ເອເຊກຽນ 34

34
ພຣະເຈົ້າ​ຢາເວ​ຈະ​ເປັນ​ພຣະ​ຜູ້ລ້ຽງ​ຂອງ​ອິດສະຣາເອນ
1ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 2“ບຸດ​ມະນຸດ, ຈົ່ງ​ທຳນວາຍ​ປະນາມ​ບັນດາ​ຄົນລ້ຽງແກະ​ຂອງ​ອິດສະຣາເອນ, ຈົ່ງ​ທຳນວາຍ ແລະ ກ່າວ​ແກ່​ພວກເຂົາ​ວ່າ: ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ວິບັດ​ແກ່​ຄົນລ້ຽງແກະ​ຂອງ​ອິດສະຣາເອນ ຜູ້​ເບິ່ງແຍງ​ແຕ່​ຕົນ​ເອງ! ຄົນລ້ຽງແກະ​ຄວນ​ຈະ​ເບິ່ງແຍງ​ຝູງແກະ​ບໍ່​ແມ່ນ​ບໍ? 3ພວກເຈົ້າ​ກິນ​ນົມ, ຫົ່ມ​ກາຍ​ຂອງ​ຕົນ​ດ້ວຍ​ຂົນ​ແກະ ແລະ ຂ້າ​ສັດ​ໂຕ​ທີ່​ອ້ວນ​ພີ ແຕ່​ພວກເຈົ້າ​ບໍ່​ໄດ້​ເບິ່ງແຍງ​ຝູງແກະ. 4ພວກເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ໂຕ​ທີ່​ອ່ອນແອ​ນັ້ນ​ແຂງແຮງ​ຂຶ້ນ ຫລື ພວກເຈົ້າ​ບໍ່​ໄດ້​ຮັກສາ​ໂຕ​ທີ່​ປ່ວຍ ຫລື ພວກເຈົ້າ​ບໍ່​ໄດ້​ເອົາ​ຜ້າ​ພັນ​ບາດແຜ​ໃຫ້​ໂຕ​ທີ່​ບາດເຈັບ. ພວກເຈົ້າ​ບໍ່​ໄດ້​ນຳ​ເອົາ​ໂຕ​ທີ່​ຫລົງ​ທາງ ຫລື ຕາມ​ຫາ​ໂຕ​ທີ່​ຕະເຫລີດ​ໄປ​ກັບ​ຄືນ​ມາ. ພວກເຈົ້າ​ປົກຄອງ​ແກະ​ຢ່າງ​ຮຸນແຮງ ແລະ ໂຫດຮ້າຍ. 5ດັ່ງນັ້ນ ແກະ​ທັງຫລາຍ​ຈຶ່ງ​ກະຈັດກະຈາຍ​ໄປ​ເພາະ​ບໍ່​ມີ​ຄົນ​ລ້ຽງ ແລະ ເມື່ອ​ແກະ​ເຫລົ່ານັ້ນ​ຖືກ​ກະຈັດກະຈາຍ​ໄປ ແກະ​ເຫລົ່ານັ້ນ​ກໍ​ຕົກ​ເປັນ​ອາຫານ​ຂອງ​ບັນດາ​ສັດປ່າ. 6ແກະ​ຂອງ​ເຮົາ​ພະເນຈອນ​ໄປ​ຕາມ​ພູເຂົາ​ຕ່າງໆ ແລະ ໂນນພູ​ສູງ​ທຸກ​ໜ່ວຍ. ແກະ​ເຫລົ່ານັ້ນ​ໄດ້​ກະຈັດກະຈາຍ​ໄປ​ທົ່ວ​ໂລກ ແລະ ບໍ່​ມີ​ຜູ້ໃດ​ຄົ້ນ​ຫາ ຫລື ຊອກ​ແກະ​ເຫລົ່ານັ້ນ.
7“ ‘ເຫດສະນັ້ນ ພວກເຈົ້າ​ທີ່​ເປັນ​ຄົນລ້ຽງແກະ​ທັງຫລາຍ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ດັ່ງນີ້: 8ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ມີຊີວິດ​ຢູ່​ຢ່າງ​ແນ່ນອນ​ສັນໃດ ເນື່ອງ​ຈາກ​ຝູງແກະ​ຂອງ​ເຮົາ​ນັ້ນ​ຂາດ​ຄົນ​ລ້ຽງ ແລ້ວ​ຈຶ່ງ​ຖືກ​ປຸ້ນ ແລະ ຕົກ​ເປັນ​ອາຫານ​ຂອງ​ບັນດາ​ສັດປ່າ​ທັງຫລາຍ ແລະ ເນື່ອງ​ຈາກ​ຄົນລ້ຽງແກະ​ຂອງ​ເຮົາ​ບໍ່​ຕາມ​ຫາ​ຝູງແກະ​ຂອງ​ເຮົາ ເອົາ​ແຕ່​ເບິ່ງແຍງ​ຕົນ​ເອງ​ແທນ​ທີ່​ຈະ​ເບິ່ງແຍງ​ຝູງແກະ​ຂອງ​ເຮົາ, 9ເຫດສະນັ້ນ ພວກເຈົ້າ​ທີ່​ເປັນ​ຄົນລ້ຽງແກະ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ດັ່ງນີ້: 10ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ເປັນ​ສັດຕູ​ກັບ​ບັນດາ​ຄົນລ້ຽງແກະ ແລະ ເຮົາ​ຈະ​ໃຫ້​ພວກເຂົາ​ຮັບຜິດຊອບ​ສິ່ງ​ທີ່ເກີດ​ຂຶ້ນ​ກັບ​ຝູງແກະ​ຂອງ​ເຮົາ. ເຮົາ​ຈະ​ປົດ​ພວກເຂົາ​ອອກ​ຈາກ​ການ​ເບິ່ງແຍງ​ຝູງແກະ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ໄດ້​ລ້ຽງ​ຕົນ​ເອງ​ອີກ​ຕໍ່ໄປ. ເຮົາ​ຈະ​ກອບກູ້​ຝູງແກະ​ຂອງ​ເຮົາ​ອອກ​ຈາກ​ປາກ​ຂອງ​ພວກເຂົາ ແລະ ເພື່ອ​ບໍ່​ໃຫ້​ແກະ​ເປັນ​ອາຫານ​ຂອງ​ພວກເຂົາ​ອີກ​ຕໍ່ໄປ.
11“ ‘ເພາະ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ເອງ​ຈະ​ຕາມ​ຫາ​ແກະ​ຂອງ​ເຮົາ ແລະ ເບິ່ງແຍງ​ພວກເຂົາ. 12ເຮົາ​ຈະ​ເບິ່ງແຍງ​ແກະ​ຂອງ​ເຮົາ​ເໝືອນ​ຄົນລ້ຽງແກະ​ທີ່​ເບິ່ງແຍງ​ຝູງແກະ​ຂອງ​ຕົນ​ທີ່​ໄດ້​ກະຈັດກະຈາຍ​ໄປ​ເມື່ອ​ເວລາ​ທີ່​ລາວ​ຍັງ​ຢູ່​ກັບ​ພວກເຂົາ. ເຮົາ​ຈະ​ກອບກູ້​ເອົາ​ແກະ​ເຫລົ່ານັ້ນ​ອອກ​ມາ​ຈາກ​ທຸກ​ບ່ອນ​ທີ່​ພວກເຂົາ​ກະຈັດກະຈາຍ​ໄປ​ໃນ​ວັນ​ທີ່​ເມກ​ຄຶ້ມ ແລະ ມືດ​ມົນ. 13ເຮົາ​ຈະ​ນຳ​ແກະ​ທັງຫລາຍ​ອອກ​ມາ​ຈາກ​ຊົນຊາດ​ຕ່າງໆ ແລະ ຮວບຮວມ​ເອົາ​ພວກເຂົາ​ຈາກ​ປະເທດ​ຕ່າງໆ ແລ້ວ​ນຳ​ພວກເຂົາ​ເຂົ້າ​ສູ່​ດິນແດນ​ທີ່​ເປັນ​ຂອງ​ພວກເຂົາ. ເຮົາ​ຈະ​ພາ​ຝູງແກະ​ໄປ​ກິນ​ຫຍ້າ​ຢູ່​ເທິງ​ພູເຂົາ​ທັງຫລາຍ​ຂອງ​ອິດສະຣາເອນ, ຕາມ​ລຳ​ຫ້ວຍ ແລະ ໃນ​ທ້ອງຖິ່ນ​ທັງໝົດ​ຂອງ​ດິນແດນ​ນັ້ນ. 14ເຮົາ​ຈະ​ລ້ຽງດູ​ແກະ​ເຫລົ່ານັ້ນ​ໃນ​ທົ່ງຫຍ້າ​ອັນ​ອຸດົມ​ສົມບູນ ແລະ ພູເຂົາ​ສູງ​ທັງຫລາຍ​ຂອງ​ອິດສະຣາເອນ​ຈະ​ເປັນ​ບ່ອນ​ເລັມ​ກິນ​ຫຍ້າ​ຂອງ​ພວກເຂົາ. ແກະ​ເຫລົ່ານັ້ນ​ຈະ​ນອນ​ລົງ​ເລັມ​ກິນ​ຫຍ້າ​ອັນ​ອຸດົມ​ສົມບູນ​ຢູ່​ທີ່​ນັ້ນ ແລະ ຫາ​ກິນ​ຢູ່​ທີ່​ທົ່ງຫຍ້າ​ອັນ​ອຸດົມ​ສົມບູນ​ເທິງ​ພູເຂົາ​ທັງຫລາຍ​ຂອງ​ອິດສະຣາເອນ. 15ເຮົາ​ເອງ​ຈະ​ລ້ຽງດູ​ຝູງແກະ​ຂອງ​ເຮົາ ແລະ ໃຫ້​ພວກເຂົາ​ນອນ​ລົງ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນີ້. 16ເຮົາ​ຈະ​ຊອກຫາ​ແກະ​ໂຕ​ທີ່​ຫລົງ​ຫາຍ. ເຮົາ​ຈະ​ນຳ​ເອົາ​ໂຕ​ທີ່​ຫລົງ​ໄປ​ນັ້ນ​ກັບ​ຄືນ​ມາ ແລະ ເຮົາ​ຈະ​ພັນ​ບາດແຜ​ໃຫ້​ໂຕ​ທີ່​ບາດເຈັບ ແລະ ເຮັດ​ໃຫ້​ໂຕ​ທີ່​ອ່ອນແອ​ໃຫ້​ແຂງແຮງ​ຂຶ້ນ, ແຕ່​ເຮົາ​ຈະ​ທຳລາຍ​ໂຕ​ທີ່​ອ້ວນ​ພີ ແລະ ໂຕ​ທີ່​ແຂງແຮງ. ເຮົາ​ຈະ​ລ້ຽງດູ​ພວກເຂົາ​ດ້ວຍ​ຄວາມ​ຍຸຕິທຳ.
17“ ‘ສຳລັບ​ພວກເຈົ້າ ຝູງແກະ​ຂອງ​ເຮົາ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ຕັດສິນ​ລະຫວ່າງ​ແກະ​ໂຕ​ໜຶ່ງ​ກັບ​ອີກ​ໂຕ​ໜຶ່ງ ແລະ ລະຫວ່າງ​ແກະ​ຜູ້​ກັບ​ແກະ​ແມ່. 18ພວກເຈົ້າ​ຫາ​ກິນ​ຢູ່​ໃນ​ທົ່ງຫຍ້າ​ອັນ​ອຸດົມ​ສົມບູນ​ແລ້ວ​ຍັງ​ບໍ່​ພໍໃຈ​ບໍ? ພວກເຈົ້າ​ຈະ​ຕ້ອງ​ໃຊ້​ຕີນ​ຂອງ​ຕົນ​ຢຽບຢ່ຳ​ທົ່ງຫຍ້າ​ທີ່​ເຫລືອ​ຢູ່​ນຳ​ບໍ? ພວກເຈົ້າ​ດື່ມ​ນ້ຳ​ທີ່​ໃສ​ສະອາດ​ແລ້ວ​ຍັງ​ບໍ່​ພຽງ​ບໍ? ພວກເຈົ້າ​ຈະ​ຕ້ອງ​ເອົາ​ຕີນ​ກວນ​ນ້ຳ​ທີ່​ເຫລືອ​ຢູ່​ໃຫ້​ຂຸ່ນ​ອີກ​ບໍ? 19ຝູງແກະ​ຂອງ​ເຮົາ​ຈະ​ຕ້ອງ​ຫາ​ກິນ​ສິ່ງ​ທີ່​ຖືກ​ພວກເຈົ້າ​ຫຢຽບຢ່ຳ ແລະ ດື່ມ​ນ້ຳ​ທີ່​ພວກເຈົ້າ​ໄດ້​ເອົາ​ຕີນ​ກວນ​ໃຫ້​ຂຸ່ນ​ບໍ?
20“ ‘ເຫດສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ດັ່ງນີ້​ວ່າ: ເບິ່ງ​ແມ, ເຮົາ​ເອງ​ຈະ​ພິພາກສາ​ລະຫວ່າງ​ແກະ​ໂຕ​ອ້ວນ​ພີ ແລະ ແກະ​ໂຕ​ທີ່​ຈ່ອຍ​ແຫ້ງ. 21ເນື່ອງ​ຈາກ​ພວກເຈົ້າ​ເອົາ​ຂ້າງ ແລະ ບ່າ​ດັນ, ໄລ່​ຊົນ​ຝູງແກະ​ທີ່​ອ່ອນແອ​ດ້ວຍ​ເຂົາ​ຂອງ​ພວກເຈົ້າ​ຈົນ​ຝູງແກະ​ໜີ​ໄປ, 22ເຮົາ​ຈະ​ຊ່ວຍ​ຝູງແກະ​ຂອງ​ເຮົາ ແລະ ພວກເຂົາ​ຈະ​ບໍ່​ຖືກ​ປຸ້ນ​ອີກ​ຕໍ່​ໄປ. ເຮົາ​ຈະ​ຕັດ​ສິນ​ລະຫວ່າງ​ແກະ​ໂຕ​ໜຶ່ງ​ກັບ​ອີກ​ໂຕ​ໜຶ່ງ. 23ເຮົາ​ຈະ​ຕັ້ງ​ຄົນລ້ຽງແກະ​ຄົນ​ໜຶ່ງ​ຢູ່​ເໜືອ​ພວກເຂົາ ຄື​ດາວິດ​ຜູ້ຮັບໃຊ້​ຂອງ​ເຮົາ ແລະ ລາວ​ຈະ​ລ້ຽງດູ​ພວກເຂົາ; ລາວ​ຈະ​ລ້ຽງດູ​ພວກເຂົາ ແລະ ເຮັດ​ໜ້າທີ່​ເປັນ​ຄົນລ້ຽງແກະ​ຂອງ​ພວກເຂົາ. 24ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ດາວິດ​ຜູ້ຮັບໃຊ້​ຂອງ​ເຮົາ​ຈະ​ເປັນ​ເຈົ້ານາຍ​ໃນ​ທ່າມກາງ​ພວກເຂົາ ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ໄວ້.
25“ ‘ເຮົາ​ຈະເຮັດ​ຄຳໝັ້ນສັນຍາ​ແຫ່ງ​ສັນຕິພາບ​ກັບ​ພວກເຂົາ ແລະ ຈະ​ກຳຈັດ​ສັດ​ຮ້າຍ​ທີ່​ຢູ່​ໃນ​ແຜ່ນດິນ​ນັ້ນ ເພື່ອ​ວ່າ​ພວກເຂົາ​ຈະ​ອາໄສ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ ແລະ ນອນ​ຫລັບ​ຢູ່​ໃນ​ປ່າ​ຢ່າງ​ປອດໄພ. 26ເຮົາ​ຈະ​ອວຍພອນ​ພວກເຂົາ ແລະ ສະຖານ​ທີ່​ຕ່າງໆ​ທີ່​ຢູ່​ອ້ອມ​ໂນນພູ​ຂອງ​ເຮົາ.#34:26 ຫລື ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ ແລະ ສະຖານ​ທີ່​ອ້ອມຮອບ ໂນນພູ​ຂອງ​ເຮົາ​ເປັນ​ພອນ ເຮົາ​ຈະ​ໃຫ້​ຝົນ​ຕົກ​ຕາມ​ລະດູ​ການ; ຈະ​ມີ​ພອນ​ຫລັ່ງ​ລົງ​ມາ​ເໝືອນດັ່ງ​ຫ່າ​ຝົນ. 27ຕົ້ນໄມ້​ໃນ​ທົ່ງ​ຈະ​ເກີດ​ຜົນ ແລະ ພື້ນດິນ​ຈະ​ໃຫ້​ຜົນ​ເກັບກ່ຽວ; ຄົນ​ທັງຫລາຍ​ຈະ​ຢູ່​ຢ່າງ​ປອດໄພ​ໃນ​ດິນແດນ​ຂອງ​ພວກເຂົາ. ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ, ເມື່ອ​ເຮົາ​ຫັກ​ຄານ​ແອກ​ຂອງ​ພວກເຂົາ ແລະ ກອບກູ້​ພວກເຂົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ບັນດາ​ຄົນ​ທີ່​ກົດຂີ່​ໃຫ້​ພວກເຂົາ​ເປັນ​ຂ້າທາດ. 28ພວກເຂົາ​ຈະ​ບໍ່​ຖືກ​ຊົນຊາດ​ທັງຫລາຍ​ປຸ້ນ​ອີກ​ຕໍ່ໄປ ແລະ ສັດ​ປ່າ​ທັງຫລາຍ​ຈະ​ບໍ່​ມາ​ກັດ​ກິນ​ພວກເຂົາ. ພວກເຂົາ​ຈະ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ຄວາມ​ປອດໄພ ແລະ ຈະ​ບໍ່​ມີ​ຜູ້ໃດ​ເຮັດ​ໃຫ້​ພວກເຂົາ​ຢ້ານກົວ. 29ເຮົາ​ຈະ​ຈັດ​ຕຽມ​ແຜ່ນດິນ​ທີ່​ມີ​ຊື່​ສຽງ​ດ້ານ​ຜົນ​ກັບກ່ຽວ​ໃຫ້​ແກ່​ພວກເຂົາ ແລະ ພວກເຂົາ​ຈະ​ບໍ່​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ອຶດຢາກ​ອາຫານ​ໃນ​ດິນແດນ​ນັ້ນ ຫລື ຖືກ​ຊົນຊາດ​ທັງຫລາຍ​ດູໝິ່ນ​ອີກ​ຕໍ່​ໄປ. 30ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ຢູ່​ກັບ​ພວກເຂົາ ແລະ ຮູ້​ວ່າ​ພວກເຂົາ ເຊິ່ງ​ເປັນ​ຊາວ​ອິດສະຣາເອນ​ນັ້ນ​ເປັນ​ປະຊາຊົນ​ຂອງ​ເຮົາ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ. 31ພວກເຈົ້າ​ເປັນ​ແກະ​ຂອງ​ເຮົາ, ເປັນ​ແກະ​ແຫ່ງ​ທົ່ງຫຍ້າ​ຂອງ​ເຮົາ ແລະ ເຮົາ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ’ ”.

اکنون انتخاب شده:

ເອເຊກຽນ 34: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید