ເອເຊກຽນ 38

38
ໄຊຊະນະ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ຢາເວ​ຕໍ່​ບັນດາ​ປະຊາຊາດ
1ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 2“ບຸດ​ມະນຸດ ຈົ່ງ​ມຸ່ງ​ໜ້າ​ປະນາມ​ໂກກ​ແຫ່ງ​ດິນແດນ​ມາກົກ ເຈົ້ານາຍ​ຄົນ​ສຳຄັນ​ແຫ່ງ#38:2 ຫລື ເຈົ້ານາຍ​ແຫ່ງ​ໂຣເຊ​ເມເຊັກ ແລະ ຕູບານ; ຈົ່ງ​ທຳນວາຍ​ກ່າວ​ໂທດ​ລາວ 3ແລະ ກ່າວ​ວ່າ: ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ໂກກ, ເຈົ້ານາຍ​ຄົນ​ສຳຄັນ​ແຫ່ງ​ເມເຊັກ#38:3 ຫລື ໂກກ​ເຈົ້ານາຍ​ແຫ່ງ​ໂຣເຊ ເມເຊັກ ແລະ ຕູບານ, ເຮົາ​ເປັນ​ສັດຕູ​ກັບ​ເຈົ້າ. 4ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຫັນ​ກັບ, ຈະ​ເອົາ​ຂໍເກາະ​ກ່ຽວ​ຄາງກະໄຕ​ຂອງ​ເຈົ້າ ແລະ ລາກ​ເຈົ້າ​ອອກ​ໄປ​ພ້ອມ​ກອງທັບ​ທັງໝົດ​ຂອງ​ເຈົ້າ ຄື​ມ້າ​ຂອງ​ເຈົ້າ ແລະ ທະຫານມ້າ​ທີ່​ມີ​ອາວຸດ​ຄົບຖ້ວນ​ຂອງ​ເຈົ້າ ແລະ ທັງ​ກອງ​ກຳລັງ​ໃຫຍ່​ທີ່​ຖື​ໂລ່​ນ້ອຍ ແລະ ໃຫຍ່, ທຸກຄົນ​ທີ່​ແກວ່ງ​ດາບ​ຂອງ​ຕົນ. 5ເປີເຊຍ, ກູເຊ#38:5 ຄື ຕອນ​ເທິງ​ຂອງ​ລຸ່ມ​ແມ່ນ້ຳ​ນິນ ແລະ ພູດ​ຈະ​ໄປ​ກັບ​ພວກເຂົາ, ທຸກຄົນ​ລ້ວນ​ຖື​ໂລ່ ແລະ ສວມ​ໝວກເກາະ, 6ພ້ອມ​ທັງ​ໂກເມ​ກັບ​ທະຫານ​ທັງໝົດ ແລະ ທັງ​ເບດ​ໂຕກາມາ ຈາກ​ພາກ​ເໜືອ​ອັນ​ໄກ​ກັບ​ທະຫານ​ທັງໝົດ ມີ​ຫລາຍ​ປະຊາຊາດ​ທີ່​ຮ່ວມ​ກັບ​ເຈົ້າ.
7“ ‘ເຈົ້າ​ກັບ​ກອງ​ກຳລັງ​ທັງໝົດ​ທີ່​ຊຸມນຸມ​ກັນ​ຢູ່​ອ້ອມ​ເຈົ້າ ຈົ່ງ​ຕຽມ​ພ້ອມ ແລະ ຮັບ​ຄຳສັ່ງ​ກ່ຽວ​ກັບ​ພວກເຂົາ. 8ຫລັງຈາກ​ຫລາຍ​ວັນ​ຜ່ານ​ໄປ​ເຈົ້າ​ກໍ​ຈະ​ຖືກ​ເອີ້ນ​ມາ​ຮົບ. ອີກ​ຫລາຍ​ປີ​ຂ້າງ​ໜ້າ​ເຈົ້າ​ກໍ​ຈະ​ບຸກ​ດິນແດນ​ທີ່​ຫວ່າງ​ຈາກ​ສົງຄາມ ເຊິ່ງ​ປະຊາຊົນ​ດິນແດນ​ນັ້ນ​ຖືກ​ຮວບຮວມ​ມາ​ຈາກ​ຫລາຍ​ຊາດ​ສູ່​ພູເຂົາ​ຕ່າງໆ​ຂອງ​ອິດສະຣາເອນ​ທີ່​ຖືກ​ຖິ້ມ​ຮົກຮ້າງ​ມາ​ແຕ່​ດົນ. ພວກເຂົາ​ຖືກ​ພາ​ມາ​ຈາກ​ຊາດ​ຕ່າງໆ ແລະ ບັດນີ້ ພວກເຂົາ​ທັງໝົດ​ກໍ​ໄດ້​ອາໄສ​ຢູ່​ຢ່າງ​ປອດໄພ. 9ເຈົ້າ​ກັບ​ກອງ​ທະຫານ​ທັງໝົດ ແລະ ຊົນຊາດ​ທັງຫລາຍ​ທີ່​ຮ່ວມ​ກັບ​ເຈົ້າ​ຈະ​ຍົກ​ກອງ​ກຳລັງ​ຂຶ້ນ​ໄປ​ບຸກ​ກະໜ່ຳ​ເໝືອນ​ກັບ​ພະຍຸ; ເຈົ້າ​ຈະ​ເປັນ​ເໝືອນ​ເມກ​ປົກຄຸມ​ດິນແດນ​ນັ້ນ.
10“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ໃນ​ວັນ​ນັ້ນ​ຄວາມ​ຄິດ​ຈະ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ເຈົ້າ ແລະ ເຈົ້າ​ຈະ​ຄິດ​ກໍ່​ການ​ຮ້າຍ. 11ເຈົ້າ​ຈະ​ເວົ້າ​ວ່າ, “ເຮົາ​ຈະ​ບຸກ​ດິນແດນ​ຂອງ​ໝູ່ບ້ານ​ຕ່າງໆ​ທີ່​ບໍ່​ມີ​ກຳແພງ; ເຮົາ​ຈະ​ໂຈມຕີ​ຊົນຊາດ​ທີ່​ຮັກ​ຄວາມ​ສະຫງົບ ແລະ ບໍ່​ລະວັງ​ໄພພິບັດ ພວກເຂົາ​ທຸກຄົນ​ທີ່​ອາໄສ​ຢູ່​ໂດຍ​ບໍ່​ມີ​ກຳແພງ, ປະຕູ ແລະ ບານ​ປະຕູ. 12ເຮົາ​ຈະ​ປຸ້ນ ແລະ ຈີ້​ເອົາ​ເຄື່ອງ​ຂອງ ແລະ ປິ່ນ​ມື​ຂອງ​ເຮົາ​ໄປ​ສູ້​ກັບ​ຊາກ​ຫັກພັງ​ທີ່​ບັດນີ້​ມີ​ຄົນ​ອາໄສ​ຢູ່ ແລະ ສູ້​ກັບ​ຄົນ​ທັງຫລາຍ​ທີ່​ຮວບຮວມ​ຈາກ​ຊາດ​ຕ່າງໆ ເຊິ່ງ​ຮັ່ງມີ​ດ້ວຍ​ລັດ​ລ້ຽງ ແລະ ຜົນ​ຜະລິດ​ຕ່າງໆ​ທີ່​ອາໄສ​ຢູ່​ໃຈ​ກາງ​ດິນແດນ​ນັ້ນ”. 13ເຊບາ​ກັບ​ເດດານ ແລະ ບັນດາ​ພໍ່ຄ້າ​ທັງຫລາຍ​ຂອງ​ຕາກຊິດ ແລະ ໝູ່ບ້ານ​ທັງໝົດ​ຂອງ​ມັນ#38:13 ຫລື ໂຕສິງ​ທີ່​ເຂັ້ມແຂງ​ຂອງ​ມັນ​ຈະ​ເວົ້າ​ກັບ​ເຈົ້າ​ວ່າ, “ເຈົ້າ​ມາ​ເພື່ອ​ປຸ້ນ​ບໍ? ເຈົ້າ​ລະດົມ​ກອງທັບ​ຂອງ​ເຈົ້າ​ມາ​ເພື່ອ​ຈີ້​ເອົາ​ເຄື່ອງ​ຂອງ, ມາ​ຂົນ​ເອົາ​ເງິນ ແລະ ຄຳ, ປຸ້ນ​ເອົາ​ສັດລ້ຽງ​ກັບ​ຜົນ​ຜະລິດ​ຕ່າງໆ ແລະ ມາ​ຢຶດ​ເອົາ​ເຄື່ອງ​ຂອງ​ທີ່​ປຸ້ນ​ມາ​ໄດ້​ຈຳນວນ​ຫລວງຫລາຍ​ນັ້ນ​ບໍ?” ’
14“ເຫດສະນັ້ນ ບຸດ​ມະນຸດ, ຈົ່ງ​ທຳນວາຍ ແລະ ກ່າວ​ແກ່​ໂກກ​ວ່າ: ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ໃນ​ວັນ​ນັ້ນ​ເມື່ອ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ​ອາໄສ​ຢູ່​ຢ່າງ​ສະຫງົບ, ເຈົ້າ​ຈະ​ບໍ່​ສັງເກດ​ເຫັນ​ບໍ? 15ເຈົ້າ​ຈະ​ມາ​ຈາກ​ຖິ່ນຖານ​ຂອງ​ເຈົ້າ​ໃນ​ບ່ອນ​ໄກ​ທາງ​ພາກ​ເໜືອ, ເຈົ້າ ແລະ ຊາດ​ຕ່າງໆ​ທີ່​ຮ່ວມ​ກັບ​ເຈົ້າ, ພວກເຂົາ​ທຸກຄົນ​ລ້ວນ​ແຕ່​ຂີ່​ມ້າ​ມາ, ເປັນ​ກອງ​ກຳລັງ​ອັນ​ຍິ່ງໃຫຍ່ ແລະ ເປັນ​ກອງທັບ​ທີ່​ເຂັ້ມແຂງ​ຫລາຍ. 16ເຈົ້າ​ຈະ​ບຸກ​ມາ​ສູ້​ກັບ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ​ເໝືອນ​ເມກ​ປົກຄຸມ​ດິນແດນ, ໂກກ ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ນຳ​ເຈົ້າ​ມາ​ສູ້ຮົບ​ກັບ​ດິນແດນ​ຂອງ​ເຮົາ ເພື່ອ​ຊົນຊາດ​ທັງຫລາຍ​ຈະ​ໄດ້​ຮູ້​ຈັກ​ເຮົາ​ເມື່ອ​ເຮົາ​ສະແດງ​ຄວາມ​ບໍລິສຸດ​ຂອງ​ເຮົາ​ຜ່ານ​ທາງ​ເຈົ້າ​ຕໍ່ໜ້າ​ຕໍ່​ຕາ​ພວກເຂົາ.
17“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຈົ້າ​ເປັນ​ຄົນ​ນັ້ນ​ທີ່​ເຮົາ​ກ່າວ​ເຖິງ​ໃນ​ສະໄໝ​ກ່ອນ​ຜ່ານ​ທາງ​ຜູ້ຮັບໃຊ້​ຂອງ​ເຮົາ ຄື​ບັນດາ​ຜູ້ທຳນວາຍ​ຂອງ​ອິດສະຣາເອນ. ໃນ​ເວລາ​ນັ້ນ​ພວກເຂົາ​ໄດ້​ທຳນວາຍ​ຢູ່​ຫລາຍ​ປີ​ວ່າ​ເຮົາ​ຈະ​ນຳ​ເຈົ້າ​ມາ​ສູ້​ກັບ​ພວກເຂົາ. 18ໃນ​ວັນ​ນັ້ນ​ຈະ​ເກີດ​ເຫດການ​ດັ່ງນີ້​ຄື: ເມື່ອ​ໂກກ​ໂຈມຕີ​ດິນແດນ​ອິດສະຣາເອນ ຄວາມ​ໃຈຮ້າຍ​ອັນ​ຮຸນແຮງ​ຂອງ​ເຮົາ​ຈະ​ພຸ່ງ​ຂຶ້ນ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ. 19ໂດຍ​ຄວາມ​ຮ້ອນ​ໃຈ ແລະ ຄວາມ​ໂກດຮ້າຍ​ອັນ​ຮ້ອນກ້າ​ຂອງ​ເຮົາ ເຮົາ​ຂໍ​ປະກາດ​ວ່າ​ເມື່ອ​ເຖິງ​ເວລາ​ນັ້ນ ຈະ​ເກີດ​ແຜ່ນດິນ​ໄຫວ​ຢ່າງ​ຮ້າຍແຮງ​ໃນ​ດິນແດນ​ອິດສະຣາເອນ. 20ປາ​ໃນ​ທະເລ, ນົກ​ໃນ​ຟ້ອງຟ້າ, ສັດປ່າ​ໃນ​ທົ່ງນາ, ສັດ​ເລືອ​ຄານ​ທຸກ​ຊະນິດ ແລະ ທຸກ​ຄົນ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ຈະ​ສັ່ນ​ສະທ້ານ​ຕໍ່ໜ້າ​ເຮົາ. ພູເຂົາ​ທັງຫລາຍ​ຈະ​ເຈື່ອນ​ລົງ, ໜ້າ​ຜາ​ຈະ​ແຕກ​ເປັນ​ປ່ຽງ ແລະ ກຳແພງ​ທຸກ​ແຫ່ງ​ຈະ​ພັງ​ລົງ​ທີ່​ພື້ນ. 21ເຮົາ​ຈະ​ເກນ​ເອົາ​ດາບ​ເຫລັ້ມ​ໜຶ່ງ​ມາ​ສູ້​ກັບ​ໂກກ​ຢູ່​ເທິງ​ພູເຂົາ​ທຸກ​ແຫ່ງ​ຂອງ​ເຮົາ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ. ດາບ​ຂອງ​ທຸກຄົນ​ຈະ​ສູ້​ກັບ​ພີ່ນ້ອງ​ຂອງ​ຕົນ. 22ເຮົາ​ຈະ​ລົງໂທດ​ພວກເຂົາ​ດ້ວຍ​ໂລກລະບາດ ແລະ ການ​ນອງ​ເລືອດ ເຮົາ​ຈະ​ເທ​ຝົນ​ຫ່າ​ໃຫຍ່, ໝາກເຫັບ ແລະ ມາດ​ທີ່​ກຳລັງ​ລຸກ​ໄໝ້​ລົງ​ໃສ່​ໂກກ ແລະ ກອງ​ທະຫານ​ຂອງ​ໂກກ​ຕະຫລອດ​ຈົນ​ຊົນຊາດ​ຕ່າງໆ​ທີ່​ຮ່ວມ​ກັບ​ໂກກ. 23ເຮົາ​ຈະ​ສະແດງ​ຄວາມ​ຍິ່ງໃຫຍ່ ແລະ ຄວາມ​ບໍລິສຸດ​ຂອງ​ເຮົາ​ຢ່າງ​ນີ້ ແລະ ເຮົາ​ຈະ​ສະແດງ​ຕົນ​ໃຫ້​ເປັນ​ທີ່​ຮູ້​ຈັກ​ຕໍ່ໜ້າ​ຕໍ່​ຕາ​ຊົນຊາດ​ທັງຫລາຍ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ’.

اکنون انتخاب شده:

ເອເຊກຽນ 38: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید