ໂຮເສອາ 1

1
1ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ໂຮເສອາ​ລູກຊາຍ​ຂອງ​ເບເອຣີ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ອຸດຊີຢາ, ໂຢທາມ, ອາຮາດ ແລະ ເຮເຊກີຢາ​ກະສັດ​ແຫ່ງ​ຢູດາຍ ແລະ ໃນ​ຊ່ວງ​ການ​ປົກຄອງ​ຂອງ​ເຢໂຣໂບອາມ​ລູກຊາຍ​ຂອງ​ເຢໂຮອາດ#1:1 ພາສາ​ເຮັບເຣີ​ວ່າ ໂຢອາດ ເປັນ​ອີກ​ຮູບ​ໜຶ່ງ​ຂອງ​ເຢໂຮອາດ​ກະສັດ​ແຫ່ງ​ອິດສະຣາເອນ:
ເມຍ ແລະ ລູກ​ຂອງ​ໂຮເສອາ
2ເມື່ອ​ພຣະເຈົ້າ​ຢາເວ​ເລີ່ມ​ກ່າວ​ຜ່ານ​ໂຮເສອາ​ນັ້ນ, ພຣະອົງ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ, “ຈົ່ງ​ໄປ​ຮັບ​ຍິງ​ເຈົ້າ​ຊູ້​ມາ​ເປັນ​ເມຍ ແລະ ຮັບ​ລູກ​ທັງຫລາຍ​ທີ່​ເກີດ​ຈາກ​ຄວາມ​ບໍ່​ສັດຊື່​ຂອງ​ນາງ​ມາ​ນຳ, ເພາະ​ວ່າ​ດິນແດນ​ນີ້​ມີ​ຄວາມ​ຜິດ​ຖານ​ລ່ວງປະເວນີ​ຢ່າງ​ຮ້າຍແຮງ​ທີ່ສຸດ ໂດຍ​ການ​ປະ​ຖິ້ມ​ພຣະເຈົ້າຢາເວ”. 3ດັ່ງນັ້ນ ໂຮເສອາ​ຈຶ່ງ​ໄດ້​ແຕ່ງງານ​ກັບ​ໂກເມ​ລູກສາວ​ຂອງ​ດິບລາອິມ ແລະ ນາງ​ກໍ​ຖືພາ ແລ້ວ​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ແກ່​ເພິ່ນ.
4ຫລັງຈາກນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ໄດ້​ເວົ້າ​ກັບ​ໂຮເສອາ​ວ່າ, “ຈົ່ງ​ເອີ້ນ​ຊື່​ເດັກນ້ອຍ​ຄົນ​ນີ້​ວ່າ​ຢິດຊະເຣນ, ເພາະ​ອີກ​ບໍ່​ດົນ​ເຮົາ​ຈະ​ລົງໂທດ​ເຊື້ອສາຍ​ຂອງ​ເຢຮູ ເນື່ອງ​ຈາກ​ການ​ຂ້າ​ຄັ້ງ​ໃຫຍ່​ຢູ່​ທີ່​ຢິດຊະເຣນ ແລະ ເຮົາ​ຈະ​ເຮັດ​ໃຫ້​ອານາຈັກ​ອິດສະຣາເອນ​ສິ້ນສຸດ​ລົງ. 5ໃນ​ວັນ​ນັ້ນ​ເຮົາ​ຈະ​ຫັກ​ທະນູ​ຂອງ​ອິດສະຣາເອນ​ໃນ​ຮ່ອມພູ​ຢິດຊະເຣນ”.
6ໂກເມ​ກໍ​ຖືພາ​ອີກ ແລະ ເກີດ​ລູກສາວ. ຫລັງຈາກນັ້ນ ພຣະເຈົ້າ​ຢາເວ​ກໍ​ໄດ້​ເວົ້າ​ກັບ​ໂຮເສອາ​ວ່າ, “ຈົ່ງ​ເອີ້ນ​ເດັກນ້ອຍ​ຄົນ​ນີ້​ວ່າ​ໂລຣຸຫະມາ,#1:6 ແປ​ວ່າ ບໍ່​ເປັນ​ທີ່​ຮັກ ເພາະ​ເຮົາ​ຈະ​ບໍ່​ສະແດງ​ຄວາມ​ຮັກ​ຕໍ່​ເຊື້ອສາຍ​ອິດສະຣາເອນ​ອີກ​ຕໍ່ໄປ, ເຮົາ​ຈະ​ບໍ່​ອະໄພ​ໃຫ້​ພວກເຂົາ. 7ແຕ່​ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ເຊື້ອສາຍ​ຢູດາ ແລະ ຈະ​ຊ່ວຍ​ພວກເຂົາ ບໍ່​ແມ່ນ​ດ້ວຍ​ທະນູ, ດາບ, ສົງຄາມ ຫລື ດ້ວຍ​ມ້າ ແລະ ທະຫານ​ມ້າ, ແຕ່​ເຮົາ, ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ”.
8ຫລັງ​ຈາກ​ທີ່​ໃຫ້​ໂລຣຸຫະມາ​ອອກ​ນົມ​ແລ້ວ, ໂກເມ​ກໍ​ມີ​ລູກຊາຍ​ອີກ​ຄົນ​ໜຶ່ງ. 9ຫລັງຈາກນັ້ນ ພຣະເຈົ້າ​ຢາເວ​ໄດ້​ກ່າວ​ວ່າ, “ຈົ່ງ​ເອີ້ນ​ເດັກນ້ອຍ​ວ່າ​ໂລອຳມີ,#1:9 ແປ​ວ່າ ບໍ່​ແມ່ນ​ປະຊາຊົນ​ຂອງ​ເຮົາ ເພາະ​ພວກເຈົ້າ​ບໍ່​ແມ່ນ​ປະຊາຊົນ​ຂອງ​ເຮົາ ແລະ ເຮົາ​ບໍ່​ແມ່ນ​ພຣະເຈົ້າ​ຂອງ​ພວກເຈົ້າ.
10“ເຖິງ​ປານ​ນັ້ນ ຊົນຊາດ​ອິດສະຣາເອນ​ຈະ​ເປັນ​ເໝືອນ​ເມັດ​ຊາຍ​ທີ່​ແຄມ​ທະເລ ເຊິ່ງ​ຕວງ ຫລື ນັບ​ບໍ່​ໄດ້. ໃນ​ບ່ອນ​ທີ່​ພຣະເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, ‘ພວກເຈົ້າ​ບໍ່​ແມ່ນ​ປະຊາຊົນ​ຂອງ​ເຮົາ’, ພວກເຂົາ​ຈະ​ໄດ້​ຊື່​ວ່າ ‘ລູກ​ຂອງ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່’. 11ປະຊາຊົນ​ຢູດາ ແລະ ອິດສະຣາເອນ​ຈະ​ຖືກ​ຮວມ​ເຂົ້າ​ດ້ວຍ​ກັນ​ອີກ, ພວກເຂົາ​ຈະ​ແຕ່ງຕັ້ງ​ຜູ້ນຳ​ຄົນ​ໜຶ່ງ ແລະ ຈະ​ພາ​ກັນ​ອອກ​ມາ​ຈາກ​ແຜ່ນດິນ​ນັ້ນ, ເພາະ​ວັນ​ແຫ່ງ​ຢິດຊະເຣນ​ຈະ​ຍິ່ງ​ໃຫຍ່”.

اکنون انتخاب شده:

ໂຮເສອາ 1: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید