ປະຖົມມະການ 1

1
ປະຖົມມະການ
1ໃນ​ປະຖົມມະການ ພຣະເຈົ້າ​ໄດ້​ສ້າງ​ຟ້າສະຫວັນ ແລະ ໂລກ. 2ໃນ​ຂະນະ​ນັ້ນ ໂລກ​ຍັງ​ບໍ່​ທັນ​ມີ​ຮູບຮ່າງ ແລະ ຫວ່າງເປົ່າ​ຢູ່, ຄວາມມືດ​ໄດ້​ປົກຄຸມ​ຢູ່​ເໜືອ​ໜ້າ​ນ້ຳ​ເລິກ ແລະ ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ເຄື່ອນໄຫວ​ຢູ່​ເໜືອ​ນ້ຳ​ນັ້ນ.
3ແລະ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ເກີດ​ຄວາມ​ສະຫວ່າງ,” ແລະ ຄວາມ​ສະຫວ່າງ​ກໍ​ເກີດ​ຂຶ້ນ. 4ພຣະເຈົ້າ​ໄດ້​ເຫັນ​ວ່າ​ຄວາມ​ສະຫວ່າງ​ນັ້ນ​ວ່າ​ດີ ແລະ ພຣະອົງ​ໄດ້​ແຍກ​ຄວາມ​ສະຫວ່າງ​ອອກ​ຈາກ​ຄວາມມືດ. 5ພຣະເຈົ້າ​ໄດ້​ເອີ້ນ​ຄວາມສະຫວ່າງ​ວ່າ, “ກາງເວັນ,” ແລ້ວ​ເອີ້ນ​ຄວາມມືດ​ວ່າ, “ກາງຄືນ”. ແລ້ວ​ກໍ​ມີ​ຕອນຄ່ຳ ແລະ ມີ​ຕອນເຊົ້າ ນີ້​ແມ່ນ​ມື້​ທີ​ໜຶ່ງ.
6ແລະ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ເກີດ​ຟ້າ​ກັ້ນ​ລະຫວ່າງ​ນ້ຳ​ເພື່ອ​ແຍກ​ນ້ຳ​ອອກ​ຈາກ​ກັນ”. 7ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ສ້າງ​ຟ້າ​ຂຶ້ນ ແລະ ແຍກ​ນ້ຳ​ອອກ​ຈາກ​ກັນ​ເປັນ​ສ່ວນ​ເທິງ ແລະ ສ່ວນ​ລຸ່ມ. ແລ້ວ​ກໍ​ເປັນ​ໄປ​ຕາມ​ນັ້ນ. 8ພຣະເຈົ້າ​ເອີ້ນ​ຟ້າ​ນັ້ນ​ວ່າ, “ທ້ອງຟ້າ”. ແລ້ວ​ກໍ​ມີ​ເວລາ​ຄ່ຳ ແລະ ມີ​ເວລາ​ເຊົ້າ ນີ້​ແມ່ນ​ມື້​ທີ​ສອງ.
9ແລະ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ໃຫ້​ນ້ຳ​ທີ່​ຢູ່​ລຸ່ມ​ທ້ອງຟ້າ​ຮວມ​ເຂົ້າ​ກັນ​ໃນ​ບ່ອນ​ດຽວ ແລະ ບ່ອນແຫ້ງ​ຈົ່ງ​ປາກົດ​ຂຶ້ນ”. ແລ້ວ​ກໍ​ເປັນ​ໄປ​ຕາມ​ນັ້ນ. 10ພຣະເຈົ້າ​ເອີ້ນ​ບ່ອນ​ທີ່​ແຫ້ງ​ນັ້ນ​ວ່າ, “ແຜ່ນດິນ” ແລະ ເອີ້ນ​ນ້ຳ​ທີ່​ລວມ​ເຂົ້າ​ກັນ​ນັ້ນ​ວ່າ, “ທະເລ”. ແລະ ພຣະເຈົ້າ​ເຫັນ​ສິ່ງ​ນັ້ນ​ວ່າ​ດີ.
11ແລ້ວ​ພຣະເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ໃຫ້​ແຜ່ນດິນ​ເກີດ​ພືດ​ເຊັ່ນ: ພືດ​ຕ່າງໆ​ທີ່​ໃຫ້​ເມັດ ແລະ ຕົ້ນໄມ້​ຢູ່​ເທິງ​ແຜ່ນດິນ​ທີ່​ມີ​ແກ່ນ​ໃນ​ໝາກ​ຂອງ​ມັນ ຕາມ​ຊະນິດ​ຕ່າງໆ​ຂອງ​ມັນ”. ແລ້ວ​ກໍ​ເປັນ​ໄປ​ຕາມ​ນັ້ນ. 12ແຜ່ນດິນ​ກໍ​ເກີດ​ພືດ​ຄື: ພືດ​ຕ່າງໆ​ທີ່​ໃຫ້​ເມັດ​ຕາມ​ຊະນິດ​ຂອງ​ມັນ ແລະ ຕົ້ນໄມ້​ທີ່​ເກີດ​ໝາກ​ພ້ອມ​ກັບ​ເມັດ​ທີ່​ຢູ່​ໃນ​ໝາກ​ນັ້ນ ຕາມ​ຊະນິດ​ຕ່າງໆ​ຂອງ​ມັນ. ແລ້ວ​ພຣະເຈົ້າ​ກໍ​ເຫັນ​ສິ່ງ​ນັ້ນ​ວ່າ​ດີ. 13ແລ້ວ​ກໍ​ມີ​ເວລາ​ຄ່ຳ ແລະ ມີ​ເວລາ​ເຊົ້າ ນີ້​ແມ່ນ​ມື້​ທີ​ສາມ.
14ແລະ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ເກີດ​ດວງ​ສະຫວ່າງ​ຕ່າງໆ​ຂຶ້ນ​ໃນ​ແຜ່ນ​ຟ້າ​ຂອງ​ທ້ອງຟ້າ​ເພື່ອ​ແຍກ​ກາງເວັນ​ອອກ​ຈາກ​ກາງຄືນ ແລະ ໃຫ້​ເປັນ​ເຄື່ອງໝາຍ​ບອກ​ລະດູ, ບອກ​ວັນ ແລະ ບອກ​ປີ, 15ແລ້ວ​ໃຫ້​ດວງ​ສະຫວ່າງ​ເຫລົ່ານັ້ນ​ສ່ອງ​ສະຫວ່າງ​ຢູ່​ໃນ​ແຜ່ນ​ຟ້າ​ຂອງ​ທ້ອງຟ້າ​ເພື່ອ​ໃຫ້​ແສງສະຫວ່າງ​ແກ່​ແຜ່ນດິນໂລກ”. ແລ້ວ​ກໍ​ເປັນ​ໄປ​ຕາມ​ນັ້ນ. 16ພຣະເຈົ້າ​ໄດ້​ສ້າງ​ດວງ​ສະຫວ່າງ​ຂະໜາດ​ໃຫຍ່​ສອງ​ດວງ ໃຫ້​ດວງ​ທີ່​ໃຫຍ່​ກວ່າ​ຄອບຄອງ​ກາງເວັນ ແລະ ດວງ​ທີ່​ນ້ອຍ​ກວ່າ​ຄອບຄອງ​ກາງຄືນ. ພຣະອົງ​ຍັງ​ໄດ້​ສ້າງ​ດວງດາວ​ຕ່າງໆ. 17ພຣະເຈົ້າ​ໄດ້​ກຳນົດ​ຕຳແໜ່ງ​ຂອງ​ພວກ​ມັນ​ໄວ້​ໃນ​ແຜ່ນ​ຟ້າ​ຂອງ​ທ້ອງຟ້າ​ເພື່ອ​ໃຫ້​ແສງສະຫວ່າງ​ແກ່​ໂລກ, 18ເພື່ອ​ຄອບຄອງ​ກາງເວັນ ແລະ ກາງຄືນ ແລະ ເພື່ອ​ແຍກ​ຄວາມສະຫວ່າງ​ອອກ​ຈາກ​ຄວາມມືດ. ແລ້ວ​ພຣະເຈົ້າ​ກໍ​ເຫັນ​ວ່າ​ສິ່ງ​ນັ້ນ​ວ່າ​ດີ. 19ແລ້ວ​ກໍ​ມີ​ເວລາ​ຄ່ຳ ແລະ ມີ​ເວລາ​ເຊົ້າ ນີ້​ແມ່ນ​ມື້​ທີ​ສີ່.
20ແລະ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ໃຫ້​ນ້ຳ​ເຕັມ​ໄປ​ດ້ວຍ​ສິ່ງມີຊີວິດ ແລະ ໃຫ້​ນົກ​ທັງຫລາຍ​ບິນ​ໄປ​ມາ​ໃນ​ແຜ່ນ​ຟ້າ​ຂອງ​ທ້ອງຟ້າ”. 21ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ສ້າງ​ສັດ​ທະເລ​ຂະໜາດ​ໃຫຍ່ ແລະ ສິ່ງມີຊີວິດ​ທຸກ​ຊະນິດ​ທີ່​ລອຍ​ໄປ​ມາ​ເຕັມ​ຢູ່​ໃນ​ນ້ຳ ຕາມ​ຊະນິດ​ຂອງ​ມັນ ແລະ ນົກ​ຕ່າງໆ​ທີ່​ບິນ​ໄດ້​ຕາມ​ຊະນິດ​ຂອງ​ມັນ. ແລ້ວ​ພຣະເຈົ້າ​ກໍ​ເຫັນ​ວ່າ​ສິ່ງ​ນັ້ນ​ດີ. 22ພຣະເຈົ້າ​ໄດ້​ອວຍພອນ​ສັດ​ເຫລົ່ານັ້ນ ແລະ ກ່າວ​ວ່າ, “ຈົ່ງ​ເກີດ​ແມ່​ແຜ່​ລູກ ແລະ ເພີ່ມ​ຈຳນວນ​ຂຶ້ນ​ຈົນ​ເຕັມ​ນໍ້າ​ໃນ​ທະເລ. ແລະ ຈົ່ງ​ໃຫ້​ນົກ​ເພີ່ມ​ຈຳນວນ​ຂຶ້ນ​ເທິງ​ແຜ່ນດິນໂລກ”. 23ແລ້ວ​ກໍ​ມີ​ເວລາ​ຄ່ຳ ແລະ ມີ​ເວລາ​ເຊົ້າ ນີ້​ແມ່ນ​ມື້​ທີ​ຫ້າ.
24ແລະ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ໃຫ້​ແຜ່ນດິນ​ເກີດ​ສິ່ງມີຊີວິດ​ຕາມ​ຊະນິດ​ຂອງ​ມັນ​ຄື: ສັດລ້ຽງ, ສັດເລືອຄານ ແລະ ສັດປ່າ ຕາມ​ຊະນິດ​ຂອງ​ມັນ” ແລ້ວ​ກໍ​ເປັນ​ໄປ​ຕາມ​ນັ້ນ. 25ພຣະເຈົ້າ​ໄດ້​ສ້າງ​ສັດປ່າ​ຕາມ​ຊະນິດ​ຂອງ​ມັນ, ສັດລ້ຽງ​ຕາມ​ຊະນິດ​ຂອງ​ມັນ ແລະ ສັດເລືອຄານ​ຕາມ​ຊະນິດ​ຂອງ​ມັນ. ແລ້ວ​ພຣະເຈົ້າ​ກໍ​ເຫັນ​ວ່າ​ສິ່ງ​ນັ້ນ​ດີ.
26ແລ້ວ​ພຣະເຈົ້າ​ໄດ້​ກ່າວ​ວ່າ, “ໃຫ້​ພວກເຮົາ​ສ້າງ​ມະນຸດ​ຂຶ້ນ​ຕາມ​ແບບ​ຂອງ​ເຮົາ, ຕາມ​ຢ່າງ​ເຮົາ, ເພື່ອ​ໃຫ້​ພວກເຂົາ​ປົກຄອງ​ປາ​ໃນ​ທະເລ ແລະ ຝູງ​ນົກ​ໃນ​ທ້ອງຟ້າ, ສັດລ້ຽງ ແລະ ສັດປ່າ​ທັງໝົດ#1:26 ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ວ່າ ແຜ່ນດິນໂລກ​ທັງໝົດ ແລະ ສັດເລືອຄານ​ທັງໝົດ”.
27ດັ່ງນັ້ນ ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ຕາມ​ພາບ​ສະທ້ອນ​ຂອງ​ພຣະອົງ,
ໃນ​ພາບ​ສະທ້ອນ​ຂອງ​ພຣະເຈົ້າ​ນັ້ນ ພຣະອົງ​ໄດ້​ສ້າງ​ພວກເຂົາ​ຂຶ້ນ;
ພຣະອົງ​ສ້າງ​ພວກເຂົາ​ໃຫ້​ເປັນ​ຊາຍ ແລະ ຍິງ.
28ພຣະເຈົ້າ​ໄດ້​ອວຍພອນ​ພວກເຂົາ ແລະ ເວົ້າ​ຕໍ່​ພວກເຂົາ​ວ່າ, “ຈົ່ງ​ມີ​ລູກ​ຫລານ ແລະ ເພີ່ມ​ຈໍານວນ​ຂຶ້ນ​ຈົນ​ເຕັມ​ໂລກ ແລະ ມີ​ອຳນາດ​ເໜືອ​ແຜ່ນດິນ. ຈົ່ງ​ຄອບຄອງ​ປາ​ໃນ​ທະເລ, ນົກ​ໃນ​ທ້ອງຟ້າ ແລະ ສັດ​ເລືອຄານ​ທັງໝົດ”.
29ແລ້ວ​ພຣະເຈົ້າ​ເວົ້າ​ວ່າ, “ເຮົາ​ໃຫ້​ພືດພັນ​ທຸກ​ຊະນິດ​ທີ່​ໃຫ້​ເມັດ ເຊິ່ງ​ມີ​ຢູ່​ທົ່ວ​ຜືນ​ແຜ່ນດິນໂລກ ແລະ ຕົ້ນໄມ້​ທຸກ​ຕົ້ນ​ທີ່​ມີ​ແກ່ນ​ຢູ່​ໃນ​ໝາກ​ຂອງ​ມັນ. ໝາກໄມ້​ເຫລົ່ານີ້​ຈະ​ເປັນ​ອາຫານ​ສຳລັບ​ພວກເຈົ້າ. 30ສ່ວນ​ສັດ​ທັງໝົດ​ທີ່​ຢູ່​ເທິງ​ແຜ່ນດິນໂລກ, ນົກ​ທັງໝົດ​ໃນ​ທ້ອງຟ້າ ແລະ ສັດເລືອຄານ​ທັງໝົດ ຄື​ທຸກສິ່ງ​ທີ່​ມີຊີວິດ​ທັງປວງ​ເທິງ​ແຜ່ນດິນໂລກ​ນັ້ນ ເຮົາ​ໃຫ້​ພືດ​ສີຂຽວ​ທຸກ​ຊະນິດ​ເພື່ອ​ເປັນ​ອາຫານ”. ແລ້ວ​ກໍ​ເປັນ​ໄປ​ຕາມ​ນັ້ນ.
31ພຣະເຈົ້າ​ໄດ້​ເຫັນ​ທຸກສິ່ງ​ທີ່​ພຣະອົງ​ສ້າງ​ຂຶ້ນ ແລະ ກໍ​ເຫັນ​ວ່າ​ສິ່ງ​ນັ້ນ​ດີ. ແລ້ວ​ກໍ​ມີ​ເວລາ​ຄ່ຳ ແລະ ມີ​ເວລາ​ເຊົ້າ ນີ້​ແມ່ນ​ມື້​ທີ​ຫົກ.

اکنون انتخاب شده:

ປະຖົມມະການ 1: LCV

های‌لایت

به اشتراک گذاشتن

کپی

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید