ເອເຊກຽນ 39

39
1“ບຸດ​ມະນຸດ ຈົ່ງ​ທຳນວາຍ​ຕໍ່ສູ້​ໂກກ ແລະ ເວົ້າ​ວ່າ: ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ໂກກ​ຜູ້​ເປັນ​ເຈົ້ານາຍ​ຄົນ​ສຳຄັນ​ແຫ່ງ​ເມເຊັກ#39:1 ຫລື ໂກກ​ເຈົ້າ​ຊີວິດ​ແຫ່ງ​ໂຣເຊ ເມເຊັກ ແລະ ຕູບານ, ເຮົາ​ເປັນ​ສັດຕູ​ກັບ​ເຈົ້າ. 2ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຫັນ​ກັບ ແລະ ລາກ​ເຈົ້າ​ໄປ. ເຮົາ​ຈະ​ນຳ​ເຈົ້າ​ມາ​ຈາກ​ພາກ​ເໜືອ​ສຸດ ແລະ ສົ່ງ​ເຈົ້າ​ມາ​ສູ້ຮົບ​ກັບ​ພູເຂົາ​ຕ່າງໆ​ຂອງ​ອິດສະຣາເອນ. 3ແລ້ວ​ເຮົາ​ຈະ​ຟາດ​ຄັນ​ທະນູ​ຂອງ​ເຈົ້າ​ໃຫ້​ຫລຸດ​ຈາກ​ມື​ຊ້າຍ​ຂອງ​ເຈົ້າ ແລະ ເຮັດ​ໃຫ້​ລູກ​ທະນູ​ຕົກ​ຈາກ​ມື​ຂວາ​ຂອງ​ເຈົ້າ. 4ເຈົ້າ ແລະ ທະຫານ​ທັງໝົດ​ກັບ​ຊົນຊາດ​ຕ່າງໆ​ທີ່​ຮ່ວມ​ກັບ​ເຈົ້າ​ຈະ​ລົ້ມ​ລົງ​ເທິງ​ພູເຂົາ​ທັງຫລາຍ​ຂອງ​ອິດສະຣາເອນ. ເຮົາ​ຈະ​ມອບ​ເຈົ້າ​ໃຫ້ເປັນ​ອາຫານ​ຂອງ​ຊາກ​ນົກ​ທຸກ​ຊະນິດ ແລະ ສັດປ່າ​ທັງຫລາຍ. 5ເຈົ້າ​ຈະ​ລົ້ມ​ລົງ​ໃນ​ທົ່ງ​ກວ້າງ ເພາະ​ເຮົາ​ໄດ້​ເວົ້າ​ໄວ້​ແລ້ວ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນີ້. 6ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ເທິງ​ເມືອງ​ມາກົກ ແລະ ເທິງ​ບັນດາ​ຄົນ​ທີ່​ອາໄສ​ຢູ່​ຢ່າງ​ປອດໄພ​ຕາມ​ດິນແດນ​ຊາຍ​ຝັ່ງ​ທະເລ ແລະ ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ.
7“ ‘ເຮົາ​ຈະ​ເຮັດ​ໃຫ້​ນາມ​ອັນ​ສັກສິດ​ຂອງ​ເຮົາ​ເປັນ​ທີ່​ຮູ້​ຈັກ​ໃນ​ທ່າມກາງ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ. ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ນາມ​ອັນ​ສັກສິດ​ຂອງ​ເຮົາ​ຖືກ​ລົບຫລູ່​ອີກ​ຕໍ່ໄປ ແລະ ປະຊາຊາດ​ທັງຫລາຍ​ຈະ​ຮູ້​ວ່າ​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ຄື​ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ. 8ວັນ​ນັ້ນ​ກຳລັງ​ຈະ​ມາ​ເຖິງ​ແລ້ວ! ເຫດການ​ເຫລົ່ານີ້​ຈະ​ເກີດ​ຂຶ້ນ​ຢ່າງ​ແນ່ນອນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ. ນີ້​ເປັນ​ວັນ​ທີ່​ເຮົາ​ໄດ້​ກ່າວ​ໄວ້.
9“ ‘ແລ້ວ​ບັນດາ​ຄົນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ອິດສະຣາເອນ​ກໍ​ຈະ​ອອກ​ໄປ​ເກັບ​ອາວຸດ​ມາ​ຈູດ​ເປັນ​ຟືນ​ດັງ​ໄຟ ມີ​ທັງ​ໂລ່​ນ້ອຍ ແລະ ໂລ່​ໃຫຍ່, ຄັນ​ທະນູ, ລູກ​ທະນູ, ໄມ້ຄ້ອນ​ຮົບ ແລະ ຫອກ. ພວກເຂົາ​ຈະ​ໃຊ້​ອາວຸດ​ເຫລົ່ານີ້​ເປັນ​ຟືນ​ດັງ​ໄຟ​ຕະຫລອດ​ເຈັດ​ປີ. 10ພວກເຂົາ​ຈະ​ບໍ່​ຈຳເປັນ​ຕ້ອງ​ເກັບ​ຟືນ​ຈາກ​ທົ່ງ ຫລື ຕັດ​ຟືນ​ຈາກ​ປ່າ ເພາະ​ຈະ​ໃຊ້​ອາວຸດ​ທັງຫລາຍ​ເປັນ​ຟືນ​ດັງ​ໄຟ ແລະ ພວກເຂົາ​ຈະ​ປຸ້ນ​ຜູ້​ທີ່​ເຄີຍ​ປຸ້ນ​ພວກເຂົາ ແລະ ຈະ​ຈີ້​ຜູ້​ທີ່​ເຄີຍ​ຈີ້​ພວກເຂົາ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.
11“ ‘ໃນ​ວັນ​ນັ້ນ ເຮົາ​ຈະ​ໃຫ້​ບ່ອນ​ຝັງ​ສົບ​ຕອນ​ໜຶ່ງ​ໃນ​ອິດສະຣາເອນ​ແກ່​ໂກກ, ເປັນ​ຮ່ອມພູ​ຂອງ​ບັນດາ​ຄົນ​ທີ່​ເດີນທາງ​ໄປ​ທາງ​ຕາເວັນ​ອອກ ມຸ່ງ​ໜ້າ​ສູ່#39:11 ຫລື ທາງ​ຕະເວັນ​ອອກ​ຂອງ​ທະເລ​ນັ້ນ.#39:11 ຄື ທະເລຕາຍ ມັນ​ຈະ​ກີດ​ຂວາງ​ທາງ​ຂອງ​ຄົນ​ທີ່​ສັນຈອນ​ໄປ​ມາ ເພາະ​ໂກກ ແລະ ກອງ​ກຳລັງ​ທັງໝົດ​ຂອງ​ໂກກ​ຈະ​ຖືກ​ຝັງ​ໄວ້​ຢູ່​ທີ່​ນັ້ນ. ດັ່ງນັ້ນ ຄົນ​ທັງຫລາຍ​ຈະ​ເອີ້ນ​ທີ່​ນັ້ນ​ວ່າ​ຮ່ອມພູ​ຮາໂມນ​ໂກກ.#39:11 ແປ​ວ່າ ກອງ​ກຳລັງ​ຂອງ​ໂກກ
12“ ‘ຊົນຊາດ​ອິດສະຣາເອນ​ຈະ​ຝັງ​ສົບ​ຂອງ​ພວກເຂົາ​ຕະຫລອດ​ເຈັດ​ເດືອນ​ເພື່ອ​ຊຳລະ​ແຜ່ນດິນ​ໃຫ້​ສະອາດ. 13ປະຊາຊົນ​ທຸກຄົນ​ຈະ​ຊ່ວຍ​ກັນ​ຝັງ​ສົບ​ຂອງ​ພວກເຂົາ ແລະ ວັນ​ທີ່​ເຮົາ​ໄດ້​ຮັບ​ກຽດຕິຍົດ​ນັ້ນ ຈະ​ເປັນ​ວັນ​ຈາລຶກ​ສຳລັບ​ພວກເຂົາ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.
14“ ‘ປະຊາຊົນ​ທັງຫລາຍ​ຈະ​ຖືກ​ຈ້າງ​ໃຫ້​ຊຳລະ​ດິນແດນ​ນັ້ນ​ຢ່າງ​ຕໍ່ເນື່ອງ. ພວກເຂົາ​ຈະ​ກະຈາຍ​ໄປ​ທົ່ວ​ແຜ່ນດິນ, ບາງຄົນ​ກໍ​ຝັງ​ສົບ​ຄົນ​ທີ່​ຕາຍ​ຢູ່​ຕາມ​ພື້ນດິນ. ເມື່ອ​ຄົບ​ເຈັດ​ເດືອນ​ແລ້ວ ພວກເຂົາ​ກໍ​ຈະ​ເລີ່ມ​ອອກ​ຄົ້ນ​ຫາ. 15ຂະນະ​ທີ່​ພວກເຂົາ​ໄປ​ທົ່ວ​ດິນແດນ ຜູ້ໃດ​ທີ່​ເຫັນ​ກະດູກ​ຂອງ​ຄົນ​ກໍ​ຈະ​ເອົາ​ເຄື່ອງ​ໝາຍ​ປັກ​ໄວ້​ທາງ​ຂ້າງ ລໍ​ຖ້າ​ຈົນ​ຄົນ​ຂຸດ​ຂຸມ​ມາ​ຝັງ​ກະດູກ​ນັ້ນ​ໃນ​ຮ່ອມພູ​ຮາໂມນ​ໂກກ, 16ຢູ່​ໃກ້​ກັບ​ເມືອງ​ໜຶ່ງ​ທີ່​ມີ​ຊື່​ວ່າ​ຮາໂມນາ.#39:16 ແປ​ວ່າ ກອງ​ກຳລັງ ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈະ​ຊຳລະ​ແຜ່ນດິນ​ໃຫ້​ສະອາດ’.
17“ບຸດ​ມະນຸດ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ຈົ່ງ​ເອີ້ນ​ຫາ​ນົກ​ທຸກ​ຊະນິດ ແລະ ສັດປ່າ​ທັງໝົດ​ວ່າ: ‘ຈົ່ງ​ມາ​ເຕົ້າໂຮມ​ກັນ​ຈາກ​ທຸກ​ທິດ ມາ​ກິນ​ເຄື່ອງບູຊາ​ທີ່​ເຮົາ​ກຳລັງ​ຕຽມ​ໄວ້​ໃຫ້, ເປັນ​ການ​ຖວາຍ​ຄັ້ງ​ໃຫຍ່​ເທິງ​ພູເຂົາ​ຕ່າງໆ​ຂອງ​ອິດສະຣາເອນ. ເຈົ້າ​ຈະ​ໄດ້​ກິນ​ຊີ້ນ ແລະ ດື່ມ​ເລືອດ​ຢູ່​ທີ່​ນັ້ນ. 18ເຈົ້າ​ຈະ​ກິນ​ຊີ້ນ​ຂອງ​ຜູ້​ຍິ່ງໃຫຍ່ ແລະ ດື່ມ​ເລືອດ​ຂອງ​ບັນດາ​ເຈົ້ານາຍ​ຂອງ​ໂລກ ເໝືອນ​ກັບ​ທີ່​ພວກເຂົາ​ເຫລົ່ານັ້ນ​ເປັນ​ແກະ​ຜູ້, ລູກ​ແກະ, ແບ້ ແລະ ງົວ​ຜູ້ ທັງ​ໝົດ​ລ້ວນ​ແຕ່​ເປັນ​ສັດ​ໂຕ​ອ້ວນ​ພີ​ຈາກ​ບາຊານ. 19ເຈົ້າ​ຈະ​ກິນ​ໄຂມັນ​ຈົນ​ອິ່ມ ແລະ ດື່ມ​ເລືອດ​ຈົນ​ເມົາ​ຈາກ​ເຄື່ອງ​ບູຊາ​ທີ່​ເຮົາ​ກຳລັງ​ຕຽມ​ໄວ້​ໃຫ້​ເຈົ້າ. 20ທີ່​ໂຕະ​ຂອງ​ເຮົາ ເຈົ້າ​ຈະ​ກິນ​ມ້າ ແລະ ທະຫານ​ມ້າ, ບູລຸດ​ຜູ້​ຍິ່ງໃຫຍ່ ແລະ ນັກຮົບ​ທຸກ​ປະເພດ​ຈົນ​ອິ່ມໜຳ’, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.
21“ເຮົາ​ຈະ​ສະແດງ​ກຽດ​ຕິຍົດ​ຂອງ​ເຮົາ​ທ່າມກາງ​ຊົນຊາດ​ທັງຫລາຍ ແລະ ປະຊາຊາດ​ທັງໝົດ​ຈະ​ໄດ້​ເຫັນ​ໂທດ​ທີ່​ເຮົາ​ບັນດານ ແລະ ເຫັນ​ມື​ທີ່​ເຮົາ​ຟາດ​ພວກເຂົາ. 22ຕັ້ງ​ແຕ່​ວັນ​ນັ້ນ​ເປັນ​ຕົ້ນ​ໄປ ຊົນຊາດ​ອິດສະຣາເອນ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ. 23ແລະ ປະຊາຊາດ​ທັງຫລາຍ​ຈະ​ຮູ້​ວ່າ​ປະຊາຊົນ​ອິດສະຣາເອນ​ໄດ້​ຕົກ​ເປັນ​ຊະເລີຍ​ເພາະ​ຄວາມ​ບາບ​ຂອງ​ຕົນ. ເພາະ​ພວກເຂົາ​ບໍ່ສັດຊື່​ຕໍ່​ເຮົາ. ເຮົາ​ຈຶ່ງ​ເຊື່ອງ​ໜ້າ​ຂອງ​ເຮົາ​ຈາກ​ພວກເຂົາ ແລະ ມອບ​ພວກເຂົາ​ໃຫ້​ສັດຕູ​ຂອງ​ພວກເຂົາ ແລ້ວ​ພວກເຂົາ​ທັງໝົດ​ກໍ​ລົ້ມ​ຕາຍ​ດ້ວຍ​ຄົມ​ດາບ. 24ເຮົາ​ໄດ້​ຈັດການ​ກັບ​ພວກເຂົາ​ຕາມ​ມົນທິນ​ຂອງ​ພວກເຂົາ ແລະ ການ​ລ່ວງ​ລະເມີດ​ຂອງ​ພວກເຂົາ ແລະ ເຮົາ​ໄດ້​ເຊື່ອງ​ໜ້າ​ຂອງ​ເຮົາ​ຈາກ​ພວກເຂົາ.
25“ເຫດສະນັ້ນ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈຶ່ງ​ກ່າວ​ດັ່ງນີ້​ວ່າ: ບັດນີ້ ເຮົາ​ຈະ​ນຳ​ຢາໂຄບ​ກັບ​ຈາກ​ການ​ເປັນ​ຊະເລີຍ#39:25 ຫລື ບັດນີ້​ເຮົາ​ຈະ​ໃຫ້​ຢາໂຄບ​ກັບ​ສູ່​ສະພາບ​ດີ​ດັ່ງ​ເດີມ ແລະ ເຮົາ​ຈະ​ເມດຕາ​ສົງສານ​ປະຊາຊົນ​ອິດສະຣາເອນ​ເພາະ​ເຮົາ​ຫວງແຫນ​ນາມ​ອັນ​ສັກສິດ​ຂອງ​ເຮົາ. 26ພວກເຂົາ​ຈະ​ລືມ​ຄວາມ​ອັບອາຍ ແລະ ຄວາມ​ບໍ່ສັດຊື່​ທັງໝົດ​ທີ່​ພວກເຂົາ​ສະແດງ​ຕໍ່​ເຮົາ ເມື່ອ​ພວກເຂົາ​ອາໄສ​ຢູ່​ຢ່າງ​ປອດໄພ​ໃນ​ດິນແດນ​ຂອງ​ຕົນ ໂດຍ​ບໍ່​ມີ​ຜູ້ໃດ​ເຮັດ​ໃຫ້​ພວກເຂົາ​ຢ້ານກົວ. 27ເມື່ອ​ເຮົາ​ໄດ້​ນຳ​ພວກເຂົາ​ກັບ​ມາ​ຈາກ​ຊາດ​ຕ່າງໆ ແລະ ໄດ້​ຮວບຮວມ​ພວກເຂົາ​ມາ​ຈາກ​ບັນດາ​ປະເທດ​ທີ່​ເປັນ​ສັດຕູ​ຂອງ​ພວກເຂົາ ເຮົາ​ຈະ​ສະແດງ​ໂຕ​ເຮົາ​ເອງ​ວ່າ​ບໍລິສຸດ​ຜ່ານ​ທາງ​ພວກເຂົາ​ຕໍ່ໜ້າ​ປະຊາຊາດ​ທັງຫລາຍ. 28ເມື່ອ​ນັ້ນ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ, ເພາະ​ເຖິງ​ແມ່ນ​ເຮົາ​ໄດ້​ສົ່ງ​ພວກເຂົາ​ໄປ​ເປັນ​ຊະເລີຍ​ທ່າມກາງ​ຊົນຊາດ​ຕ່າງໆ ເຮົາ​ກໍ​ຈະ​ຮວບຮວມ​ພວກເຂົາ​ກັບ​ມາ​ຍັງ​ດິນແດນ​ຂອງ​ຕົນ​ເອງ​ໂດຍ​ບໍ່​ປະ​ຖິ້ມ​ໄວ້​ຈັກ​ຄົນ. 29ເຮົາ​ຈະ​ບໍ່​ເຊື່ອງ​ໜ້າ​ຂອງ​ເຮົາ​ຈາກ​ພວກເຂົາ​ອີກ​ແລ້ວ ເພາະ​ເຮົາ​ຈະ​ຖອກ​ພຣະວິນຍານ​ຂອງ​ເຮົາ​ລົງ​ເໜືອ​ຊົນຊາດ​ອິດສະຣາເອນ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ”.

اکنون انتخاب شده:

ເອເຊກຽນ 39: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید