ເອເຊກຽນ 48

48
ການ​ແບ່ງ​ດິນແດນ
1“ນີ້​ແມ່ນ​ລາຍ​ຊື່​ຂອງ​ເຜົ່າ​ຕ່າງໆ ທີ່​ໄດ້​ລະບຸ​ໄວ້​ຕາມ​ຊື່​ດັ່ງນີ້:
“ທີ່​ຊາຍແດນ​ດ້ານ​ເໜືອ ດານ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ ຕາມ​ເສັ້ນ​ທາງ​ເຫດໂລນ​ໄປ​ຈົນ​ເຖິງ​ເລໂບ​ຮາມັດ#48:1 ຫລື ທາງເຂົ້າ​ສູ່​ຮາມັດ ແລະ ຮາຊາເອນານ ແລະ ຊາຍແດນ​ດ້ານ​ເໜືອ​ຂອງ​ດາມັສກັດ ຖັດ​ຈາກ​ຮາມັດ​ຈະ​ເປັນ​ສ່ວນ​ຂອງ​ຊາຍແດນ​ຈາກ​ດ້ານ​ທິດ​ຕາເວັນ​ອອກ​ໄປ​ຫາ​ດ້ານ​ທິດ​ຕາເວັນ​ຕົກ.
2ອາເຊ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ດານ​ຈາກ​ທິດ​ຕາເວັນ​ອອກ​ຈົນ​ເຖິງ​ທິດ​ຕາເວັນ​ຕົກ.
3ເນັບທາລີ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ອາເຊ​ຈາກ​ທິດ​ຕາເວັນ​ອອກ​ຈົນ​ເຖິງ​ທິດ​ຕາເວັນ​ຕົກ.
4ມານາເຊ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ເນັບທາລີ​ຈາກ​ທິດ​ຕາເວັນ​ອອກ​ຈົນ​ເຖິງ​ທິດ​ຕາເວັນ​ຕົກ.
5ເອຟຣາອິມ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ມານາເຊ​ຈາກ​ທິດ​ຕາເວັນ​ອອກ​ຈົນ​ເຖິງ​ທິດ​ຕາເວັນ​ຕົກ.
6ຣູເບັນ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ເອຟຣາອິມ​ຈາກ​ທິດ​ຕາເວັນ​ອອກ​ຈົນ​ເຖິງ​ຕາເວັນ​ຕົກ.
7ຢູດາ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ຣູເບັນ​ຈາກ​ທິດ​ຕາເວັນ​ອອກ​ຈົນ​ເຖິງ​ຕາເວັນ​ຕົກ.
8“ຖັດ​ຈາກ​ຊາຍແດນ​ຂອງ​ຢູດາ​ຈາກ​ທິດ​ຕາເວັນ​ອອກ​ໄປ​ຈົນ​ເຖິງ​ທິດ​ຕາເວັນ​ຕົກ​ຈະ​ເປັນ​ສ່ວນ​ພິເສດ​ທີ່​ພວກເຈົ້າ​ຕ້ອງ​ຖວາຍ ເຊິ່ງ​ມີ​ຄວາມ​ກວ້າງ 25.000 ສອກ#48:8 ຄື ປະມານ 12,5 ກິໂລແມັດ ເຊັ່ນ​ດຽວ​ກັບ​ຂໍ້ 9, 10, 13, 15, 20 ແລະ 21. ແລະ ມີ​ຄວາມ​ຍາວ​ຈາກ​ທິດ​ຕາເວັນ​ອອກ​ໄປ​ຫາ​ທິດ​ຕາເວັນ​ຕົກ​ຈະ​ເທົ່າ​ກັບ​ສ່ວນ​ແບ່ງ​ຂອງ​ແຕ່​ລະ​ເຜົ່າ; ສະຖານ​ນະມັດສະການ​ຈະ​ຢູ່​ທີ່​ສູນກາງ​ຂອງ​ສ່ວນ​ນີ້.
9“ສ່ວນ​ພິເສດ​ທີ່​ພວກເຈົ້າ​ຈະ​ຕ້ອງ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ນີ້​ຈະ​ມີ​ຄວາມ​ຍາວ 25.000 ສອກ ແລະ ຄວາມ​ກວ້າງ 10.000 ສອກ.#48:9 ຄື ປະມານ 5 ກິໂລແມັດ ເຊັ່ນ​ດຽວ​ກັບ​ຂໍ້ 10, 13 ແລະ 18. 10ຕໍ່ໄປ​ນີ້​ເປັນ​ເຂດ​ສັກສິດ​ສຳລັບ​ບັນດາ​ປະໂລຫິດ. ສ່ວນ​ນີ້​ແມ່ນ​ມີ​ຄວາມ​ຍາວ​ແມ່ນ​ແທກ​ຂຶ້ນ​ໄປ​ທາງ​ທິດ​ເໜືອ​ໄດ້ 25.000 ສອກ, ຄວາມ​ກວ້າງ​ດ້ານ​ທິດ​ຕາເວັນ​ຕົກ 10.000 ສອກ, ຄວາມ​ກວ້າງ​ດ້ານ​ທິດ​ຕາເວັນ​ອອກ 10.000 ສອກ ແລະ ຄວາມ​ຍາວ​ແມ່ນ​ແທກ​ໄປ​ທາງ​ທິດ​ໃຕ້​ໄດ້ 25.000 ສອກ. ໂດຍ​ມີ​ສະຖານ​ນະມັດສະການ​ຂອງ​ພຣະເຈົ້າ​ຢາເວ​ເປັນ​ສູນກາງ. 11ທີ່​ດິນ​ສ່ວນ​ນີ້​ແມ່ນ​ສຳລັບ​ປະໂລຫິດ​ເຊື້ອສາຍ​ຊາດົກ​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ, ເຊິ່ງ​ສັດຊື່​ໃນ​ການ​ບົວລະບັດ​ຮັບໃຊ້​ເຮົາ ແລະ ບໍ່​ໄດ້​ຫລົງ​ຜິດ​ໄປ​ເໝືອນ​ກັບ​ຊາວ​ເລວີ​ອື່ນໆ ເມື່ອ​ເວລາ​ທີ່​ຊາວ​ອິດສະຣາເອນ​ຫລົງ​ໄປ​ຈາກ​ພຣະເຈົ້າ. 12ທີ່​ດິນ​ສ່ວນ​ນີ້​ເປັນ​ຂອງ​ຂວັນ​ພິເສດ​ທີ່​ມອບ​ໃຫ້​ແກ່​ພວກເຂົາ ເປັນ​ສ່ວນ​ທີ່​ບໍລິສຸດ​ທີ່ສຸດ​ໃນ​ເຂດ​ສັກສິດ, ຕິດ​ກັບ​ເຂດແດນ​ຂອງ​ຊາວ​ເລວີ.
13“ໃກ້​ກັບ​ເຂດ​ຂອງ​ປະໂລຫິດ​ນັ້ນ ເປັນ​ທີ່​ດິນ​ສ່ວນ​ທີ່​ເປັນ​ຂອງ​ຊາວ​ເລວີ​ຍາວ 25.000 ສອກ ແລະ ກວ້າງ 10.000 ສອກ. ຄວາມ​ຍາວ​ທັງໝົດ​ຂອງ​ມັນ​ຈະ​ເປັນ 25.000 ສອກ ແລະ ກວ້າງ 10.000 ສອກ. 14ທີ່​ດິນ​ນັ້ນ​ແມ່ນ​ຫ້າມ​ຊື້​ຂາຍ ຫລື ແລກປ່ຽນ. ເປັນ​ແຜ່ນດິນ​ທີ່​ດີ​ທີ່ສຸດ ແລະ ຢ່າ​ໃຫ້​ຕົກ​ໄປ​ຢູ່​ໃນ​ມື​ຂອງ​ຄົນ​ອື່ນ ເພາະ​ເປັນ​ທີ່​ດິນ​ບໍລິສຸດ​ແກ່​ພຣະເຈົ້າ​ຢາເວ.
15“ສ່ວນ​ທີ່​ຍັງ​ເຫລືອ​ທີ່​ມີ​ຄວາມ​ກວ້າງ 5.000 ສອກ#48:15 ຄື ປະມານ 2,5 ກິໂລແມັດ ແລະ ຍາວ 25.000 ສອກ, ໃຫ້​ເປັນ​ບ່ອນ​ນຳ​ໃຊ້​ທົ່ວ​ໄປ​ຂອງ​ເມືອງ​ນັ້ນ, ເປັນ​ບ່ອນ​ສຳລັບ​ເຮືອນ ແລະ ທົ່ງຫຍ້າ. ຕົວ​ເມືອງ​ຈະ​ຢູ່​ໃຈ​ກາງ​ຂອງ​ທີ່​ດິນ​ສ່ວນ​ນັ້ນ. 16ເມືອງ​ເປັນ​ຮູບ​ສີ່​ຫລ່ຽມ​ມົນທົນ​ດັ່ງນີ້: ດ້ານ​ເໜືອ​ແມ່ນ 4.500 ສອກ,#48:16 ຄື ປະມານ 2,25 ກິໂລແມັດ ດ້ານ​ໃຕ້​ແມ່ນ 4.500 ສອກ, ດ້ານ​ທິດ​ຕາເວັນ​ອອກ​ແມ່ນ 4.500 ສອກ ແລະ ດ້ານ​ທິດ​ຕາເວັນ​ຕົກ​ແມ່ນ 4.500 ສອກ. 17ບ່ອນ​ເປົ່າຫວ່າງ​ສຳລັບ​ເປັນ​ທົ່ງຫຍ້າ​ຢູ່​ອ້ອມ​ເມືອງ ດ້ານ​ເໜືອ​ແທກ​ໄດ້ 250 ສອກ, ດ້ານ​ໃຕ້​ແມ່ນ 250 ສອກ, ດ້ານ​ທິດ​ຕາເວັນ​ອອກ​ແມ່ນ 250 ສອກ ແລະ ດ້ານ​ທິດ​ຕາເວັນ​ຕົກ​ແມ່ນ 250 ສອກ.#48:17 ຄື ປະມານ 125 ແມັດ 18ບໍລິເວນ​ດິນ​ທີ່​ຍັງ​ເຫລືອ ເຊິ່ງ​ຕິດ​ກັບ​ເຂດ​ສັກສິດ ແລະ ມີ​ຄວາມ​ຍາວ​ຄູ່​ຂະໜານ​ກັນ ແທກ​ທາງ​ທິດ​ຕາເວັນ​ອອກ​ໄດ້ 10.000 ສອກ ແລະ ແທກ​ທາງ​ທິດ​ຕາເວັນ​ຕົກ​ໄດ້ 10.000 ສອກ. ຜົນ​ຜະລິດ​ທີ່​ໄດ້​ຈາກ​ແຜ່ນດິນ​ນີ້​ແມ່ນ​ໃຊ້​ເປັນ​ອາຫານ​ສຳລັບ​ຜູ້​ທີ່​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ. 19ຄົນ​ງານ​ຈາກ​ຕົວ​ເມືອງ​ທີ່​ເຮັດ​ໄຮ່​ໄຖ​ນາ​ຢູ່​ເທິງ​ທີ່​ດິນ​ຕອນ​ນີ້​ແມ່ນ​ຈະ​ມາ​ຈາກ​ອິດສະຣາເອນ​ທຸກ​ເຜົ່າ. 20ທີ່​ດິນ​ສ່ວນ​ນີ້​ທັງໝົດ​ຈະ​ເປັນ​ຮູບ​ສີ່​ຫລ່ຽມ​ມົນທົນ, ແຕ່​ລະ​ດ້ານ​ແມ່ນ​ກວ້າງ ແລະ ຍາວ 25.000 ສອກ. ນີ້​ເປັນ​ຂອງ​ຖວາຍ​ພິເສດ​ທີ່​ພວກເຈົ້າ​ຈະ​ແຍກ​ໄວ້​ເປັນ​ເຂດ​ສັກສິດ ພ້ອມ​ກັບ​ທີ່​ດິນ​ຂອງ​ເມືອງ​ນີ້​ດ້ວຍ.
21“ສ່ວນ​ທີ່​ເຫລືອ​ຢູ່​ສອງ​ດ້ານ​ຂອງ​ເຂດ​ສັກສິດ ແລະ ບໍລິເວນ​ຂອງ​ຕົວ​ເມືອງ​ຈະ​ເປັນ​ຂອງ​ເຈົ້ານາຍ. ບໍລິເວນ​ນີ້​ຈະ​ກິນ​ເນື້ອທີ່​ໄປ​ທາງ​ທິດ​ຕາເວັນ​ອອກ ຈາກ​ໄລຍະ 25.000 ສອກ ຂອງ​ເຂດ​ສັກສິດ​ໄປ​ຈົນ​ເຖິງ​ຊາຍແດນ​ທິດ​ຕາເວັນ​ອອກ ແລະ ໄປ​ທາງ​ທິດ​ຕາເວັນ​ຕົກ ຈາກ​ໄລຍະ 25.000 ສອກ ໄປ​ທີ່​ຊາຍແດນ​ດ້ານ​ທິດ​ຕາເວັນ​ຕົກ. ທັງ​ສອງ​ບໍລິເວນ​ນີ້​ມີ​ຄວາມ​ຍາວ​ຄູ່​ຂະໜານ​ກັບ​ທີ່​ດິນ​ຂອງ​ເຜົ່າ​ຕ່າງໆ​ແມ່ນ​ໃຫ້​ເປັນ​ຂອງ​ເຈົ້ານາຍ ແລະ ໂດຍ​ມີ​ເຂດ​ສັກສິດ​ກັບ​ສະຖານ​ນະມັດສະການ​ຂອງ​ວິຫານ​ຢູ່​ທີ່​ໃຈ​ກາງ. 22ດັ່ງນັ້ນ ທີ່​ດິນ​ຂອງ​ເຜົ່າ​ເລວີ ແລະ ບໍລິເວນ​ຂອງ​ຕົວ​ເມືອງ​ຈະ​ຢູ່​ໃຈ​ກາງ​ບໍລິເວນ​ທີ່​ເປັນ​ຂອງ​ເຈົ້ານາຍ. ບໍລິເວນ​ທີ່​ເປັນ​ຂອງ​ເຈົ້ານາຍ​ຈະ​ຕັ້ງ​ຢູ່​ລະຫວ່າງ​ເຂດແດນ​ຂອງ​ເຜົ່າ​ຢູດາ​ກັບ​ຂອງ​ເຜົ່າ​ເບັນຢາມິນ.
23“ສຳລັບ​ເຜົ່າ​ຕ່າງໆ​ທີ່​ເຫລືອ​ມີ​ດັ່ງນີ້:
“ເບັນຢາມິນ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ທີ່​ດິນ​ຂອງ​ລາວ​ຈະ​ມີ​ຄວາມ​ຍາວ​ຈາກ​ດ້ານ​ທິດ​ຕາເວັນ​ອອກ​ໄປ​ຈົນ​ເຖິງ​ດ້ານ​ທິດ​ຕາເວັນ​ຕົກ.
24ຊີເມໂອນ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ເບັນຢາມິນ ຈາກ​ທິດ​ຕາເວັນ​ອອກ​ໄປ​ຈົນ​ເຖິງ​ທິດ​ຕາເວັນ​ຕົກ.
25ອິດຊາຄາ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ຊີເມໂອນ ຈາກ​ທິດ​ຕາເວັນ​ອອກ​ໄປ​ຈົນ​ເຖິງ​ທິດ​ຕາເວັນ​ຕົກ.
26ເຊບູໂລນ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ, ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ອິດຊາຄາ ຈາກ​ທິດ​ຕາເວັນ​ອອກ​ໄປ​ຈົນ​ເຖິງ​ທິດ​ຕາເວັນ​ຕົກ.
27ກາດ​ຈະ​ໄດ້​ຮັບ​ໜຶ່ງ​ສ່ວນ ໂດຍ​ມີ​ຊາຍແດນ​ຕິດ​ກັບ​ດິນແດນ​ຂອງ​ເຊບູໂລນ ຈາກ​ທິດ​ຕາເວັນ​ອອກ​ໄປ​ຈົນ​ເຖິງ​ທິດ​ຕາເວັນ​ຕົກ.
28ອານາເຂດ​ດ້ານ​ໃຕ້​ຂອງ​ກາດ ຄື​ຈາກ​ຕາດໂມ​ລົງ​ໄປ​ທາງ​ໃຕ້ ໄປ​ຮອດ​ຫ້ວງ​ນ້ຳ​ເມຣີບາ​ກາເດັດ ແລ້ວ​ໄປ​ຕາມ​ລຳ​ນ້ຳ​ແຫ່ງ​ເອຢິບ​ຈົນ​ໄປ​ເຖິງ​ທະເລ​ເມດີແຕຣາເນ.
29“ໃຫ້​ພວກເຈົ້າ​ແບ່ງ​ສ່ວນ​ດິນແດນ​ຕາມ​ນີ້​ແກ່​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ ເພື່ອ​ເປັນ​ມໍລະດົກ​ຂອງ​ພວກເຂົາ ແລະ ນີ້​ກໍ​ຈະ​ເປັນ​ສ່ວນ​ຂອງ​ພວກເຂົາ”, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.
ປະຕູ​ເມືອງ
30ທາງອອກ​ຂອງ​ເມືອງ​ແມ່ນ​ມີ​ດັ່ງນີ້:
“ເລີ່ມ​ຈາກ​ທາງ​ດ້ານ​ເໜືອ ເຊິ່ງ​ມີ​ຄວາມ​ຍາວ 4.500 ສອກ,#48:30 ຄື ປະມານ 2,25 ກິໂລແມັດ ເຊັ່ນ​ດຽວ​ກັບ​ຂໍ້ 32-34 31ປະຕູ​ຕ່າງໆ​ຂອງ​ເມືອງ​ນີ້​ແມ່ນ​ຈະ​ຕັ້ງ​ຊື່​ຕາມ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ. ສາມ​ປະຕູ​ທີ່​ຢູ່​ທາງ​ດ້ານ​ເໜືອ​ແມ່ນ ປະຕູ​ຣູເບັນ, ປະຕູ​ຢູດາ ແລະ ປະຕູ​ເລວີ.
32ທາງ​ດ້ານ​ທິດ​ຕາເວັນ​ອອກ ເຊິ່ງ​ມີ​ຄວາມ​ຍາວ 4.500 ສອກ, ຈະ​ມີ​ສາມ​ປະຕູ​ຄື: ປະຕູ​ໂຢເຊັບ, ປະຕູ​ເບັນຢາມິນ ແລະ ປະຕູ​ດານ.
33ທາງ​ດ້ານ​ໃຕ້ ເຊິ່ງ​ແທກ​ໄດ້ 4.500 ສອກ, ຈະ​ມີ​ສາມ​ປະຕູ​ຄື: ປະຕູ​ຊີເມໂອນ, ປະຕູ​ອິດຊາຄາ ແລະ ປະຕູ​ເຊບູໂລນ.
34ດ້ານ​ທິດ​ຕາເວັນ​ຕົກ ເຊິ່ງ​ມີ​ຄວາມ​ຍາວ 4.500 ສອກ, ຈະ​ມີ​ສາມ​ປະຕູ​ຄື: ປະຕູ​ກາດ, ປະຕູ​ອາເຊ ແລະ ປະຕູ​ເນັບທາລີ.
35“ວັດແທກ​ໄລຍະ​ອ້ອມ​ເມືອງ​ໄດ້ 18.000 ສອກ.#48:35 ຄື ປະມານ 9 ກິໂລແມັດ
“ແລະ ນັບ​ຕັ້ງ​ແຕ່​ນີ້​ໄປ​ເມືອງ​ນັ້ນ​ຈະ​ມີ​ຊື່​ວ່າ, ພຣະເຈົ້າ​ຢາເວ​ສະຖິດ​ຢູ່​ບ່ອນ​ນີ້#48:35 ພາສາ​ເຮັບເຣີ​ວ່າ ‘ຢາເວຫ໌ຊຳມາລ໌’”.

اکنون انتخاب شده:

ເອເຊກຽນ 48: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید