ອາໂມດ 1

1
1ຖ້ອຍຄຳ​ຂອງ​ອາໂມດ ຄົນລ້ຽງແກະ​ຄົນ​ໜຶ່ງ​ໃນ​ເຕກົວ ສິ່ງ​ທີ່​ອາໂມດ​ໄດ້​ເຫັນ​ກ່ຽວກັບ​ອິດສະຣາເອນ​ສອງ​ປີ ກ່ອນ​ທີ່ຈະ​ເກີດ​ແຜ່ນດິນ​ໄຫວ, ເມື່ອ​ເວລາ​ທີ່​ອຸດຊີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ ແລະ ເຢໂຣໂບອາມ ລູກຊາຍ​ຂອງ​ເຢໂຮອາດ#1:1 ພາສາ​ເຮັບເຣີ​ວ່າ ໂຢອາດ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ເຢໂຮອາດ ເປັນ​ກະສັດ​ແຫ່ງ​ອິດສະຣາເອນ.
2ອາໂມດ​ໄດ້​ກ່າວ​ວ່າ:
“ພຣະເຈົ້າ​ຢາເວ​ເປັ່ງ​ສຽງ​ກ້ອງ​ຈາກ​ຊີໂອນ
ເປັ່ງ​ສຽງ​ຈາກ​ເຢຣູຊາເລັມ
ແລ້ວ​ທົ່ງຫຍ້າ​ຂອງ​ຄົນລ້ຽງແກະ​ກໍ​ຫ່ຽວ​ແຫ້ງ#1:2 ຫລື ທົ່ງຫຍ້າ​ຂອງ​ຄົນລ້ຽງແກະ​ຄ່ຳຄວນ​ໄວ້​ອາໄລ
ແລະ ຈອມພູ​ກາເມນ​ກໍ​ຫ່ຽວ​ແຫ້ງ​ໄປ”
ຄຳ​ພິພາກສາ​ບັນດາ​ເພື່ອນບ້ານ​ຂອງ​ອິດສະຣາເອນ
3ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ:
“ເນື່ອງ​ຈາກ​ດາມັສກັດ​ໄດ້​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ​ສາມ​ສີ່​ຄັ້ງ,
ເຮົາ​ຈຶ່ງ​ບໍ່​ຍົກເລີກ​ການ​ລົງໂທດ.
ເພາະ​ມັນ​ໄດ້​ນວດ​ຊາວ​ກີເລອາດ
ດ້ວຍ​ແປ້ນ​ນວດ​ເຂົ້າ ເຊິ່ງ​ມີ​ແຂ້ວ​ເປັນ​ເຫລັກ,
4ເຮົາ​ຈະ​ສົ່ງ​ໄຟ​ມາ​ທີ່​ເຮືອນ​ຂອງ​ກະສັດ​ຮາຊາເອນ
ເຊິ່ງ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ກະສັດ​ເບັນຮາດາດ.
5ເຮົາ​ຈະ​ພັງ​ປະຕູ​ເມືອງ​ດາມັສກັດ;
ເຮົາ​ຈະ​ທຳລາຍ​ກະສັດ​ທີ່​ຢູ່​ໃນ#1:5 ຫລື ຜູ້​ທີ່​ອາໄສ​ຢູ່​ໃນ​ຮ່ອມ​ພູ​ອາເວນ#1:5 ແປ​ວ່າ ຄວາມ​ຊົ່ວ​ຮ້າຍ
ແລະ ທຳລາຍ​ຜູ້​ຖື​ໄມ້​ຄາທາ​ໃນ​ເບັດເຮເດນ
ຊາວ​ຊີເຣຍ​ຈະ​ຖືກ​ກວາດ​ຕ້ອນ​ໄປ​ເປັນ​ຊະເລີຍ​ຢູ່​ທີ່​ເມືອງ​ກີຣະ”,
ພຣະເຈົ້າ​ຢາເວ​ກ່າວ​ດັ່ງນັ້ນ.
6ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ:
“ເນື່ອງ​ຈາກ​ກາຊາ​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ​ສາມ​ສີ່​ຄັ້ງ
ເຮົາ​ຈຶ່ງ​ບໍ່​ຍົກເລີກ​ການ​ລົງໂທດ.
ເພາະ​ມັນ​ໄດ້​ກວາດ​ຕ້ອນ​ຄົນ​ທັງ​ຊຸມຊົນ​ໄປ​ເປັນ​ຊະເລີຍ
ແລະ ຂາຍ​ໃຫ້​ແກ່​ຊາວ​ເອໂດມ,
7ເຮົາ​ຈະ​ສົ່ງ​ໄຟ​ມາ​ທີ່​ກຳແພງ​ເມືອງ​ກາຊາ
ເຊິ່ງ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ມັນ.
8ເຮົາ​ຈະ​ທຳລາຍ​ກະສັດ​ແຫ່ງ#1:8 ຫລື ຜູ້​ທີ່​ອາໄສ​ຢູ່​ໃນ​ອາຊະໂດດ
ແລະ ທຳລາຍ​ຜູ້​ຖື​ໄມ້​ຄາທາ​ໃນ​ອາຊະເກໂລນ.
ເຮົາ​ຈະ​ລົງໂທດ​ຊາວ​ເມືອງ​ເອັກໂຣນ,
ຈົນ​ກວ່າ​ຄົນ​ຟີລິດສະຕິນ​ຄົນ​ສຸດ​ທ້າຍ​ຈະ​ຕາຍ​ໄປ”,
ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນັ້ນ.
9ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ:
“ເນື່ອງ​ຈາກ​ຕີເຣ​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ​ສາມ​ສີ່​ຄັ້ງ
ເຮົາ​ຈຶ່ງ​ບໍ່​ຍົກເລີກ​ການ​ລົງໂທດ.
ເພາະ​ມັນ​ໄດ້​ຂາຍ​ຊະເລີຍ​ທັງ​ຊຸມຊົນ​ໃຫ້​ແກ່​ເອໂດມ,
ບໍ່​ຄຳນຶງ​ເຖິງ​ສັນຍາ​ມິດຕະພາບ​ລະຫວ່າງ​ພີ່ນ້ອງ,
10ເຮົາ​ຈະ​ສົ່ງ​ໄຟ​ມາ​ທີ່​ກຳແພງ​ເມືອງ​ຕີເຣ
ເຊິ່ງ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ມັນ”.
11ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ:
“ເນື່ອງ​ຈາກ​ເອໂດມ​ໄດ້​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ​ສາມ​ສີ່​ຄັ້ງ
ເຮົາ​ຈຶ່ງ​ບໍ່​ຍົກເລີກ​ການ​ລົງໂທດ.
ເພາະ​ມັນ​ຖື​ດາບ​ຕາມ​ລ່າ​ນ້ອງຊາຍ​ຂອງ​ຕົນ
ແລະ ຂ້າ​ແມ່ຍິງ​ຂອງ​ດິນແດນ,
ເພາະ​ຄວາມ​ໃຈຮ້າຍ​ຂອງ​ມັນ​ລຸກ​ຢູ່​ຕະຫລອດ​ເວລາ
ແລະ ຄວາມ​ຄຽດແຄ້ນ​ຂອງ​ມັນ​ກໍ​ລຸກ​ຢູ່​ບໍ່​ຢຸດ,
12ເຮົາ​ຈະ​ສົ່ງ​ໄຟ​ມາ​ທີ່​ເຕມານ
ເຊິ່ງ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ໂບຊະຣາ”.
13ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ:
“ເນື່ອງ​ຈາກ​ອຳໂມນ​ໄດ້​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ​ສາມ​ສີ່​ຄັ້ງ
ເຮົາ​ຈຶ່ງ​ບໍ່​ຍົກເລີກ​ການ​ລົງໂທດ.
ເພາະ​ມັນ​ໄດ້​ຜ່າ​ທ້ອງ​ແມ່ຍິງ​ຖືພາ​ໃນ​ກີເລອາດ
ເພື່ອ​ຂະຫຍາຍ​ເຂດແດນ​ຂອງ​ຕົນ,
14ເຮົາ​ຈະ​ສົ່ງ​ໄຟ​ມາ​ທີ່​ກຳແພງ​ເມືອງ​ຣັບບາ
ເຊິ່ງ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ມັນ
ທ່າມກາງ​ສຽງ​ໂຫ່​ຮ້ອງ​ໃນ​ວັນ​ສົງຄາມ,
ທ່າມກາງ​ສາຍ​ລົມ​ປັ່ນປ່ວນ​ໃນ​ວັນ​ທີ່​ມີ​ພະຍຸ.
15ກະສັດ#1:15 ຫລື ໂມເລັກ​ຂອງ​ອຳໂມນ ແລະ ບັນດາ​ຂ້າລາຊະການ
ຈະ​ຕົກ​ເປັນ​ຊະເລີຍ”,
ພຣະເຈົ້າ​ຢາເວ​ກ່າວ​ດັ່ງນັ້ນ.

اکنون انتخاب شده:

ອາໂມດ 1: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید