ອາໂມດ ຄຳນຳ

ຄຳນຳ
ອານາຈັກ​ອິດສະຣາເອນ​ພາກ​ເໜືອ​ມີ​ຄວາມ​ຍິ່ງໃຫຍ່​ເຖິງ​ຈຸດ​ສູງສຸດ​ໃນ​ຊ່ວງ​ເຄິ່ງ​ທຳອິດ​ຂອງ​ສັດຕະວັດ​ທີ 8 ກ່ອນ ຄສ. (2ກສ 14:23-25) ຄື 41 ປີ​ແຫ່ງ​ການ​ຄອງລາດ​ຂອງ​ກະສັດ​ເຢໂຣໂບອາມ​ທີ 2 ຜູ້​ມີ​ອຳນາດ​ອິດສະຣາເອນ​ມີ​ຄວາມ​ໝັ້ນໃຈ​ໃນ​ໄຊຊະນະ, ການ​ນະມັດສະການ ແລະ ມໍລະດົກ​ຂອງ​ຕົນ. ພວກເຂົາ​ຈຶ່ງ​ໃຊ້​ຄຳຂວັນ​ວ່າ “ພຣະເຈົ້າ​ສະຖິດ​ກັບ​ພວກເຮົາ” ແລະ ຄອຍຖ້າ​ວັນ​ຂອງ​ພຣະເຈົ້າຢາເວ​ທີ່​ພຣະເຈົ້າ​ຈະ​ໂຈມຕີ​ສັດຕູ​ທັງໝົດ ແລະ ສະຖາປານາ​ອິດສະຣາເອນ​ເປັນ​ຜູ້​ປົກຄອງ​ພູມີພາກ.
ໃນ​ບັນຍາກາດ​ຂອງ​ລັດທິ​ຊາດນິຍົມ​ທີ່​ໝັ້ນໃຈ​ຕົນ​ເອງ​ຫລາຍ​ເກີນ​ໄປ​ນີ້, ອາໂມດ​ຜູ້ລ້ຽງແກະ​ຈາກ​ອານາຈັກ​ທາງ​ພາກ​ໃຕ້​ຂອງ​ຢູດາ​ໄດ້​ກ້າວ​ເຂົ້າ​ມາ, ເພິ່ນ​ໄດ້​ຍືນ​ໃນ​ວິຫານ​ອັນ​ຍິ່ງໃຫຍ່​ຢູ່​ທີ່​ເບັດເອນ ແລະ ປະກາດ​ວ່າ​ພຣະເຈົ້າ​ກຳລັງ​ປຸກລະດົມ​ຊົນຊາດ​ທັງຫລາຍ​ໃຫ້​ເອົາ​ຊະນະ​ອິດສະຣາເອນ. ເພິ່ນ​ຢືນການ​ວ່າ​ວັນ​ແຫ່ງ​ພຣະເຈົ້າຢາເວ​ຈະ​ເປັນ​ຄວາມ​ມືດມິດ ບໍ່​ແມ່ນ​ຄວາມ​ສະຫວ່າງ ພຣະເຈົ້າ​ບໍ່​ໄດ້​ປະທັບໃຈ​ໃນ​ຄວາມ​ຮັ່ງມີ, ອຳນາດ​ທາງ​ການທະຫານ ຫລື ການ​ເຮັດ​ຕາມ​ໃຈ​ຕົນ​ເອງ​ຂອງ​ອິດສະຣາເອນ. ພຣະເຈົ້າ​ກຳລັງ​ແນມ​ຫາ​ຄວາມ​ຍຸຕິທຳ ໃນຂະນະ​ທີ່​ຄົນຮັ່ງມີ ແລະ ມີ​ອຳນາດ​ກຳລັງ​ເອົາ​ປຽບ​ຄົນທຸກ. ພຣະເຈົ້າ​ຮຽກຮ້ອງ​ອິດສະຣາເອນ​ໃຫ້​ກັບໃຈ ເຊິ່ງ​ເປັນ​ວິທີ​ດຽວ​ທີ່​ຈະ​ບໍ່​ຖືກ​ທຳລາຍ.
ຂໍ້ຄວາມ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ເກີດ​ຄວາມ​ວຸ້ນວາຍ. ອາມາຊີຢາ ມະຫາ​ປະໂລຫິດ​ແຫ່ງ​ເບັດເອນ​ກ່າວຫາ​ອາໂມດ​ວ່າ​ທໍລະຍົດ. ອາໂມດ​ໄດ້​ຖືກ​ເນລະເທດ​ອອກ​ຈາກ​ອານາຈັກ, ແຕ່​ຄຳທຳນວາຍ​ຂອງ​ເພິ່ນ​ໄດ້​ຮັບ​ການ​ບັນທຶກ​ໄວ້. ເກີດ​ເປັນ​ຄຳທຳນວາຍ​ທີ່​ເກົ່າແກ່​ທີ່ສຸດ​ຊຸດ​ໜຶ່ງ​ຂອງ​ຜູ້ທຳນວາຍ​ພຣະຄຳພີ​ເຮັບເຣີ. ໜັງສື​ອາໂມດ​ປະກອບ​ດ້ວຍ​ຄຳທຳນວາຍ​ປະມານ 36 ຂໍ້ຄວາມ ແລະ ເລື່ອງລາວ​ການ​ເນລະເທດ​ອາໂມດ. ເນື້ອຫາ​ສ່ວນ​ໃຫຍ່​ໃນ​ເຫລັ້ມ​ນີ້​ຮວບຮວມ​ຂຶ້ນ​ຢ່າງ​ຫລວມໆ ແຕ່​ສື່ສານ​ຂໍ້ຄວາມ​ໜຶ່ງ​ທີ່​ໜັກແໜ້ນ​ສະໝ່ຳສະເໝີ​ນັ້ນ​ຄື “ຈົ່ງ​ໃຫ້​ຄວາມ​ຍຸຕິທຳ​ດຳເນີນ​ຕໍ່ໄປ​ເໝືອນ​ແມ່ນ້ຳ ໃຫ້​ຄວາມ​ຊອບທຳ​ເໝືອນ​ສາຍນ້ຳ​ທີ່​ບໍ່​ມີ​ວັນ​ສິ້ນສຸດ”.

اکنون انتخاب شده:

ອາໂມດ ຄຳນຳ: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید