ຈົດບັນຊີ 8
8
ການຕັ້ງຕະກຽງ
1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, 2“ຈົ່ງແຈ້ງອາໂຣນ ແລະ ບອກລາວວ່າ, ‘ເມື່ອເຈົ້າຈູດຕະກຽງນັ້ນ, ຈົ່ງເບິ່ງວ່າຕະກຽງທັງເຈັດໜ່ວຍນັ້ນຕ້ອງໃຫ້ແສງສະຫວ່າງຮຸ່ງຢູ່ບໍລິເວນດ້ານໜ້າຂອງຫລັກຕະກຽງ’ ”.
3ອາໂຣນກໍປະຕິບັດຕາມນັ້ນ; ລາວຕັ້ງເພື່ອວ່າຕະກຽງປິ່ນໜ້າໃສ່ຫລັກຕະກຽງ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ. 4ວິທີເຮັດຫລັກຮອງຕະກຽງຄື: ເຮັດດ້ວຍຄຳທີ່ຕີເປັນລວດລາຍຈາກພື້ນຈົນເຖິງຍອດຂອງຫລັກ. ຫລັກຮອງຕະກຽງໄດ້ເຮັດຂຶ້ນຢ່າງຖືກຕ້ອງກັບແບບທີ່ພຣະເຈົ້າຢາເວໄດ້ສຳແດງແກ່ໂມເຊ.
ການແຍກຄົນເລວີອອກໄວ້ສະເພາະ
5ພຣະເຈົ້າຢາເວກ່າວແກ່ໂມເຊວ່າ: 6“ຈົ່ງແຍກເອົາຄົນເລວີອອກຈາກຄົນອິດສະຣາເອນທັງໝົດ ແລະ ເຮັດໃຫ້ພວກເຂົາບໍ່ມີມົນທິນຕາມພິທີກຳ. 7ຈົ່ງຊຳລະພວກເຂົາດ້ວຍວິທີນີ້ຄື: ຊິດນ້ຳແຫ່ງການຊຳລະໃສ່ພວກເຂົາ; ແລ້ວໃຫ້ພວກເຂົາແຖຂົນໝົດທົ່ວຮ່າງກາຍ ແລະ ໃຫ້ພວກເຂົາຊັກເສື້ອຜ້າຂອງຕົນ. ແລະ ແລ້ວພວກເຂົາຈະຊຳລະພວກເຂົາເອງໃຫ້ບໍລິສຸດ. 8ໃຫ້ພວກເຂົານຳເອົາງົວໜຸ່ມໂຕໜຶ່ງພ້ອມດ້ວຍເຄື່ອງຖວາຍພືດພັນເປັນເມັດຄືແປ້ງລະອຽດປະສົມນ້ຳມັນໝາກກອກ; ແລ້ວໃຫ້ເຈົ້ານຳເອົາງົວໜຸ່ມໂຕທີສອງມາເພື່ອເປັນເຄື່ອງຖວາຍໄຖ່ບາບ#8:8 ຫລື ການຖວາຍເພື່ອຊຳລະລ້າງ; ເໝືອນກັນ ໃນ ຂໍ້ 12. 9ຈົ່ງນຳເອົາຄົນເລວີມາຕໍ່ໜ້າເຕັນນັດພົບ ແລະ ໃຫ້ເຕົ້າໂຮມຊຸມຊົນຄົນອິດສະຣາເອນທັງໝົດ. 10ເຈົ້າຈົ່ງນຳເອົາຄົນເລວີມາຕໍ່ໜ້າພຣະເຈົ້າຢາເວ, ແລະ ໃຫ້ຄົນອິດສະຣາເອນວາງມືຂອງຕົນໃສ່ພວກເຂົາ. 11ອາໂຣນຈະຕ້ອງຖວາຍຄົນເລວີຕໍ່ໜ້າພຣະເຈົ້າຢາເວເປັນເຄື່ອງບູຊາແກວ່ງໄປມາຖວາຍຈາກຄົນອິດສະຣາເອນ, ເພື່ອວ່າພວກເຂົາຈະຕຽມພ້ອມເຮັດວຽກງານຂອງພຣະເຈົ້າຢາເວ.
12“ແລ້ວຄົນເລວີຈະວາງມືຂອງພວກເຂົາໃສ່ຫົວງົວຜູ້ທັງສອງໂຕ, ໂຕໜຶ່ງຖວາຍແກ່ພຣະເຈົ້າຢາເວເພື່ອເປັນເຄື່ອງຖວາຍໄຖ່ບາບ ແລະ ອີກໂຕໜຶ່ງເປັນເຄື່ອງເຜົາບູຊາເພື່ອລຶບລ້າງບາບໃຫ້ຄົນເລວີ. 13ໃຫ້ຄົນເລວີມາຢືນຢູ່ຕໍ່ໜ້າອາໂຣນ ແລະ ບັນດາລູກຊາຍຂອງລາວ ແລ້ວຖວາຍພວກເຂົາເປັນເຄື່ອງບູຊາແກວ່ງໄປມາຖວາຍແກ່ພຣະເຈົ້າຢາເວ. 14ດ້ວຍວິທີນີ້ ເຈົ້າໄດ້ແຍກຄົນເລວີອອກຈາກຄົນອິດສະຣາເອນຄົນອື່ນໆ, ແລະ ຄົນເລວີກໍຈະເປັນຂອງເຮົາ.
15“ຫລັງຈາກເຈົ້າໄດ້ຊຳລະຄົນເລວີ ແລະ ຖວາຍພວກເຂົາເປັນເຄື່ອງບູຊາແກວ່ງໄປມາຖວາຍແລ້ວ, ພວກເຂົາຈຶ່ງມາປະຕິບັດວຽກງານຂອງພວກເຂົາທີ່ເຕັນນັດພົບ. 16ພວກເຂົາຄືຄົນອິດສະຣາເອນທີ່ຈະຕ້ອງມອບໃຫ້ເປັນຂອງເຮົາຢ່າງຂາດຕົວ. ເຮົາຮັບເອົາພວກເຂົາເປັນຕົວແທນລູກຊາຍກົກ, ເຊື້ອສາຍຜູ້ຊາຍຄົນທຳອິດຈາກແມ່ຍິງຄົນອິດສະຣາເອນທຸກຄົນ. 17ລູກກົກທີ່ເປັນເພດຊາຍທຸກຄົນໃນອິດສະຣາເອນ, ບໍ່ວ່າຄົນ ຫລື ສັດເປັນຂອງເຮົາ. ເມື່ອເຮົາຂ້າລູກກົກທຸກຄົນໃນເອຢິບນັ້ນ, ເຮົາໄດ້ແຍກພວກເຂົາໄວ້ເປັນຂອງເຮົາ. 18ແລະ ເຮົາຮັບຄົນເລວີແທນລູກຊາຍກົກທັງໝົດໃນອິດສະຣາເອນ. 19ຈາກບັນດາຄົນອິດສະຣາເອນທັງໝົດ, ເຮົາໄດ້ມອບຄົນເລວີເປັນເໝືອນຂອງຂັວນໃຫ້ແກ່ອາໂຣນ ແລະ ລູກຊາຍຂອງລາວ ເພື່ອປະຕິບັດວຽກງານທີ່ເຕັນນັດພົບແທນຄົນອິດສະຣາເອນ ແລະ ເຮັດການລຶບລ້າງບາບໃຫ້ແກ່ພວກເຂົາ ເພື່ອວ່າໄພພິບັດຈະບໍ່ທຳລາຍຄົນອິດສະຣາເອນເມື່ອພວກເຂົາເຂົ້າໄປໃກ້ສະຖານນະມັດສະການ”.
20ໂມເຊ, ອາໂຣນ ແລະ ຊຸມຊົນອິດສະຣາເອນທັງໝົດໄດ້ປະຕິບັດຕໍ່ຄົນເລວີຕາມທີ່ພຣະເຈົ້າຢາເວສັ່ງໂມເຊໄວ້. 21ຄົນເລວີໄດ້ຊຳລະຕົນເອງ ແລະ ຊັກເສື້ອຜ້າຂອງພວກເຂົາ. ແລ້ວອາໂຣນກໍໄດ້ຖວາຍພວກເຂົາເປັນເຄື່ອງບູຊາແກວ່ງໄປມາຖວາຍຕໍ່ໜ້າພຣະເຈົ້າຢາເວ ແລະ ເຮັດພິທີລຶບລ້າງບາບໃຫ້ພວກເຂົາເພື່ອຊຳລະພວກເຂົາໃຫ້ບໍລິສຸດ. 22ຫລັງຈາກນັ້ນ, ຄົນເລວີຈຶ່ງມາປະຕິບັດວຽກງານທີ່ເຕັນນັດພົບພາຍໃຕ້ການດູແລຂອງອາໂຣນ ແລະ ບັນດາລູກຊາຍຂອງລາວ. ພວກເຂົາໄດ້ປະຕິບັດຕໍ່ຄົນເລວີຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
23ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, 24“ນີ້ແມ່ນສິ່ງທີ່ຄົນເລວີຈະຕ້ອງນຳໄປປະຕິບັດຄື: ຜູ້ຊາຍຄົນເລວີທີ່ມີອາຍຸແຕ່ຊາວຫ້າປີ ຫລືຫລາຍກວ່ານັ້ນຈະຕ້ອງເຂົ້າມາມີສ່ວນໃນວຽກງານທີ່ເຕັນນັດພົບ, 25ແຕ່ເມື່ອອາຍຸຄົບຫ້າສິບປີແລ້ວ, ພວກເຂົາຕ້ອງຢຸດພັກຈາກການປະຕິບັດວຽກງານປົກກະຕິຂອງພວກເຂົາ ແລະ ບໍ່ຕ້ອງເຮັດວຽກນັ້ນອີກ. 26ພວກເຂົາອາດຈະຊ່ວຍວຽກພີ່ນ້ອງຂອງພວກເຂົາທີ່ເຕັນນັດພົບ ແຕ່ພວກເຂົາເອງບໍ່ຕ້ອງລົງມືເຮັດ. ນີ້ແມ່ນວິທີທີ່ເຈົ້າຈະແຕ່ງຕັ້ງຄວາມຮັບຜິດຊອບແກ່ຄົນເລວີ”.
Currently Selected:
ຈົດບັນຊີ 8: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.