ມາລາກີ ຄຳນຳ

ຄຳນຳ
ການ​ສ້າງ​ວິຫານ​ຂຶ້ນ​ໃໝ່​ພາຍໃຕ້​ການນຳ​ຂອງ​ເຊຣຸບບາເບນ ແລະ ໂຢຊວຍ​ໂດຍ​ໄດ້​ຮັບ​ແຮງ​ບັນດານໃຈ​ຈາກ​ຄຳ​ພະຍາກອນ​ຂອງ​ຮັກກາຍ ແລະ ເຊກາຣີຢາ​ນັ້ນ​ແມ່ນ​ສຳເລັດ​ໃນ 516 ປີ​ກ່ອນ ຄສ. ໂດຍ​ມີ​ເຈດຕະນາ​ໃຫ້​ເປັນ​ສູນກາງ​ຂອງ​ຊຸມຊົນ​ທີ່​ມີ​ຄວາມ​ຍຸຕິທຳ ແລະ ການ​ນະມັດສະການ​ຢ່າງ​ແທ້ຈິງ. ດ້ວຍ​ວິທີ​ນີ້​ອິດສະຣາເອນ​ຈະ​ບັນລຸ​ພັນທະກິດ​ຂອງ​ຕົນ ແລະ ເປັນ​ແສງສະຫວ່າງ​ໃຫ້​ຊົນຊາດ​ທັງຫລາຍ​ໄດ້​ເຫັນ​ພຣະເຈົ້າ.
ໜ້າ​ເສຍດາຍ​ທີ່​ເມື່ອ​ຫລາຍ​ປີ​ຜ່ານ​ໄປ ປະຊາຊົນ​ກໍ​ຍິ່ງ​ຫ່າງໄກ​ຈາກ​ອຸດົມຄະຕິ​ນີ້​ໄປ​ເລື້ອຍໆ. ເມື່ອ​ຮອດ​ກາງ​ສັດຕະວັດ​ຕໍ່ມາ ການ​ນະມັດສະການ​ຂອງ​ພວກເຂົາ​ກໍ​ເສື່ອມໂຊມ​ລົງ ແລະ ສັງຄົມ​ຂອງ​ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ບໍ່​ຍຸຕິທຳ. ມາລາກີ (“ຜູ້​ສົ່ງ​ຂ່າວ​ຂອງ​ເຮົາ”) ຈຶ່ງ​ໄດ້​ທ້າທາຍ​ປະຊາຊົນ​ໃຫ້​ຖວາຍ​ກຽດ​ແກ່​ພຣະເຈົ້າ​ຢ່າງ​ເໝາະສົມ​ທັງ​ໃນ​ການ​ນະມັດສະການ ແລະ ໃຫ້​ກຽດ​ກັນ ແລ້ວ​ໂລກ​ຈຶ່ງ​ຈະຮູ້​ຈັກ​ພຣະເຈົ້າຢາເວ​ຜູ້​ເປັນ​ກະສັດ​ຍິ່ງໃຫຍ່.
ມາລາກີ​ທຳນວາຍ​ດ້ວຍ​ວິທີ​ທີ່​ແຕກຕ່າງ ເພິ່ນ​ໄດ້​ເລີ່ມ​ສະເໜີ​ເລື່ອງ​ການ​ປ່ຽນແປງ​ໂດຍ​ທັນທີ. ເພິ່ນ​ໄດ້​ລະບຸ​ຂໍ້ໂຕ້ແຍ້ງ​ທີ່​ຄາດຄິດ​ໄວ້ ແລະ ຕອບ​ຂໍ້ໂຕ້ແຍ້ງ​ເຫລົ່ານັ້ນ. ໜັງສື​ມາລາກີ​ບັນທຶກ​ວ່າ​ມີ​ບາງ​ຄົນ​ກັບໃຈ​ຈາກ​ການ​ທ້າທາຍ​ເຫລົ່ານີ້ ແລະ ພຣະເຈົ້າ​ກ່າວ​ວ່າ​ພຣະອົງ​ຈະ​ໄວ້​ຊີວິດ​ຄົນ​ເຫລົ່ານີ້​ເມື່ອ​ພຣະອົງ​ກັບ​ມາ​ພິພາກສາ​ໂລກ. ໜັງສື​ມາລາກີ​ຈົບ​ລົງ​ດ້ວຍ​ຄຳສັນຍາ​ຂອງ​ພຣະເຈົ້າ​ທີ່​ຈະ​ສົ່ງ​ຜູ້ທຳນວາຍ​ເອລີຢາ​ກັບ​ມາ ກ່ອນ​ວັນ​ອັນ​ຍິ່ງໃຫຍ່ ແລະ ໜ້າ​ຢ້ານກົວ​ຂອງ​ພຣະເຈົ້າຢາເວ.

اکنون انتخاب شده:

ມາລາກີ ຄຳນຳ: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید