ເອເຊກຽນ 32

32
ບົດ​ຄ່ຳຄວນ​ແດ່ກະສັດ​ຟາໂຣ
1ໃນ​ວັນ​ທີ​ໜຶ່ງ​ເດືອນ​ທີ​ສິບ​ສອງ​ປີ​ທີ​ສິບ​ສອງ ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 2“ບຸດ​ມະນຸດ, ຈົ່ງ​ຮ້ອງ​ບົດ​ຄ່ຳຄວນ​ກ່ຽວກັບ​ຟາໂຣ​ກະສັດ​ແຫ່ງ​ເອຢິບ ແລະ ກ່າວ​ກັບ​ລາວ​ວ່າ:
“ ‘ເຈົ້າ​ເປັນ​ເໝືອນ​ໂຕ​ສິງ​ທີ່​ຢູ່​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ;
ເຈົ້າ​ເປັນ​ເໝືອນ​ສັດ​ຮ້າຍ​ທີ່​ຢູ່​ໃນ​ທະເລ
ເຈົ້າ​ຟາດ​ຫາງ​ໄປ​ມາ​ຢູ່​ໃນ​ສາຍ​ນ້ຳ,
ປັ່ນ​ນ້ຳ​ໃຫ້​ດ້ວຍ​ຕີນ​ຂອງ​ຕົນ
ແລະ ເຮັດ​ໃຫ້​ສາຍ​ນ້ຳ​ທັງຫລາຍ​ຂຸ່ນ.
3“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ:
“ ‘ເຮົາ​ຈະ​ກາງ​ມອງ​ຂອງ​ເຮົາ​ຄຸມ​ເຈົ້າ,
ໂດຍ​ກຸ່ມ​ຄົນ​ຈຳນວນ​ຫລາຍ
ພວກເຂົາ​ຈະ​ລາກ​ເຈົ້າ​ຂຶ້ນ​ມາ​ດ້ວຍ​ມອງ​ຂອງ​ເຮົາ.
4ເຮົາ​ຈະ​ໂຍນ​ເຈົ້າ​ລົງ​ເທິງ​ດິນ
ຈັບ​ເຈົ້າ​ຟາດ​ລົງ​ເທິງ​ທົ່ງ​ກວ້າງ.
ເຮົາ​ຈະ​ໃຫ້​ນົກ​ທັງໝົດ​ໃນ​ທ້ອງຟ້າ​ມາ​ອາໄສ​ຢູ່​ເທິງ​ເຈົ້າ
ແລະ ສັດປ່າ​ທັງໝົດ​ຈະ​ກືນ​ກິນ​ເຈົ້າ​ຈົນ​ອິ່ມ.
5ເຮົາ​ຈະ​ໂຮຍ​ຊີ້ນ​ຂອງ​ເຈົ້າ​ກະຈາຍ​ເທິງ​ພູເຂົາ​ທັງຫລາຍ
ແລະ ຖົມ​ຮ່ອມພູ​ທັງຫລາຍ​ດ້ວຍ​ຊາກ​ຂອງ​ເຈົ້າ.
6ເຮົາ​ຈະ​ເຮັດ​ໃຫ້​ເລືອດ​ຂອງ​ເຈົ້າ​ໄຫລ​ນອງ​ເຕັມ​ແຜ່ນດິນ
ຕະຫລອດ​ທາງ​ສູ່​ພູເຂົາ​ຕ່າງໆ
ແລະ ໃຫ້​ຊີ້ນ​ຂອງ​ເຈົ້າ​ຢູ່​ເຕັມ​ລຳ​ຫ້ວຍ​ທັງຫລາຍ.
7ເມື່ອ​ເຮົາ​ກຳຈັດ​ເຈົ້າ​ອອກ​ໄປ, ເຮົາ​ຈະ​ປົກ​ຄຸມ​ຟ້າ​ສະຫວັນ
ແລະ ໃຫ້​ດາວ​ທັງຫລາຍ​ມືດ​ໄປ;
ເຮົາ​ຈະ​ປົກ​ຄຸມ​ຕາເວັນ​ດ້ວຍ​ເມກ
ແລະ ເດືອນ​ຈະ​ບໍ່​ສ່ອງ​ແສງ.
8ແສງສະຫວ່າງ​ສຸກໃສ​ທັງໝົດ​ໃນ​ຟ້າ​ສະຫວັນ​ນັ້ນ
ເຮົາ​ຈະ​ເຮັດ​ໃຫ້​ມືດ​ມິດ​ມາ​ເໜືອ​ເຈົ້າ;
ເຮົາ​ຈະ​ນຳ​ຄວາມ​ມືດ​ມົນ​ມາ​ເໜືອ​ດິນແດນ​ຂອງ​ເຈົ້າ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.
9ເຮົາ​ຈະ​ເຮັດ​ໃຫ້​ຈິດໃຈ​ຂອງ​ຊົນຊາດ​ທັງຫລາຍ​ທຸກ​ຮ້ອນ
ເມື່ອ​ເຮົາ​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ເຈົ້າ​ທ່າມກາງ​ຊົນຊາດ​ທັງຫລາຍ,
ທ່າມກາງ#32:9 ສະບັບ ເຊັບຕູອາຈິນ ວ່າ ນຳ​ເຈົ້າ​ໄປ​ສູ່​ການ​ເປັນ​ຊະເລີຍ​ທ່າມ​ກາງ​ຊາດ​ຕ່າງໆ, ໄປ​ຍັງ​ດິນແດນ​ທັງຫລາຍ​ເຊິ່ງ​ເຈົ້າ​ບໍ່​ຮູ້​ຈັກ
10ເຮົາ​ຈະ​ເຮັດ​ໃຫ້​ຄົນ​ທັງຫລາຍ​ຕົກ​ຕະລຶງ​ເພາະ​ເຈົ້າ
ແລະ ບັນດາ​ກະສັດ​ຂອງ​ພວກເຂົາ​ຈະ​ສັ່ນ​ສະທ້ານ​ດ້ວຍ​ຄວາມ​ຢ້ານ​ເພາະ​ເຈົ້າ
ເມື່ອ​ເຮົາ​ເງືອດ​ດາບ​ຂອງ​ເຮົາ​ຕໍ່ໜ້າ​ພວກເຂົາ.
ໃນ​ວັນ​ທີ່​ເຈົ້າ​ຫລົ້ມຈົມ
ພວກເຂົາ​ແຕ່​ລະ​ຄົນ​ຈະ​ສັ່ນ​ສະທ້ານ​ຢູ່​ຕະຫລອດ​ເວລາ
ເພາະ​ຫ່ວງ​ຊີວິດ​ຂອງ​ຕົນ.
11“ ‘ເພາະ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ:
“ ‘ດາບ​ຂອງ​ກະສັດ​ແຫ່ງ​ບາບີໂລນ
ຈະ​ມາ​ຕໍ່ສູ້​ເຈົ້າ.
12ເຮົາ​ຈະ​ເຮັດ​ໃຫ້​ກອງ​ກຳລັງ​ທັງຫລາຍ​ຂອງ​ເຈົ້າ​ລົ້ມ​ຕາຍ
ດ້ວຍ​ດາບ​ຂອງ​ບັນດາ​ຜູ້​ຍິ່ງໃຫຍ່
ຜູ້​ໂຫດຫ້ຽມ​ທີ່ສຸດ​ຂອງ​ທຸກ​ຊົນຊາດ.
ຄົນ​ເຫລົ່ານັ້ນ​ຈະ​ຢຽບຢ່ຳ​ສັກສີ​ຂອງ​ເອຢິບ
ແລະ ກອງ​ກຳລັງ​ທັງໝົດ​ຂອງ​ເອຢິບ​ຈະ​ຖືກ​ໂຄ່ນລົ້ມ.
13ເຮົາ​ຈະ​ທຳລາຍ​ຝູງ​ງົວ​ທັງໝົດ​ຂອງ​ເອຢິບ
ຈາກ​ແຄມ​ນ້ຳ​ອັນ​ອຸດົມ​ສົມບູນ
ເຊິ່ງ​ຈະ​ບໍ່​ຖືກ​ຕີນ​ມະນຸດ​ກວນ​ໃຫ້​ຂຸ່ນ
ຫລື ຖືກ​ກີບ​ຕີນ​ຂອງ​ຝູງ​ງົວ​ກວນ​ໃຫ້​ເປັນ​ຂຸ່ນ​ອີກ​ຕໍ່ໄປ.
14ເມື່ອ​ນັ້ນ​ເຮົາ​ຈະ​ເຮັດ​ໃຫ້​ນ້ຳ​ທັງຫລາຍ​ຂອງ​ເອຢິບ​ສະຫງົບ
ແລະ ເຮັດ​ໃຫ້​ສາຍ​ນ້ຳ​ສາຍ​ທັງຫລາຍ​ຂອງ​ເອຢິບ​ໄຫລ​ໄປ​ເໝືອນ​ນ້ຳມັນ,
ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.
15ເມື່ອ​ເຮົາ​ເຮັດ​ໃຫ້​ເອຢິບ​ຮົກຮ້າງ​ຫວ່າງເປົ່າ
ແລະ ປຸ້ນ​ທຸກສິ່ງ​ທີ່​ມີ​ໄປ​ຈາກ​ດິນແດນ​ນັ້ນ,
ເມື່ອ​ເຮົາ​ໂຈມຕີ​ຄົນ​ທັງຫລາຍ​ທີ່​ອາໄສ​ຢູ່​ທີ່​ນັ້ນ
ເມື່ອ​ນັ້ນ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ’.
16“ນີ້​ຄື​ບົດ​ຄ່ຳຄວນ​ທີ່​ຄົນ​ທັງຫລາຍ​ຈະ​ຮ້ອງ​ເພື່ອ​ເອຢິບ. ລູກສາວ​ຂອງ​ຊົນຊາດ​ຕ່າງໆ​ຈະ​ຮ້ອງ​ບົດ​ຄ່ຳຄວນ​ນີ້​ໃຫ້​ກັບ​ເອຢິບ ແລະ ກອງ​ກຳລັງ​ທັງໝົດ​ຂອງ​ເອຢິບ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ”.
ເຊື້ອສາຍ​ຂອງ​ເອຢິບ​ເຂົ້າ​ສູ່​ອານາຈັກ​ແຫ່ງ​ຄວາມ​ຕາຍ
17ວັນ​ທີ​ສິບ​ຫ້າ​ຂອງ​ເດືອນ​ນັ້ນ​ໃນ​ປີ​ທີ​ສິບ​ສອງ ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 18“ບຸດ​ມະນຸດ, ຈົ່ງ​ຮ້ອງໄຫ້​ໃຫ້​ແກ່​ກອງ​ກຳລັງ​ຕ່າງໆ​ຂອງ​ເອຢິບ ແລະ ສົ່ງ​ເອຢິບ​ກັບ​ບັນດາ​ລູກສາວ​ແຫ່ງ​ປະຊາຊາດ​ອັນ​ຍິ່ງໃຫຍ່​ລົງ​ສູ່​ໂລກ​ບາດານ​ພ້ອມ​ກັບ​ຄົນ​ທີ່​ລົງ​ໄປ​ເຫວ​ເລິກ. 19ຈົ່ງ​ກ່າວ​ແກ່​ພວກເຂົາ​ວ່າ, ‘ເຈົ້າ​ເປັນ​ທີ່​ພໍໃຈ​ຫລາຍ​ກວ່າ​ຄົນ​ອື່ນ​ບໍ? ຈົ່ງ​ລົງ​ໄປ ແລະ ໄປ​ນອນ​ຢູ່​ທ່າມກາງ​ບັນດາ​ຄົນ​ທີ່​ບໍ່ໄດ້ຮັບພິທີຕັດ’. 20ພວກເຂົາ​ຈະ​ລົ້ມ​ລົງ​ທ່າມກາງ​ຄົນ​ທັງຫລາຍ​ທີ່​ຕາຍ​ດ້ວຍ​ດາບ. ດາບ​ຖືກ​ຊັກ​ອອກ​ມາ​ຈາກ​ຝັກ​ແລ້ວ; ຈົ່ງ​ລາກ​ເອຢິບ​ລົງ​ໄປ​ພ້ອມ​ກັບ​ກອງ​ກຳລັງ​ທັງໝົດ​ຂອງ​ມັນ. 21ບັນດາ​ຜູ້ນຳ​ທີ່​ຍິ່ງໃຫຍ່​ຈະ​ກ່າວ​ກັບ​ເອຢິບ ແລະ ບັນດາ​ພັນທະມິດ​ຈາກ​ແດນ​ແຫ່ງ​ຄວາມ​ຕາຍ​ວ່າ, ‘ພວກເຂົາ​ພາ​ກັນ​ລົງ​ມາ​ແລ້ວ ແລະ ມາ​ນອນ​ຢູ່​ກັບ​ຄົນ​ທີ່​ບໍ່ໄດ້ຮັບພິທີຕັດ, ພ້ອມ​ກັບ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ’.
22“ອັດຊີເຣຍ ແລະ ກອງທັບ​ຂອງ​ມັນ​ທັງໝົດ​ກໍ​ຢູ່​ທີ່​ນັ້ນ​ແລ້ວ, ມັນ​ຖືກ​ລ້ອມ​ດ້ວຍ​ຂຸມ​ຝັງ​ສົບ​ຂອງ​ຄົນ​ທີ່​ຖືກ​ຂ້າ​ທັງໝົດ​ຂອງ​ມັນ, ຄົນ​ເຫລົ່ານັ້ນ​ທຸກຄົນ​ລົ້ມ​ຕາຍ​ດ້ວຍ​ດາບ. 23ຂຸມ​ຝັງ​ສົບ​ຂອງ​ຄົນ​ເຫລົ່ານັ້ນ​ຢູ່​ໃນ​ເຫວ​ເລິກ​ຂອງ​ແດນ​ຄົນ​ຕາຍ ແລະ ກອງທັບ​ອັດຊີເຣຍ​ກໍ​ນອນ​ຕາຍ​ອ້ອມ​ຂຸມ​ຝັງ​ສົບ​ຂອງ​ມັນ. ທຸກຄົນ​ທີ່​ຄັ້ງ​ໜຶ່ງ​ເຄີຍ​ແຜ່​ຄວາມ​ຢ້ານກົວ​ໃນ​ແດນ​ຂອງ​ຄົນ​ທີ່​ມີ​ຊີວິດ ບັດນີ້ ຖືກ​ຂ້າ​ລົ້ມ​ຕາຍ​ດ້ວຍ​ດາບ.
24“ເອລາມ​ກໍ​ຢູ່​ທີ່​ນັ້ນ ແລະ ບັນດາ​ທະຫານ​ທັງໝົດ​ຂອງ​ມັນ​ກໍ​ນອນ​ຕາຍ​ອ້ອມ​ຂຸມ​ຝັງ​ສົບ​ຂອງ​ມັນ, ພວກເຂົາ​ທັງໝົດ​ຖືກ​ຂ້າ​ລົ້ມ​ຕາຍ​ດ້ວຍ​ດາບ. ທຸກຄົນ​ທີ່​ຄັ້ງ​ໜຶ່ງ​ເຄີຍ​ແຜ່​ຄວາມ​ຢ້ານກົວ​ທົ່ວ​ແດນ​ຂອງ​ຄົນ​ທີ່​ມີ​ຊີວິດ​ໄດ້​ລົງ​ສູ່​ໂລກ​ບາດານ​ໂດຍ​ບໍ່ໄດ້ຮັບພິທີຕັດ. ພວກເຂົາ​ໄດ້​ຮັບ​ຄວາມ​ອັບອາຍ​ຮ່ວມ​ກັບ​ບັນດາ​ຄົນ​ທີ່​ລົງ​ສູ່​ເຫວ​ເລິກ. 25ເອລາມ​ນອນ​ຢູ່​ໃນ​ທ່າມກາງ​ຄົນ​ທີ່​ຖືກ​ຂ້າ ແລະ ບັນດາ​ທະຫານ​ທັງໝົດ​ຂອງ​ມັນ​ນອນ​ຕາຍ​ອ້ອມ​ຂຸມ​ຝັງ​ສົບ​ຂອງ​ມັນ. ພວກເຂົາ​ທຸກ​ຄົນ​ລ້ວນ​ແຕ່​ບໍ່ໄດ້ຮັບພິທີຕັດ ແລະ ຖືກ​ຂ້າ​ຕາຍ​ດ້ວຍ​ດາບ. ເພາະ​ພວກເຂົາ​ໄດ້​ແຜ່​ຄວາມ​ຢ້ານກົວ​ໄປ​ທົ່ວ​ແດນ​ຂອງ​ຄົນ​ທີ່​ມີ​ຊີວິດ, ພວກເຂົາ​ຈຶ່ງ​ຕ້ອງ​ອັບອາຍ​ຮ່ວມ​ກັບ​ບັນດາ​ຄົນ​ທີ່​ລົງ​ສູ່​ເຫວເລິກ ແລະ ນອນ​ຢູ່​ໃນ​ທ່າມກາງ​ຄົນ​ທີ່​ຖືກ​ຂ້າ.
26“ເມເຊັກ ແລະ ຕູບານ​ກໍ​ຢູ່​ທີ່​ນັ້ນ ແລະ ທະຫານ​ທັງໝົດ​ຂອງ​ພວກ​ມັນ​ກໍ​ນອນ​ຕາຍ​ອ້ອມ​ຂຸມ​ຝັງ​ສົບ​ຂອງ​ພວກ​ມັນ. ພວກເຂົາ​ທຸກຄົນ​ບໍ່ໄດ້ຮັບພິທີຕັດ, ຖືກ​ຂ້າ​ດ້ວຍ​ດາບ ເພາະ​ພວກເຂົາ​ໄດ້​ແຜ່​ຄວາມ​ຢ້ານກົວ​ໄປ​ທົ່ວ​ແດນ​ຂອງ​ຄົນ​ທີ່​ມີຊີວິດ. 27ແຕ່​ພວກເຂົາ​ບໍ່​ໄດ້​ນອນ​ລົງ​ກັບ​ນັກຮົບ​ອື່ນໆ ຄົນ​ທີ່​ບໍ່ໄດ້ຮັບພິທີຕັດ​ທີ່​ຕາຍ​ແລ້ວ, ເຊິ່ງ​ລົງ​ສູ່​ແດນ​ແຫ່ງ​ຄວາມ​ຕາຍ​ພ້ອມ​ທັງ​ອາວຸດ​ສົງຄາມ​ຂອງ​ພວກເຂົາ ດາບ​ຂອງ​ພວກເຂົາ​ກໍ​ວາງ​ຢູ່​ກ້ອງ​ຫົວ​ຂອງ​ພວກເຂົາ​ແລ້ວ ແລະ ເຖິງ​ວ່າ​ນັກຮົບ​ເຫລົ່ານີ້​ເຄີຍ​ແຜ່​ຄວາມ​ຢ້ານກົວ​ໄປ​ທົ່ວ​ແດນ​ຂອງ​ຄົນ​ທີ່​ມີ​ຊີວິດ​ກໍ​ຕາມ ໂທດ​ຂອງ​ບາບ​ຂອງ​ພວກເຂົາ​ກໍ​ຕົກ​ຢູ່​ກັບ​ກະດູກ​ຂອງ​ພວກເຂົາ.
28“ຟາໂຣ, ເຈົ້າ​ກໍ​ເໝືອນ​ກັນ ເຈົ້າ​ຈະ​ແຕກຫັກ ແລະ ນອນ​ຕາຍ​ຢູ່​ໃນ​ທ່າມກາງ​ຄົນ​ທີ່​ບໍ່ໄດ້ຮັບພິທີຕັດ, ພ້ອມ​ກັບ​ບັນດາ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ.
29“ເອໂດມ​ກໍ​ຢູ່​ທີ່​ນັ້ນ, ກະສັດ ແລະ ເຈົ້ານາຍ​ທັງໝົດ​ຂອງ​ເອໂດມ; ເຖິງ​ວ່າ​ຈະ​ມີ​ອຳນາດ, ພວກເຂົາ​ກໍ​ຖືກ​ຖິ້ມ​ໃຫ້​ນອນ​ຕາຍ​ຢູ່​ກັບ​ບັນດາ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ. ພວກເຂົາ​ນອນ​ຕາຍ​ຢູ່​ກັບ​ບັນດາ​ຄົນ​ທີ່​ບໍ່ໄດ້ຮັບພິທີຕັດ, ພ້ອມ​ກັບ​ບັນດາ​ຄົນ​ທີ່​ລົງ​ສູ່​ເຫວ​ເລິກ.
30“ບັນດາ​ເຈົ້ານາຍ​ຂອງ​ຝ່າຍ​ເໜືອ ແລະ ຊາວ​ຊີໂດນ​ທັງໝົດ​ກໍ​ຢູ່​ທີ່​ນັ້ນ; ເຖິງ​ແມ່ນ​ວ່າ​ພວກເຂົາ​ເຄີຍ​ໃຊ້​ອຳນາດ​ກໍ່​ຄວາມ​ຢ້ານກົວ ພວກເຂົາ​ກໍ​ລົງ​ໄປ​ຢູ່​ຮ່ວມ​ກັບ​ຄົນ​ທີ່​ຖືກ​ຂ້າ​ຢ່າງ​ອັບອາຍ. ພວກເຂົາ​ນອນ​ຕາຍ​ໂດຍ​ບໍ່ໄດ້ຮັບພິທີຕັດ​ກັບ​ບັນດາ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ ແລະ ຮັບ​ຄວາມ​ອັບອາຍ​ກັບ​ຄົນ​ທີ່​ລົງ​ສູ່​ເຫວ​ເລິກ.
31“ຟາໂຣ ລາວ ແລະ ກອງທັບ​ທັງໝົດ​ຂອງ​ລາວ​ຈະ​ເຫັນ​ຄົນ​ເຫລົ່ານັ້ນ ແລະ ລາວ​ໄດ້​ຮັບ​ການ​ປອບໃຈ ເນື່ອງ​ຈາກ​ກອງ​ກຳລັງ​ທັງໝົດ​ຂອງ​ລາວ​ຖືກ​ຂ້າ​ດ້ວຍ​ດາບ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນີ້. 32ເຖິງ​ແມ່ນ​ວ່າ​ເຮົາ​ເຄີຍ​ໃຫ້​ພວກ​ແຜ່​ຄວາມ​ຢ້ານກົວ​ໄປ​ທົ່ວ​ດິນແດນ​ຂອງ​ຄົນ​ທີ່​ມີ​ຊີວິດ ແຕ່​ຟາໂຣ ແລະ ທະຫານ​ທັງໝົດ​ຂອງ​ລາວ​ກໍ​ຈະ​ຖືກ​ຖິ້ມ​ໃຫ້​ນອນ​ຕາຍ​ຢູ່​ທ່າມກາງ​ຄົນ​ທີ່​ບໍ່ໄດ້ຮັບພິທີຕັດ, ພ້ອມ​ກັບ​ບັນດາ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ”.

اکنون انتخاب شده:

ເອເຊກຽນ 32: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید