ຮັກກາຍ 2
2
1ໃນວັນທີຊາວເອັດເດືອນທີເຈັດ, ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາຜ່ານທາງຜູ້ທຳນວາຍຮັກກາຍວ່າ: 2“ຈົ່ງເວົ້າກັບເຊຣຸບບາເບນຜູ້ວ່າການຂອງຢູດາ ເຊິ່ງເປັນລູກຊາຍຂອງເຊອານຕີເອນ, ເວົ້າກັບໂຢຊວຍຜູ້ເປັນມະຫາປະໂລຫິດ ເຊິ່ງເປັນລູກຊາຍຂອງໂຢຊາດັກ ແລະ ປະຊາຊົນທີ່ເຫລືອຢູ່. ຈົ່ງຖາມພວກເຂົາວ່າ, 3‘ໃນພວກເຈົ້າຍັງເຫລືອຜູ້ໃດທີ່ເຄີຍເຫັນສະຫງ່າລາສີຂອງວິຫານນີ້ມາກ່ອນບໍ? ບັດນີ້ພວກເຈົ້າເຫັນເປັນຢ່າງໃດ? ເຫັນວ່າທຽບກັນບໍ່ໄດ້ເລີຍແມ່ນບໍ? 4ແຕ່ບັດນີ້ ຈົ່ງເຂັ້ມແຂງເຊຣຸບບາເບນ,’ ພຣະເຈົ້າຢາເວໄດ້ປະກາດວ່າ: ‘ຈົ່ງເຂັ້ມແຂງ ໂຢຊວຍ ຜູ້ເປັນປະໂລຫິດ ເຊິ່ງເປັນລູກຊາຍຂອງເຢຊາດັກ, ຈົ່ງເຂັ້ມແຂງ, ປະຊາຊົນທັງໝົດໃນດິນແດນນີ້’, ພຣະເຈົ້າຢາເວໄດ້ປະກາດດັ່ງນັ້ນ ‘ແລະ ຈົ່ງທຳງານ. ເພາະເຮົາຢູ່ກັບພວກເຈົ້າ’ ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ປະກາດດັ່ງນັ້ນ. 5‘ນີ້ຄືສິ່ງທີ່ເຮົາໄດ້ເຮັດພັນທະສັນຍາໄວ້ກັບພວກເຈົ້າເມື່ອພວກເຈົ້າອອກມາຈາກເອຢິບ ແລະ ພຣະວິນຍານຂອງເຮົາກໍຢູ່ທ່າມກາງພວກເຈົ້າ. ຢ່າຢ້ານເລີຍ’.
6“ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ກ່າວຄື: ‘ໃນອີກບໍ່ດົນ ເຮົາຈະສັ່ນຟ້າສະຫວັນ ແລະ ແຜ່ນດິນໂລກ, ທະເລ ແລະ ແຜ່ນດິນແຫ້ງອີກເທື່ອໜຶ່ງ. 7ເຮົາຈະສັ່ນປະຊາຊາດທັງໝົດ ແລະ ສິ່ງທີ່ປະຊາຊາດທັງໝົດປາຖະໜານັ້ນຈະມາ ແລະ ເຮົາຈະເຮັດເຕີມເຕັມວິຫານນີ້ດ້ວຍສະຫງ່າລາສີ’, ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນັ້ນ. 8ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ປະກາດວ່າ: ‘ເງິນເປັນຂອງເຮົາ ແລະ ຄຳກໍເປັນຂອງເຮົາ’. 9‘ສະຫງ່າລາສີຂອງວິຫານຫລັງປັດຈຸບັນນີ້ຈະຍິ່ງໃຫຍ່ກວ່າສະຫງ່າລາສີຂອງວິຫານເກົ່າ’, ພຣະເຈົ້າຢາເວ ຜູ້ມີລິດອຳນາດໄດ້ກ່າວດັ່ງນັ້ນ. ‘ແລະ ເຮົາຈະໃຫ້ສັນຕິສຸກແກ່ສະຖານທີ່ນີ້’, ພຣະເຈົ້າຢາເວ ຜູ້ມີລິດອຳນາດໄດ້ປະກາດດັ່ງນັ້ນ”,
ພຣະພອນສຳລັບຜູ້ທີ່ມີມົນທິນ
10ໃນວັນທີຊາວສີ່ເດືອນທີເກົ້າປີທີສອງຂອງດາຣິອຸດ, ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຜູ້ທຳນວາຍຮັກກາຍວ່າ: 11“ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ກ່າວວ່າ: ‘ຈົ່ງຖາມປະໂລຫິດວ່າກົດບັນຍັດໄດ້ກ່າວໄວ້ຢ່າງໃດ. 12ຖ້າຜູ້ໃດເອົາຊີ້ນທີ່ບໍລິສຸດແລ້ວໄປຫໍ່ໄວ້ໃນຜ້າຂອງຕົນ ແລ້ວຫໍ່ຊີ້ນນັ້ນໄປແຕະຕ້ອງຖືກເຂົ້າຈີ່ ຫລື ແກງ, ເຫລົ້າອະງຸ່ນ, ນ້ຳມັນໝາກກອກບາງສ່ວນ ຫລື ອາຫານອື່ນໆ, ອາຫານກັບເຄື່ອງດື່ມນັ້ນກໍຈະບໍລິສຸດໄປນຳບໍ?’ ”
ບັນດາປະໂລຫິດໄດ້ຕອບວ່າ, “ບໍ່”.
13ແລ້ວຮັກກາຍໄດ້ເວົ້າວ່າ, “ຖ້າຄົນໜຶ່ງເປັນມົນທິນເພາະໄປແຕະສົບຂອງຄົນຕາຍ ແລ້ວໄປແຕະຕ້ອງສິ່ງເຫລົ່ານີ້, ສິ່ງນັ້ນກໍຈະເປັນມົນທິນບໍ?”
ບັນດາປະໂລຫິດໄດ້ຕອບວ່າ, “ສິ່ງນັ້ນຈະເປັນມົນທິນ”,
14ດັ່ງນັ້ນ ຮັກກາຍຈຶ່ງເວົ້າວ່າ, “ພຣະເຈົ້າຢາເວໄດ້ປະກາດດັ່ງນີ້ວ່າ: ‘ປະຊາຊົນນີ້ ແລະ ປະຊາຊາດນີ້ກໍເປັນເຊັ່ນນັ້ນໃນສາຍຕາຂອງເຮົາ. ບໍ່ວ່າພວກເຂົາຈະເຮັດສິ່ງໃດ ຫລື ບໍ່ວ່າພວກເຂົາຈະຖວາຍສິ່ງໃດ ກໍລ້ວນແຕ່ເປັນມົນທິນ.
15“ ‘ບັດນີ້ ຈົ່ງຄິດໃຫ້ດີກ່ຽວກັບເລື່ອງນີ້ ນັບຕັ້ງແຕ່ວັນນີ້ໄປ#2:15 ຫລື ວັນທີ່ຜ່ານມາ ຈົ່ງພິຈາລະນາວ່າສິ່ງຕ່າງໆນັ້ນເປັນຢ່າງໃດ ກ່ອນທີ່ຈະວາງສີລາກ້ອນໜຶ່ງທັບເທິງອີກກ້ອນໜຶ່ງຂອງວິຫານຂອງພຣະເຈົ້າຢາເວ. 16ເມື່ອຜູ້ໃດໄປທີ່ກອງເຂົ້າ ໂດຍຫວັງວ່າຈະໄດ້ເຂົ້າຊາວຖັງ ແຕ່ມີພຽງສິບຖັງເທົ່ານັ້ນ. ເມື່ອຜູ້ໃດມາທີ່ຖັງເກັບເຫລົ້າອະງຸ່ນເພື່ອຕັກເອົາຫ້າສິບຖັງ ແຕ່ກໍມີພຽງຊາວຖັງເທົ່ານັ້ນ. 17ເຮົາໄດ້ທຳລາຍຜົນງານທີ່ພວກເຈົ້າລົງມືເຮັດທັງໝົດດ້ວຍການທຳລາຍ, ເຊື້ອລາ ແລະ ໝາກເຫັບ ເຖິງປານນັ້ນພວກເຈົ້າກໍຍັງບໍ່ຍອມກັບຄືນມາຫາເຮົາ’, ພຣະເຈົ້າຢາເວໄດ້ປະກາດດັ່ງນັ້ນ. 18‘ນັບຕັ້ງແຕ່ວັນນີ້ເປັນຕົ້ນໄປ ນັບຕັ້ງແຕ່ວັນທີຊາວສີ່ເດືອນທີເກົ້າ, ຈົ່ງຄິດເຖິງວັນທີ່ໄດ້ວາງຮາກຖານຂອງວິຫານຂອງພຣະເຈົ້າຢາເວໃຫ້ດີ. ຈົ່ງຄິດໃຫ້ດີວ່າ: 19ຍັງມີເມັດພືດໃດເຫລືອຢູ່ໃນເລົ້າບໍ? ຈົນເຖິງບັດນີ້, ເຄືອອະງຸ່ນ ແລະ ຕົ້ນໝາກເດື່ອ, ຕົ້ນໝາກພິລາ ແລະ ຕົ້ນໝາກກອກກໍຍັງບໍ່ເກີດໝາກເລີຍ.
“ ‘ນັບຕັ້ງແຕ່ວັນນີ້ໄປເຮົາຈະອວຍພອນພວກເຈົ້າ’ ”.
ເຊຣຸບບາເບນເປັນແຫວນຕາຂອງພຣະເຈົ້າຢາເວ
20ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຮັກກາຍເປັນຄັ້ງທີສອງ ໃນວັນທີຊາວສີ່ຂອງເດືອນນັ້ນວ່າ: 21“ຈົ່ງບອກເຊຣຸບບາເບນ ຜູ້ວ່າການຂອງຢູດາວ່າເຮົາຈະສັ່ນຟ້າສະຫວັນ ແລະ ແຜ່ນດິນໂລກ. 22ເຮົາຈະໂຄ່ນລົ້ມບັນລັງຕ່າງໆ ແລະ ທຳລາຍອຳນາດຂອງບັນດາອານາຈັກຂອງຕ່າງປະເທດ. ເຮົາຈະຂ້ວມລົດມ້າ ແລະ ຄົນຂັບຂອງພວກເຂົາ; ມ້າ ແລະ ຄົນຂີ່ມ້າຂອງພວກເຂົາຈະລົ້ມລົງ, ລ້ວນແຕ່ລົ້ມລົງດ້ວຍດາບຂອງພີ່ນ້ອງຂອງພວກເຂົາ”.
23“ພຣະເຈົ້າຢາເວ ຜູ້ມີລິດອຳນາດໄດ້ປະກາດວ່າ, ‘ໃນວັນນັ້ນເຮົາຈະຮັບເຈົ້າ, ເຊຣຸບບາເບນຜູ້ຮັບໃຊ້ຂອງເຮົາ ຜູ້ເປັນລູກຊາຍຂອງເຊອານຕີເອນ’. ພຣະເຈົ້າຢາເວໄດ້ປະກາດດັ່ງນັ້ນ, ‘ແລະ ເຮົາຈະເຮັດໃຫ້ເຈົ້າເປັນດັ່ງແຫວນຕາຂອງເຮົາ, ເພາະເຮົາໄດ້ເລືອກເຈົ້າໄວ້’, ພຣະເຈົ້າຢາເວຜູ້ມີລິດອຳນາດໄດ້ປະກາດດັ່ງນັ້ນ”.
اکنون انتخاب شده:
ຮັກກາຍ 2: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: