ໂຮເສອາ 4
4
ຂໍ້ກ່າວຫາຕໍ່ອິດສະຣາເອນ
1ຊາວອິດສະຣາເອນທັງຫລາຍ, ຈົ່ງຟັງຖ້ອຍຄໍາຂອງພຣະເຈົ້າຢາເວ,
ເພາະພຣະເຈົ້າຢາເວມີຂໍ້ກ່າວຫາ
ຕໍ່ພວກເຈົ້າຜູ້ທີ່ອາໄສຢູ່ໃນດິນແດນນີ້ວ່າ:
“ໃນດິນແດນນີ້ບໍ່ມີຄວາມສັດຊື່, ບໍ່ມີຄວາມຮັກ,
ບໍ່ຍອມຮັບຮູ້ພຣະເຈົ້າ.
2ມີແຕ່ການສາບແຊ່ງ,#4:2 ຄື ການກ່າວຄຳສາບແຊ່ງ ການຕົວະ ແລະ ການຂ້າ,
ການລັກ ແລະ ການລ່ວງປະເວນີ;
ພວກເຂົາລະເມີດພັນທະຜູກພັນຕ່າງໆ,
ແລະ ຂ້າກັນຫລາຍຄັ້ງ.
3ດ້ວຍເຫດນີ້ແຜ່ນດິນຈຶ່ງແຫ້ງແລ້ງ,#4:3 ຫລື ຄ່ຳຄວນ
ແລະ ທຸກຄົນທີ່ອາໄສຢູ່ໃນດິນແດນນີ້ກໍເສື່ອມສູນໄປ;
ສັດໃນທົ່ງ, ນົກໃນທ້ອງຟ້າ
ແລະ ປາໃນທະເລກຳລັງຈະຕາຍໄປ.
4“ແຕ່ຢ່າໃຫ້ຜູ້ໃດກ່າວຟ້ອງ,
ຢ່າໃຫ້ຜູ້ໃດກ່າວໂທດຄົນອື່ນ,
ເພາະປະຊາຊົນຂອງພວກເຈົ້າ
ກໍເປັນເໝືອນຄົນທີ່ຟ້ອງກ່າວໂທດປະໂລຫິດ.
5ເຈົ້າສະດຸດລົ້ມທັງກາງເວັນ ແລະ ກາງຄືນ,
ແລະ ບັນດາຜູ້ທຳນວາຍກໍສະດຸດລົ້ມໄປກັບເຈົ້າ.
ດັ່ງນັ້ນ ເຮົາຈະທຳລາຍແມ່ຂອງພວກເຈົ້າ
6ປະຊາຊົນຂອງເຮົາຖືກທຳລາຍໄປເພາະຂາດຄວາມຮູ້.
“ເພາະວ່າພວກເຈົ້າໄດ້ປະຕິເສດຄວາມຮູ້,
ເຮົາຈຶ່ງບໍ່ຍອມຮັບວ່າພວກເຈົ້າເປັນປະໂລຫິດຂອງເຮົາ;
ເພາະພວກເຈົ້າລະເລີຍຕໍ່ກົດບັນຍັດຂອງພຣະເຈົ້າຂອງພວກເຈົ້າ,
ເຮົາຈະປະຕິເສດລູກຂອງພວກເຈົ້າເໝືອນກັນ.
7ຈຳນວນປະໂລຫິດເພີ່ມຫລາຍຂຶ້ນເທົ່າໃດ,
ພວກເຂົາກໍຍິ່ງເຮັດບາບຕໍ່ເຮົາຫລາຍຂຶ້ນເທົ່ານັ້ນ;
ພວກເຂົາໄດ້ແລກ#4:7 ສະບັບ MT. ວ່າ ເຮົາຈະແລກພຣະເຈົ້າຜູ້ມີສະຫງ່າລາສີຂອງພວກເຂົາ#4:7 ສຳເນົາຕົ້ນສະບັບພາສາເຮັບເຣີບູຮານວ່າ ຂອງເຮົາກັບສິ່ງທີ່ໜ້າລະອາຍ.
8ພວກເຂົາລ້ຽງຊີວິດດ້ວຍບາບຂອງປະຊາຊົນຂອງເຮົາ
ແລະ ຊື່ນຊົມຄວາມຊົ່ວຮ້າຍຂອງພວກເຂົາ.
9ແລະ ກໍຈະເປັນເຊັ່ນນີ້ຄື: ປະຊາຊົນເປັນຢ່າງໃດປະໂລຫິດກໍເປັນຢ່າງນັ້ນ.
ເຮົາຈະລົງໂທດທັງສອງຝ່າຍເພາະວິຖີຄວາມປະພຶດຂອງພວກເຂົາ
ແລະ ຕອບສະຫນອງການກະທຳຂອງພວກເຂົາ.
10“ພວກເຂົາຈະກິນ ແຕ່ບໍ່ອິ່ມ;
ພວກເຂົາຈະເຂົ້າໄປກ່ຽວຂ້ອງກັບການເປັນໂສເພນີ ແຕ່ຈະບໍ່ມີລູກ,
ເພາະພວກເຂົາໄດ້ປະຖິ້ມພຣະເຈົ້າຢາເວ
ຍອມປ່ອຍໂຕ 11ເປັນໂສເພນີ;
ປ່ອຍໂຕໄປກັບເຫລົ້າອະງຸ່ນເກົ່າ ແລະ ເຫລົ້າອະງຸ່ນໃໝ່
ເຊິ່ງສິ່ງເຫລົ່ານີ້ໄດ້ຢຶດຄວາມເຂົ້າໃຈໄປຈາກພວກເຂົາ.
12ປະຊາຊົນຂອງເຮົາໄປປຶກສາຮູບເຄົາລົບໄມ້,
ອາໄສຄຳຕອບຈາກໄມ້ຊ່ຽງໂຊກ.
ວິນຍານແຫ່ງການເປັນໂສເພນີຊັກນໍາພວກເຂົາໃຫ້ຫລົງທາງ;
ພວກເຂົາບໍ່ສັດຊື່ຕໍ່ພຣະເຈົ້າຂອງພວກເຂົາ.
13ພວກເຂົາຖວາຍເຄື່ອງບູຊາເທິງຈອມພູເຂົາ
ແລະ ເຜົາເຄື່ອງບູຊາຕ່າງໆເທິງໂນນພູ,
ກ້ອງຕົ້ນໂອກ, ຕົ້ນປໍປາ ແລະ ຕົ້ນເທເລບິນ,
ບ່ອນທີ່ໃຫ້ຮົ່ມເຢັນສະບາຍ.
ເຫດສະນັ້ນ ລູກສາວຂອງພວກເຈົ້າຈຶ່ງຫັນໄປເປັນໂສເພນີ
ແລະ ລູກໃພ້ຂອງພວກເຈົ້າກໍຫລິ້ນຊູ້.
14“ເຮົາຈະບໍ່ລົງໂທດລູກສາວທັງຫລາຍຂອງພວກເຈົ້າ
ເມື່ອພວກເຂົາຫັນໄປເປັນໂສເພນີ,
ຫລື ລົງໂທດລູກໃພ້ຂອງພວກເຈົ້າ
ເມື່ອພວກເຂົາລ່ວງປະເວນີ,
ເພາະບັນດາຜູ້ຊາຍເອງກໍໄປຄົບຄ້າກັບໂສເພນີ
ແລະ ມອບໂຕໃຫ້ກັບຍິງໂສເພນີປະຈຳສະຖານບູຊາຕ່າງໆ
ປະຊາຊາດທີ່ບໍ່ມີຄວາມເຂົ້າໃຈຈະເຖິງແກ່ຄວາມພິນາດຈິບຫາຍ!
15“ຊາວອິດສະຣາເອນ ເຖິງແມ່ນວ່າພວກເຈົ້າຈະຫລິ້ນຊູ້,
ກໍຢ່າໃຫ້ຢູດາເຮັດຜິດ.
“ຢ່າໄປກິນການ;
ຢ່າໄປທີ່ເບັດເອນອາເວນ.#4:15 ແປວ່າ ເຮືອນແຫ່ງຄວາມຊົ່ວຮ້າຍ (ແທນທີ່ຈະເອີ້ນວ່າ ເບັດເອນ ເຊິ່ງແປວ່າ ວິຫານຂອງພຣະເຈົ້າ)
ແລະ ຢ່າສາບານໂດຍກ່າວວ່າ, ‘ພຣະເຈົ້າຢາເວມີຊີວິດຢູ່ແນ່ນອນສັນໃດ!’
16ປະຊາຊົນອິດສະຣາເອນນັ້ນດື້,
ເໝືອນງົວສາວທີ່ດື້ດ້ານ.
ແລ້ວພຣະເຈົ້າຢາເວຈະລ້ຽງດູພວກເຂົາ
ເໝືອນດັ່ງລູກແກະໃນທົ່ງຫຍ້າໄດ້ຢ່າງໃດ?
17ເອຟຣາອິມໄປຢຶດຕິດກັບຮູບເຄົາລົບ;
ຈົ່ງປ່ອຍພວກເຂົາໄວ້ຕາມລຳພັງ!
18ເຖິງແມ່ນວ່າເຄື່ອງດື່ມຂອງພວກເຂົາຈະໝົດໄປແລ້ວ,
ພວກເຂົາກໍຍັງສືບຕໍ່ເຮັດໂຕເປັນໂສເພນີຕໍ່ໄປ;
ບັນດາຜູ້ມີອຳນາດຂອງພວກເຂົາມັກວິຖີອັນໜ້າອັບອາຍຫລາຍ.
19ລົມພາຍຸໝູນຈະກວາດຊັດພວກເຂົາໄປ,
ແລະ ເຄື່ອງບູຊາຕ່າງໆຂອງພວກເຂົາກໍຈະນຳຄວາມອັບອາຍຂາຍໜ້າມາເຖິງພວກເຂົາ.
اکنون انتخاب شده:
ໂຮເສອາ 4: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.