YouVersion Logo
Search Icon

ໂຣມ 12

12
ເຄື່ອງບູຊາ​ທີ່​ມີຊີວິດ
1ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ ເພື່ອ​ເຫັນແກ່​ຄວາມ​ເມດຕາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ທັງຫລາຍ​ໃຫ້​ຖວາຍ​ຮ່າງກາຍ​ຂອງ​ພວກເຈົ້າ​ແກ່​ພຣະເຈົ້າ ເພື່ອ​ເປັນ​ເຄື່ອງຖວາຍ​ບູຊາ​ທີ່​ມີຊີວິດ, ທີ່​ບໍລິສຸດ#12:1 ຫລື ທີ່​ໄດ້ຮັບ​ການ​ແຍກ​ໄວ້​ສຳລັບ​ພຣະເຈົ້າ ແລະ ທີ່​ພໍໃຈ​ພຣະເຈົ້າ ນີ້​ເປັນ​ການນະມັດສະການ​ທີ່​ແທ້ຈິງ#12:1 ຫລື ທີ່​ສົມເຫດ​ສົມຜົນ ແລະ ເໝາະສົມ. 2ຢ່າ​ດຳເນີນຊີວິດ​ເໝືອນ​ຢ່າງ​ຄົນ​ໃນ​ໂລກ​ນີ້ ແຕ່​ຈົ່ງ​ຮັບ​ການປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ພວກເຈົ້າ​ຈະ​ສາມາດ​ພິສູດ ແລະ ຢືນຢັນ​ໄດ້​ວ່າ​ສິ່ງໃດ​ຄື​ຄວາມ​ປະສົງ​ທີ່​ດີ, ເປັນ​ທີ່​ຍອມ​ຮັບ ແລະ ສົມບູນແບບ​ຂອງ​ພຣະເຈົ້າ.
3ເພາະ​ໂດຍ​ພຣະຄຸນ​ທີ່​ໄດ້​ໃຫ້​ແກ່​ເຮົາ ເຮົາ​ຂໍ​ກ່າວ​ແກ່​ພວກເຈົ້າ​ທຸກຄົນ​ວ່າ: ຢ່າ​ຄິດ​ປະເມີນ​ຕົນ​ເອງ​ສູງ​ເກີນກວ່າ​ທີ່​ຄວນ ແຕ່​ຈົ່ງ​ຄິດ​ປະເມີນ​ຕົນ​ຢ່າງ​ມີ​ສະຕິ​ຕາມ​ຂະໜາດ​ຄວາມເຊື່ອ​ທີ່​ພຣະເຈົ້າ​ໄດ້​ໃຫ້​ພວກເຈົ້າ​ແຕ່ລະຄົນ​ນັ້ນ. 4ເພາະວ່າ ພວກເຮົາ​ແຕ່ລະຄົນ​ມີ​ຮ່າງກາຍ​ດຽວ​ທີ່​ປະກອບ​ດ້ວຍ​ອະໄວຍະວະ​ຫລາຍ​ຢ່າງ ແລະ ອະໄວຍະວະ​ເຫລົ່ານັ້ນ​ກໍ​ມີ​ໜ້າທີ່​ບໍ່​ຄື​ກັນ​ສັນໃດ, 5ດັ່ງນັ້ນ ໃນ​ພຣະຄຣິດເຈົ້າ ພວກເຮົາ​ຫລາຍຄົນ​ກໍ​ປະກອບ​ເຂົ້າ​ເປັນ​ກາຍ​ດຽວ ແລະ ແຕ່ລະ​ອະໄວຍະວະ​ກໍ​ເປັນ​ສ່ວນໜຶ່ງ​ຂອງ​ອະໄວຍະວະ​ທັງໝົດ​ສັນນັ້ນ. 6ພວກເຮົາ​ມີ​ຂອງປະທານ​ແຕກຕ່າງ​ກັນ ຕາມ​ພຣະຄຸນ​ທີ່​ໄດ້​ໃຫ້​ແກ່​ພວກເຮົາ. ຖ້າ​ຜູ້ໃດ​ມີ​ຂອງປະທານ​ດ້ານ​ການ​ປະກາດ​ພຣະທຳ ກໍ​ຈົ່ງ​ໃຊ້​ຂອງປະທານ​ນີ້​ຕາມ​ຂະໜາດ​ຄວາມເຊື່ອ​ທີ່​ຕົນ​ມີ.#12:6 ຫລື ໃຫ້​ສອດຄ່ອງ​ກັບ​ຄວາມເຊື່ອ 7ຖ້າ​ມີ​ດ້ານ​ການບົວລະບັດ​ຮັບໃຊ້ ກໍ​ຈົ່ງ​ບົວລະບັດ​ຮັບໃຊ້, ຖ້າ​ມີ​ດ້ານ​ການສັ່ງສອນ ກໍ​ຈົ່ງ​ສັ່ງສອນ, 8ຖ້າ​ມີ​ດ້ານ​ການໜູນໃຈ ກໍ​ຈົ່ງ​ໜູນໃຈ, ຖ້າ​ມີ​ດ້ານ​ການບໍລິຈາກ ກໍ​ຈົ່ງ​ບໍລິຈາກ​ດ້ວຍ​ໃຈກວ້າງຂວາງ, ຖ້າ​ມີ​ດ້ານ​ການເປັນຜູ້ນຳ ກໍ​ຈົ່ງ​ປົກຄອງ​ດ້ວຍ​ຄວາມເອົາໃຈໃສ່, ຖ້າ​ມີ​ດ້ານ​ການສະແດງ​ຄວາມເມດຕາ ກໍ​ຈົ່ງ​ເຮັດ​ດ້ວຍ​ໃຈຍິນດີ.
ຮັກ​ດ້ວຍ​ການກະທຳ
9ຈົ່ງ​ຮັກ​ດ້ວຍ​ຄວາມ​ຈິງໃຈ ຈົ່ງ​ກຽດຊັງ​ສິ່ງ​ທີ່​ຊົ່ວ ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ດີ. 10ຈົ່ງ​ຮັກເຊິ່ງກັນແລະກັນ​ເໝືອນດັ່ງ​ພີ່ນ້ອງ ຈົ່ງ​ໃຫ້​ກຽດ​ເຊິ່ງກັນແລະກັນ​ໂດຍ​ຖື​ວ່າ​ຜູ້​ອື່ນ​ດີ​ກວ່າ​ຕົນ. 11ຢ່າ​ຂາດ​ຄວາມ​ກະຕືລືລົ້ນ ແຕ່​ຈົ່ງ​ຮັກສາ​ຄວາມຮ້ອນຮົນ​ຝ່າຍ​ຈິດວິນຍານ​ຂອງ​ພວກເຈົ້າ​ໄວ້ ແລະ ຮັບໃຊ້​ອົງພຣະຜູ້ເປັນເຈົ້າ. 12ຈົ່ງ​ຊື່ນຊົມຍິນດີ​ໃນ​ຄວາມຫວັງ ຈົ່ງ​ອົດທົນ​ຕໍ່​ຄວາມຍາກລໍາບາກ ແລະ ຈົ່ງ​ສັດຊື່​ໃນ​ການ​ອະທິຖານ. 13ຈົ່ງ​ແບ່ງປັນ​ແກ່​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຜູ້​ທີ່​ມີ​ຄວາມຕ້ອງການ. ຈົ່ງ​ຕ້ອນຮັບແຂກ​ດ້ວຍ​ໃຈເຫລື້ອມໃສ.
14ຈົ່ງ​ອວຍພອນ​ແກ່​ຜູ້​ທີ່​ຂົ່ມເຫັງ​ພວກເຈົ້າ, ຈົ່ງ​ອວຍພອນ ແລະ ຢ່າ​ປ້ອຍດ່າ​ເລີຍ. 15ຈົ່ງ​ຊື່ນຊົມຍິນດີ​ຮ່ວມ​ກັບ​ຜູ້​ທີ່​ຊື່ນຊົມຍິນດີ ຈົ່ງ​ຮ້ອງໄຫ້​ຮ່ວມ​ກັບ​ຜູ້​ທີ່​ຮ້ອງໄຫ້. 16ຈົ່ງ​ຢູ່​ຮ່ວມກັນ​ດ້ວຍ​ຄວາມປອງດອງ ຢ່າ​ອວດອົ່ງຈອງຫອງ ແຕ່​ຈົ່ງ​ເຕັມໃຈ​ຄົບຫາສະມາຄົມ​ກັບ​ຄົນ​ທີ່​ມີ​ຖານະ​ທີ່​ຕ່ຳ#12:16 ຫລື ເຕັມໃຈ​ເຮັດ​ວຽກງານ​ທີ່​ຕ່ຳຕ້ອຍ ຢ່າ​ອວດອົ່ງທະນົງຕົນ.
17ຢ່າ​ເຮັດ​ຊົ່ວ​ຕອບແທນ​ຄົນ​ທີ່​ເຮັດ​ຊົ່ວ ຈົ່ງ​ເອົາໃຈໃສ່​ເຮັດ​ໃນ​ສິ່ງ​ທີ່​ຄົນ​ທັງຫລາຍ​ເຫັນ​ວ່າ​ຖືກຕ້ອງ. 18ຖ້າ​ເປັນ​ໄດ້ ໃນ​ເລື່ອງ​ທີ່​ຂຶ້ນ​ຢູ່​ກັບ​ພວກເຈົ້າ​ນັ້ນ ຈົ່ງ​ຢູ່​ກັບ​ທຸກໆ​ຄົນ​ຢ່າງ​ສະຫງົບສຸກ. 19ເພື່ອນ​ທີ່ຮັກ​ຂອງ​ເຮົາ​ເອີຍ, ຢ່າ​ແກ້ແຄ້ນ​ເລີຍ ແຕ່​ຈົ່ງ​ປ່ອຍ​ໃຫ້​ພຣະເຈົ້າ​ສະແດງ​ຄວາມໂກດຮ້າຍ​ຂອງ​ພຣະອົງ ເພາະ​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ການ​ແກ້ແຄ້ນ​ເປັນ​ໜ້າທີ່​ຂອງ​ເຮົາ ເຮົາ​ເອງ​ຈະ​ຕອບແທນ”.#12:19 ພບຍ 32:35 ອົງພຣະຜູ້ເປັນເຈົ້າ​ກ່າວ​ດັ່ງນີ້. 20ໃນ​ທາງ​ກົງກັນຂ້າມ,
“ຖ້າ​ສັດຕູ​ຂອງ​ເຈົ້າ​ຫິວເຂົ້າ ຈົ່ງ​ເອົາ​ອາຫານ​ໃຫ້​ລາວ​ກິນ
ເມື່ອ​ລາວ​ຫິວນ້ຳ ຈົ່ງ​ເອົາ​ນ້ຳ​ໃຫ້​ລາວ​ດື່ມ
ການ​ເຮັດ​ຢ່າງນັ້ນ, ເປັນການ​ທີ່​ເຈົ້າ​ໄດ້​ກອງ​ຖ່ານໄຟ​ທີ່​ລຸກໄໝ້​ຢູ່​ໃສ່​ໄວ້​ເທິງ​ຫົວ​ຂອງ​ລາວ”.#12:20 ສພສ 25:21,22
21ຢ່າ​ໃຫ້​ຄວາມ​ຊົ່ວ​ໄດ້​ຊະນະ​ເຈົ້າ ແຕ່​ຈົ່ງ​ຊະນະ​ຄວາມຊົ່ວ​ດ້ວຍ​ຄວາມດີ.

Currently Selected:

ໂຣມ 12: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in