ໂຮເສອາ 3
3
ໂຮເສອາຄືນດີກັບເມຍຂອງເພິ່ນ
1ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ຈົ່ງໄປ, ຈົ່ງສະແດງຄວາມຮັກຕໍ່ເມຍຂອງເຈົ້າອີກຄັ້ງ, ເຖິງແມ່ນວ່າມີຄົນອື່ນຮັກນາງຢູ່ ແລະ ນາງຄົບຊູ້. ຈົ່ງຮັກນາງເໝືອນທີ່ພຣະເຈົ້າຢາເວຮັກຊົນຊາດອິດສະຣາເອນ, ເຖິງແມ່ນວ່າພວກເຂົາຫັນໄປຫາພະອື່ນໆ ແລະ ຮັກເຂົ້າໝົມໝາກອະງຸ່ນແຫ້ງສັກສິດທີ່ຖວາຍແກ່ພະເຫລົ່ານັ້ນກໍຕາມ”.
2ດັ່ງນັ້ນ ຂ້າພະເຈົ້າຈຶ່ງຊື້ນາງຄືນມາດ້ວຍເງິນໜັກ 15 ເຊເຂວ#3:2 ຫລື ປະມານ 170 ກຣາມ ແລະ ເຂົ້າບາເລປະມານ 1 ໂຮເມີກັບ 1 ເລເທກ.#3:2 ຫລື ປະມານ 195 ກິໂລກຣາມ 3ຫລັງຈາກນັ້ນ ຂ້າພະເຈົ້າຈຶ່ງບອກນາງວ່າ, “ເຈົ້າຈະຕ້ອງຢູ່ກັບເຮົາຫລາຍວັນ; ເຈົ້າຕ້ອງເຊົາເປັນໂສເພນີ ແລະ ບໍ່ຢູ່ໃກ້ຊິດກັບຊາຍຄົນໃດ ແລ້ວເຮົາຈະປະຕິບັດກັບເຈົ້າແບບດຽວກັນ”.
4ເພາະຊາວອິດສະຣາເອນຈະຢູ່ໂດຍບໍ່ມີກະສັດ ຫລື ເຈົ້ານາຍ, ບໍ່ມີການຖວາຍເຄື່ອງບູຊາ ຫລື ມີຫີນສັກສິດ, ບໍ່ມີເອໂຟດ ຫລື ຮູບເຄົາລົບເປັນເວລາດົນນານ. 5ຫລັງຈາກນັ້ນ ຊົນຊາດອິດສະຣາເອນຈະກັບມາສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ແລະ ດາວິດກະສັດຂອງພວກເຂົາ. ພວກເຂົາຈະໂຕສັ່ນເຂົ້າມາຫາພຣະເຈົ້າຢາເວ ແລະ ກັບມາຫາພຣະພອນຂອງພຣະອົງໃນວັນສຸດທ້າຍ.
اکنون انتخاب شده:
ໂຮເສອາ 3: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.