ນາມ​ຂອງ​ເຮົາ​ກໍ​ເປັນ​ທີ່​ຢຳເກງ​ທ່າມກາງ​ບັນດາ​ປະຊາຊາດ​ທັງຫລາຍ”.

اکنون انتخاب شده:

ມາລາກີ 1: LCV

های‌لایت

به اشتراک گذاشتن

کپی

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید