1
ໂຣມ 12:2
ພຣະຄຳພີລາວສະບັບສະໄໝໃໝ່
LCV
ຢ່າດຳເນີນຊີວິດເໝືອນຢ່າງຄົນໃນໂລກນີ້ ແຕ່ຈົ່ງຮັບການປ່ຽນແປງຈິດໃຈຂອງພວກເຈົ້າໃໝ່ ແລ້ວພວກເຈົ້າຈະສາມາດພິສູດ ແລະ ຢືນຢັນໄດ້ວ່າສິ່ງໃດຄືຄວາມປະສົງທີ່ດີ, ເປັນທີ່ຍອມຮັບ ແລະ ສົມບູນແບບຂອງພຣະເຈົ້າ.
Compare
Explore ໂຣມ 12:2
2
ໂຣມ 12:1
ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ ເພື່ອເຫັນແກ່ຄວາມເມດຕາຂອງພຣະເຈົ້າ ເຮົາຈຶ່ງຮຽກຮ້ອງພວກເຈົ້າທັງຫລາຍໃຫ້ຖວາຍຮ່າງກາຍຂອງພວກເຈົ້າແກ່ພຣະເຈົ້າ ເພື່ອເປັນເຄື່ອງຖວາຍບູຊາທີ່ມີຊີວິດ, ທີ່ບໍລິສຸດ ແລະ ທີ່ພໍໃຈພຣະເຈົ້າ ນີ້ເປັນການນະມັດສະການທີ່ແທ້ຈິງ ແລະ ເໝາະສົມ.
Explore ໂຣມ 12:1
3
ໂຣມ 12:12
ຈົ່ງຊື່ນຊົມຍິນດີໃນຄວາມຫວັງ ຈົ່ງອົດທົນຕໍ່ຄວາມຍາກລໍາບາກ ແລະ ຈົ່ງສັດຊື່ໃນການອະທິຖານ.
Explore ໂຣມ 12:12
4
ໂຣມ 12:21
ຢ່າໃຫ້ຄວາມຊົ່ວໄດ້ຊະນະເຈົ້າ ແຕ່ຈົ່ງຊະນະຄວາມຊົ່ວດ້ວຍຄວາມດີ.
Explore ໂຣມ 12:21
5
ໂຣມ 12:10
ຈົ່ງຮັກເຊິ່ງກັນແລະກັນເໝືອນດັ່ງພີ່ນ້ອງ ຈົ່ງໃຫ້ກຽດເຊິ່ງກັນແລະກັນໂດຍຖືວ່າຜູ້ອື່ນດີກວ່າຕົນ.
Explore ໂຣມ 12:10
6
ໂຣມ 12:9
ຈົ່ງຮັກດ້ວຍຄວາມຈິງໃຈ ຈົ່ງກຽດຊັງສິ່ງທີ່ຊົ່ວ ຈົ່ງຢຶດໝັ້ນໃນສິ່ງທີ່ດີ.
Explore ໂຣມ 12:9
7
ໂຣມ 12:18
ຖ້າເປັນໄດ້ ໃນເລື່ອງທີ່ຂຶ້ນຢູ່ກັບພວກເຈົ້ານັ້ນ ຈົ່ງຢູ່ກັບທຸກໆຄົນຢ່າງສະຫງົບສຸກ.
Explore ໂຣມ 12:18
8
ໂຣມ 12:19
ເພື່ອນທີ່ຮັກຂອງເຮົາເອີຍ, ຢ່າແກ້ແຄ້ນເລີຍ ແຕ່ຈົ່ງປ່ອຍໃຫ້ພຣະເຈົ້າສະແດງຄວາມໂກດຮ້າຍຂອງພຣະອົງ ເພາະມີຂຽນໄວ້ໃນພຣະຄຳພີວ່າ, “ການແກ້ແຄ້ນເປັນໜ້າທີ່ຂອງເຮົາ ເຮົາເອງຈະຕອບແທນ”. ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້.
Explore ໂຣມ 12:19
9
ໂຣມ 12:11
ຢ່າຂາດຄວາມກະຕືລືລົ້ນ ແຕ່ຈົ່ງຮັກສາຄວາມຮ້ອນຮົນຝ່າຍຈິດວິນຍານຂອງພວກເຈົ້າໄວ້ ແລະ ຮັບໃຊ້ອົງພຣະຜູ້ເປັນເຈົ້າ.
Explore ໂຣມ 12:11
10
ໂຣມ 12:3
ເພາະໂດຍພຣະຄຸນທີ່ໄດ້ໃຫ້ແກ່ເຮົາ ເຮົາຂໍກ່າວແກ່ພວກເຈົ້າທຸກຄົນວ່າ: ຢ່າຄິດປະເມີນຕົນເອງສູງເກີນກວ່າທີ່ຄວນ ແຕ່ຈົ່ງຄິດປະເມີນຕົນຢ່າງມີສະຕິຕາມຂະໜາດຄວາມເຊື່ອທີ່ພຣະເຈົ້າໄດ້ໃຫ້ພວກເຈົ້າແຕ່ລະຄົນນັ້ນ.
Explore ໂຣມ 12:3
11
ໂຣມ 12:17
ຢ່າເຮັດຊົ່ວຕອບແທນຄົນທີ່ເຮັດຊົ່ວ ຈົ່ງເອົາໃຈໃສ່ເຮັດໃນສິ່ງທີ່ຄົນທັງຫລາຍເຫັນວ່າຖືກຕ້ອງ.
Explore ໂຣມ 12:17
12
ໂຣມ 12:16
ຈົ່ງຢູ່ຮ່ວມກັນດ້ວຍຄວາມປອງດອງ ຢ່າອວດອົ່ງຈອງຫອງ ແຕ່ຈົ່ງເຕັມໃຈຄົບຫາສະມາຄົມກັບຄົນທີ່ມີຖານະທີ່ຕ່ຳ ຢ່າອວດອົ່ງທະນົງຕົນ.
Explore ໂຣມ 12:16
13
ໂຣມ 12:20
ໃນທາງກົງກັນຂ້າມ, “ຖ້າສັດຕູຂອງເຈົ້າຫິວເຂົ້າ ຈົ່ງເອົາອາຫານໃຫ້ລາວກິນ ເມື່ອລາວຫິວນ້ຳ ຈົ່ງເອົານ້ຳໃຫ້ລາວດື່ມ ການເຮັດຢ່າງນັ້ນ, ເປັນການທີ່ເຈົ້າໄດ້ກອງຖ່ານໄຟທີ່ລຸກໄໝ້ຢູ່ໃສ່ໄວ້ເທິງຫົວຂອງລາວ”.
Explore ໂຣມ 12:20
14
ໂຣມ 12:14-15
ຈົ່ງອວຍພອນແກ່ຜູ້ທີ່ຂົ່ມເຫັງພວກເຈົ້າ, ຈົ່ງອວຍພອນ ແລະ ຢ່າປ້ອຍດ່າເລີຍ. ຈົ່ງຊື່ນຊົມຍິນດີຮ່ວມກັບຜູ້ທີ່ຊື່ນຊົມຍິນດີ ຈົ່ງຮ້ອງໄຫ້ຮ່ວມກັບຜູ້ທີ່ຮ້ອງໄຫ້.
Explore ໂຣມ 12:14-15
15
ໂຣມ 12:13
ຈົ່ງແບ່ງປັນແກ່ບັນດາຄົນຂອງອົງພຣະຜູ້ເປັນເຈົ້າຜູ້ທີ່ມີຄວາມຕ້ອງການ. ຈົ່ງຕ້ອນຮັບແຂກດ້ວຍໃຈເຫລື້ອມໃສ.
Explore ໂຣມ 12:13
16
ໂຣມ 12:4-5
ເພາະວ່າ ພວກເຮົາແຕ່ລະຄົນມີຮ່າງກາຍດຽວທີ່ປະກອບດ້ວຍອະໄວຍະວະຫລາຍຢ່າງ ແລະ ອະໄວຍະວະເຫລົ່ານັ້ນກໍມີໜ້າທີ່ບໍ່ຄືກັນສັນໃດ, ດັ່ງນັ້ນ ໃນພຣະຄຣິດເຈົ້າ ພວກເຮົາຫລາຍຄົນກໍປະກອບເຂົ້າເປັນກາຍດຽວ ແລະ ແຕ່ລະອະໄວຍະວະກໍເປັນສ່ວນໜຶ່ງຂອງອະໄວຍະວະທັງໝົດສັນນັ້ນ.
Explore ໂຣມ 12:4-5