ປະຖົມມະການ 2
2
1ດັ່ງນັ້ນ ຟ້າສະຫວັນ ແລະ ໂລກພ້ອມກັບທຸກສິ່ງຈຶ່ງຖືກສ້າງຂຶ້ນສຳເລັດຄົບຖ້ວນ.
2ເມື່ອເຖິງວັນທີເຈັດ ພຣະເຈົ້າກໍໄດ້ສຳເລັດຈາກທີ່ເຮັດ, ດັ່ງນັ້ນ ໃນວັນທີເຈັດພຣະອົງຈຶ່ງຢຸດພັກງານສ້າງທັງໝົດຂອງພຣະອົງ. 3ແລ້ວພຣະເຈົ້າໄດ້ອວຍພອນວັນທີເຈັດ ແລະ ໄດ້ຕັ້ງວັນນັ້ນໄວ້ເປັນວັນສັກສິດ, ເພາະໃນວັນນັ້ນພຣະອົງໄດ້ຢຸດພັກຈາກງານສ້າງທັງໝົດທີ່ພຣະອົງໄດ້ກະທຳ.
ອາດາມ ແລະ ເອວາ
4ນີ້ຄືເລື່ອງລາວຂອງການສ້າງຟ້າສະຫວັນ ແລະ ໂລກ, ເມື່ອພຣະເຈົ້າຢາເວ ພຣະເຈົ້າໄດ້ສ້າງໂລກ ແລະ ຟ້າສະຫວັນ.
5ໃນເວລານັ້ນຍັງບໍ່ທັນມີພຸ່ມໄມ້ປາກົດຂຶ້ນເທິງໂລກ#2:5 ຫລື ແຜ່ນດິນ ເຊັ່ນດຽວກັບຂໍ້ 6 ແລະ ບໍ່ມີພືດເກີດຂຶ້ນມາເທື່ອ, ເພາະພຣະເຈົ້າຢາເວຍັງບໍ່ທັນໄດ້ໃຫ້ຝົນຕົກລົງມາໃສ່ໂລກ ແລະ ຍັງບໍ່ມີມະນຸດຄົນໃດທີ່ຈະຄາດໄຖດິນ, 6ແຕ່ມີນ້ຳ#2:6 ຫລື ນ້ຳໝອກພຸ່ງຂຶ້ນຈາກພື້ນໂລກ ແລະ ຫົດໜ້າດິນທັງໝົດ. 7ແລ້ວພຣະເຈົ້າຢາເວໄດ້ປັ້ນມະນຸດ#2:7 ໃນພາສາເຮັບເຣີຄຳທີ່ມີຄວາມໝາຍວ່າ ມະນຸດ ຫລື ຊາຍ (ອາດາມ) ມີສຽງຄ້າຍຄື ແລະ ອາດກ່ຽວຂ້ອງກັບຄຳທີ່ມີຄວາມຫມາຍວ່າ ພື້ນດິນ (ອະດາມາ) ຄຳນີ້ເປັນຊື່ຂອງອາດາມດ້ວຍ (ເບິ່ງ 2:20)ຈາກຂີ້ຝຸ່ນດິນ ແລະ ເປົ່າລົມຫາຍໃຈແຫ່ງຊີວິດເຂົ້າໄປທາງຮູດັງຂອງລາວ ແລ້ວມະນຸດຄົນນີ້ຈຶ່ງມີຊີວິດ.
8ແລ້ວພຣະເຈົ້າຢາເວໄດ້ສ້າງສວນແຫ່ງໜຶ່ງໄວ້ໃນເອເດນທາງທິດຕາເວັນອອກ ແລະ ພຣະອົງໃຫ້ຊາຍຜູ້ທີ່ພຣະອົງສ້າງຂຶ້ນມາອາໄສຢູ່ໃນທີ່ນັ້ນ. 9ພຣະເຈົ້າຢາເວໄດ້ເຮັດໃຫ້ຕົ້ນໄມ້ທຸກຊະນິດປົ່ງຂຶ້ນຈາກດິນ ມີທັງຕົ້ນໄມ້ທີ່ງາມຕາ ແລະ ເໝາະສຳລັບເປັນອາຫານ. ຢູ່ທີ່ກາງສວນມີຕົ້ນໄມ້ແຫ່ງຊີວິດ ແລະ ຕົ້ນໄມ້ແຫ່ງການຮູ້ຈັກດີ ແລະ ຮູ້ຈັກຊົ່ວ.
10ມີແມ່ນ້ຳສາຍໜຶ່ງຈາກເອເດນໄຫລມາຫົດສວນນັ້ນ, ແລ້ວແມ່ນໍ້າໄດ້ຖືກແຍກອອກເປັນຕົ້ນນ້ຳສີ່ສາຍ. 11ສາຍທີໜຶ່ງຊື່ວ່າປີໂຊນ, ໄຫລຜ່ານທົ່ວດິນແດນຮາວີລາ, ເຊິ່ງເປັນບ່ອນທີ່ມີຄຳ. 12(ດິນແດນນີ້ມີຄຳຄຸນນະພາບດີ; ຢາງໄມ້ຫອມ#2:12 ຫລື ໄຂ່ມຸກ ແລະ ຫີນໂກເມນກໍມີຢູ່ທີ່ນັ້ນດ້ວຍ.) 13ຊື່ຂອງແມ່ນໍ້າສາຍທີສອງແມ່ນກິໂຮນ; ໄຫລຜ່ານທົ່ວດິນແດນກູເຊ.#2:13 ອາດຢູ່ທາງທິດຕາເວັນອອກສຽງໃຕ້ຂອງເມໂຊໂປຕາເມຍ 14ຊື່ຂອງແມ່ນໍ້າສາຍທີສາມແມ່ນຕິກຣິດ; ເຊິ່ງໄຫລໄປທາງທິດຕາເວັນອອກຂອງອັດຊີເຣຍ. ແລະ ແມ່ນໍ້າສາຍທີສີ່ແມ່ນເອີຟຣັດ.
15ພຣະເຈົ້າຢາເວໄດ້ເອົາຊາຍຜູ້ນັ້ນໄປຢູ່ໃນສວນເອເດນເພື່ອໃຫ້ລາວເຮັດວຽກ ແລະ ເບິ່ງແຍງຮັກສາສວນນີ້. 16ແລ້ວພຣະເຈົ້າຢາເວໄດ້ສັ່ງຊາຍນັ້ນວ່າ, “ເຈົ້າຈະກິນໝາກໄມ້ຈາກຕົ້ນໃດໃນສວນນີ້ກໍໄດ້; 17ແຕ່ເຈົ້າຫ້າມກິນໝາກໄມ້ຈາກຕົ້ນໄມ້ແຫ່ງການຮູ້ຈັກດີ ແລະ ຮູ້ຈັກຊົ່ວ, ເພາະເມື່ອໃດທີ່ເຈົ້າກິນໝາກໄມ້ຈາກຕົ້ນນີ້ ເຈົ້າຈະຕາຍແນ່ນອນ”.
18ພຣະເຈົ້າຢາເວໄດ້ເວົ້າວ່າ, “ບໍ່ເປັນການດີສຳລັບຜູ້ຊາຍທີ່ຈະຢູ່ຄົນດຽວ. ເຮົາຈະສ້າງຜູ້ຊ່ວຍຜູ້ໜຶ່ງທີ່ເໝາະສົມກັບລາວ”.
19ບັດນີ້ ພຣະເຈົ້າຢາເວໄດ້ເອົາດິນມາປັ້ນສັດປ່າ ແລະ ນົກທຸກຊະນິດທີ່ບິນຢູ່ເທິງທ້ອງຟ້າ. ພຣະອົງໄດ້ນຳສັດທັງຫລາຍມາຫາຊາຍຄົນນັ້ນເພື່ອເບິ່ງວ່າລາວຈະຕັ້ງຊື່ໃຫ້ສັດເຫລົ່ານັ້ນວ່າຢ່າງໃດ; ຊາຍຄົນນັ້ນເອີ້ນສິ່ງມີຊີວິດແຕ່ລະຢ່າງວ່າແນວໃດ, ສັດເຫລົ່ານັ້ນກໍມີຊື່ຕາມນັ້ນ. 20ດັ່ງນັ້ນ ຊາຍຄົນນັ້ນຈຶ່ງຕັ້ງຊື່ໃຫ້ສັດລ້ຽງທັງໝົດ, ນົກໃນທ້ອງຟ້າ ແລະ ສັດປ່າທັງໝົດ.
ແຕ່ອາດາມ#2:20 ຫລື ຊາຍຜູ້ນັ້ນຍັງບໍ່ພົບຜູ້ຊ່ວຍທີ່ເໝາະສົມສຳລັບລາວ. 21ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ເຮັດໃຫ້ຊາຍນັ້ນນອນຫລັບສະໜິດ; ແລ້ວໃນຂະນະທີ່ລາວນອນຫລັບຢູ່ນັ້ນ, ພຣະອົງໄດ້ເອົາກະດູກຂ້າງ#2:21 ຫລື ໄດ້ເອົາສ່ວນໜຶ່ງຈາກກະດູກຂ້າງຂອງຊາຍຜູ້ນັ້ນມາຊີກໜຶ່ງຂອງຊາຍນັ້ນອອກມາ ແລະ ປິດບ່ອນນັ້ນດ້ວຍເນື້ອໜັງ. 22ແລ້ວພຣະເຈົ້າຢາເວໄດ້ສ້າງແມ່ຍິງຈາກກະດູກຂ້າງ#2:22 ຫລື ສ່ວນນັ້ນທີ່ພຣະອົງໄດ້ນຳອອກມາຈາກຊາຍນັ້ນ ແລະ ພານາງມາຫາຊາຍນັ້ນ.
23ຊາຍຄົນນັ້ນໄດ້ກ່າວວ່າ,
“ນີ້ແມ່ນກະດູກຊີກໜຶ່ງຈາກບັນດາກະດູກຂອງເຮົາ
ແລະ ເນື້ອໜັງຈາກເນື້ອໜັງຂອງເຮົາ;
ນາງຈະຖືກເອີ້ນວ່າ ‘ແມ່ຍິງ,’
ເພາະນາງຖືກນຳອອກມາຈາກຜູ້ຊາຍ”.
24ດ້ວຍເຫດນີ້ ຜູ້ຊາຍຈຶ່ງອອກຈາກພໍ່ແມ່ຂອງຕົນໄປຜູກພັນຢູ່ກັບເມຍຂອງຕົນ ແລະ ພວກເຂົາກໍຈະເປັນກາຍດຽວກັນ.
25ອາດາມ ແລະ ເມຍຂອງລາວທັງສອງຄົນໄດ້ເປືອຍກາຍຢູ່ ແລະ ພວກເຂົາກໍບໍ່ຮູ້ສຶກອາຍເລີຍ.
اکنون انتخاب شده:
ປະຖົມມະການ 2: LCV
هایلایت
به اشتراک گذاشتن
کپی
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.