ເອເຊກຽນ 47

47
ແມ່ນ້ຳ​ທີ່​ໄຫລ​ອອກ​ມາ​ຈາກ​ວິຫານ
1ຊາຍ​ຄົນ​ນັ້ນ​ໄດ້​ພາ​ຂ້າພະເຈົ້າ​ກັບ​ມາ​ທີ່​ທາງເຂົ້າ​ວິຫານ ແລະ ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ນ້ຳ​ໄຫລ​ອອກ​ມາ​ຈາກ​ກ້ອງ​ທໍລະນີ​ປະຕູ​ວິຫານ​ໄປ​ທາງ​ທິດ​ຕາເວັນ​ອອກ (ເພາະ​ວິຫານ​ຫັນ​ໜ້າ​ໄປ​ທາງ​ທິດ​ຕາເວັນ​ອອກ). ນ້ຳ​ນັ້ນ​ໄດ້​ໄຫລ​ມາ​ຈາກ​ດ້ານ​ໃຕ້​ຂອງ​ວິຫານ, ທາງ​ທິດ​ໃຕ້​ຂອງ​ແທ່ນບູຊາ. 2ແລ້ວ​ເພິ່ນ​ໄດ້​ພາ​ຂ້າພະເຈົ້າ​ອອກ​ມາ​ທາງ​ປະຕູ​ດ້ານ​ເໜືອ ແລະ ພາ​ຂ້າພະເຈົ້າ​ອ້ອມ​ດ້ານ​ນອກ​ໄປ​ທີ່​ປະຕູ​ຊັ້ນ​ນອກ ເຊິ່ງ​ຫັນ​ໜ້າ​ໄປ​ທາງ​ທິດ​ຕາເວັນ​ອອກ ແລະ ນ້ຳ​ນັ້ນ​ໄດ້​ໄຫລ​ອອກ​ມາ​ຈາກ​ທາງ​ທິດ​ໃຕ້.
3ຂະນະ​ທີ່​ຊາຍ​ຄົນ​ນັ້ນ​ໄດ້​ໄປ​ທາງ​ທິດ​ຕາເວັນ​ອອກ ພ້ອມ​ດ້ວຍ​ສາຍ​ວັດແທກ​ຢູ່​ໃນ​ມື​ຂອງ​ເພິ່ນ, ເພິ່ນ​ແທກ​ໄດ້ 1.000 ສອກ#47:3 ຄື ປະມານ 500 ແມັດ​ເຊັ່ນ​ດຽວ​ກັບ​ຂໍ້ 4 ແລະ 4 ແລະ 5 ແລະ ຫລັງຈາກ​ນັ້ນ​ເພິ່ນ​ກໍ​ພາ​ຂ້າພະເຈົ້າ​ລຸຍ​ນ້ຳ​ໄປ ນ້ຳ​ນັ້ນ​ເລິກ​ພຽງ​ແຕ່​ຂໍ່​ຕີນ. 4ເພິ່ນ​ແທກ​ໄປ​ອີກ​ໄດ້ 1.000 ສອກ ແລ້ວ​ພາ​ຂ້າພະເຈົ້າ​ລຸຍ​ນ້ຳ​ໄປ ນ້ຳ​ນັ້ນ​ເລິກ​ພຽງ​ຫົວເຂົ່າ. ເພິ່ນ​ແທກ​ໄປ​ອີກ 1.000 ສອກ ແລະ ພາ​ຂ້າພະເຈົ້າ​ລຸຍ​ນ້ຳ​ໄປ ນ້ຳ​ນັ້ນ​ສູງ​ຂຶ້ນ​ເຖິງ​ລະດັບ​ແອວ. 5ເພິ່ນ​ແທກ​ອີກ 1.000 ສອກ ແຕ່​ບັດນີ້​ເປັນ​ແມ່ນ້ຳ​ທີ່​ຂ້າພະເຈົ້າ​ບໍ່​ສາມາດ​ຂ້າມ​ໄປ​ໄດ້ ເພາະ​ລະດັບ​ນ້ຳ​ສູງ​ຂຶ້ນ ແລະ ເລິກ​ພໍ​ທີ່​ຈະ​ລອຍ​ໄປ ແຕ່​ບໍ່​ມີ​ຜູ້ໃດ​ສາມາດ​ລຸຍ​ຂ້າມ​ແມ່ນ້ຳ​ນັ້ນ​ໄດ້. 6ເພິ່ນ​ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ບຸດ​ມະນຸດ, ເຈົ້າ​ເຫັນ​ສິ່ງ​ນີ້​ບໍ?”
ແລ້ວ​ເພິ່ນ​ກໍ​ພາ​ຂ້າພະເຈົ້າ​ກັບ​ມາ​ທີ່​ແຄມ​ຝັ່ງ​ແມ່ນ້ຳ​ນັ້ນ. 7ເມື່ອ​ຂ້າພະເຈົ້າ​ມາ​ຮອດ​ບ່ອນ​ນັ້ນ, ຂ້າພະເຈົ້າ​ກໍ​ເຫັນ​ຕົ້ນໄມ້​ຈຳນວນ​ຫລວງຫລາຍ​ຢູ່​ແຄມ​ແມ່ນ້ຳ​ທັງ​ສອງ​ຟາກ. 8ເພິ່ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ນ້ຳ​ນີ້​ໄຫລ​ໄປ​ທີ່​ດິນແດນ​ພາກ​ຕາເວັນ ແລະ ລົງ​ໄປ​ສູ່​ອາຣາບາ#47:8 ຫລື ຮ່ອມພູ​ຈໍແດນ ແລະ ໄຫລ​ໄປ​ສູ່​ທະເລຕາຍ.#47:8 ພາສາ​ເຮັບເຣີ​ວ່າ ທະເລ​ນັ້ນ ທັງ​ສອງ​ເທື່ອ​ໃນ​ຂໍ້​ນີ້ ເມື່ອ​ນ້ຳ​ໄຫລ​ລົງ​ທະເລຕາຍ​ກໍ​ເຮັດ​ໃຫ້​ນ້ຳ​ເຄັມ​ນັ້ນ​ກາຍເປັນ​ນ້ຳ​ຈືດ. 9ນ້ຳ​ນັ້ນ​ໄຫລ​ໄປ​ຮອດ​ໃສ ກໍ​ມີ​ສິ່ງ​ມີ​ຊີວິດ​ອາໄສ​ຢູ່​ທີ່​ນັ້ນ. ຈະ​ມີ​ປາຈຳຈວນ​ຫລວງຫລາຍ​ຢູ່​ທີ່​ນັ້ນ, ເພາະ​ນ້ຳ​ນີ້​ໄຫລ​ໄປ​ທີ່​ນັ້ນ ແລະ ເຮັດ​ໃຫ້​ນ້ຳ​ເຄັມ​ກາຍເປັນ​ນ້ຳ​ຈືດ; ດັ່ງນັ້ນ ແມ່ນ້ຳ​ນີ້​ໄຫລ​ໄປ​ທາງ​ໃດ ທຸກສິ່ງ​ກໍ​ຈະ​ມີ​ຊີວິດ. 10ຊາວ​ຫາປາ​ຈະ​ຢືນ​ຢູ່​ຕາມ​ແຄມ​ທະເລ; ຈາກ​ເອນເກດີ​ໄປ​ຈົນ​ເຖິງ​ເອນ​ເອກລາອິມ ຈະ​ມີ​ບ່ອນ​ສຳລັບ​ຕາກ​ມອງ. ຈະ​ມີ​ປາ​ຫລາຍ​ຊະນິດ ເໝືອນ​ກັບ​ປາ​ທີ່​ຢູ່​ໃນ​ທະເລ​ເມດີແຕຣາເນ. 11ແຕ່​ຕາມ​ໜອງ​ນ້ຳ ແລະ ບຶງ​ນ້ຳ​ຈະ​ບໍ່​ເປັນ​ນ້ຳ​ຈືດ ເພື່ອ​ຈະ​ເຫລືອ​ໄວ້​ເປັນ​ບໍ່​ເກືອ. 12ຕົ້ນໄມ້​ທີ່​ໃຫ້​ຜົນ​ທຸກ​ຊະນິດ​ຈະ​ໃຫຍ່​ຂຶ້ນ​ຢູ່​ທີ່​ແຄມ​ສອງ​ຝັ່ງ​ແມ່ນ້ຳ. ໃບ​ຂອງ​ມັນ​ຈະ​ບໍ່​ຫ່ຽວແຫ້ງ ແລະ ຜົນ​ຂອງ​ມັນ​ກໍ​ຈະ​ອອກ​ຕາມ​ລະດູ​ການ. ມັນ​ຈະ​ອອກ​ຜົນ​ທຸກ​ເດືອນ​ເພາະ​ນ້ຳ​ຈາກ​ສະຖານ​ນະມັດສະການ​ໄຫລ​ມາ​ເຖິງ​ມັນ. ຜົນ​ຂອງ​ມັນ​ຈະ​ໃຊ້​ເປັນ​ອາຫານ ແລະ ໃບ​ຂອງ​ມັນ​ກໍ​ໃຊ້​ປິ່ນປົວ​ພະຍາດ”.
ອານາເຂດ​ຂອງ​ດິນແດນ
13ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ວ່າ: “ໃຫ້​ເຈົ້າ​ແບ່ງ​ອານາເຂດ​ຂອງ​ດິນແດນ​ສຳລັບ​ທີ່​ເຈົ້າ​ຈະ​ແບ່ງ​ໃນ​ທ່າມກາງ​ອິດສະຣາເອນ​ສິບ​ສອງ​ເຜົ່າ​ເພື່ອ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເຜົ່າ​ຂອງ​ໂຢເຊັບ​ໄດ້​ຮັບ​ສອງ​ສ່ວນ. 14ເຈົ້າ​ຈົ່ງ​ແບ່ງ​ໃຫ້​ພວກເຂົາ​ເທົ່າ​ກັນ. ດິນແດນ​ນີ້​ຈະ​ເປັນ​ມໍລະດົກ​ສຳລັບ​ພວກເຈົ້າ ເພາະ​ເຮົາ​ໄດ້​ຍົກ​ມື​ປະຕິຍານ​ມອບ​ໃຫ້​ບັນພະບຸລຸດ​ຂອງ​ພວກເຈົ້າ.
15“ອານາເຂດ​ຂອງ​ດິນແດນ​ມີ​ດັ່ງນີ້:
“ດ້ານ​ເໜືອ​ຈາກ​ທະເລ​ເມດີແຕຣາເນ ໄປ​ທາງ​ເຫດໂລນ​ຜ່ານ​ເລໂບ​ຮາມັດ#47:15 ຫລື ທາງເຂົ້າ​ສູ່​ຮາມັດ ເຊັ່ນ​ດຽວ​ກັບ​ຂໍ້ 20 ໄປ​ຍັງ​ເຊດາດ, 16ເບໂລທາ#47:15,16 ພາສາ​ເຮັບເຣີ​ວ່າ ຖະໜົນ​ທີ່​ໄປ​ສູ່​ເຊດາດ 16 ຮາມັດ ເບໂຣທາ ແລະ ຊິບຣາອິມ (ເຊິ່ງ​ຕັ້ງ​ຢູ່​ທີ່​ຊາຍແດນ​ລະຫວ່າງ​ດາມັສກັດ ແລະ ຮາມັດ) ໄປ​ເຖິງ​ຮາເຊີ​ຮັດທິໂຄນ, ເຊິ່ງ​ຢູ່​ທີ່​ເຂດແດນ​ຂອງ​ຮາອູຣານ. 17ດັ່ງນັ້ນ ຊາຍແດນ​ທາງ​ທິດ​ເໜືອ​ຈະ​ເລີ່ມ​ຈາກ​ທະເລ​ຈົນ​ເຖິງ​ຮາຊາ​ເອໂນນ,#47:17 ພາສາ​ເຮັບເຣີ​ວ່າ ເອ​ໂນນ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ເອ​ນັນ ໄປ​ຕາມ​ຊາຍແດນ​ດ້ານ​ເໜືອ​ຂອງ​ດາມັສກັດ​ກັບ​ຊາຍແດນ​ຂອງ​ຮາມັດ​ໄປ​ທາງ​ທິດ​ເໜືອ. ນີ້​ແມ່ນ​ອານາເຂດ​ດ້ານ​ເໜືອ.
18ຊາຍແດນ​ດ້ານ​ທິດ​ຕາເວັນ​ອອກ ຈະ​ເລີ່ມ​ຈາກ​ລະຫວ່າງ​ຮາອູຣານ ແລະ ດາມັສກັດ ໄປ​ຕາມ​ແມ່ນ້ຳ​ຈໍແດນ​ລະຫວ່າງ​ກີເລອາດ​ກັບ​ດິນແດນ​ອິດສະຣາເອນ​ໄປ​ຫາ​ທະເລ​ຕາຍ​ໄປ​ຈົນ​ເຖິງ​ຕາມາ.#47:18 ພາສາ​ເຮັບເຣີ​ວ່າ ອິດສະຣາເອນ ເຈົ້າ​ຈະ​ແທກ​ໄປ​ຈົນ​ເຖິງ​ທະເລ​ຕາຍ​ທາງ​ຕະເວັນ​ອອກ ນີ້​ແມ່ນ​ຊາຍແດນ​ດ້ານ​ທິດ​ຕາເວັນ​ອອກ.
19ຊາຍແດນ​ດ້ານ​ໃຕ້​ຈາກ​ຕາດໂມ​ຈົນ​ເຖິງ​ແຫລ່ງ​ນ້ຳ​ຂອງ​ເມຣີບາ​ກາເດັດ ແລ້ວ​ໄປ​ຕາມ​ລຳ​ນ້ຳ​ແຫ່ງ​ເອຢິບ​ຈົນ​ເຖິງ​ທະເລ​ເມດີແຕຣາເນ. ນີ້​ແມ່ນ​ຊາຍແດນ​ທາງ​ທິດ​ໃຕ້.
20ຊາຍແດນ​ທິດ​ຕາເວັນ​ຕົກ ມີ​ທະເລ​ເມດີແຕຣາເນ​ເປັນ​ຊາຍແດນ ໄປ​ຈົນ​ເຖິງ​ຈຸດ​ໜຶ່ງ​ທີ່​ຢູ່​ກົງ​ກັນ​ຂ້າມ​ກັບ​ເລໂບ​ຮາມັດ. ນີ້​ແມ່ນ​ຊາຍແດນ​ທາງ​ທິດ​ຕາເວັນ​ຕົກ.
21“ດິນແດນ​ເຫລົ່ານີ້ ໃຫ້​ພວກເຈົ້າ​ແບ່ງ​ກັນ​ຕາມ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ. 22ຈົ່ງ​ແບ່ງ​ສ່ວນ​ເພື່ອ​ເປັນ​ມໍລະດົກ​ສຳລັບ​ພວກເຈົ້າ ແລະ ສຳລັບ​ຊາວ​ຕ່າງຊາດ​ທີ່​ມາ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ທ່າມກາງ​ພວກເຈົ້າ ແລະ ຜູ້​ທີ່​ມີ​ລູກ​ຫລານ. ໃຫ້​ພວກເຈົ້າ​ຖື​ວ່າ​ພວກເຂົາ​ເປັນ​ພົນລະເມືອງ​ອິດສະຣາເອນ​ຕັ້ງ​ແຕ່​ກຳເນີດ; ໃຫ້​ພວກເຂົາ​ໄດ້​ຮັບ​ທີ່​ດິນ​ທີ່​ເປັນ​ມໍລະດົກ​ຮ່ວມ​ກັບ​ຊົນ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ. 23ຊາວ​ຕ່າງຊາດ​ທີ່​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເຜົ່າ​ໃດ ກໍ​ໃຫ້​ແບ່ງ​ທີ່​ດິນ​ທີ່​ເປັນ​ມໍລະດົກ​ໃຫ້​ພວກເຂົາ​ດ້ວຍ”, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.

اکنون انتخاب شده:

ເອເຊກຽນ 47: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید