ຮັກກາຍ 1

1
ການ​ເອີ້ນ​ໃຫ້​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ
1ໃນ​ປີ​ທີ​ສອງ​ຂອງ​ການ​ປົກຄອງ​ຂອງ​ກະສັດ​ດາຣິອຸດ, ໃນ​ວັນ​ທີ​ໜຶ່ງ​ເດືອນ​ທີ​ຫົກ, ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ເຊຣຸບບາເບນ​ຜູ້ວ່າການ​ຂອງ​ຢູດາ ເຊິ່ງ​ເປັນ​ລູກຊາຍ​ຂອງ​ເຊອານຕີເອນ ແລະ ໄດ້​ມາ​ເຖິງ​ໂຢຊວຍ ຜູ້​ເປັນ​ມະຫາ​ປະໂລຫິດ, ເຊິ່ງ​ເປັນ​ລູກຊາຍ​ຂອງ​ເຢຊາດັກ#1:1 ພາສາ​ເຮັບເຣີ​ວ່າ ໂຢຊາດັກ ໂດຍ​ກ່າວ​ຜ່ານ​ທາງ​ຜູ້ທຳນວາຍ​ຮັກກາຍ​ວ່າ:
2ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ໄວ້​ຄື: “ປະຊາຊົນ​ເຫລົ່ານີ້​ໄດ້​ເວົ້າ​ວ່າ, ‘ຍັງ​ບໍ່​ເຖິງ​ເວລາ​ທີ່​ຈະ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ’ ”.
3ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ກໍ​ໄດ້​ມາ​ຜ່ານ​ທາງ​ຜູ້ທຳນວາຍ​ຮັກກາຍ​ວ່າ: 4“ເຖິງ​ເວລາ​ແລ້ວ​ບໍ ທີ່​ພວກເຈົ້າ​ເອງ​ຈະ​ອາໄສ​ຢູ່​ໃນ​ເຮືອນ​ທີ່​ກໍ່​ສ້າງ​ດ້ວຍ​ໄມ້​ຢ່າງ​ດີ ໃນ​ຂະນະ​ທີ່​ວິຫານ​ນີ້​ຍັງ​ເປັນ​ຊາກ​ຫັກ​ພັງ​ຢູ່?”
5ບັດນີ້ ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ຄື: “ຈົ່ງ​ຄິດ​ຢ່າງ​ຮອບຄອບ​ກ່ຽວກັບ​ວິຖີ​ທາງ​ຂອງ​ພວກເຈົ້າ. 6ພວກເຈົ້າ​ໄດ້​ປູກ​ຫລາຍ ແຕ່​ເກັບ​ກ່ຽວ​ໄດ້​ໜ້ອຍ. ພວກເຈົ້າ​ກິນ ແຕ່​ບໍ່​ເຄີຍ​ພໍ. ພວກເຈົ້າ​ດື່ມ ແຕ່​ກໍ​ບໍ່​ເຄີຍ​ອິ່ມ. ພວກເຈົ້າ​ນຸ່ງເຄື່ອງ ແຕ່​ກໍ​ບໍ່​ອຸ່ນ. ພວກເຈົ້າ​ໄດ້​ຄ່າ​ຈ້າງ ແຕ່​ກໍ​ເພື່ອ​ເອົາ​ມາ​ໃສ່​ໃນ​ກະເປົາ​ເງິນ​ທີ່​ມີ​ຮູ​ຢູ່​ໃນ​ນັ້ນ”.
7ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ຄື: “ຈົ່ງ​ຄິດ​ຢ່າງ​ຮອບຄອບ​ກ່ຽວກັບ​ວິຖີ​ທາງ​ຂອງ​ພວກເຈົ້າ. 8ຈົ່ງ​ຂຶ້ນ​ໄປ​ເທິງ​ພູເຂົາ ແລະ ນຳ​ເອົາ​ໄມ້​ລົງ​ມາ ແລ້ວ​ສ້າງ​ວິຫານ​ຂອງ​ເຮົາ, ເພື່ອ​ເຮົາ​ຈະ​ໄດ້​ພໍໃຈ​ໃນ​ວິຫານ​ນັ້ນ ແລະ ໄດ້​ຮັບ​ກຽດ”, ພຣະເຈົ້າ​ຢາເວ​ໄດ້​ກ່າວ​ດັ່ງນີ້. 9ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ປະກາດ​ວ່າ, “ພວກເຈົ້າ​ຄາດຫວັງ​ໄວ້​ຫລາຍ ແຕ່​ເບິ່ງ​ແມ, ໄດ້​ມາ​ພຽງ​ໜ້ອຍ​ດຽວ. ສິ່ງ​ທີ່​ພວກເຈົ້າ​ນຳ​ກັບ​ມາ​ທີ່​ເຮືອນ ເຮົາ​ກໍ​ໄດ້​ເປົ່າ​ມັນ​ຖິ້ມ​ໄປ. ເປັນ​ຫຍັງ? ກໍ​ເພາະ​ວ່າ​ວິຫານ​ຂອງ​ເຮົາ​ຍັງ​ຄົງ​ເປັນ​ຊາກ​ຫັກ​ພັງ​ຢູ່ ໃນ​ຂະນະ​ທີ່​ພວກເຈົ້າ​ແຕ່​ລະ​ຄົນ​ກໍ​ຫຍຸ້ງ​ຢູ່​ກັບ​ເຮືອນ​ຂອງ​ຕົນ​ເອງ. 10ເຫດສະນັ້ນ ຈຶ່ງ​ເປັນ​ຍ້ອນ​ພວກເຈົ້າ ຟ້າ​ສະຫວັນ​ຈຶ່ງ​ລະງັບ​ນ້ຳໝອກ​ໄວ້ ແລະ ແຜ່ນດິນໂລກ​ກໍ​ບໍ່​ຍອມ​ເກີດ​ພືດ​ຜົນ. 11ເຮົາ​ໄດ້​ເອີ້ນ​ເອົາ​ຄວາມ​ແຫ້ງແລ້ງ​ມາ​ສູ່​ບັນດາ​ທົ່ງນາ ແລະ ເທິງ​ພູເຂົາ, ເທິງ​ເມັດພືດ, ເຫລົ້າ​ອະງຸ່ນ​ໃໝ່, ນ້ຳມັນ​ໝາກກອກ ແລະ ທຸກ​ສິ່ງ​ທີ່​ພື້ນດິນ​ໃຫ້​ຜົນຜະລິດ, ຄົນ ແລະ ສັດລ້ຽງ ແລະ ວຽກງານ​ທັງໝົດ​ທີ່​ພວກເຈົ້າ​ເຮັດ”.
12ແລ້ວ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ, ໂຢຊວຍ​ຜູ້​ເປັນ​ມະຫາ​ປະໂລຫິດ ເຊິ່ງ​ເປັນ​ລູກຊາຍ​ຂອງ​ເຢຊາດັກ ແລະ ປະຊາຊົນ​ທັງໝົດ​ທີ່​ຍັງ​ເຫລືອ​ຢູ່​ນັ້ນ ກໍ​ໄດ້​ເຊື່ອຟັງ​ສຽງ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ ແລະ ຖ້ອຍ​ຄຳ​ຂອງ​ຜູ້ທຳນວາຍ​ຮັກກາຍ, ເພາະ​ວ່າ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ໄດ້​ສົ່ງ​ລາວ​ມາ ແລະ ປະຊາຊົນ​ກໍ​ຢຳເກງ​ພຣະເຈົ້າ​ຢາເວ.
13ແລ້ວ​ຮັກກາຍ​ທູດ​ຂອງ​ພຣະເຈົ້າ​ຢາເວ​ກໍ​ໄດ້​ແຈ້ງ​ຂໍ້ຄວາມ​ຂອງ​ພຣະເຈົ້າ​ຢາເວ​ໃຫ້​ແກ່​ປະຊາຊົນ​ວ່າ: “ເຮົາ​ຢູ່​ກັບ​ພວກເຈົ້າ”, ພຣະເຈົ້າ​ຢາເວ​ໄດ້​ປະກາດ​ດັ່ງນີ້. 14ດັ່ງນັ້ນ ພຣະເຈົ້າ​ຢາເວ​ໄດ້​ດົນໃຈ​ຂອງ​ເຊຣຸບບາເບນ​ຜູ້ວ່າການ​ຂອງ​ຢູດາ ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ເຊອານຕີເອນ ແລະ ດົນໃຈ​ຂອງ​ໂຢຊວຍ ຜູ້​ເປັນ​ມະຫາ​ປະໂລຫິດ ເຊິ່ງ​ເປັນ​ລູກຊາຍ​ຂອງ​ໂຢຊາດັກ ແລະ ຈິດໃຈ​ຂອງ​ປະຊາຊົນ​ທີ່​ເຫລືອ​ຢູ່​ທັງໝົດ. ພວກເຂົາ​ໄດ້​ພາກັນ​ມາ ແລະ ເລີ່ມ​ເຮັດ​ວຽກງານ​ໃນ​ການ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ພວກເຂົາ. 15ໃນ​ວັນ​ທີ​ຊາວສີ່​ຂອງ​ເດືອນ​ທີ​ຫົກ.
ສະຫງ່າລາສີ​ຕາມ​ສັນຍາ​ແຫ່ງ​ວິຫານ​ໃໝ່
ໃນ​ປີ​ທີ​ສອງ​ຂອງ​ກະສັດ​ດາຣິອຸດ.

اکنون انتخاب شده:

ຮັກກາຍ 1: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید