YouVersion Logo
Search Icon

ຈົດບັນຊີ 8

8
ການຕັ້ງ​ຕະກຽງ
1ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 2“ຈົ່ງ​ແຈ້ງ​ອາໂຣນ ແລະ ບອກ​ລາວ​ວ່າ, ‘ເມື່ອ​ເຈົ້າ​ຈູດ​ຕະກຽງ​ນັ້ນ, ຈົ່ງ​ເບິ່ງ​ວ່າ​ຕະກຽງ​ທັງ​ເຈັດ​ໜ່ວຍ​ນັ້ນ​ຕ້ອງ​ໃຫ້​ແສງສະຫວ່າງ​ຮຸ່ງ​ຢູ່​ບໍລິເວນ​ດ້ານ​ໜ້າ​ຂອງ​ຫລັກຕະກຽງ’ ”.
3ອາໂຣນ​ກໍ​ປະຕິບັດ​ຕາມ​ນັ້ນ; ລາວ​ຕັ້ງ​ເພື່ອ​ວ່າ​ຕະກຽງ​ປິ່ນໜ້າ​ໃສ່​ຫລັກຕະກຽງ, ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ. 4ວິທີ​ເຮັດ​ຫລັກຮອງຕະກຽງ​ຄື: ເຮັດ​ດ້ວຍ​ຄຳ​ທີ່​ຕີເປັນລວດລາຍ​ຈາກ​ພື້ນ​ຈົນ​ເຖິງ​ຍອດ​ຂອງ​ຫລັກ. ຫລັກຮອງຕະກຽງ​ໄດ້​ເຮັດ​ຂຶ້ນ​ຢ່າງຖືກຕ້ອງ​ກັບ​ແບບ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສຳແດງ​ແກ່​ໂມເຊ.
ການແຍກ​ຄົນ​ເລວີ​ອອກໄວ້​ສະເພາະ
5ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ: 6“ຈົ່ງ​ແຍກເອົາ​ຄົນ​ເລວີ​ອອກຈາກ​ຄົນ​ອິດສະຣາເອນ​ທັງໝົດ ແລະ ເຮັດ​ໃຫ້​ພວກເຂົາ​ບໍ່​ມີ​ມົນທິນ​ຕາມ​ພິທີກຳ. 7ຈົ່ງ​ຊຳລະ​ພວກເຂົາ​ດ້ວຍ​ວິທີ​ນີ້​ຄື: ຊິດ​ນ້ຳ​ແຫ່ງ​ການຊຳລະ​ໃສ່​ພວກເຂົາ; ແລ້ວ​ໃຫ້​ພວກເຂົາ​ແຖ​ຂົນ​ໝົດ​ທົ່ວ​ຮ່າງກາຍ ແລະ ໃຫ້​ພວກເຂົາ​ຊັກ​ເສື້ອຜ້າ​ຂອງ​ຕົນ. ແລະ ແລ້ວ​ພວກເຂົາ​ຈະ​ຊຳລະ​ພວກເຂົາເອງ​ໃຫ້​ບໍລິສຸດ. 8ໃຫ້​ພວກເຂົາ​ນຳເອົາ​ງົວໜຸ່ມ​ໂຕ​ໜຶ່ງ​ພ້ອມ​ດ້ວຍ​ເຄື່ອງຖວາຍ​ພືດພັນ​ເປັນເມັດ​ຄື​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ໝາກກອກ; ແລ້ວ​ໃຫ້​ເຈົ້າ​ນຳເອົາ​ງົວ​ໜຸ່ມ​ໂຕ​ທີ​ສອງ​ມາ​ເພື່ອ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ#8:8 ຫລື ການຖວາຍ​ເພື່ອ​ຊຳລະລ້າງ; ເໝືອນກັນ ໃນ ຂໍ້ 12. 9ຈົ່ງ​ນຳເອົາ​ຄົນ​ເລວີ​ມາ​ຕໍ່ໜ້າ​ເຕັນນັດພົບ ແລະ ໃຫ້​ເຕົ້າໂຮມ​ຊຸມຊົນ​ຄົນ​ອິດສະຣາເອນ​ທັງໝົດ. 10ເຈົ້າ​ຈົ່ງ​ນຳເອົາ​ຄົນ​ເລວີ​ມາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ແລະ ໃຫ້​ຄົນ​ອິດສະຣາເອນ​ວາງມື​ຂອງ​ຕົນ​ໃສ່​ພວກເຂົາ. 11ອາໂຣນ​ຈະ​ຕ້ອງ​ຖວາຍ​ຄົນ​ເລວີ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ເປັນ​ເຄື່ອງບູຊາ​ແກວ່ງ​ໄປ​ມາ​ຖວາຍ​ຈາກ​ຄົນ​ອິດສະຣາເອນ, ເພື່ອ​ວ່າ​ພວກເຂົາ​ຈະ​ຕຽມພ້ອມ​ເຮັດ​ວຽກງານ​ຂອງ​ພຣະເຈົ້າ​ຢາເວ.
12“ແລ້ວ​ຄົນ​ເລວີ​ຈະ​ວາງມື​ຂອງ​ພວກເຂົາ​ໃສ່​ຫົວ​ງົວຜູ້​ທັງ​ສອງ​ໂຕ, ໂຕ​ໜຶ່ງ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ເພື່ອ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ ແລະ ອີກ​ໂຕ​ໜຶ່ງ​ເປັນ​ເຄື່ອງເຜົາບູຊາ​ເພື່ອ​ລຶບລ້າງບາບ​ໃຫ້​ຄົນ​ເລວີ. 13ໃຫ້​ຄົນ​ເລວີ​ມາ​ຢືນຢູ່​ຕໍ່ໜ້າ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ ແລ້ວ​ຖວາຍ​ພວກເຂົາ​ເປັນ​ເຄື່ອງບູຊາ​ແກວ່ງ​ໄປ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ. 14ດ້ວຍ​ວິທີ​ນີ້ ເຈົ້າ​ໄດ້​ແຍກ​ຄົນ​ເລວີ​ອອກ​ຈາກ​ຄົນ​ອິດສະຣາເອນ​ຄົນ​ອື່ນໆ, ແລະ ຄົນ​ເລວີ​ກໍ​ຈະ​ເປັນ​ຂອງ​ເຮົາ.
15“ຫລັງ​ຈາກ​ເຈົ້າ​ໄດ້​ຊຳລະ​ຄົນ​ເລວີ ແລະ ຖວາຍ​ພວກເຂົາ​ເປັນ​ເຄື່ອງບູຊາ​ແກວ່ງ​ໄປ​ມາ​ຖວາຍ​ແລ້ວ, ພວກເຂົາ​ຈຶ່ງ​ມາ​ປະຕິບັດວຽກງານ​ຂອງ​ພວກເຂົາ​ທີ່​ເຕັນນັດພົບ. 16ພວກເຂົາ​ຄື​ຄົນ​ອິດສະຣາເອນ​ທີ່​ຈະ​ຕ້ອງ​ມອບ​ໃຫ້​ເປັນ​ຂອງ​ເຮົາ​ຢ່າງ​ຂາດຕົວ. ເຮົາ​ຮັບເອົາ​ພວກເຂົາ​ເປັນ​ຕົວແທນ​ລູກຊາຍ​ກົກ, ເຊື້ອສາຍ​ຜູ້ຊາຍ​ຄົນ​ທຳອິດ​ຈາກ​ແມ່ຍິງ​ຄົນ​ອິດສະຣາເອນ​ທຸກຄົນ. 17ລູກກົກ​ທີ່​ເປັນ​ເພດຊາຍ​ທຸກຄົນ​ໃນ​ອິດສະຣາເອນ, ບໍ່​ວ່າ​ຄົນ ຫລື ສັດ​ເປັນ​ຂອງ​ເຮົາ. ເມື່ອ​ເຮົາ​ຂ້າ​ລູກກົກ​ທຸກຄົນ​ໃນ​ເອຢິບ​ນັ້ນ, ເຮົາ​ໄດ້​ແຍກ​ພວກເຂົາ​ໄວ້​ເປັນ​ຂອງ​ເຮົາ. 18ແລະ ເຮົາ​ຮັບ​ຄົນ​ເລວີ​ແທນ​ລູກຊາຍ​ກົກ​ທັງໝົດ​ໃນ​ອິດສະຣາເອນ. 19ຈາກ​ບັນດາ​ຄົນ​ອິດສະຣາເອນ​ທັງໝົດ, ເຮົາ​ໄດ້​ມອບ​ຄົນ​ເລວີ​ເປັນ​ເໝືອນ​ຂອງຂັວນ​ໃຫ້​ແກ່​ອາໂຣນ ແລະ ລູກຊາຍ​ຂອງ​ລາວ ເພື່ອ​ປະຕິບັດວຽກງານ​ທີ່​ເຕັນນັດພົບ​ແທນ​ຄົນ​ອິດສະຣາເອນ ແລະ ເຮັດ​ການ​ລຶບລ້າງບາບ​ໃຫ້​ແກ່​ພວກເຂົາ ເພື່ອ​ວ່າ​ໄພພິບັດ​ຈະ​ບໍ່​ທຳລາຍ​ຄົນ​ອິດສະຣາເອນ​ເມື່ອ​ພວກເຂົາ​ເຂົ້າໄປ​ໃກ້​ສະຖານ​ນະມັດສະການ”.
20ໂມເຊ, ອາໂຣນ ແລະ ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ປະຕິບັດ​ຕໍ່​ຄົນ​ເລວີ​ຕາມ​ທີ່​ພຣະເຈົ້າ​ຢາເວ​ສັ່ງ​ໂມເຊ​ໄວ້. 21ຄົນ​ເລວີ​ໄດ້​ຊຳລະ​ຕົນ​ເອງ ແລະ ຊັກ​ເສື້ອຜ້າ​ຂອງ​ພວກເຂົາ. ແລ້ວ​ອາໂຣນ​ກໍ​ໄດ້​ຖວາຍ​ພວກເຂົາ​ເປັນ​ເຄື່ອງບູຊາ​ແກວ່ງ​ໄປ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ເຮັດ​ພິທີ​ລຶບລ້າງ​ບາບ​ໃຫ້​ພວກເຂົາ​ເພື່ອ​ຊຳລະ​ພວກເຂົາ​ໃຫ້​ບໍລິສຸດ. 22ຫລັງຈາກ​ນັ້ນ, ຄົນ​ເລວີ​ຈຶ່ງ​ມາ​ປະຕິບັດ​ວຽກງານ​ທີ່​ເຕັນນັດພົບ​ພາຍໃຕ້​ການດູແລ​ຂອງ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ. ພວກເຂົາ​ໄດ້​ປະຕິບັດ​ຕໍ່​ຄົນ​ເລວີ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ.
23ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 24“ນີ້​ແມ່ນ​ສິ່ງ​ທີ່​ຄົນ​ເລວີ​ຈະ​ຕ້ອງ​ນຳ​ໄປ​ປະຕິບັດ​ຄື: ຜູ້ຊາຍ​ຄົນ​ເລວີ​ທີ່​ມີ​ອາຍຸ​ແຕ່​ຊາວຫ້າ​ປີ ຫລື​ຫລາຍກວ່າ​ນັ້ນ​ຈະ​ຕ້ອງ​ເຂົ້າມາ​ມີ​ສ່ວນ​ໃນ​ວຽກງານ​ທີ່​ເຕັນນັດພົບ, 25ແຕ່​ເມື່ອ​ອາຍຸ​ຄົບ​ຫ້າສິບ​ປີ​ແລ້ວ, ພວກເຂົາ​ຕ້ອງ​ຢຸດພັກ​ຈາກ​ການປະຕິບັດ​ວຽກງານ​ປົກກະຕິ​ຂອງ​ພວກເຂົາ ແລະ ບໍ່​ຕ້ອງ​ເຮັດວຽກ​ນັ້ນ​ອີກ. 26ພວກເຂົາ​ອາດ​ຈະ​ຊ່ວຍ​ວຽກ​ພີ່ນ້ອງ​ຂອງ​ພວກເຂົາ​ທີ່​ເຕັນນັດພົບ ແຕ່​ພວກເຂົາເອງ​ບໍ່​ຕ້ອງ​ລົງ​ມື​ເຮັດ. ນີ້​ແມ່ນ​ວິທີ​ທີ່​ເຈົ້າ​ຈະ​ແຕ່ງຕັ້ງ​ຄວາມຮັບຜິດຊອບ​ແກ່​ຄົນ​ເລວີ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in