ດານີເອນ ຄຳນຳ
ຄຳນຳ
ໜັງສືດານີເອນປະກອບດ້ວຍວັນນະຄະດີສອງສ່ວນຄື: ການເລົ່າເລື່ອງລາວໃນວັງ ແລະ ນິມິດເລື່ອງວັນສິ້ນໂລກ. ສ່ວນທຳອິດເລີ່ມຂຶ້ນດ້ວຍເຫດການຫົກຄັ້ງວ່າພຣະເຈົ້າປົກປ້ອງດານີເອນກັນໝູ່ສາມຄົນ ຄືຊັດຣາກ, ເມຊາກ ແລະ ອາເບັດເນໂກທີ່ຕົກເປັນຊະເລີຍໃນບາບີໂລນຢ່າງໃດ. ເມື່ອຊາຍທັງສີ່ຄົນສະແດງຄວາມຊື່ສັດຕໍ່ພຣະເຈົ້າ ພວກເຂົາຈຶ່ງລອດພົ້ນຈາກໄພອັນຕະລາຍໂດຍຄວາມຍິ່ງໃຫຍ່ຂອງພຣະອົງ. ດານີເອນພຣະພອນໃນການຕີຄວາມຝັນຈຶ່ງໄດ້ຮັບຕຳແໜ່ງສຳຄັນໃນວັງຂອງບາບີໂລນ ແລະ ຈັກກະພົບເອເຊຍໃນເວລາຕໍ່ມາ.
ສ່ວນທີສອງຂອງໜັງສືນີ້ກ່າວເຖິງນິມິດ ແລະ ຂ່າວສານທີ່ດານີເອນໄດ້ຮັບຈາກພຣະເຈົ້າໂດຍຜ່ານທາງເທວະດາ ໂດຍໃຊ້ການຂຽນລັກສະນະສັນຍາລັກ ແລະ ພາສາຄຸມເຄືອຕາມແບບງານຂຽນທີ່ກ່ຽວກັບວັນສິ້ນໂລກທົ່ວໄປ. ໃນສ່ວນນີ້ພວກເຮົາເຫັນພາບປະຫວັດສາດໃນຕາເວັນອອກໃກ້ ຄືອານາຈັກຂອງບາບີໂລນ ແລະ ອານາຈັກເປີເຊຍ; ການມີໄຊຂອງອາເລກຊັນເດີຜູ້ຍິ່ງໃຫຍ່ ແລະ ຄວາມຂັດແຍ້ງຕໍ່ເນື່ອງລະຫວ່າງໂຕເລມີໃນເອຢິບ ແລະ ເຊລູຊິດ/ ໃນຊີເຣຍ. ນິມິດເຫລົ່ານີ້ຊີ້ເຖິງຜູ້ນຳທີ່ຍິ່ງຈອງຫອງຄົນໜຶ່ງ ຄືຈັກກະພັດເຊລູຊິດ ອັນຕີໂອກັດທີ 4 ເອພິຟາເນດ, ເຊິ່ງທຳລາຍວິຫານເຢຣູຊາເລັມໃນປີ 167 ກ່ອນຄຣິສຕະສັກກະລາດ ແລະ ນຳໄປສູ່ການປະຕິວັດຂອງຊາວມາກາບິນຜູ້ທີ່ນຳເອກະລາດຂອງປະເທດກັບມາ ແລະ ການນະມັດສະການພຣະເຈົ້າຂອງອິດສະລາເອນຈຶ່ງໄດ້ດຳເນີນຕໍ່ໄປ.
ນິມິດໃນໜັງສືດານີເອນສາມາດເຂົ້າໃຈໄດ້ວ່າ ເປັນການເປີດເຜີຍຈຸດຈົບຂອງຍຸກປັດຈຸບັນ ໂດຍສະແດງໃຫ້ເຫັນວ່ານີ້ເປັນຊ່ວງເວລາແຫ່ງຄວາມຂັດແຍ້ງຂັ້ນສຸດທ້າຍລະຫວ່າງຄົນຂອງພຣະເຈົ້າກັບສັດຕູຂອງພວກເຂົາ. ພວກເຂົາຜ່ານພົ້ນການກົດຂີ່ຂົ່ມເຫັງໄປໄດ້ເພາະຮູ້ວ່າຕົນຈະໄດ້ຮັບອານາຈັກຂອງພຣະອົງເປັນລາງວັນ.
اکنون انتخاب شده:
ດານີເອນ ຄຳນຳ: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.