ໂຮເສອາ 2
2
1“ຈົ່ງເອີ້ນນ້ອງຊາຍຂອງເຈົ້າວ່າ, ‘ປະຊາຊົນຂອງເຮົາ’ ແລະ ເອີ້ນເອື້ອຍຂອງເຈົ້າວ່າ, ‘ຜູ້ເປັນທີ່ຮັກຂອງເຮົາ’.
ອິດສະຣາເອນຖືກລົງໂທດ ແລະ ກັບສູ່ສະພາບດີ
2“ຈົ່ງຕຳໜິແມ່ຂອງເຈົ້າ, ຈົ່ງຕຳໜິນາງ,
ເພາະນາງບໍ່ແມ່ນເມຍຂອງເຮົາ,
ແລະ ເຮົາບໍ່ແມ່ນຜົວຂອງນາງ.
ໃຫ້ນາງຖິ້ມການລ່ວງປະເວນີຈາກໃບໜ້າຂອງນາງ
ແລະ ຖິ້ມຄວາມບໍ່ສັດຊື່ຈາກເອິກຂອງນາງ.
3ບໍ່ດັ່ງນັ້ນເຮົາຈະໃຫ້ແກ້ເຄື່ອງນຸ່ງຂອງນາງອອກ
ແລະ ເຮັດໃຫ້ນາງເປືອຍກາຍເໝືອນດັ່ງວັນທີ່ນາງໄດ້ເກີດມາ;
ເຮົາຈະເຮັດໃຫ້ນາງເປັນເໝືອນຖິ່ນແຫ້ງແລ້ງກັນດານ,
ເຮັດໃຫ້ນາງເປັນດິນແດນແຫ້ງແລ້ງ,
ແລະ ສັງຫານນາງດ້ວຍຄວາມກະຫາຍ.
4ເຮົາຈະບໍ່ສະແດງຄວາມຮັກຕໍ່ລູກຂອງນາງ,
ເພາະພວກເຂົາເປັນລູກຊູ້.
5ແມ່ຂອງພວກເຂົາບໍ່ສັດຊື່
ແລະ ໃຫ້ກຳເນີດພວກເຂົາມາຢ່າງໜ້າອັບອາຍ.
ນາງໄດ້ເວົ້າວ່າ, ‘ຂ້ອຍຈະຕິດຕາມບັນດາຊູ້ຮັກຂອງຂ້ອຍໄປ,
ຜູ້ທີ່ໃຫ້ອາຫານ ແລະ ນ້ຳ,
ໃຫ້ຂົນສັດ, ຜ້າລີນິນ, ນ້ຳມັນ ແລະ ເຄື່ອງດື່ມແກ່ຂ້ອຍ’.
6ເຫດສະນັ້ນ ເຮົາຈະເອົາຟຸ່ມໜາມກີດຂວາງຫົນທາງຂອງນາງ;
ເຮົາຈະລ້ອມນາງໄວ້ຈົນນາງໝົດທາງໄປ.
7ນາງຈະແລ່ນໄລ່ຕາມຊູ້ຮັກ ແຕ່ບໍ່ທັນພວກເຂົາ;
ນາງຈະຊອກຫາພວກເຂົາ ແຕ່ກໍບໍ່ພົບພວກເຂົາ.
ແລ້ວນາງຈະບອກວ່າ,
‘ຂ້ອຍຈະກັບໄປຫາຜົວຄົນທຳອິດຂອງຂ້ອຍ,
ເພາະເມື່ອກ່ອນຂ້ອຍມີຊີວິດທີ່ດີກວ່ານີ້ຫລາຍ’.
8ນາງບໍ່ຮັບຮູ້ວ່າເຮົາຄືຜູ້ນັ້ນ
ຜູ້ທີ່ໃຫ້ເມັດພືດ, ເຫລົ້າອະງຸ່ນໃໝ່ ແລະ ນ້ຳມັນແກ່ນາງ,
ຜູ້ທີ່ໃຫ້ເງິນ ແລະ ຄໍາ
ເຊິ່ງພວກເຂົາໃຊ້ບູຊາພະບາອານ.
9“ເຫດສະນັ້ນ ເຮົາຈະເອົາເມັດພືດຂອງເຮົາເມື່ອມັນສຸກ,
ແລະ ເອົາເຫລົ້າອະງຸ່ນໃໝ່ເມື່ອມັນພ້ອມດື່ມແລ້ວ.
ເຮົາຈະເອົາຜ້າຂົນສັດ ແລະ ຜ້າລີນິນຂອງເຮົາຄືນ,
ເຊິ່ງເຮົາຕັ້ງໃຈໃຫ້ນາງໄວ້ເພື່ອປົກປິດຄວາມເປືອຍກາຍຂອງນາງ.
10ດັ່ງນັ້ນ ບັດນີ້ເຮົາຈະເປີດເຜີຍຄວາມລາມົກຂອງນາງ
ຕໍ່ໜ້າຕໍ່ຕາຊູ້ຮັກທັງຫລາຍຂອງນາງ;
ແລະ ຈະບໍ່ມີຜູ້ໃດຊ່ວຍນາງໃຫ້ພົ້ນຈາກມືເຮົາໄປໄດ້.
11ເຮົາຈະຢຸດງານສະຫລອງທັງໝົດຂອງນາງ:
ໄດ້ແກ່ເທດສະການປະຈຳປີທັງຫລາຍ, ວັນຂຶ້ນໜຶ່ງຄ່ຳ,
ວັນຊະບາໂຕ ທັງໝົດນີ້ເປັນເທດສະການຕາມກຳນົດທັງໝົດຂອງນາງ.
12ເຮົາຈະທຳລາຍບັນດາເຄືອອະງຸ່ນ ແລະ ຕົ້ນໝາກເດື່ອຂອງນາງ,
ເຊິ່ງນາງໄດ້ເວົ້າວ່າຊູ້ຮັກໃຫ້ມາເປັນຄ່າໂຕ;
ເຮົາຈະເຮັດໃຫ້ມັນກາຍເປັນຟຸ່ມໜາມ,
ແລະ ສັດປ່າທັງຫລາຍຈະເຂົ້າມາຍາດກັນກິນ.
13ເຮົາຈະລົງໂທດນາງ
ທີ່ນາງເຜົາເຄື່ອງຫອມບູຊາແກ່ພະບາອານໃນວັນເຫລົ່ານັ້ນ;
ນາງປະດັບກາຍຂອງຕົນເອງດ້ວຍແຫວນ ແລະ ອັນຍະມະນີ,
ແລະ ໜີໄປຕາມຊູ້ຮັກຂອງນາງ,
ແຕ່ນາງກັບລືມເຮົາ”, ພຣະເຈົ້າຢາເວປະກາດດັ່ງນີ້.
14“ເຫດສະນັ້ນ ບັດນີ້ເຮົາກຳລັງຈະຊັກຈູງນາງ;
ເຮົາຈະພານາງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ
ແລະ ເວົ້າກັບນາງຢ່າງອ່ອນໂຍນ.
15ທີ່ນັ້ນ ເຮົາຈະຄືນສວນອະງຸ່ນໃຫ້ແກ່ນາງ,
ແລະ ຈະເຮັດໃຫ້ຮ່ອມພູອາໂຄ#2:15 ແປວ່າ ເດືອດຮ້ອນກາຍເປັນປະຕູແຫ່ງຄວາມຫວັງ.
ທີ່ນັ້ນ ນາງຈະຮ້ອງເພງ#2:15 ຫລື ຕອບສະຫນອງເໝືອນເມື່ອຄາວທີ່ນາງຍັງໜຸ່ມ,
ເໝືອນວັນທີ່ນາງອອກມາຈາກເອຢິບ”.
16ພຣະເຈົ້າຢາເວປະກາດວ່າ,
“ໃນວັນນັ້ນ, ເຈົ້າຈະເອີ້ນເຮົາວ່າ ‘ຜົວຂອງຂ້ອຍ’
ແລະ ເຈົ້າຈະບໍ່ເອີ້ນເຮົາວ່າ ‘ນາຍຂອງຂ້ອຍ#2:16 ພາສາເຮັບເຣີວ່າ ບາອານອີກຕໍ່ໄປ’.
17ເຮົາຈະກຳຈັດຊື່ຂອງພະບາອານອອກຈາກຮີມສົບຂອງນາງ;
ຈະບໍ່ມີການເອີ່ຍເຖິງຊື່ເຫລົ່ານີ້ອີກຕໍ່ໄປ.
18ໃນວັນນັ້ນເຮົາຈະເຮັດຄຳໝັ້ນສັນຍາ
ກັບສັດໃນທົ່ງ, ນົກໃນທ້ອງຟ້າ
ແລະ ສັດທີ່ເລືອຄານເພື່ອພວກເຈົ້າ.
ເຮົາຈະກຳຈັດທະນູ, ດາບ ແລະ ສົງຄາມ
ໃຫ້ໝົດໄປຈາກດິນແດນນີ້,
ເພື່ອທຸກຊີວິດຈະຢູ່ຢ່າງປອດໄພ.
19ເຮົາຈະໝັ້ນເຈົ້າໄວ້ໃຫ້ເປັນຂອງເຮົາຕະຫລອດໄປ;
ເຮົາຈະໝັ້ນເຈົ້າໄວ້ໃນ#2:19 ຫລື ດ້ວຍ ເຊັ່ນດຽວກັບຂໍ້ 20ຄວາມຊອບທຳ ແລະ ຄວາມຍຸຕິທຳ,
ໃນ#2:19 ຫລື ດ້ວຍຄວາມຮັກ ແລະ ຄວາມເຫັນອົກເຫັນໃຈ.
20ເຮົາຈະໝັ້ນເຈົ້າໄວ້ໃນຄວາມສັດຊື່,
ແລະ ເຈົ້າຈະຮູ້ຈັກພຣະເຈົ້າຢາເວ”.
21ພຣະເຈົ້າຢາເວປະກາດວ່າ,
“ໃນວັນນັ້ນ ເຮົາຈະຕອບສະຫນອງ
ເຮົາຈະເຮັດໃຫ້ທ້ອງຟ້າເກີດຝົນ,
ຕາມຄຳຮຽກຮ້ອງຂອງແຜ່ນດິນ;
22ແລະ ຈະໃຫ້ແຜ່ນດິນເກີດເມັດພືດ,
ເຫລົ້າອະງຸ່ນໃໝ່ ແລະ ນ້ຳມັນ,
ຕາມຄຳຮຽກຮ້ອງຂອງຢິດຊະເຣນ.#2:22 ແປວ່າ ພຣະເຈົ້າປູກ
23ເຮົາຈະປູກນາງໄວ້ໃນດິນແດນນັ້ນເພື່ອເຮົາ;
ເຮົາຈະສະແດງຄວາມຮັກຂອງເຮົາແກ່ຜູ້ທີ່ເຮົາເອີ້ນວ່າ ‘ບໍ່ແມ່ນທີ່ຮັກຂອງເຮົາ’.#2:23 ພາສາເຮັບເຣີວ່າ ໂລຣຸຫະມາ
ເຮົາຈະເອີ້ນຜູ້ທີ່ ‘ບໍ່ແມ່ນປະຊາຊົນຂອງເຮົາ’#2:23 ພາສາເຮັບເຣີວ່າ ໂລອຳມີ ວ່າ, ‘ເຈົ້າຄືປະຊາຊົນຂອງເຮົາ’;
ແລະ ພວກເຂົາຈະເອີ້ນເຮົາວ່າ, ‘ພຣະອົງເປັນພຣະເຈົ້າຂອງພວກຂ້ານ້ອຍ’ ”.
اکنون انتخاب شده:
ໂຮເສອາ 2: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.