ເອເຊກຽນ 31

31
ຟາໂຣ​ເປັນ​ດັ່ງ​ຕົ້ນແປກ​ແຫ່ງ​ເລບານອນ​ທີ່​ຖືກ​ໂຄ່ນ​ລົງ
1ໃນ​ວັນ​ທີ​ໜຶ່ງ​ເດືອນ​ທີ​ສາມ​ປີ​ທີ​ສິບ​ເອັດ ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 2“ບຸດ​ມະນຸດ, ຈົ່ງ​ກ່າວ​ແກ່​ຟາໂຣ​ກະສັດ​ແຫ່ງ​ເອຢິບ ແລະ ກອງ​ກຳລັງ​ຕ່າງໆ​ຂອງ​ລາວ​ວ່າ:
“ ‘ຜູ້ໃດ​ຈະ​ຍິ່ງໃຫຍ່​ທຽບ​ກັບ​ເຈົ້າ​ໄດ້?
3ຈົ່ງ​ພິຈາລະນາ​ອັດຊີເຣຍ, ຄັ້ງ​ໜຶ່ງ​ເຄີຍ​ເປັນ​ຕົ້ນແປກ​ໃນ​ເລບານອນ
ມີ​ງ່າ​ທີ່​ງົດງາມ​ເປັນ​ຮົ່ມ​ໃນ​ປ່າ
ມັນ​ສູງ​ຈຸ​ຟ້າ
ແລະ ຊູ​ຍອດ​ສະຫງ່າ​ເໜືອ​ຟຸ່ມ​ໜາ.
4ສາຍ​ນ້ຳ​ຫລໍ່​ລ້ຽງ​ມັນ
ນ້ຳ​ບາດານ​ເຮັດ​ໃຫ້​ມັນ​ສູງ;
ມີ​ທາງ​ນ້ຳ​ໄຫລ​ອ້ອມ
ບ່ອນ​ທີ່​ມັນ​ໃຫຍ່​ຂຶ້ນ
ແລະ ສົ່ງ​ນ້ຳ​ໄປ​ຫລໍ່​ລ້ຽງ
ບັນດາ​ຕົ້ນໄມ້​ທຸກ​ຕົ້ນ​ໃນ​ທົ່ງ.
5ມັນ​ຈຶ່ງ​ສູງ
ເໜືອນ​ຕົ້ນໄມ້​ທຸກ​ຕົ້ນ​ໃນ​ທົ່ງ.
ມັນ​ແຕກ​ຂະແໜງ​ຫລາຍ​ຂຶ້ນ
ແລະ ງ່າ​ທັງຫລາຍ​ກໍ​ຍາວ​ອອກ
ແຜ່​ຂະຫຍາຍ​ເພາະ​ມີ​ນ້ຳ​ຢ່າງ​ອຸດົມ​ສົມບູນ.
6ນົກ​ທຸກ​ໂຕ​ໃນ​ທ້ອງຟ້າ
ມາ​ເຮັດ​ຮັງ​ໃສ່​ເທິງ​ຂະແໜງ,
ສັດ​ທຸກ​ໂຕ​ທີ່​ຢູ່​ໃນ​ປ່າ
ມາ​ເກີດ​ລູກ​ຢູ່​ກ້ອງ​ງ່າ​ຂອງ​ມັນ
ທຸກ​ປະຊາຊາດ​ໃຫຍ່
ມາ​ອາໄສ​ຢູ່​ໃນ​ຮົ່ມ​ຂອງ​ມັນ.
7ມັນ​ງາມ​ສະຫງ່າ​ຫລາຍ
ເພາະ​ງ່າ​ທີ່​ແຕກ​ຂະແໜງ​ອອກ​ໄປ,
ເພາະ​ຮາກ​ຂອງ​ມັນ​ຢັ່ງ​ລົງ​ເລິກ
ລົງ​ໄປ​ໃນ​ນ້ຳ​ອັນ​ອຸດົມ​ສົມບູນ.
8ຕົ້ນແປກ​ທັງຫລາຍ​ໃນ​ສວນ​ຂອງ​ພຣະເຈົ້າ
ບໍ່​ສາມາດແຂ່ງ​ກັບ​ມັນ​ໄດ້,
ທັງ​ຕົ້ນແປກ​ທັງຫລາຍ
ແລະ ບັນດາ​ຕົ້ນ​ເປນ
ກໍ​ບໍ່​ອາດ​ທຽບ​ກັບ
ຂະແໜງ​ຂອງ​ມັນ​ໄດ້
ບໍ່​ມີ​ຕົ້ນໄມ້​ໃດ​ໃນ​ສວນ​ຂອງ​ພຣະເຈົ້າ
ປຽບເທົ່າ​ກັບ​ຄວາມ​ງາມ​ຂອງ​ມັນ​ໄດ້​ເລີຍ.
9ເຮົາ​ໄດ້​ເຮັດ​ໃຫ້​ມັນ​ງົດ​ງາມ
ມີ​ງ່າ​ໜາ​ແຫນ້ນ
ເປັນ​ທີ່​ອິດສາ​ຂອງ​ຕົ້ນໄມ້​ທຸກ​ຕົ້ນ
ທີ່​ຢູ່​ໃນ​ສວນ​ເອເດນ​ຂອງ​ພຣະເຈົ້າ.
10“ ‘ເຫດສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈຶ່ງ​ກ່າວ​ດັ່ງນີ້​ວ່າ: ເນື່ອງ​ຈາກ​ຕົ້ນແປກ​ໃຫຍ່​ສູງ​ຈຸ​ຟ້າ ຊູ​ຍອດ​ສະຫງ່າ​ເໜືອ​ຟຸ່ມ​ໜາ ແລ້ວ​ມັນ​ກໍ​ຍິ່ງ​ຈອງຫອງ​ເພາະ​ຄວາມ​ສູງ​ຂອງ​ຕົນ, 11ເຮົາ​ຈຶ່ງ​ໄດ້​ມອບ​ມັນ​ໄວ້​ໃນ​ມື​ຂອງ​ຜູ້​ທີ່​ປົກຄອງ​ປະຊາຊາດ​ທັງຫລາຍ ໃຫ້​ຈັດການ​ກັບ​ມັນ​ຢ່າງ​ສົມຄວນ​ກັບ​ຄວາມ​ຊົ່ວ​ຮ້າຍ​ຂອງ​ມັນ. ເຮົາ​ໄດ້​ໂຍນ​ມັນ​ຖິ້ມ​ໄປ, 12ແລະ ຜູ້​ໂຫດຫ້ຽມ​ທີ່ສຸດ​ໃນ​ບັນດາ​ຊົນ​ຕ່າງ​ຊາດ​ກໍ​ໄດ້​ໂຄ່ນ​ມັນ​ລົງ ແລະ ປະ​ຖິ້ມ​ມັນ​ໄວ້. ງ່າ​ທັງຫລາຍ​ຂອງ​ມັນ​ກໍ​ຕົກ​ລົງ​ເທິງ​ພູເຂົາ ແລະ ຮ່ອມພູ​ຕ່າງໆ; ງ່າ​ຂອງ​ມັນ​ຫັກ​ຄາ​ຢູ່​ຕາມ​ລຳ​ຫ້ວຍ​ທັງຫລາຍ​ທີ່​ຢູ່​ໃນ​ດິນແດນ. ທຸກ​ຊົນຊາດ​ໃນ​ໂລກ​ໄດ້​ອອກ​ມາ​ຈາກ​ຮົ່ມ​ຂອງ​ມັນ ແລະ ປະ​ຖິ້ມ​ມັນ​ໄປ. 13ນົກ​ທຸກ​ໂຕ​ເກາະ​ຢູ່​ເທິງ​ຕົ້ນໄມ້​ທີ່​ຫັກ​ລົ້ມ ແລະ ສັດປ່າ​ທຸກ​ໂຕ​ທີ່​ອາໄສ​ຢູ່​ຕາມ​ງ່າ​ຂອງ​ມັນ. 14ເຫດສະນັ້ນ ຈຶ່ງ​ບໍ່​ມີ​ຕົ້ນໄມ້​ອື່ນ​ທີ່​ຢູ່​ແຄມ​ນ້ຳ​ຈະ​ສູງ​ສະຫງ່າ​ຢ່າງ​ພາກພູມໃຈ ໂດຍ​ຊູ​ຍອດ​ສະຫງ່າ​ເໜືອ​ຟຸ່ມ​ໜາ​ຄື. ບໍ່​ມີ​ຕົ້ນໄມ້​ອື່ນ​ໃດ​ທີ່​ໄດ້​ຮັບ​ການ​ຫົດນ້ຳ​ຢ່າງດີ​ຈະ​ສູງ​ເຖິງ​ຂະໜາດ​ນີ້​ໄດ້; ພວກມັນ​ລ້ວນ​ແຕ່​ຖືກ​ກຳນົດ​ໄວ້​ສຳລັບ​ຄວາມ​ຕາຍ, ໃຫ້​ລົງ​ໄປ​ສູ່​ໂລກ​ເບື້ອງ​ລຸມ​ຮ່ວມ​ກັບ​ມະນຸດ​ທຳມະດາ​ທີ່ລົງ​ໄປ​ສູ່​ແດນ​ແຫ່ງ​ຄວາມ​ຕາຍ.
15“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ໃນ​ວັນ​ທີ່​ມັນ​ຖືກ​ນຳ​ລົງ​ໄປ​ສູ່​ແດນ​ແຫ່ງ​ຄວາມ​ຕາຍ ເຮົາ​ກັ້ນ​ລຳ​ນ້ຳ​ເລິກ​ເປັນ​ການ​ໄວ້​ອາໄລ​ແກ່​ມັນ; ເຮົາ​ໄດ້​ລະ​ງັບ​ສາຍ​ນ້ຳ ແລະ ນ້ຳ​ອັນ​ອຸດົມ​ສົມບູນ​ຂອງ​ມັນ​ໄວ້. ເຮົາ​ໄດ້​ເອົາ​ຄວາມ​ໝົ່ນໝອງ​ຫໍ່​ຫຸ້ມ​ເລບານອນ ແລະ ບັນດາ​ຕົ້ນໄມ້​ທີ່​ຢູ່​ໃນ​ທົ່ງ​ກໍ​ຫ່ຽວແຫ້ງ​ໄປ​ເພາະ​ຕົ້ນໄມ້​ນັ້ນ. 16ເຮົາ​ໄດ້​ເຮັດ​ໃຫ້​ບັນດາ​ປະຊາຊາດ​ສັ່ນ​ສະທ້ານ ເມື່ອ​ໄດ້​ຍິນ​ສຽງ​ລົ້ມ​ລົງ​ຂອງ​ມັນ ເມື່ອ​ເຮົາ​ນຳ​ມັນ​ລົງ​ສູ່​ແດນ​ແຫ່ງ​ຄວາມ​ຕາຍ​ຮ່ວມ​ກັບ​ບັນດາ​ຜູ້​ທີ່​ລົງ​ເຫວ​ເລິກ. ແລ້ວ​ຕົ້ນໄມ້​ທັງໝົດ​ໃນ​ສວນ​ເອເດນ ພ້ອມ​ກັບ​ຕົ້ນໄມ້​ທີ່​ຖືກ​ເລືອກ ແລະ ດີ​ທີ່ສຸດ​ຂອງ​ເລບານອນ, ຕົ້ນໄມ້​ທັງຫລາຍ​ທີ່​ໄດ້​ຮັບ​ການ​ຫົດນ້ຳ​ຢ່າງ​ດີ ກໍ​ໄດ້​ຮັບ​ການ​ປອບ​ໃຈ​ໃນ​ໂລກ​ບາດານ. 17ບັນດາ​ຄົນ​ທີ່​ອາໄສ​ຢູ່​ໃນ​ຮົ່ມ​ຂອງ​ຕົ້ນແປກ​ນັ້ນ ເຊິ່ງ​ເປັນ​ປະຊາຊາດ​ທີ່​ເປັນ​ພັນທະມິດ​ກໍ​ໄດ້​ລົງ​ໄປ​ສູ່​ແດນ​ແຫ່ງ​ຄວາມ​ຕາຍ​ກັບ​ມັນ ພ້ອມ​ທັງ​ບັນດາ​ຜູ້​ທີ່​ຖືກ​ຂ້າ​ດ້ວຍ​ດາບ.
18“ ‘ຕົ້ນໄມ້​ຕົ້ນ​ໃດ​ໃນ​ເອເດນ​ທີ່​ຈະ​ສະຫງ່າງາມ ແລະ ຍິ່ງໃຫຍ່​ເທົ່າ​ທຽມ​ກັບ​ເຈົ້າ? ເຖິງ​ປານ​ນັ້ນ​ເຈົ້າ​ກໍ​ຈະ​ຖືກ​ນຳ​ລົງ​ສູ່​ໂລກ​ບາດານ​ຮ່ວມ​ກັບ​ບັນດາ​ຕົ້ນໄມ້​ທີ່​ຢູ່​ໃນ​ເອເດນ​ເໝືອນ​ກັນ, ເຈົ້າ​ຈະ​ນອນ​ຢູ່​ທ່າມກາງ​ຜູ້​ບໍ່ໄດ້ຮັບພິທີຕັດ ກັບ​ບັນດາ​ຜູ້​ທີ່​ຖືກ​ຂ້າ​ດ້ວຍ​ດາບ.
“ ‘ນີ້​ຄື​ຟາໂຣ ແລະ ກອງ​ກຳລັງ​ທັງໝົດ​ຂອງ​ລາວ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ’ ”.

اکنون انتخاب شده:

ເອເຊກຽນ 31: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید