YouVersion Logo
Search Icon

ຈົດບັນຊີ 9

9
ປັດສະຄາ
1ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ທີ່​ຖິ່ນແຫ້ງແລ້ງ​ຊີນາຍ​ໃນ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ທີ​ສອງ​ຫລັງ​ຈາກ​ພວກເຂົາ​ອອກມາ​ຈາກ​ເອຢິບ​ແລ້ວ. ພຣະອົງ​ກ່າວ​ວ່າ, 2“ຈົ່ງ​ໃຫ້​ຄົນ​ອິດສະຣາເອນ​ສະຫລອງ​ປັດສະຄາ​ຕາມ​ເວລາ​ທີ່​ກຳນົດ​ໄວ້. 3ຈົ່ງ​ສະຫລອງ​ປັດສະຄາ​ນັ້ນ​ຕາມ​ເວລາ​ທີ່​ກຳນົດ​ຄື: ເລີ່ມ​ຕັ້ງແຕ່​ຫົວຄ່ຳ​ຂອງ​ວັນ​ທີສິບສີ່​ຂອງ​ເດືອນ​ນີ້, ຕາມ​ກົດລະບຽບ ແລະ ລະບຽບການ​ທັງໝົດ​ຂອງ​ປັດສະຄາ”.
4ດັ່ງນັ້ນ​ໂມເຊ​ຈຶ່ງ​ບອກ​ໃຫ້​ຄົນ​ອິດສະຣາເອນ​ສະຫລອງ​ປັດສະຄາ, 5ແລະ ພວກເຂົາ​ກໍ​ໄດ້​ສະຫລອງ​ປັດສະຄາ​ທີ່​ຖິ່ນແຫ້ງແລ້ງ​ຊີນາຍ​ຕັ້ງແຕ່​ຫົວຄ່ຳ​ຂອງ​ວັນ​ທີສິບສີ່​ຂອງ​ເດືອນ​ທີ​ໜຶ່ງ. ຄົນ​ອິດສະຣາເອນ​ກໍ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພຣະເຈົ້າ​ຢາເວ​ສັ່ງ​ໂມເຊ​ໄວ້.
6ແຕ່​ມີ​ບາງຄົນ​ບໍ່​ສາມາດ​ສະຫລອງ​ປັດສະຄາ​ໃນ​ວັນ​ນັ້ນ​ໄດ້​ເພາະ​ພວກເຂົາ​ເປັນມົນທິນ​ຕາມ​ພິທີກຳ​ໃນ​ເລື່ອງ​ຊາກສົບ​ຂອງ​ຄົນຕາຍ. ດັ່ງນັ້ນ​ພວກເຂົາ​ຈຶ່ງ​ມາ​ຫາ​ໂມເຊ​ກັບ​ອາໂຣນ​ໃນ​ວັນ​ດຽວກັນ​ນັ້ນ 7ແລະ ເວົ້າ​ຕໍ່​ໂມເຊ​ວ່າ, “ພວກເຮົາ​ເປັນມົນທິນ​ເນື່ອງ​ຈາກ​ຊາກສົບ​ຂອງ​ຄົນຕາຍ, ແຕ່​ເປັນຫຍັງ​ຈຶ່ງ​ຖືກ​ຍົກເວັ້ນ​ຈາກ​ການຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າ​ຢາເວ​ຮ່ວມ​ກັບ​ພີ່ນ້ອງ​ອິດສະຣາເອນ​ຄົນ​ອື່ນໆ​ຕາມ​ເວລາ​ທີ່​ກຳນົດ?”
8ໂມເຊ​ຕອບ​ພວກເຂົາ​ວ່າ, “ຈົ່ງ​ລໍຖ້າ​ຈົນກວ່າ​ເຮົາ​ໄດ້​ຮັບ​ຄຳສັ່ງ​ຂອງ​ພຣະເຈົ້າ​ກ່ຽວກັບ​ພວກເຈົ້າ​ກ່ອນ”.
9ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, 10“ຈົ່ງ​ບອກ​ຄົນ​ອິດສະຣາເອນ​ວ່າ: ‘ເມື່ອ​ຜູ້ໃດ​ໃນ​ພວກເຈົ້າ ຫລື ເຊື້ອສາຍ​ຂອງ​ພວກເຈົ້າ​ເປັນມົນທິນ​ເພາະ​ຊາກສົບ​ຂອງ​ຄົນຕາຍ ຫລື ຢູ່​ລະຫວ່າງ​ການເດີນທາງ​ນັ້ນ, ພວກເຂົາ​ກໍ​ຍັງ​ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ເໝືອນກັນ, 11ແຕ່​ພວກເຂົາ​ຈະ​ຕ້ອງ​ສະຫລອງ​ປັດສະຄາ​ໃນ​ວັນ​ທີສິບສີ່​ຂອງ​ເດືອນ​ທີ​ສອງ​ໃນ​ເວລາ​ຫົວຄ່ຳ. ພວກເຂົາ​ຕ້ອງ​ກິນ​ລູກແກະ, ພ້ອມ​ກັບ​ເຂົ້າຈີ່​ບໍ່ມີເຊື້ອແປ້ງ ແລະ ຜັກຂົມ. 12ພວກເຂົາ​ຕ້ອງ​ບໍ່​ປະ​ສິ່ງໃດ​ໃຫ້​ເຫລືອ​ຄ້າງ​ໄວ້​ຈົນ​ເຖິງ​ຕອນເຊົ້າ ຫລື ບໍ່​ຫັກ​ກະດູກ​ແກະ​ແມ່ນແຕ່​ຊີກ​ດຽວ. ເມື່ອ​ພວກເຂົາ​ສະຫລອງ​ປັດສະຄາ, ພວກເຂົາ​ຕ້ອງ​ປະຕິບັດ​ຕາມ​ລະບຽບການ​ທັງໝົດ. 13ແຕ່​ຖ້າ​ຜູ້ໃດ​ບໍ່ເປັນມົນທິນ​ຕາມ​ພິທີກຳ ແລະ ບໍ່​ໄດ້​ຢູ່​ລະຫວ່າງ​ການ​ເດີນທາງ ແຕ່​ບໍ່​ໄດ້​ສະຫລອງ​ປັດສະຄາ, ພວກເຂົາ​ຈະ​ຕ້ອງ​ຖືກ​ຕັດ​ອອກຈາກ​ກຸ່ມ​ປະຊາຊົນ​ຂອງ​ພວກເຂົາ​ເພາະ​ບໍ່​ໄດ້​ຖວາຍ​ເຄື່ອງຖວາຍບູຊາ​ແກ່​ພຣະເຈົ້າ​ຢາເວ​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້. ພວກເຂົາ​ຈະ​ຕ້ອງ​ຮັບຜິດຊອບ​ຜົນ​ຕາມ​ມາ​ຈາກ​ບາບ​ຂອງ​ພວກເຂົາ.
14“ ‘ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ກໍ​ຮ່ວມ​ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ເໝືອນກັນ​ຕາມ​ກົດລະບຽບ ແລະ ລະບຽບການ​ຕ່າງໆ​ຂອງ​ປັດສະຄາ​ນັ້ນ. ພວກເຈົ້າ​ຕ້ອງ​ປະຕິບັດ​ລະບຽບການ​ດຽວກັນ​ບໍ່ວ່າ​ຊາວຕ່າງດ້າວ ແລະ ຄົນ​ອິດສະຣາເອນ​ໂດຍ​ກຳເນີດ’ ”.
ເມກ​ທີ່​ຢູ່​ເໜືອ​ຫໍເຕັນ
15ໃນ​ມື້​ທີ່​ຫໍເຕັນ, ຫໍເຕັນ​ຂອງ​ກົດບັນຍັດ​ແຫ່ງ​ພັນທະສັນຍາ​ຖືກ​ຕັ້ງ​ຂຶ້ນ​ນັ້ນ, ເມກ​ກໍ​ມາ​ປົກຄຸມ​ເໜືອ​ຫໍເຕັນ. ຕັ້ງແຕ່​ໃກ້​ຄ່ຳ​ຈົນ​ເຖິງ​ມື້​ເຊົ້າ​ທີ່​ເມກ​ປົກຄຸມ​ຢູ່​ເໜືອ​ຫໍເຕັນ​ເບິ່ງ​ແລ້ວ​ເໝືອນ​ໄຟ. 16ຈະ​ສືບຕໍ່​ເປັນ​ຢ່າງ​ນີ້​ຕະຫລອດ​ໄປ​ຄື​ເມກ​ຈະ​ປົກຄຸມ​ຫໍເຕັນ​ໃນ​ເວລາ​ກາງເວັນ ແລະ ໃນ​ເວລາ​ກາງຄືນ​ເມກ​ນັ້ນ​ກໍ​ເປັນ​ເໝືອນ​ດັ່ງ​ໄຟ. 17ເມື່ອໃດ​ທີ່​ເມກ​ເລື່ອນ​ຂຶ້ນ​ເໜືອ​ເຕັນ, ຄົນ​ອິດສະຣາເອນ​ກໍ​ອອກ​ເດີນທາງ; ບ່ອນ​ໃດ​ທີ່​ເມກ​ຢຸດ​ຢູ່, ຄົນ​ອິດສະຣາເອນ​ກໍ​ໄດ້​ຕັ້ງ​ຄ້າຍພັກ​ບ່ອນ​ນັ້ນ. 18ຄົນ​ອິດສະຣາເອນ​ອອກ​ເດີນທາງ ແລະ ຕັ້ງ​ຄ້າຍພັກ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ. ຍາມໃດ​ທີ່​ເມກ​ຍັງ​ປົກຄຸມ​ຢູ່​ເໜືອ​ຫໍເຕັນ​ຢູ່​ນັ້ນ, ພວກເຂົາ​ກໍ​ຍັງ​ຢູ່​ໃນ​ຄ້າຍພັກ. 19ເມື່ອ​ເມກ​ຍັງ​ຢູ່​ເໜືອ​ຫໍເຕັນ​ເປັນ​ເວລາ​ດົນນານ, ຄົນ​ອິດສະຣາເອນ​ກໍ​ເຊື່ອຟັງ​ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ບໍ່​ໄດ້​ອອກ​ເດີນທາງ. 20ບາງຄັ້ງ​ເມກ​ກໍ​ຢູ່​ເໜືອ​ຫໍເຕັນ​ພຽງ​ແຕ່​ສອງ​ສາມ​ວັນ, ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ​ພວກເຂົາ​ກໍ​ຈະ​ຕັ້ງ​ຄ້າຍພັກ​ຢູ່ ແລະ ຫລັງຈາກນັ້ນ​ພວກເຂົາ​ກໍ​ຈະ​ອອກເດີນທາງ​ຕາມ​ຄຳສັ່ງ​ຂອງ​ພຣະອົງ. 21ບາງ​ຄັ້ງ​ເມກ​ກໍ​ຢູ່​ພຽງ​ແຕ່​ເວລາ​ໃກ້​ຄ່ຳ​ເຖິງ​ມື້​ເຊົ້າ​ເທົ່ານັ້ນ ແລະ ເມື່ອ​ເມກ​ເລື່ອນ​ຂຶ້ນ​ໃນ​ຕອນເຊົ້າ​ນັ້ນ, ພວກເຂົາ​ກໍ​ອອກ​ເດີນທາງ. ບໍ່​ວ່າ​ກາງເວັນ ຫລື ກາງຄືນ, ເມື່ອ​ໃດ​ທີ່​ເມກ​ເລື່ອນ​ຂຶ້ນ, ພວກເຂົາ​ກໍ​ອອກ​ເດີນທາງ. 22ບໍ່​ວ່າ​ເມກ​ຢູ່​ເໜືອ​ຫໍເຕັນ​ສອງ​ວັນ ຫລື ໜຶ່ງ​ເດືອນ ຫລື ໜຶ່ງ​ປີ, ຄົນ​ອິດສະຣາເອນ​ຈະ​ຍັງ​ຢູ່​ໃນ​ຄ້າຍພັກ ແລະ ບໍ່​ອອກ​ເດີນທາງ; ແຕ່​ເມື່ອ​ເມກ​ເລື່ອນ​ຂຶ້ນ, ພວກເຂົາ​ກໍ​ຈະ​ອອກ​ເດີນທາງ. 23ພວກເຂົາ​ຕັ້ງ​ຄ້າຍພັກ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ ແລະ ອອກ​ເດີນທາງ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ. ພວກເຂົາ​ເຊື່ອຟັງ​ລະບຽບ​ຂອງ​ພຣະເຈົ້າ​ຢາເວ, ໂດຍ​ອີງ​ຕາມ​ຄຳສັ່ງ​ຂອງ​ພຣະອົງ​ຜ່ານ​ທາງ​ໂມເຊ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in

Video for ຈົດບັນຊີ 9