ຮາບາກຸກ 2

2
1ຂ້ານ້ອຍ​ຈະ​ຢືນ​ເຝົ້າ​ເບິ່ງ
ແລະ ຂ້ານ້ອຍ​ຈະ​ປະຈຳການ​ຢູ່​ເທິງ​ຫໍຄອຍ;
ຂ້ານ້ອຍ​ຈະ​ເຝົ້າ​ເບິ່ງ​ວ່າ​ພຣະອົງ​ຈະ​ເວົ້າ​ສິ່ງ​ໃດ​ກັບ​ຂ້ານ້ອຍ,
ແລະ ຂ້ານ້ອຍ​ຈະ​ຕອບ​ຄຳ​ຮ້ອງທຸກ​ນີ້​ຢ່າງໃດ.#2:1 ຫລື ແລະ ຈະ​ຕອບ​ຢ່າງ​ໃດ ເມື່ອ​ຂ້ານ້ອຍ​ຖືກ​ຕຳໜິ
ຄຳ​ຕອບ​ຂອງ​ພຣະເຈົ້າ​ຢາເວ
2ແລ້ວ​ພຣະເຈົ້າ​ຢາເວ​ກໍ​ໄດ້​ຕອບ​ວ່າ:
“ຈົ່ງ​ຂຽນ​ສິ່ງ​ທີ່​ໄດ້​ເປີດເຜີຍ
ແລະ ໃຫ້​ເຫັນ​ຊັດເຈນ​ເທິງ​ແຜ່ນ​ຈາລຶກ
ເພື່ອ​ວ່າ​ທຸກ​ຄົນ​ທີ່​ອ່ານ​ຈະ​ເຂົ້າໃຈ​ໄດ້​ທັນທີ.#2:2 ຫລື ເພື່ອ​ວ່າ​ຜູ້​ທີ່​ນຳ​ສານ​ນັ້ນ​ຈະ​ໄດ້​ເອົາ​ແລ້ວ​ແລ່ນ​ໄປ
3ເພາະ​ສິ່ງ​ທີ່​ຈະ​ເປີດເຜີຍ​ນັ້ນ​ແມ່ນ​ຍັງ​ລໍຖ້າ​ເວລາ​ທີ່​ກຳນົດ​ໄວ້​ຢູ່;
ເປັນ​ເລື່ອງ​ວາລະ​ສຸດທ້າຍ
ແລະ ຈະ​ພິສູດ​ໄດ້​ວ່າ​ບໍ່​ແມ່ນ​ເລື່ອງ​ບໍ່​ຈິງ
ເຖິງ​ແມ່ນ​ວ່າ​ຈະ​ຊ້າ​ຢູ່, ກໍ​ຈົ່ງ​ອົດ​ໃຈ​ລໍຖ້າ;
ມັນ​ຈະ​ມາ​ເຖິງ​ຢ່າງ​ແນ່ນອນ#2:3 ຫລື ເຖິງ​ແມ່ນ​ວ່າ​ພຣະອົງ​ຈະ​ຊ້າ​ຢູ່ ກໍ​ຈົ່ງ​ອົດໃຈ​ລໍຖ້າ ພຣະອົງ​ຈະ​ມາ​ເຖິງ​ຢ່າງ​ແນ່ນອນ ແລະ ຈະ​ບໍ່​ຊັກຊ້າ
ແລະ ຈະ​ບໍ່​ຊັກຊ້າ.
4“ເບິ່ງ​ແມ, ສັດຕູ​ໄດ້​ຈອງຫອງ​ຂຶ້ນ;
ຄວາມ​ປາຖະໜາ​ຂອງ​ລາວ​ແມ່ນ​ບໍ່​ຖືກຕ້ອງ
ແຕ່​ຄົນ​ຊອບທຳ​ຈະ​ດຳເນີນຊີວິດ​ດ້ວຍ​ຄວາມ​ຊື່ສັດ#2:4 ຫລື ຄວາມເຊື່ອ​ຂອງ​ພຣະອົງ
5ຄວາມຈິງ​ແລ້ວ, ເຫລົ້າອະງຸ່ນ​ໄດ້​ທໍລະຍົດ​ລາວ;
ລາວ​ຈອງຫອງ ແລະ ບໍ່​ເຄີຍ​ພັກ​ສະຫງົບ.
ເພາະ​ລາວ​ໂລບ​ເໝືອນ​ຂຸມ​ຝັງ​ສົບ
ແລະ ເໝືອນ​ຄວາມ​ຕາຍ​ທີ່​ບໍ່​ເຄີຍ​ອິ່ມ
ລາວ​ຮວບຮວມ​ປະຊາຊາດ​ທັງໝົດ​ມາ​ເປັນ​ຂອງ​ຕົນ
ແລະ ຈັບ​ທຸກ​ຄົນ​ມາ​ເປັນ​ຊະເລີຍ.
6“ທຸກຄົນ​ຈະ​ຫຍໍ້ຫຍັນ​ລາວ​ດ້ວຍ​ຄຳ​ເຢາະເຢີ້ຍ ແລະ ດູຖູກ​ບໍ່​ແມ່ນ​ບໍ​ວ່າ,
“ ‘ວິບັດ​ແກ່​ລາວ​ຜູ້​ທີ່​ເອົາ​ຂອງ​ທີ່​ລັກ​ມາ​ສະສົມ​ໄວ້
ແລະ ເຮັດ​ໃຫ້​ຕົນ​ເອງ​ຮັ່ງມີ​ໂດຍ​ການ​ຂົ່ມຂູ່!
ສິ່ງ​ນີ້​ຈະ​ຕ້ອງ​ດຳເນີນ​ໄປ​ອີກ​ດົນ​ເທົ່າໃດ?’
7ເຈົ້າ​ໜີ້​ຂອງ​ເຈົ້າ​ຈະ​ບໍ່​ລຸກ​ຮື້​ຂຶ້ນ​ໃນ​ທັນທີ​ທັນໃດ​ບໍ?
ພວກເຂົາ​ຈະ​ບໍ່​ຕື່ນ​ຂຶ້ນ ແລະ ເຮັດ​ໃຫ້​ເຈົ້າ​ໂຕ​ສັ່ນ​ສະທ້ານ​ບໍ?
ແລ້ວ​ເຈົ້າ​ກໍ​ຈະ​ຕົກ​ເປັນ​ເຫຍື່ອ​ຂອງ​ພວກເຂົາ.
8ເພາະ​ເຈົ້າ​ໄດ້​ປຸ້ນ​ມາ​ຫລາຍ​ຊົນຊາດ​ແລ້ວ,
ຄົນ​ທັງຫລາຍ​ທີ່​ເຫລືອ​ຢູ່​ນັ້ນ​ຈະ​ປຸ້ນ​ເຈົ້າ.
ເພາະ​ເຈົ້າ​ເຮັດ​ໃຫ້​ຄົນ​ຕ້ອງ​ນອງ​ເລືອດ;
ເຈົ້າ​ໄດ້​ທຳລາຍ​ດິນແດນ ແລະ ເມືອງ​ຕ່າງ​ໆ ແລະ ພວກເຂົາ​ທຸກຄົນ.
9“ວິບັດ​ແກ່​ລາວ​ຜູ້​ທີ່​ສ້າງ​ເຮືອນ​ຂອງ​ຕົນ​ດ້ວຍ​ສິ່ງ​ທີ່​ໄດ້​ມາ​ຢ່າງ​ບໍ່​ຍຸຕິທຳ.
ເພື່ອ​ສ້າງ​ຮັງ​ຂອງ​ຕົນ​ໄວ້​ເທິງ​ທີ່​ສູງ
ເພື່ອ​ໜີ​ຈາກ​ເງື່ອມມື​ແຫ່ງ​ຄວາມ​ຈິບຫາຍ!
10ເຈົ້າ​ໄດ້​ວາງ​ແຜນ​ໃຫ້​ຫລາຍ​ຊົນຊາດ​ຖືກ​ທຳລາຍ,
ສ້າງ​ຄວາມ​ອັບອາຍ​ໃຫ້​ແກ່​ເຮືອນ​ຂອງ​ເຈົ້າ​ເອງ ແລະ ເຮັດ​ໃຫ້​ຊີວິດ​ຂອງ​ຕົນ​ເອງ​ຕ້ອງ​ເສຍ​ໄປ.
11ກ້ອນ​ຫີນ​ທີ່​ຝາ​ຈະ​ສົ່ງ​ສຽງ​ຮ້ອງ,
ແລະ ໄມ້​ຂື່​ໄມ້​ຄານ​ທັງຫລາຍ​ກໍ​ຈະ​ສົ່ງ​ສຽງ​ສະທ້ອນ.
12“ວິບັດ​ແກ່​ລາວ​ຜູ້​ທີ່​ສ້າງ​ນະຄອນ​ດ້ວຍ​ການ​ນອງ​ເລືອດ
ແລະ ຕັ້ງ​ເມືອງ​ດ້ວຍ​ຄວາມ​ບໍ່​ຍຸດຕິທຳ!
13ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ກຳນົດ​ໄວ້​ແລ້ວ
ວ່າ​ແຮງງານ​ຂອງ​ຄົນ​ທັງຫລາຍ​ນັ້ນ​ກໍ​ເປັນ​ພຽງ​ເຊື້ອໄຟ​ສຳລັບ​ໄຟ​ເທົ່ານັ້ນ,
ບັນດາ​ຊົນຊາດ​ທັງຫລາຍ​ນັ້ນ​ກໍ​ອິດເມື່ອຍ​ລ້າ​ໆ​ບໍ່​ແມ່ນ​ບໍ?
14ເພາະ​ໂລກ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ເຖິງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ
ເໝືອນດັ່ງ​ນໍ້າ​ທັງຫລາຍ​ທີ່​ກວມ​ທະເລ.
15“ວິບັດ​ແກ່​ລາວ​ຜູ້​ທີ່​ເອົາ​ເຄື່ອງດື່ມ​ໃຫ້​ບັນດາ​ເພື່ອນບ້ານ​ຂອງ​ຕົນ,
ຖອກ​ເຄື່ອງດື່ມ​ນັ້ນ​ອອກ​ຈາກ​ຖົງ​ເຫລົ້າອະງຸ່ນ​ຈົນ​ພວກເຂົາ​ເມົາ,
ເພື່ອ​ວ່າ​ລາວ​ຈະ​ໄດ້​ຈ້ອງ​ເບິ່ງ​ຮ່າງກາຍ​ທີ່​ເປືອຍກາຍ​ຂອງ​ພວກເຂົາ!
16ເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ອັບອາຍ​ແທນ​ທີ່​ຈະ​ໄດ້​ສະຫງ່າລາສີ.
ບັດນີ້ ເຖິງ​ທີ​ຂອງ​ເຈົ້າ​ແລ້ວ! ຈົ່ງ​ດື່ມ ແລະ ໃຫ້​ຄວາມ​ເປືອຍກາຍ​ຂອງ​ເຈົ້າ​ຖືກ​ເປີດເຜີຍ#2:16 ຫລື ແລະ ເຊ​ໄປ​ມາ!
ຈອກ​ຈາກ​ມື​ຂວາ​ຂອງ​ພຣະເຈົ້າ​ຢາເວ​ກຳລັງ​ວຽນ​ມາ​ຮອດ​ເຈົ້າ​ແລ້ວ,
ແລ້ວ​ຄວາມ​ອັບອາຍ​ຈະ​ປົກ​ບັງ​ສະຫງ່າລາສີ​ຂອງ​ເຈົ້າ,
17ຄວາມ​ຮຸນແຮງ​ທີ່​ເຈົ້າ​ເຮັດ​ໄວ້​ກັບ​ເລບານອນ​ຈະ​ຄອບງຳ​ເຈົ້າ,
ແລະ ການ​ທີ່​ເຈົ້າ​ທຳລາຍ​ສັດ​ທັງຫລາຍ​ຈະ​ເຮັດ​ໃຫ້​ເຈົ້າ​ຢ້ານກົວ.
ເພາະ​ເຈົ້າ​ເຮັດ​ໃຫ້​ຄົນ​ຕ້ອງ​ນອງ​ເລືອດ;
ເຈົ້າ​ໄດ້​ທຳລາຍ​ດິນແດນ ແລະ ເມືອງ​ຕ່າງ​ໆ ແລະ ພວກເຂົາ​ທຸກຄົນ.
18“ຮູບເຄົາລົບ​ມີ​ຄຸນຄ່າ​ຫຍັງ​ໃນ​ເມື່ອ​ມະນຸດ​ເປັນ​ຜູ້​ແກະສະຫລັກ​ມັນ​ຂຶ້ນ​ມາ?
ຫລື ຮູບ​ທີ່​ສອນ​ຄວາມ​ຕົວະ​ນັ້ນ​ມີ​ຄຸນຄ່າ​ຫຍັງ?
ເພາະ​ຜູ້​ທີ່​ສ້າງ​ຮູບ​ນັ້ນ​ຂຶ້ນ​ກໍ​ວາງໃຈ​ໃນ​ສິ່ງ​ທີ່​ຕົນ​ສ້າງ;
ລາວ​ສ້າງ​ຮູບເຄົາລົບ​ທີ່​ເວົ້າ​ບໍ່​ໄດ້.
19ວິບັດ​ແກ່​ລາວ​ຜູ້​ທີ່​ເວົ້າ​ກັບ​ໄມ້​ວ່າ ‘ຈົ່ງ​ມີ​ຊີວິດ​ຂຶ້ນ​ມາ!’
ຫລື ເວົ້າ​ກັບ​ກ້ອນ​ຫີນ​ທີ່​ບໍ່​ມີ​ຊີວິດ​ນັ້ນ​ວ່າ, ‘ຈົ່ງ​ຕື່ນ​ຂຶ້ນ​ມາ!’
ມັນ​ຈະ​ໃຫ້​ຄຳ​ແນະນຳ​ໄດ້​ບໍ?
ມັນ​ໂອບ​ດ້ວຍ​ຄຳ ແລະ ເງິນ;
ມັນ​ບໍ່​ມີ​ລົມຫາຍໃຈ​ຢູ່​ພາຍ​ໃນ”.
20ແຕ່​ພຣະເຈົ້າ​ຢາເວ​ແມ່ນ​ຢູ່​ໃນ​ວິຫານ​ສັກສິດ​ຂອງ​ພຣະອົງ;
ໃຫ້​ທັງ​ໂລກ​ຈົ່ງ​ມິດງຽບ​ຢູ່​ຕໍ່ໜ້າ​ພຣະອົງ.

اکنون انتخاب شده:

ຮາບາກຸກ 2: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید