ໂຣມ 12
12
ເຄື່ອງບູຊາທີ່ມີຊີວິດ
1ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ ເພື່ອເຫັນແກ່ຄວາມເມດຕາຂອງພຣະເຈົ້າ ເຮົາຈຶ່ງຮຽກຮ້ອງພວກເຈົ້າທັງຫລາຍໃຫ້ຖວາຍຮ່າງກາຍຂອງພວກເຈົ້າແກ່ພຣະເຈົ້າ ເພື່ອເປັນເຄື່ອງຖວາຍບູຊາທີ່ມີຊີວິດ, ທີ່ບໍລິສຸດ#12:1 ຫລື ທີ່ໄດ້ຮັບການແຍກໄວ້ສຳລັບພຣະເຈົ້າ ແລະ ທີ່ພໍໃຈພຣະເຈົ້າ ນີ້ເປັນການນະມັດສະການທີ່ແທ້ຈິງ#12:1 ຫລື ທີ່ສົມເຫດສົມຜົນ ແລະ ເໝາະສົມ. 2ຢ່າດຳເນີນຊີວິດເໝືອນຢ່າງຄົນໃນໂລກນີ້ ແຕ່ຈົ່ງຮັບການປ່ຽນແປງຈິດໃຈຂອງພວກເຈົ້າໃໝ່ ແລ້ວພວກເຈົ້າຈະສາມາດພິສູດ ແລະ ຢືນຢັນໄດ້ວ່າສິ່ງໃດຄືຄວາມປະສົງທີ່ດີ, ເປັນທີ່ຍອມຮັບ ແລະ ສົມບູນແບບຂອງພຣະເຈົ້າ.
3ເພາະໂດຍພຣະຄຸນທີ່ໄດ້ໃຫ້ແກ່ເຮົາ ເຮົາຂໍກ່າວແກ່ພວກເຈົ້າທຸກຄົນວ່າ: ຢ່າຄິດປະເມີນຕົນເອງສູງເກີນກວ່າທີ່ຄວນ ແຕ່ຈົ່ງຄິດປະເມີນຕົນຢ່າງມີສະຕິຕາມຂະໜາດຄວາມເຊື່ອທີ່ພຣະເຈົ້າໄດ້ໃຫ້ພວກເຈົ້າແຕ່ລະຄົນນັ້ນ. 4ເພາະວ່າ ພວກເຮົາແຕ່ລະຄົນມີຮ່າງກາຍດຽວທີ່ປະກອບດ້ວຍອະໄວຍະວະຫລາຍຢ່າງ ແລະ ອະໄວຍະວະເຫລົ່ານັ້ນກໍມີໜ້າທີ່ບໍ່ຄືກັນສັນໃດ, 5ດັ່ງນັ້ນ ໃນພຣະຄຣິດເຈົ້າ ພວກເຮົາຫລາຍຄົນກໍປະກອບເຂົ້າເປັນກາຍດຽວ ແລະ ແຕ່ລະອະໄວຍະວະກໍເປັນສ່ວນໜຶ່ງຂອງອະໄວຍະວະທັງໝົດສັນນັ້ນ. 6ພວກເຮົາມີຂອງປະທານແຕກຕ່າງກັນ ຕາມພຣະຄຸນທີ່ໄດ້ໃຫ້ແກ່ພວກເຮົາ. ຖ້າຜູ້ໃດມີຂອງປະທານດ້ານການປະກາດພຣະທຳ ກໍຈົ່ງໃຊ້ຂອງປະທານນີ້ຕາມຂະໜາດຄວາມເຊື່ອທີ່ຕົນມີ.#12:6 ຫລື ໃຫ້ສອດຄ່ອງກັບຄວາມເຊື່ອ 7ຖ້າມີດ້ານການບົວລະບັດຮັບໃຊ້ ກໍຈົ່ງບົວລະບັດຮັບໃຊ້, ຖ້າມີດ້ານການສັ່ງສອນ ກໍຈົ່ງສັ່ງສອນ, 8ຖ້າມີດ້ານການໜູນໃຈ ກໍຈົ່ງໜູນໃຈ, ຖ້າມີດ້ານການບໍລິຈາກ ກໍຈົ່ງບໍລິຈາກດ້ວຍໃຈກວ້າງຂວາງ, ຖ້າມີດ້ານການເປັນຜູ້ນຳ ກໍຈົ່ງປົກຄອງດ້ວຍຄວາມເອົາໃຈໃສ່, ຖ້າມີດ້ານການສະແດງຄວາມເມດຕາ ກໍຈົ່ງເຮັດດ້ວຍໃຈຍິນດີ.
ຮັກດ້ວຍການກະທຳ
9ຈົ່ງຮັກດ້ວຍຄວາມຈິງໃຈ ຈົ່ງກຽດຊັງສິ່ງທີ່ຊົ່ວ ຈົ່ງຢຶດໝັ້ນໃນສິ່ງທີ່ດີ. 10ຈົ່ງຮັກເຊິ່ງກັນແລະກັນເໝືອນດັ່ງພີ່ນ້ອງ ຈົ່ງໃຫ້ກຽດເຊິ່ງກັນແລະກັນໂດຍຖືວ່າຜູ້ອື່ນດີກວ່າຕົນ. 11ຢ່າຂາດຄວາມກະຕືລືລົ້ນ ແຕ່ຈົ່ງຮັກສາຄວາມຮ້ອນຮົນຝ່າຍຈິດວິນຍານຂອງພວກເຈົ້າໄວ້ ແລະ ຮັບໃຊ້ອົງພຣະຜູ້ເປັນເຈົ້າ. 12ຈົ່ງຊື່ນຊົມຍິນດີໃນຄວາມຫວັງ ຈົ່ງອົດທົນຕໍ່ຄວາມຍາກລໍາບາກ ແລະ ຈົ່ງສັດຊື່ໃນການອະທິຖານ. 13ຈົ່ງແບ່ງປັນແກ່ບັນດາຄົນຂອງອົງພຣະຜູ້ເປັນເຈົ້າຜູ້ທີ່ມີຄວາມຕ້ອງການ. ຈົ່ງຕ້ອນຮັບແຂກດ້ວຍໃຈເຫລື້ອມໃສ.
14ຈົ່ງອວຍພອນແກ່ຜູ້ທີ່ຂົ່ມເຫັງພວກເຈົ້າ, ຈົ່ງອວຍພອນ ແລະ ຢ່າປ້ອຍດ່າເລີຍ. 15ຈົ່ງຊື່ນຊົມຍິນດີຮ່ວມກັບຜູ້ທີ່ຊື່ນຊົມຍິນດີ ຈົ່ງຮ້ອງໄຫ້ຮ່ວມກັບຜູ້ທີ່ຮ້ອງໄຫ້. 16ຈົ່ງຢູ່ຮ່ວມກັນດ້ວຍຄວາມປອງດອງ ຢ່າອວດອົ່ງຈອງຫອງ ແຕ່ຈົ່ງເຕັມໃຈຄົບຫາສະມາຄົມກັບຄົນທີ່ມີຖານະທີ່ຕ່ຳ#12:16 ຫລື ເຕັມໃຈເຮັດວຽກງານທີ່ຕ່ຳຕ້ອຍ ຢ່າອວດອົ່ງທະນົງຕົນ.
17ຢ່າເຮັດຊົ່ວຕອບແທນຄົນທີ່ເຮັດຊົ່ວ ຈົ່ງເອົາໃຈໃສ່ເຮັດໃນສິ່ງທີ່ຄົນທັງຫລາຍເຫັນວ່າຖືກຕ້ອງ. 18ຖ້າເປັນໄດ້ ໃນເລື່ອງທີ່ຂຶ້ນຢູ່ກັບພວກເຈົ້ານັ້ນ ຈົ່ງຢູ່ກັບທຸກໆຄົນຢ່າງສະຫງົບສຸກ. 19ເພື່ອນທີ່ຮັກຂອງເຮົາເອີຍ, ຢ່າແກ້ແຄ້ນເລີຍ ແຕ່ຈົ່ງປ່ອຍໃຫ້ພຣະເຈົ້າສະແດງຄວາມໂກດຮ້າຍຂອງພຣະອົງ ເພາະມີຂຽນໄວ້ໃນພຣະຄຳພີວ່າ, “ການແກ້ແຄ້ນເປັນໜ້າທີ່ຂອງເຮົາ ເຮົາເອງຈະຕອບແທນ”.#12:19 ພບຍ 32:35 ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້. 20ໃນທາງກົງກັນຂ້າມ,
“ຖ້າສັດຕູຂອງເຈົ້າຫິວເຂົ້າ ຈົ່ງເອົາອາຫານໃຫ້ລາວກິນ
ເມື່ອລາວຫິວນ້ຳ ຈົ່ງເອົານ້ຳໃຫ້ລາວດື່ມ
ການເຮັດຢ່າງນັ້ນ, ເປັນການທີ່ເຈົ້າໄດ້ກອງຖ່ານໄຟທີ່ລຸກໄໝ້ຢູ່ໃສ່ໄວ້ເທິງຫົວຂອງລາວ”.#12:20 ສພສ 25:21,22
21ຢ່າໃຫ້ຄວາມຊົ່ວໄດ້ຊະນະເຈົ້າ ແຕ່ຈົ່ງຊະນະຄວາມຊົ່ວດ້ວຍຄວາມດີ.
Currently Selected:
ໂຣມ 12: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: