ເອເຊກຽນ 37
37
ຮ່ອມພູແຫ່ງກະດູກແຫ້ງ
1ມືຂອງພຣະເຈົ້າຢາເວຢູ່ເໜືອຂ້າພະເຈົ້າ ແລະ ພຣະອົງໄດ້ນຳຂ້າພະເຈົ້າອອກມາໂດຍພຣະວິນຍານບໍລິສຸດຂອງພຣະເຈົ້າຢາເວ ແລະ ໄດ້ວາງຂ້າພະເຈົ້າໄວ້ທີ່ກາງຮ່ອມພູແຫ່ງໜຶ່ງທີ່ເຕັມໄປດ້ວຍກະດູກ. 2ພຣະອົງໄດ້ພາຂ້າພະເຈົ້າເດີນທາງໄປມາໃນທ່າມກາງກະດູກນັ້ນ ແລະ ຂ້າພະເຈົ້າໄດ້ເຫັນກະດູກຈຳນວນຫລວງຫລາຍຢູ່ເທິງພື້ນທົ່ວຮ່ອມພູ, ເປັນກະດູກທີ່ແຫ້ງຫລາຍ. 3ພຣະອົງໄດ້ຖາມຂ້າພະເຈົ້າວ່າ, “ບຸດມະນຸດ, ກະດູກເຫລົ່ານີ້ຈະກັບມາມີຊີວິດໄດ້ບໍ?”
ຂ້າພະເຈົ້າໄດ້ຕອບວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງເຈົ້ານາຍ ພຣະອົງຜູ້ດຽວທີ່ຮູ້”.
4ແລ້ວພຣະອົງກ່າວກັບຂ້າພະເຈົ້າວ່າ, “ຈົ່ງກ່າວທຳນວາຍແກ່ກະດູກເຫລົ່ານີ້ ແລະ ກ່າວຕໍ່ກະດູກເຫລົ່ານັ້ນວ່າ, ‘ກະດູກແຫ້ງ, ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ! 5ພຣະເຈົ້າຢາເວ ອົງເຈົ້ານາຍກ່າວແກ່ກະດູກເຫລົ່ານີ້ວ່າ: ເຮົາຈະໃຫ້ລົມຫາຍ#37:5 ໃນພາສາເຮັບເຣີ ຄຳນີ້ອາດໝາຍເຖິງ ລົມ ຫລື ວິນຍານ ໄດ້ດ້ວຍ (ເບິ່ງຂໍ້ 6-14)ເຂົ້າສູ່ເຈົ້າ ແລ້ວເຈົ້າກໍຈະກັບມາມີຊີວິດ. 6ເຮົາຈະຮ້ອຍເອັນຂອງເຈົ້າ ແລະ ໃຫ້ເຈົ້າມີຊີ້ນ ແລ້ວຫຸ້ມເຈົ້າໄວ້ດ້ວຍຜິວໜັງ; ເຮົາຈະໃສ່ລົມຫາຍໃຈໃຫ້ເຈົ້າ ແລະ ເຈົ້າກໍຈະກັບມາມີຊີວິດ. ແລ້ວເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.
7ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ກ່າວທຳນວາຍຕາມທີ່ພຣະອົງໄດ້ສັ່ງ ແລະ ຂະນະທີ່ຂ້າພະເຈົ້າກຳລັງກ່າວທຳນວາຍຢູ່ນັ້ນ ກໍມີສຽງດັງກຸກກິກ ແລະ ກະດູກຕ່າງໆກໍມາປະສານຕໍ່ເຂົ້າກັນ. 8ຂ້າພະເຈົ້າເບິ່ງກໍເຫັນເອັນ ແລະ ຊີ້ນກໍ່ກັນຂຶ້ນເທິງກະດູກ ແລະ ຜິວໜັງກໍຫຸ້ມກະດູກເຫລົ່ານັ້ນໄວ້, ແຕ່ຮ່າງເຫລົ່ານັ້ນຍັງບໍ່ມີລົມຫາຍໃຈ.
9ແລ້ວພຣະອົງໄດ້ກ່າວແກ່ຂ້າພະເຈົ້າວ່າ, “ບຸດມະນຸດ ຈົ່ງກ່າວທຳນວາຍແກ່ລົມຫາຍໃຈ; ຈົ່ງກ່າວວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ລົມຫາຍໃຈ ຈົ່ງມາຈາກລົມທັງສີ່ທິດ ແລະ ເຂົ້າສູ່ຮ່າງທີ່ຖືກຂ້າເຫລົ່ານີ້ເພື່ອພວກເຂົາຈະມີຊີວິດ’ ”. 10ຂ້າພະເຈົ້າຈຶ່ງໄດ້ກ່າວທຳນວາຍຕາມທີ່ພຣະອົງໄດ້ສັ່ງຂ້າພະເຈົ້າ ແລ້ວລົມຫາຍໃຈກໍເຂົ້າສູ່ຮ່າງເຫລົ່ານັ້ນ; ຮ່າງເຫລົ່ານັ້ນຈຶ່ງກັບມາມີຊີວິດ ແລ້ວລຸກຂຶ້ນຢືນ ແລ້ວກາຍເປັນກອງທັບໃຫຍ່.
11ແລ້ວພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: “ບຸດມະນຸດ, ກະດູກເຫລົ່ານີ້ຄືຊົນຊາດອິດສະຣາເອນທັງໝົດ. ພວກເຂົາເວົ້າວ່າ, ‘ກະດູກຂອງພວກເຮົາແຫ້ງ ແລະ ຄວາມຫວັງຂອງເຮົາກໍສູນໄປ; ພວກເຮົາຖືກທຳລາຍແລ້ວ’. 12ເຫດສະນັ້ນ ຈົ່ງກ່າວທຳນວາຍແກ່ພວກເຂົາວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ປະຊາຊົນຂອງເຮົາ, ເຮົາຈະເປີດຂຸມຝັງສົບຂອງເຈົ້າ ແລະ ນຳເຈົ້າອອກມາ ເຮົາຈະພາເຈົ້າກັບຄືນສູ່ດິນແດນອິດສະຣາເອນ. 13ເມື່ອນັ້ນແຫລະປະຊາຊົນຂອງເຮົາ, ເຈົ້າກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ເມື່ອເຮົາເປີດຂຸມຝັງສົບຂອງເຈົ້າ ແລະ ນຳເຈົ້າອອກມາ. 14ເຮົາຈະໃສ່ວິນຍານຂອງເຮົາໄວ້ໃນເຈົ້າ ແລ້ວເຈົ້າກໍຈະກັບມາມີຊີວິດ ແລະ ເຮົາຈະໃຫ້ເຈົ້າຕັ້ງຖິ່ນຖານໃນດິນແດນຂອງເຈົ້າເອງ. ແລ້ວເຈົ້າກໍຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວໄດ້ກ່າວໄວ້ ແລະ ເຮົາກໍຈະເຮັດຕາມນັ້ນ, ພຣະເຈົ້າຢາເວປະກາດດັ່ງນັ້ນ’ ”.
ຊາດດຽວກະສັດດຽວ
15ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: 16“ບຸດມະນຸດ, ຈົ່ງເອົາໄມ້ທ່ອນໜຶ່ງມາ ແລະ ຂຽນລົງເທິງໄມ້ນັ້ນວ່າ ‘ຂອງຢູດາກັບອິດສະຣາເອນ ເຊິ່ງເປັນພວກດຽວກັນ’ ແລະ ເອົາໄມ້ອີກທ່ອນໜຶ່ງມາ ແລ້ວຂຽນລົງເທິງໄມ້ນັ້ນວ່າ, ‘ຂອງເອຟຣາອິມ, ຂອງໂຢເຊັບ ແລະ ເຊື້ອສາຍອິດສະຣາເອນທັງໝົດ ເຊິ່ງເປັນພວກດຽວກັນ’. 17ຈົ່ງປະກອບໄມ້ທັງສອງເຂົ້າກັນໃຫ້ເປັນໄມ້ອັນດຽວ ເພື່ອໄມ້ທັງສອງຈະເປັນອັນດຽວຢູ່ໃນມືຂອງເຈົ້າ.
18“ເມື່ອພີ່ນ້ອງຮ່ວມຊາດຂອງເຈົ້າຖາມເຈົ້າວ່າ, ‘ເຈົ້າຈະບໍ່ບອກພວກເຮົາວ່າທີ່ເຈົ້າເຮັດຢ່າງນັ້ນໝາຍຄວາມວ່າແນວໃດບໍ?’ 19ຈົ່ງບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາຈະເອົາໄມ້ຂອງໂຢເຊັບ ເຊິ່ງຢູ່ໃນມືຂອງເອຟຣາອິມ ແລະ ໄມ້ຂອງເຜົ່າຕ່າງໆຂອງຊາວອິດສະຣາເອນທີ່ເປັນພວກດຽວກັນ ແລະ ປະກອບເຂົ້າກັບໄມ້ຂອງຢູດາ. ເຮົາຈະປະກອບໄມ້ທັງສອງເຂົ້າກັນໃຫ້ເປັນໄມ້ອັນດຽວ ແລະ ໄມ້ທັງສອງຈະກາຍເປັນໄມ້ດຽວຢູ່ໃນມືຂອງເຮົາ. 20ຈົ່ງຊູໄມ້ທັງສອງອັນທີ່ເຈົ້າຂຽນໄວ້ນັ້ນຕໍ່ໜ້າພວກເຂົາ 21ແລະ ບອກພວກເຂົາວ່າພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເຮົາຈະນຳຊົນຊາດອິດສະຣາເອນອອກມາຈາກຊາດຕ່າງໆທີ່ພວກເຂົາໄປນັ້ນ. ເຮົາຈະຮວບຮວມພວກເຂົາມາຈາກທຸກທິດ ແລະ ພາພວກເຂົາກັບຄືນສູ່ດິນແດນຂອງພວກເຂົາ. 22ເຮົາຈະເຮັດໃຫ້ພວກເຂົາເປັນຊົນຊາດດຽວໃນດິນແດນນັ້ນ, ໃຫ້ຢູ່ເທິງພູເຂົາຕ່າງໆຂອງອິດສະຣາເອນ. ຈະມີກະສັດຜູ້ດຽວປົກຄອງເໜືອພວກເຂົາທັງໝົດ ແລະ ພວກເຂົາຈະບໍ່ແຍກເປັນສອງຊາດ ຫລື ສອງອານາຈັກອີກຕໍ່ໄປ. 23ພວກເຂົາຈະບໍ່ເຮັດໃຫ້ຕົນເອງເປັນມົນທິນດ້ວຍຮູບເຄົາລົບຕ່າງໆຂອງພວກເຂົາ ແລະ ຮູບເຄົາລົບອັນຊົ່ວຊ້າ ຫລື ດ້ວຍການລ່ວງລະເມີດໃດໆຂອງພວກເຂົາ ເພາະເຮົາຈະຊ່ວຍບໍ່ໃຫ້ພວກເຂົາກັບຄືນໄປເຮັດບາບອີກ#37:23 ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ເພາະເຮົາຈະຊ່ວຍພວກເຂົາຈາກທີ່ພັກອາໄສທຸກແຫ່ງທີ່ພວກເຂົາໄດ້ໄປເຮັດບາບ ແລະ ເຮົາຈະຊຳລະລ້າງພວກເຂົາ. ພວກເຂົາຈະເປັນປະຊາຊົນຂອງເຮົາ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ.
24“ ‘ດາວິດຜູ້ຮັບໃຊ້ຂອງເຮົາຈະເປັນກະສັດປົກຄອງພວກເຂົາ ແລະ ພວກເຂົາຈະມີຜູ້ລ້ຽງຄົນດຽວ. ພວກເຂົາຈະປະຕິບັດຕາມກົດບັນຍັດຂອງເຮົາ ແລະ ເອົາໃຈໃສ່ເຮັດຕາມດຳລັດຂອງເຮົາ. 25ພວກເຂົາຈະອາໄສຢູ່ໃນດິນແດນທີ່ເຮົາມອບໃຫ້ແກ່ຢາໂຄບຜູ້ຮັບໃຊ້ຂອງເຮົາ ດິນແດນທີ່ບັນພະບຸລຸດຂອງພວກເຈົ້າອາໄສຢູ່. ພວກເຂົາກັບບັນດາລູກຂອງພວກເຂົາ ແລະ ບັນດາຫລານຂອງພວກເຂົາຈະອາໄສຢູ່ທີ່ນັ້ນຕະຫລອດໄປ ແລະ ດາວິດຜູ້ຮັບໃຊ້ຂອງເຮົາຈະເປັນເຈົ້ານາຍຂອງພວກເຂົາຕະຫລອດໄປ. 26ເຮົາຈະເຮັດຄຳໝັ້ນສັນຍາແຫ່ງສັນຕິພາບກັບພວກເຂົາ; ເຊິ່ງມັນຈະເປັນຄຳໝັ້ນສັນຍານິລັນດອນ. ເຮົາຈະສະຖາປະນາພວກເຂົາໄວ້ ແລະ ເພີ່ມທະວີຈຳນວນຂອງພວກເຂົາ ແລະ ເຮົາຈະຕັ້ງສະຖານນະມັດສະການຂອງເຮົາໄວ້ທ່າມກາງພວກເຂົາຕະຫລອດໄປ. 27ທີ່ຢູ່ຂອງເຮົາຈະຢູ່ທ່າມກາງພວກເຂົາ; ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະ ພວກເຂົາຈະເປັນປະຊາຊົນຂອງເຮົາ. 28ແລ້ວຊົນຊາດທັງຫລາຍກໍຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວໄດ້ເຮັດໃຫ້ອິດສະຣາເອນເປັນຊົນຊາດບໍລິສຸດ, ເມື່ອສະຖານນະມັດສະການຂອງເຮົາຢູ່ທ່າມກາງພວກເຂົາຕະຫລອດໄປເປັນນິດ’ ”.
اکنون انتخاب شده:
ເອເຊກຽນ 37: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.