ຮາບາກຸກ 1

1
1ຄຳ​ທຳນວາຍ​ທີ່​ຜູ້ທຳນວາຍ​ຮາບາກຸກ​ໄດ້​ຮັບ.
ຄຳ​ຮ້ອງທຸກ​ຂອງ​ຮາບາກຸກ
2ຂ້າ​ແດ່​ພຣະເຈົ້າ​ຢາເວ, ຂ້ານ້ອຍ​ຈະ​ຕ້ອງ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫລືອ​ອີກ​ດົນ​ປານ​ໃດ,
ແຕ່​ພຣະອົງ​ບໍ່​ຮັບ​ຟັງ?
ຫລື ຕ້ອງ​ຮ້ອງ​ຂໍ​ຕໍ່​ພຣະອົງ​ວ່າ, “ໂຫດຮ້າຍ!”
ແຕ່​ພຣະອົງ​ບໍ່​ມາ​ຊ່ວຍ?
3ດ້ວຍ​ເຫດ​ໃດ​ພຣະອົງ​ຈຶ່ງ​ເຮັດ​ໃຫ້​ຂ້ານ້ອຍ​ເບິ່ງ​ຄວາມ​ບໍ່​ຍຸຕິທຳ?
ດ້ວຍ​ເຫດ​ໃດ​ພຣະອົງ​ຈຶ່ງ​ອົດກັ້ນ​ຕໍ່​ການ​ກະທຳ​ຜິດ?
ການ​ທຳລາຍ ແລະ ຄວາມ​ຮຸນແຮງ​ຢູ່​ຕໍ່ໜ້າ​ຂ້ານ້ອຍ;
ມີ​ການ​ຕໍ່ສູ້ ແລະ ຂັດແຍ່ງ​ກັນ​ຢ່າງ​ຫລວງຫລາຍ.
4ເຫດສະນັ້ນ ກົດໝາຍ​ຈຶ່ງ​ເປັນ​ອຳມະພາດ
ແລະ ຄວາມ​ຍຸຕິທຳ​ຈຶ່ງ​ບໍ່​ປາກົດ
ຄົນ​ຊົ່ວຮ້າຍ​ອ້ອມ​ຮອບ​ຄົນຊອບທຳ,
ຈົນ​ຄວາມ​ຍຸຕິທຳ​ຖືກ​ບິດເບືອນ​ໄປ.
ຄຳ​ຕອບ​ຂອງ​ພຣະເຈົ້າຢາເວ
5ພຣະເຈົ້າ​ກ່າວ​ວ່າ: “ຈົ່ງ​ເບິ່ງ
ແລະ ຄອຍ​ເຝົ້າ​ເບິ່ງ​ຊົນຊາດ​ຕ່າງໆ.
ແລ້ວ​ຈົ່ງ​ປະຫລາດໃຈ​ທີ່ສຸດ​ເພາະ​ເຮົາ​ກຳລັງ​ຈະ​ເຮັດ​ບາງ​ສິ່ງ​ໃນ​ຍຸກ​ຂອງ​ເຈົ້າ
ເຈົ້າ​ກໍ​ຈະ​ບໍ່​ເຊື່ອ,
ເຖິງ​ແມ່ນ​ວ່າ​ມີ​ຜູ້​ໃດ​ບອກ.
6ເຮົາ​ກຳລັງ​ຈະ​ໃຫ້​ຊາວ​ບາບີໂລນ#1:6 ຫລື ຊາວ​ຄານເດອາ​ມີ​ອຳນາດ​ຂຶ້ນ​ມາ,
ພວກເຂົາ​ເປັນ​ຊົນຊາດ​ທີ່​ໂຫດຮ້າຍ ແລະ ໃຈ​ຮ້ອນ
ເຊິ່ງ​ເຄື່ອນ​ທັບ​ໄປ​ທົ່ວ​ແຜ່ນດິນໂລກ
ເພື່ອ​ຢຶດຄອງ​ບ່ອນ​ຢູ່​ທີ່​ບໍ່​ແມ່ນ​ຂອງ​ຕົນ.
7ພວກເຂົາ​ເປັນ​ຊົນຊາດ​ທີ່​ໜ້າ​ຢຳເກງ ແລະ ໜ້າ​ຢ້ານກົວ;
ພວກເຂົາ​ຖື​ເອົາ​ຕົນ​ເອງ​ເປັນ​ກົດໝາຍ
ແລະ ສະແຫວງ​ຫາ​ກຽດຕິຍົດ​ໃຫ້​ຕົນ​ເອງ.
8ບັນດາ​ມ້າ​ຂອງ​ພວກເຂົາ​ແລ່ນ​ໄວ​ກວ່າ​ເສືອດາວ,
ໂຫດຮ້າຍ​ກວ່າ​ໝາປ່າ​ໃນ​ເວລາ​ຄ່ຳ
ກອງ​ທະຫານ​ມ້າ​ຂອງ​ພວກເຂົາ​ຂີ່​ມ້າ​ຢ່າງ​ວ່ອງໄວ;
ທະຫານມ້າ​ຂອງ​ພວກເຂົາ​ມາ​ຈາກ​ແດນ​ໄກ.
ພວກເຂົາ​ບິນ​ມາ​ດັ່ງ​ນົກອິນຊີ​ເຈີດ​ລົງ​ຄຸບ​ເຫຍື່ອ;
9ພວກເຂົາ​ທຸກຄົນ​ມີ​ເຈດຕະນາ​ທີ່​ຈະ​ໃຊ້​ຄວາມ​ຮຸນແຮງ.
ຝູງ​ຊົນ#1:9 ໃນ​ພາສາ​ເຮັບເຣີ​ຄຳ​ນີ້ ມີ​ຄວາມຫມາຍ​ບໍ່​ຊັດເຈນ​ຂອງ​ພວກເຂົາ​ບຸກ​ເຂົ້າ​ມາ​ເໝືອນ​ລົມ​ທະເລຊາຍ
ແລະ ກວາດ​ຕ້ອນ​ນັກໂທດ​ໄປ​ເໝືອນ​ເມັດ​ຊາຍ
10ພວກເຂົາ​ເຢາະເຢີ້ຍ​ບັນດາ​ກະສັດ
ແລະ ດູຖູກ​ບັນດາ​ຜູ້​ປົກຄອງ.
ພວກເຂົາ​ຫົວ​ເຢາະເຢີ້ຍ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ທັງໝົດ;
ໂດຍ​ກອງ​ດິນ​ຂຶ້ນ​ສູງ​ຊັນ ແລະ ເຂົ້າ​ຢຶດ​ເມືອງ​ເຫລົ່ານັ້ນ.
11ແລ້ວ​ພວກເຂົາ​ກໍ​ກວດ​ທັບ​ໄປ​ຢ່າງ​ວ່ອງໄວ​ເໝືອນ​ລົມ ແລະ ມຸ່ງໜ້າ​ຕໍ່​ໄປ
ພວກເຂົາ​ເປັນ​ຄົນ​ຜິດ ທີ່​ຖື​ເອົາ​ພາລະ​ກຳລັງ​ຂອງ​ຕົນ​ເອງ​ເປັນ​ເທບພະເຈົ້າ​ຂອງ​ຕົນ”.
ຄຳ​ຮ້ອງທຸກ​ເທື່ອ​ທີ​ສອງ​ຂອງ​ຮາບາກຸກ
12ຂ້າ​ແດ່​ພຣະເຈົ້າ​ຢາເວ, ພຣະອົງ​ດຳລົງ​ຢູ່​ນິລັນດອນ​ບໍ່ແມ່ນ​ບໍ?
ຂ້າ​ແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ, ອົງ​ບໍລິສຸດ​ຂອງ​ຂ້ານ້ອຍ, ພວກຂ້ານ້ອຍ​ທັງຫລາຍ​ຈະ​ບໍ່​ຕາຍ.
ພຣະເຈົ້າ​ຢາເວ ພຣະອົງ​ໄດ້​ແຕ່ງຕັ້ງ​ພວກເຂົາ​ໃຫ້​ດຳເນີນ​ການ​ຕາມ​ຄຳ​ພິພາກສາ;
ສີລາ​ຂອງ​ຂ້ານ້ອຍ, ພຣະອົງ​ໄດ້​ບັນຊາ​ໃຫ້​ພວກເຂົາ​ມາ​ລົງໂທດ.
13ຕາ​ຂອງ​ພຣະອົງ​ບໍລິສຸດ​ເກີນ​ກວ່າ​ຈະ​ເບິ່ງ​ຄວາມ​ຊົ່ວຮ້າຍ;
ພຣະອົງ​ບໍ່​ສາມາດ​ທົນ​ຕໍ່​ການ​ກະທຳ​ຜິດ​ໄດ້.
ດ້ວຍ​ເຫດ​ໃດ​ພຣະອົງ​ຈຶ່ງ​ທົນ​ຕໍ່​ຄົນ​ທໍລະຍົດ?
ດ້ວຍ​ເຫດ​ໃດ​ພຣະອົງ​ຈຶ່ງ​ງຽບ​ຢູ່​ໃນ​ຂະນະ​ທີ່​ຄົນ​ຊົ່ວຮ້າຍ
ກືນ​ກິນ​ບັນດາ​ຄົນ​ທີ່​ຊອບທຳ​ກວ່າ​ພວກເຂົາ​ເອງ?
14ພຣະອົງ​ເຮັດ​ໃຫ້​ມະນຸດ​ເປັນ​ເໝືອນ​ປາ​ໃນ​ທະເລ,
ເໝືອນ​ບັນດາ​ສັດ​ໃນ​ທະເລ​ທີ່​ບໍ່​ມີ​ຜູ້ໃດ​ປົກຄອງ.
15ສັດຕູ​ຜູ້​ຊົ່ວ​ຮ້າຍ​ໄດ້​ດຶງ​ພວກເຂົາ​ທັງໝົດ​ຂຶ້ນ​ມາ​ດ້ວຍ​ເບັດ,
ລາວ​ຈັບ​ພວກເຂົາ​ດ້ວຍ​ແຫ​ຂອງ​ລາວ,
ລາວ​ໄດ້​ຮວບຮວມ​ພວກເຂົາ​ຂຶ້ນ​ມາ​ດ້ວຍ​ມອງ​ຂອງ​ຕົນ,
ແລ້ວ​ລາວ​ຈຶ່ງ​ຊື່ນຊົມຍິນດີ ແລະ ດີໃຈ.
16ເຫດສະນັ້ນ ລາວ​ຈຶ່ງ​ຖວາຍ​ເຄື່ອງ​ບູຊາ​ແກ່​ແຫ​ຂອງ​ຕົນ
ແລະ ເຜົາ​ເຄື່ອງຫອມ​ແກ່​ມອງ​ຂອງ​ຕົນ,
ເພາະ​ແຫ​ຂອງ​ລາວ​ເຮັດ​ໃຫ້​ລາວ​ດຳລົງ​ຊີວິດ​ຢູ່​ໄດ້​ຢ່າງ​ຟູມເຟືອຍ
ແລະ ເພີດເພີນ​ກັບ​ອາຫານ​ທີ່​ເລືອກ​ມາ​ແລ້ວ​ຢ່າງ​ດີ.
17ລາວ​ຈະ​ແກະ​ສິ່ງ​ທີ່​ຈັບ​ໄດ້​ອອກ​ມາ​ຈາກ​ແຫ​ຂອງ​ລາວ,
ທຳລາຍ​ຊົນຊາດ​ຕ່າງ​ໆ​ຢ່າງ​ບໍ່​ມີ​ຄວາມ​ເມດຕາ​ຕໍ່​ໄປ​ບໍ?

اکنون انتخاب شده:

ຮາບາກຸກ 1: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید