ໂຢເອນ 3

3
ຊົນຊາດ​ທັງຫລາຍ​ຖືກ​ພິພາກສາ
1“ເມື່ອ​ເຖິງ​ວັນ​ເຫລົ່ານັ້ນ ແລະ ເວລາ​ນັ້ນ,
ເມື່ອ​ເຮົາ​ຟື້ນຟູ​ຄວາມ​ຈະເລີນ​ຮຸ່ງເຮືອງ​ຂອງ​ຢູດາ ແລະ ເຢຣູຊາເລັມ​ນັ້ນ,
2ເຮົາ​ຈະ​ເຕົ້າໂຮມ​ທຸກ​ຊົນຊາດ
ແລະ ນຳ​ພວກເຂົາ​ລົງ​ມາ​ທີ່​ຮ່ອມພູ​ເຢໂຮຊາຟັດ.#3:2 ເຢໂຮຊາຟັດ ແປ​ວ່າ​ພຣະເຈົ້າ​ຢາເວ​ພິພາກສາ ຄື​ກັນ​ກັບ​ຂໍ້ 12
ເຮົາ​ຈະ​ດຳເນີນ​ຄະດີ​ພວກເຂົາ​ຢູ່​ທີ່​ນັ້ນ
ເລື່ອງ​ທີ່​ປະຊາຊົນ​ອິດສະຣາເອນ​ຂອງ​ເຮົາ​ໄດ້​ເຮັດ​ຕໍ່​ມໍລະດົກ​ຂອງ​ເຮົາ,
ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງ​ເຮົາ​ແຕກ​ກະຈັດ​ກະຈາຍ​ໄປ​ໃນ​ທ່າມກາງ​ຊົນຊາດ​ຕ່າງໆ
ແລະ ແບ່ງ​ດິນແດນ​ຂອງ​ເຮົາ.
3ພວກເຂົາ​ໄດ້​ຈັບ​ສະຫລາກ​ແບ່ງ​ປະຊາຊົນ​ຂອງ​ເຮົາ.
ແລະ ເອົາ​ເດັກນ້ອຍ​ຜູ້​ຊາຍ​ໄປ​ແລກປ່ຽນ​ກັບ​ຍິງ​ໂສເພນີ​ມາ;
ພວກເຂົາ​ໄດ້​ຂາຍ​ເດັກນ້ອຍ​ຜູ້ຍິງ​ເພື່ອ​ຈະ​ໄດ້​ເຫລົ້າອະງຸ່ນ​ມາ​ດື່ມ.
4“ຕີເຣ ແລະ ຊີໂດນ​ກັບ​ດິນແດນ​ຟີລິດສະຕິນ​ທັງໝົດ ເຈົ້າ​ມີ​ສິ່ງ​ໃດ​ຕໍ່ສູ້​ເຮົາ? ເຈົ້າ​ກຳລັງ​ແກ້ແຄ້ນ​ເຮົາ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ​ບໍ? ຖ້າ​ເຈົ້າ​ແກ້ແຄ້ນ​ເຮົາ, ເຮົາ​ກໍ​ຈະ​ໃຫ້​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ໄວ້​ຕົກ​ຖືກ​ເຈົ້າ​ເອງ​ຢ່າງ​ໄວວາ ແລະ ທັນທີທັນໃດ. 5ເພາະ​ເຈົ້າ​ໄດ້​ຢຶດ​ເອົາ​ເງິນ ແລະ ຄຳ​ຂອງ​ເຮົາ​ກັບ​ຊັບສົມບັດ​ອັນ​ລ້ຳຄ່າ​ຂອງ​ເຮົາ​ໄປ​ໄວ້​ທີ່​ວິຫານ​ຕ່າງໆ​ຂອງ​ເຈົ້າ.#3:5 ຫລື ວັງ 6ເຈົ້າ​ໄດ້​ຂາຍ​ຊາວ​ຢູດາ ແລະ ຊາວ​ເຢຣູຊາເລັມ​ໃຫ້​ແກ່​ຊາວ​ກຣີກ ເພື່ອ​ເຈົ້າ​ຈະ​ໄດ້​ສົ່ງ​ພວກເຂົາ​ໄປ​ໃຫ້​ໄກ​ຈາກ​ບ້ານເກີດ​ເມືອງ​ນອນ​ຂອງ​ພວກເຂົາ.
7“ເບິ່ງ​ແມ, ເຮົາ​ຈະ​ກະຕຸ້ນ​ພວກເຂົາ​ໃຫ້​ອອກ​ມາ​ຈາກ​ສະຖານທີ່​ຕ່າງໆ ທີ່​ເຈົ້າ​ໄດ້​ຂາຍ​ພວກເຂົາ​ໃຫ້ ແລະ ເຮົາ​ກໍ​ຈະ​ໃຫ້​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ໄວ້​ນັ້ນ​ຕົກ​ຖືກ​ເຈົ້າ​ເອງ. 8ເຮົາ​ຈະ​ຂາຍ​ບັນດາ​ລູກຊາຍ ແລະ ລູກສາວ​ຂອງ​ເຈົ້າ​ໃຫ້​ແກ່​ຊາວ​ຢູດາ. ແລ້ວ​ຊາວ​ຢູດາ​ຈະ​ຂາຍ​ພວກເຂົາ​ໃຫ້​ຊາວ​ເຊບາ, ເຊິ່ງ​ເປັນ​ຊົນຊາດ​ໜຶ່ງ​ທີ່​ຢູ່​ໄກ”. ພຣະເຈົ້າ​ໄດ້​ກ່າວ​ດັ່ງນັ້ນ.
9ຈົ່ງ​ປະກາດ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ​ວ່າ:
ຈົ່ງ​ຕຽມພ້ອມ​ສຳລັບ​ສູ້ຮົບ!
ຈົ່ງ​ປຸກ​ລະດົມ​ບັນດາ​ນັກຮົບ!
ໃຫ້​ບັນດາ​ນັກ​ຕໍ່ສູ້​ທຸກຄົນ​ເຂົ້າ​ມາ​ໃກ້ ແລະ ບຸກ​ໂຈມຕີ.
10ຈົ່ງ​ຕີ​ໝາກກະສົບໄຖ​ຂອງ​ເຈົ້າ​ໃຫ້​ເປັນ​ດາບ
ແລະ ຕີ​ກ່ຽວ​ຂອງ​ເຈົ້າ​ໃຫ້​ເປັນ​ຫອກ.
ໃຫ້​ຄົນ​ທີ່​ອ່ອນແອ​ເວົ້າ​ວ່າ,
“ຂ້ອຍ​ເຂັ້ມແຂງ!”
11ຈົ່ງ​ມາ​ໄວໆ, ຊົນຊາດ​ທັງຫລາຍ​ຈາກ​ທຸກ​ທີ່​ທຸກ​ບ່ອນ,
ແລະ ມາ​ປະຊຸມ​ກັນ​ຢູ່​ທີ່​ນັ້ນ.
ຂ້າແດ່​ພຣະເຈົ້າ​ຢາເວ! ຂໍ​ໂຜດ​ສົ່ງ​ນັກຮົບ​ຂອງ​ພຣະອົງ​ລົງ​ມາ!
12“ຈົ່ງ​ກະຕຸ້ນ​ປະຊາຊາດ​ທັງຫລາຍ
ໃຫ້​ບຸກ​ໜ້າ​ມາ​ທີ່​ຮ່ອມ​ພູ​ເຢໂຮຊາຟັດ,
ເພາະ​ເຮົາ​ຈະ​ນັ່ງ​ຢູ່​ທີ່​ນັ້ນ
ເພື່ອ​ຕັດສິນ​ປະຊາຊາດ​ທັງໝົດ​ທຸກ​ດ້ານ.
13ຈົ່ງ​ແກວ່ງ​ກ່ຽວ​ໄປ,
ເພາະ​ເຂົ້າ​ກໍ​ສຸກ​ພ້ອມ​ໃຫ້​ກ່ຽວ​ແລ້ວ.
ຈົ່ງ​ມາ, ມາ​ຢຽບ​ໝາກອະງຸ່ນ,
ເພາະ​ອ່າງ​ຢຽບ​ໝາກອະງຸ່ນ​ກໍ​ເຕັມ​ແລ້ວ
ແລະ ອ່າງ​ເກັບ​ນັ້ນ​ມີ​ເຫລົ້າອະງຸ່ນ​ເຕັມ​ຈົນ​ລົ້ນ
ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກເຂົາ​ກໍ​ມີ​ຫລວງຫລາຍ!”
14ມີ​ຄົນ​ຈຳນວນ​ຫລວງຫລາຍ
ຢູ່​ໃນ​ຮ່ອມພູ​ແຫ່ງ​ການ​ພິພາກສາ!
ເພາະ​ວັນ​ແຫ່ງ​ພຣະເຈົ້າ​ຢາເວ​ແມ່ນ​ໃກ້​ເຂົ້າ​ມາ​ແລ້ວ
ໃນ​ຮ່ອມພູ​ແຫ່ງ​ການ​ພິພາກສາ.
15ຕາເວັນ ແລະ ເດືອນ​ຈະ​ມືດ​ມິດ​ໄປ
ແລະ ດາວ​ຈະ​ບໍ່​ສ່ອງ​ແສງ.
16ພຣະເຈົ້າ​ຢາເວ​ຈະ​ເປັ່ງ​ສຽງ​ອອກ​ມາ​ຈາກ​ຊີໂອນ
ແລະ ເປັ່ງ​ສຽງ​ຟ້າຮ້ອງ​ອອກ​ມາ​ຈາກ​ເຢຣູຊາເລັມ;
ແຜ່ນດິນ​ໂລກ ແລະ ຟ້າ​ສະຫວັນ​ຈະ​ສັ່ນສະທ້ານ.
ແຕ່​ພຣະເຈົ້າ​ຢາເວ​ຈະ​ເປັນ​ບ່ອນ​ລີ້ໄພ​ສຳລັບ​ປະຊາຊົນ​ຂອງ​ພຣະອົງ,
ເປັນ​ທີ່ໝັ້ນ​ສຳລັບ​ປະຊາຊົນ​ອິດສະຣາເອນ.
ພອນ​ສຳລັບ​ປະຊາຊົນ​ຂອງ​ພຣະເຈົ້າ
17“ແລ້ວ​ນັ້ນ​ເຈົ້າ​ກໍ​ຈະ​ຮູ້​ວ່າ, ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.
ສະຖິດ​ຢູ່​ໃນ​ຊີໂອນ, ພູເຂົາ​ສັກສິດ​ຂອງ​ເຮົາ.
ເຢຣູຊາເລັມ​ຈະ​ບໍລິສຸດ​ສັກສິດ;
ຄົນ​ຕ່າງຊາດ​ຈະ​ບໍ່​ມາ​ທຳລາຍ​ເຢຣູຊາເລັມ​ອີກ.
18“ໃນ​ວັນ​ນັ້ນ​ຈະ​ມີ​ນ້ຳ​ອະງຸ່ນ​ໃໝ່​ຍ້ອຍ​ຈາກ​ພູເຂົາ
ແລະ ມີ​ນ້ຳນົມ​ໄຫລ​ມາ​ຈາກ​ໂນນພູ;
ຫ້ວຍນ້ຳ​ທັງຫລາຍ​ຂອງ​ຢູດາ​ຈະ​ມີ​ນ້ຳ​ນອງ.
ນ້ຳພຸ​ຈະ​ໄຫລ​ອອກ​ມາ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ຢາເວ
ໃຫ້​ຄວາມ​ຊຸ່ມ​ຊື່ນ​ແກ່​ຮ່ອມພູ​ຕົ້ນກະຖິນ.#3:18 ຫລື ຮ່ອມພູ​ຊິດຕີມ
19ແຕ່​ເອຢິບ​ຈະ​ຮົກຮ້າງ,
ເອໂດມ​ກາຍເປັນ​ຖິ່ນແຫ້ງແລ້ງກັນດານ,
ເພາະ​ຄວາມ​ໂຫດຮ້າຍ​ທີ່​ໄດ້​ເຮັດ​ໄວ້​ກັບ​ຊາວ​ຢູດາ,
ພວກເຂົາ​ໄດ້​ເຮັດ​ໃຫ້​ຜູ້​ບໍລິສຸດ​ຕ້ອງ​ຫລັ່ງ​ເລືອດ​ໃນ​ດິນແດນ​ນັ້ນ.
20ຢູດາ ແລະ ເຢຣູຊາເລັມ​ຈະ​ມີ​ຄົນ​ອາໄສ​ຢູ່
ຕະຫລອດໄປ​ທຸກ​ຊົ່ວ​ອາຍຸ.
21ຄວາມ​ຜິດ​ທີ່​ພວກເຂົາ​ເຮັດ​ໃຫ້​ເລືອດ​ຕົກ​ທີ່​ເຮົາ​ບໍ່​ໄດ້​ອະໄພ​ໃຫ້​ນັ້ນ
ເຮົາ​ຈະ​ໃຫ້​ອະໄພ”.
ພຣະເຈົ້າ​ຢາເວ​ສະຖິດ​ຢູ່​ໃນ​ຊີໂອນ!

اکنون انتخاب شده:

ໂຢເອນ 3: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید