ໂຣມ 13
13
ການຍອມເຊື່ອຟັງຜູ້ມີອຳນາດປົກຄອງ
1ທຸກຄົນຕ້ອງຍອມເຊື່ອຟັງຜູ້ມີອຳນາດປົກຄອງ ເພາະບໍ່ມີຜູ້ໃດມີອຳນາດເວັ້ນແຕ່ພຣະເຈົ້າແຕ່ງຕັ້ງຂຶ້ນ. ອຳນາດຕ່າງໆທີ່ມີຢູ່ນັ້ນກໍລ້ວນແຕ່ໄດ້ຮັບການແຕ່ງຕັ້ງຈາກພຣະເຈົ້າ. 2ເຫດສະນັ້ນ ຜູ້ໃດທີ່ຕໍ່ຕ້ານຜູ້ມີອຳນາດກໍກຳລັງຕໍ່ຕ້ານຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງ ແລະ ຜູ້ໃດທີ່ເຮັດເຊັ່ນນັ້ນກໍຈະນຳການຕັດສິນລົງໂທດມາສູ່ຕົນເອງ. 3ດ້ວຍວ່າ ພວກຜູ້ປົກຄອງນັ້ນບໍ່ເປັນໜ້າຢ້ານສຳລັບຄົນທີ່ເຮັດຖືກ ແຕ່ເປັນໜ້າຢ້ານສຳລັບຄົນທີ່ເຮັດຜິດ. ເຈົ້າຢາກຈະພົ້ນຈາກຄວາມຢ້ານຕໍ່ຜູ້ມີອຳນາດແມ່ນບໍ? ດັ່ງນັ້ນ ກໍຈົ່ງເຮັດແຕ່ສິ່ງທີ່ຖືກຕ້ອງ ແລ້ວເຈົ້າກໍຈະໄດ້ຮັບການຍ້ອງຍໍ. 4ເພາະຜູ້ມີອຳນາດນັ້ນເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເພື່ອໃຫ້ເກີດຜົນປະໂຫຍດຂອງເຈົ້າ ແຕ່ຖ້າເຈົ້າເຮັດຜິດກໍຈົ່ງຢ້ານ ເພາະພວກຜູ້ປົກຄອງນັ້ນບໍ່ໄດ້ຖືດາບໄວ້ລ້າໆ. ພວກເພິ່ນເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເປັນຕົວແທນຂອງຄວາມໂກດຮ້າຍທີ່ຈະນຳເອົາການລົງໂທດມາສູ່ຜູ້ທີ່ເຮັດຜິດ. 5ເຫດສະນັ້ນ ຈຶ່ງຈໍາເປັນຕ້ອງຍອມເຊື່ອຟັງຜູ້ມີອຳນາດ ບໍ່ພຽງເພາະເຫັນແກ່ຄວາມຢ້ານການລົງໂທດ ແຕ່ເພາະເຫັນແກ່ຈິດສຳນຶກດ້ວຍ.
6ນີ້ຄືເຫດຜົນທີ່ພວກເຈົ້າເສຍພາສີ ເພາະຜູ້ມີອຳນາດເປັນຜູ້ຮັບໃຊ້ຂອງພຣະເຈົ້າ ຜູ້ໃຫ້ເວລາທັງໝົດຂອງຕົນໃນການປົກຄອງບ້ານເມືອງ. 7ຈົ່ງໃຫ້ແກ່ທຸກຄົນໃນສິ່ງທີ່ພວກເຈົ້າໜີ້ພວກເຂົາຄື: ຖ້າພວກເຈົ້າໜີ້ພາສີ ຈົ່ງເສຍພາສີ, ຖ້າຕິດຄ້າງອາກອນ ຈົ່ງເສຍອາກອນ, ຖ້າສົມຄວນໃຫ້ຄວາມເຄົາລົບ ຈົ່ງໃຫ້ຄວາມເຄົາລົບ, ຖ້າສົມຄວນໃຫ້ກຽດ ຈົ່ງໃຫ້ກຽດ.
ການສະແດງຄວາມຮັກຕໍ່ກັນແລະກັນ
8ຢ່າຕິດຄ້າງເປັນໜີ້ຜູ້ໃດ ເວັ້ນແຕ່ໜີ້ທີ່ບໍ່ອາດຈ່າຍຄືນໄດ້ໝົດ ຄືຄວາມຮັກທີ່ມີຕໍ່ກັນແລະກັນ ເພາະຜູ້ທີ່ຮັກຄົນອື່ນກໍໄດ້ປະຕິບັດຕາມກົດບັນຍັດຢ່າງຄົບຖ້ວນແລ້ວ. 9ຂໍ້ບັນຍັດທີ່ວ່າ, “ຢ່າຫລິ້ນຊູ້, ຢ່າຂ້າຄົນ, ຢ່າລັກຊັບ, ຢ່າໂລບ”#13:9 ອພຍ 20:13-15,17; ພບຍ 5:17-19,21 ແລະ ພຣະບັນຍັດອື່ນໆກໍລວມຢູ່ໃນຂໍ້ດຽວກັນນີ້ຄື, “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ”.#13:9 ລລວ 19:18 10ຄວາມຮັກບໍ່ເຮັດອັນຕະລາຍຕໍ່ເພື່ອນບ້ານຂອງຕົນ ເຫດສະນັ້ນ ການມີຄວາມຮັກຈຶ່ງເປັນການປະຕິບັດຕາມກົດບັນຍັດຢ່າງຄົບຖ້ວນແລ້ວ.
11ແລະ ຈົ່ງເຮັດຢ່າງນີ້, ຈົ່ງເຂົ້າໃຈເວລາປັດຈຸບັນຄື ເຖິງເວລາແລ້ວ ທີ່ພວກເຈົ້າຈະຕື່ນຈາກຫລັບ ເພາະວ່າບັດນີ້ ຄວາມພົ້ນຂອງພວກເຮົາແມ່ນໃກ້ເຂົ້າມາຫລາຍຂຶ້ນກວ່າເວລາທີ່ພວກເຮົາໄດ້ເຊື່ອໃນຕອນທຳອິດ. 12ກາງຄືນໃກ້ຈະໝົດໄປ ກາງເວັນກໍໃກ້ເຂົ້າມາແລ້ວ ດັ່ງນັ້ນ ໃຫ້ພວກເຮົາຖອດພຶດຕິກຳຂອງຄວາມມືດອອກໄປ ແລະ ສວມຍຸດທະພັນຂອງຄວາມສະຫວ່າງ. 13ໃຫ້ເຮົາປະພຶດຕົນຢ່າງເໝາະສົມເໝືອນຢູ່ໃນເວລາກາງເວັນ, ບໍ່ໄປມົ້ວສຸມ ແລະ ເມົາເຫລົ້າ, ບໍ່ເຮັດຜິດສິນທຳທາງເພດ ແລະ ມົວເມົາ, ບໍ່ວິວາດຜິດຖຽງ ແລະ ອິດສາກັນ. 14ແຕ່ຈົ່ງປະດັບກາຍດ້ວຍພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຢ່າຄິດຈັດຫາອັນໃດເພື່ອສະໜອງຄວາມປາຖະໜາຂອງທຳມະຊາດບາບ.#13:14 ຫລື ເນື້ອໜັງ
Currently Selected:
ໂຣມ 13: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.