ຮັກກາຍ 2

2
1ໃນ​ວັນ​ທີ​ຊາວ​ເອັດ​ເດືອນ​ທີ​ເຈັດ, ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ຜ່ານທາງ​ຜູ້ທຳນວາຍ​ຮັກກາຍ​ວ່າ: 2“ຈົ່ງ​ເວົ້າ​ກັບ​ເຊຣຸບບາເບນ​ຜູ້ວ່າການ​ຂອງ​ຢູດາ ເຊິ່ງ​ເປັນ​ລູກຊາຍ​ຂອງ​ເຊອານຕີເອນ, ເວົ້າ​ກັບ​ໂຢຊວຍ​ຜູ້​ເປັນ​ມະຫາ​ປະໂລຫິດ ເຊິ່ງ​ເປັນ​ລູກຊາຍ​ຂອງ​ໂຢຊາດັກ ແລະ ປະຊາຊົນ​ທີ່​ເຫລືອ​ຢູ່. ຈົ່ງ​ຖາມ​ພວກເຂົາ​ວ່າ, 3‘ໃນ​ພວກເຈົ້າ​ຍັງ​ເຫລືອ​ຜູ້ໃດ​ທີ່​ເຄີຍ​ເຫັນ​ສະຫງ່າລາສີ​ຂອງ​ວິຫານ​ນີ້​ມາ​ກ່ອນ​ບໍ? ບັດນີ້​ພວກເຈົ້າ​ເຫັນ​ເປັນ​ຢ່າງໃດ? ເຫັນ​ວ່າ​ທຽບ​ກັນ​ບໍ່​ໄດ້​ເລີຍ​ແມ່ນ​ບໍ? 4ແຕ່​ບັດນີ້ ຈົ່ງ​ເຂັ້ມແຂງ​ເຊຣຸບບາເບນ,’ ພຣະເຈົ້າ​ຢາເວ​ໄດ້​ປະກາດ​ວ່າ: ‘ຈົ່ງ​ເຂັ້ມແຂງ ໂຢຊວຍ ຜູ້​ເປັນ​ປະໂລຫິດ ເຊິ່ງ​ເປັນ​ລູກຊາຍ​ຂອງ​ເຢຊາດັກ, ຈົ່ງ​ເຂັ້ມແຂງ, ປະຊາຊົນ​ທັງໝົດ​ໃນ​ດິນແດນ​ນີ້’, ພຣະເຈົ້າ​ຢາເວ​ໄດ້​ປະກາດ​ດັ່ງນັ້ນ ‘ແລະ ຈົ່ງ​ທຳງານ. ເພາະ​ເຮົາ​ຢູ່​ກັບ​ພວກເຈົ້າ’ ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ປະກາດ​ດັ່ງນັ້ນ. 5‘ນີ້​ຄື​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ພັນທະສັນຍາ​ໄວ້​ກັບ​ພວກເຈົ້າ​ເມື່ອ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ ແລະ ພຣະວິນຍານ​ຂອງ​ເຮົາ​ກໍ​ຢູ່​ທ່າມກາງ​ພວກເຈົ້າ. ຢ່າ​ຢ້ານ​ເລີຍ’.
6“ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ຄື: ‘ໃນ​ອີກ​ບໍ່​ດົນ ເຮົາ​ຈະ​ສັ່ນ​ຟ້າ​ສະຫວັນ ແລະ ແຜ່ນດິນໂລກ, ທະເລ ແລະ ແຜ່ນດິນ​ແຫ້ງ​ອີກ​ເທື່ອ​ໜຶ່ງ. 7ເຮົາ​ຈະ​ສັ່ນ​ປະຊາຊາດ​ທັງໝົດ ແລະ ສິ່ງ​ທີ່​ປະຊາຊາດ​ທັງໝົດ​ປາຖະໜາ​ນັ້ນ​ຈະ​ມາ ແລະ ເຮົາ​ຈະ​ເຮັດ​ເຕີມ​ເຕັມ​ວິຫານ​ນີ້​ດ້ວຍ​ສະຫງ່າລາສີ’, ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນັ້ນ. 8ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ປະກາດ​ວ່າ: ‘ເງິນ​ເປັນ​ຂອງ​ເຮົາ ແລະ ຄຳ​ກໍ​ເປັນ​ຂອງ​ເຮົາ’. 9‘ສະຫງ່າລາສີ​ຂອງ​ວິຫານ​ຫລັງ​ປັດຈຸບັນ​ນີ້​ຈະ​ຍິ່ງໃຫຍ່​ກວ່າ​ສະຫງ່າລາສີ​ຂອງ​ວິຫານ​ເກົ່າ’, ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ໄດ້​ກ່າວ​ດັ່ງນັ້ນ. ‘ແລະ ເຮົາ​ຈະ​ໃຫ້​ສັນຕິສຸກ​ແກ່​ສະຖານ​ທີ່​ນີ້’, ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ໄດ້​ປະກາດ​ດັ່ງນັ້ນ”,
ພຣະພອນ​ສຳລັບ​ຜູ້​ທີ່​ມີ​ມົນທິນ
10ໃນ​ວັນ​ທີ​ຊາວ​ສີ່​ເດືອນ​ທີ​ເກົ້າ​ປີ​ທີ​ສອງ​ຂອງ​ດາຣິອຸດ, ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຜູ້ທຳນວາຍ​ຮັກກາຍ​ວ່າ: 11“ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ວ່າ: ‘ຈົ່ງ​ຖາມ​ປະໂລຫິດ​ວ່າ​ກົດບັນຍັດ​ໄດ້​ກ່າວ​ໄວ້​ຢ່າງໃດ. 12ຖ້າ​ຜູ້ໃດ​ເອົາ​ຊີ້ນ​ທີ່​ບໍລິສຸດ​ແລ້ວ​ໄປ​ຫໍ່​ໄວ້​ໃນ​ຜ້າ​ຂອງ​ຕົນ ແລ້ວ​ຫໍ່​ຊີ້ນ​ນັ້ນ​ໄປ​ແຕະ​ຕ້ອງ​ຖືກ​ເຂົ້າຈີ່ ຫລື ແກງ, ເຫລົ້າອະງຸ່ນ, ນ້ຳມັນ​ໝາກກອກ​ບາງ​ສ່ວນ ຫລື ອາຫານ​ອື່ນໆ, ອາຫານ​ກັບ​ເຄື່ອງດື່ມ​ນັ້ນ​ກໍ​ຈະ​ບໍລິສຸດ​ໄປ​ນຳ​ບໍ?’ ”
ບັນດາ​ປະໂລຫິດ​ໄດ້​ຕອບ​ວ່າ, “ບໍ່”.
13ແລ້ວ​ຮັກກາຍ​ໄດ້​ເວົ້າ​ວ່າ, “ຖ້າ​ຄົນ​ໜຶ່ງ​ເປັນ​ມົນທິນ​ເພາະ​ໄປ​ແຕະ​ສົບ​ຂອງ​ຄົນ​ຕາຍ ແລ້ວ​ໄປ​ແຕະ​ຕ້ອງ​ສິ່ງ​ເຫລົ່ານີ້, ສິ່ງ​ນັ້ນ​ກໍ​ຈະ​ເປັນ​ມົນທິນ​ບໍ?”
ບັນດາ​ປະໂລຫິດ​ໄດ້​ຕອບ​ວ່າ, “ສິ່ງ​ນັ້ນ​ຈະ​ເປັນມົນທິນ”,
14ດັ່ງນັ້ນ ຮັກກາຍ​ຈຶ່ງ​ເວົ້າ​ວ່າ, “ພຣະເຈົ້າ​ຢາເວ​ໄດ້​ປະກາດ​ດັ່ງນີ້​ວ່າ: ‘ປະຊາຊົນ​ນີ້ ແລະ ປະຊາຊາດ​ນີ້​ກໍ​ເປັນ​ເຊັ່ນ​ນັ້ນ​ໃນ​ສາຍຕາ​ຂອງ​ເຮົາ. ບໍ່​ວ່າ​ພວກເຂົາ​ຈະ​ເຮັດ​ສິ່ງໃດ ຫລື ບໍ່​ວ່າ​ພວກເຂົາ​ຈະ​ຖວາຍ​ສິ່ງໃດ ກໍ​ລ້ວນ​ແຕ່​ເປັນມົນທິນ.
15“ ‘ບັດນີ້ ຈົ່ງ​ຄິດ​ໃຫ້​ດີ​ກ່ຽວກັບ​ເລື່ອງ​ນີ້ ນັບ​ຕັ້ງ​ແຕ່​ວັນ​ນີ້​ໄປ#2:15 ຫລື ວັນ​ທີ່​ຜ່ານມາ ຈົ່ງ​ພິຈາລະນາ​ວ່າ​ສິ່ງ​ຕ່າງໆ​ນັ້ນ​ເປັນ​ຢ່າງໃດ ກ່ອນ​ທີ່​ຈະ​ວາງ​ສີລາ​ກ້ອນ​ໜຶ່ງ​ທັບ​ເທິງ​ອີກ​ກ້ອນ​ໜຶ່ງ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ. 16ເມື່ອ​ຜູ້ໃດ​ໄປ​ທີ່​ກອງ​ເຂົ້າ ໂດຍ​ຫວັງ​ວ່າ​ຈະ​ໄດ້​ເຂົ້າ​ຊາວ​ຖັງ ແຕ່​ມີ​ພຽງ​ສິບ​ຖັງ​ເທົ່າ​ນັ້ນ. ເມື່ອ​ຜູ້ໃດ​ມາ​ທີ່​ຖັງ​ເກັບ​ເຫລົ້າອະງຸ່ນ​ເພື່ອ​ຕັກ​ເອົາ​ຫ້າສິບ​ຖັງ ແຕ່​ກໍ​ມີ​ພຽງ​ຊາວ​ຖັງ​ເທົ່າ​ນັ້ນ. 17ເຮົາ​ໄດ້​ທຳລາຍ​ຜົນງານ​ທີ່​ພວກເຈົ້າ​ລົງ​ມື​ເຮັດ​ທັງໝົດ​ດ້ວຍ​ການ​ທຳລາຍ, ເຊື້ອລາ ແລະ ໝາກເຫັບ ເຖິງ​ປານ​ນັ້ນ​ພວກເຈົ້າ​ກໍ​ຍັງ​ບໍ່​ຍອມ​ກັບ​ຄືນ​ມາ​ຫາ​ເຮົາ’, ພຣະເຈົ້າ​ຢາເວ​ໄດ້​ປະກາດ​ດັ່ງນັ້ນ. 18‘ນັບ​ຕັ້ງ​ແຕ່​ວັນ​ນີ້​ເປັນ​ຕົ້ນ​ໄປ ນັບ​ຕັ້ງແຕ່​ວັນ​ທີ​ຊາວສີ່​ເດືອນ​ທີ​ເກົ້າ, ຈົ່ງ​ຄິດ​ເຖິງ​ວັນ​ທີ່​ໄດ້​ວາງ​ຮາກຖານ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ໃຫ້​ດີ. ຈົ່ງ​ຄິດ​ໃຫ້​ດີ​ວ່າ: 19ຍັງ​ມີ​ເມັດພືດ​ໃດ​ເຫລືອ​ຢູ່​ໃນ​ເລົ້າ​ບໍ? ຈົນ​ເຖິງ​ບັດນີ້, ເຄືອອະງຸ່ນ ແລະ ຕົ້ນ​ໝາກເດື່ອ, ຕົ້ນ​ໝາກພິລາ ແລະ ຕົ້ນ​ໝາກກອກ​ກໍ​ຍັງ​ບໍ່​ເກີດ​ໝາກ​ເລີຍ.
“ ‘ນັບ​ຕັ້ງ​ແຕ່​ວັນ​ນີ້​ໄປ​ເຮົາ​ຈະ​ອວຍພອນ​ພວກເຈົ້າ’ ”.
ເຊຣຸບບາເບນ​ເປັນ​ແຫວນ​ຕາ​ຂອງ​ພຣະເຈົ້າ​ຢາເວ
20ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຮັກກາຍ​ເປັນ​ຄັ້ງ​ທີ​ສອງ ໃນ​ວັນ​ທີ​ຊາວສີ່​ຂອງ​ເດືອນ​ນັ້ນ​ວ່າ: 21“ຈົ່ງ​ບອກ​ເຊຣຸບບາເບນ ຜູ້ວ່າການ​ຂອງ​ຢູດາ​ວ່າ​ເຮົາ​ຈະ​ສັ່ນ​ຟ້າ​ສະຫວັນ ແລະ ແຜ່ນດິນໂລກ. 22ເຮົາ​ຈະ​ໂຄ່ນລົ້ມ​ບັນລັງ​ຕ່າງໆ ແລະ ທຳລາຍ​ອຳນາດ​ຂອງ​ບັນດາ​ອານາຈັກ​ຂອງ​ຕ່າງປະເທດ. ເຮົາ​ຈະ​ຂ້ວມ​ລົດມ້າ ແລະ ຄົນຂັບ​ຂອງ​ພວກເຂົາ; ມ້າ ແລະ ຄົນຂີ່ມ້າ​ຂອງ​ພວກເຂົາ​ຈະ​ລົ້ມ​ລົງ, ລ້ວນ​ແຕ່​ລົ້ມ​ລົງ​ດ້ວຍ​ດາບ​ຂອງ​ພີ່ນ້ອງ​ຂອງ​ພວກເຂົາ”.
23“ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ໄດ້​ປະກາດ​ວ່າ, ‘ໃນ​ວັນ​ນັ້ນ​ເຮົາ​ຈະ​ຮັບ​ເຈົ້າ, ເຊຣຸບບາເບນ​ຜູ້ຮັບໃຊ້​ຂອງ​ເຮົາ ຜູ້​ເປັນ​ລູກຊາຍ​ຂອງ​ເຊອານຕີເອນ’. ພຣະເຈົ້າ​ຢາເວ​ໄດ້​ປະກາດ​ດັ່ງນັ້ນ, ‘ແລະ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ດັ່ງ​ແຫວນ​ຕາ​ຂອງ​ເຮົາ, ເພາະ​ເຮົາ​ໄດ້​ເລືອກ​ເຈົ້າ​ໄວ້’, ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ໄດ້​ປະກາດ​ດັ່ງນັ້ນ”.

اکنون انتخاب شده:

ຮັກກາຍ 2: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید