ຈົດບັນຊີ 7
7
ເຄື່ອງຖວາຍເມື່ອຖວາຍຫໍເຕັນ
1ເມື່ອໂມເຊສ້າງຫໍເຕັນຂຶ້ນສຳເລັດແລ້ວ, ເພິ່ນກໍໄດ້ເຈີມ ແລະ ໄດ້ຖວາຍຫໍເຕັນ ແລະ ເຄື່ອງໃຊ້ຕ່າງໆປະຈຳຫໍເຕັນ. ເພິ່ນຍັງໄດ້ເຈີມ ແລະ ໄດ້ຖວາຍແທ່ນບູຊາ ແລະ ເຄື່ອງໃຊ້ທຸກຢ່າງສຳລັບແທ່ນບູຊານັ້ນ. 2ຫລັງຈາກນັ້ນບັນດາຜູ້ນຳຂອງອິດສະຣາເອນ, ບັນດາຫົວໜ້າຄອບຄົວຜູ້ນຳຂອງເຜົ່າຜູ້ຮັບຜິດຊອບພວກທີ່ໄດ້ຂຶ້ນທະບຽນໄວ້ແລ້ວນັ້ນ, ກໍໄດ້ເຮັດການຖວາຍ. 3ພວກເຂົານຳກວຽນຫົກລຳ ແລະ ງົວສິບສອງໂຕເດີນທາງມາເພື່ອຖວາຍຕໍ່ໜ້າພຣະເຈົ້າຢາເວ ງົວໜຶ່ງໂຕຈາກຜູ້ນຳໜຶ່ງຄົນ ແລະ ຜູ້ນຳສອງຄົນຕໍ່ກວຽນໜຶ່ງລຳ. ພວກເຂົານຳເຄື່ອງເຫລົ່ານີ້ມາຖວາຍຕໍ່ໜ້າຫໍເຕັນ.
4ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, 5“ຈົ່ງຮັບເອົາເຄື່ອງເຫລົ່ານີ້ຈາກພວກເຂົາ, ເພື່ອຈະນຳໃຊ້ໃນວຽກງານທີ່ເຕັນນັດພົບ. ຈົ່ງມອບເຄື່ອງເຫລົ່ານັ້ນໃຫ້ຄົນເລວີໄວ້ໃຊ້ຕາມຄວາມຕ້ອງການຂອງພວກເຂົາ”.
6ດັ່ງນັ້ນໂມເຊຈຶ່ງຮັບເອົາກວຽນ ແລະ ງົວເຫລົ່ານັ້ນແລ້ວເອົາໄປມອບໃຫ້ຄົນເລວີ. 7ເພິ່ນໄດ້ມອບກວຽນສອງລຳ ແລະ ງົວສີ່ໂຕໃຫ້ຊາວເກໂຊນ ຕາມຄວາມຕ້ອງການໃນວຽກງານຂອງພວກເຂົາ, 8ແລະ ເພິ່ນໄດ້ມອບກວຽນສີ່ລຳພ້ອມງົວແປດໂຕແກ່ຊາວເມຣາຣີ, ຕາມຄວາມຕ້ອງການໃນວຽກງານຂອງພວກເຂົາ. ພວກເຂົາທັງໝົດຢູ່ພາຍໃຕ້ການຊີ້ນຳຂອງປະໂລຫິດອີທາມາລູກຊາຍຂອງອາໂຣນ. 9ແຕ່ໂມເຊບໍ່ໄດ້ມອບສິ່ງໃດໃຫ້ແກ່ຄົນໂກຮາດ, ເພາະພວກເຂົາຈະຕ້ອງແບກເຄື່ອງໃຊ້ສັກສິດດ້ວຍບ່າຂອງພວກເຂົາ, ຕາມທີ່ພວກເຂົາຮັບຜິດຊອບ.
10ເມື່ອແທ່ນບູຊາຖືກເຈີມແລ້ວ, ບັນດາຜູ້ນຳກໍເອົາເຄື່ອງຖວາຍເພື່ອການອຸທິດຕົນມາຍັງແທ່ນບູຊາ ແລະ ຖວາຍເຄື່ອງເຫລົ່ານັ້ນຕໍ່ໜ້າແທ່ນບູຊາ. 11ເພາະພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ແຕ່ລະວັນໃຫ້ຜູ້ນຳຄົນໜຶ່ງນຳເອົາເຄື່ອງຖວາຍຂອງຕົນມາເພື່ອເປັນການອຸທິດຖວາຍແທ່ນບູຊາ”.
12ຜູ້ທີ່ໄດ້ນຳເອົາເຄື່ອງຖວາຍຂອງຕົນເຂົ້າມາໃນມື້ທຳອິດແມ່ນນາໂຊນລູກຊາຍຂອງອຳມີນາດາບແຫ່ງເຜົ່າຢູດາ.
13ເຄື່ອງຖວາຍຂອງລາວມີຄື:
ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ#7:13 ພາສາເຮັບເຣີວ່າ 130 ເຊເຂວ ເຊັ່ນດຽວກັບບ່ອນອື່ນໃນບົດນີ້ ແລະ ຖ້ວຍເງິນໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມເຊເຂວຂອງສະຖານນະມັດສະການ, ແຕ່ລະຢ່າງບັນຈຸແປ້ງລະອຽດປະສົມນ້ຳມັນເພື່ອເປັນການຖວາຍພືດພັນເປັນເມັດ;
14ຈານຄຳໜຶ່ງໃບໜັກປະມານ 110 ກຣາມ,#7:14 ຫລື ສິບເຊເຂວ ບັນຈຸເຄື່ອງຫອມ;
15ງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ ແລະ ລູກແກະຜູ້ໜຶ່ງໂຕອາຍຸໜຶ່ງປີສຳລັບເປັນເຄື່ອງເຜົາບູຊາ;
16ແບ້ຜູ້ໜຶ່ງໂຕເປັນເຄື່ອງຖວາຍໄຖ່ບາບ;
17ງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະຜູ້ອາຍຸໜຶ່ງປີຫ້າໂຕ ເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ.
ນີ້ຄືເຄື່ອງຖວາຍຈາກນາໂຊນລູກຊາຍຂອງອຳມີນາດາບ.
18ມື້ທີສອງ ເນທາເນນລູກຊາຍຂອງຊູອາ, ຜູ້ນຳຂອງເຜົ່າອິດຊາຄາ, ໄດ້ນຳເອົາເຄື່ອງຖວາຍຂອງຕົນມາຖວາຍ.
19ເຄື່ອງຖວາຍທີ່ລາວໄດ້ນຳມາມີຄື:
ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ, ຖ້ວຍເງິນໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມເຊເຂວຂອງສະຖານສັກສິດ, ແຕ່ລະຢ່າງບັນຈຸແປ້ງລະອຽດປະສົມນ້ຳມັນເພື່ອເປັນການຖວາຍພືດພັນເປັນເມັດ;
20ຈານຄຳໜຶ່ງໃບໜັກປະມານ 110 ກຣາມ ບັນຈຸເຄື່ອງຫອມ;
21ງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ ແລະ ລູກແກະຜູ້ອາຍຸໜຶ່ງປີໜຶ່ງໂຕ ເພື່ອເປັນເຄື່ອງເຜົາບູຊາ;
22ແບ້ຜູ້ໜຶ່ງໂຕເປັນເຄື່ອງຖວາຍໄຖ່ບາບ;
23ງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ.
ນີ້ຄືເຄື່ອງຖວາຍຈາກເນທາເນນລູກຊາຍຂອງຊູອາ.
24ມື້ທີສາມ, ເອລີອາບລູກຊາຍຂອງເຮໂລນ, ຜູ້ນຳປະຊາຊົນຂອງເຜົ່າເຊບູໂລນ, ໄດ້ນຳເອົາເຄື່ອງຖວາຍຂອງລາວມາ.
25ເຄື່ອງຖວາຍຂອງລາວມີຄື:
ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ, ຖ້ວຍເງິນໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມເຊເຂວຂອງສະຖານສັກສິດ, ແຕ່ລະຢ່າງບັນຈຸແປ້ງລະອຽດປະສົມນ້ຳມັນເພື່ອເປັນການຖວາຍພືດພັນເປັນເມັດ;
26ຈານຄຳໜຶ່ງໃບໜັກປະມານ 110 ກຣາມບັນຈຸເຄື່ອງຫອມ,
27ງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ, ລູກແກະຜູ້ອາຍຸໜຶ່ງປີໜຶ່ງໂຕ ເພື່ອເປັນເຄື່ອງເຜົາບູຊາ;
28ແບ້ຜູ້ໜຶ່ງໂຕເປັນເຄື່ອງຖວາຍໄຖ່ບາບ;
29ງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ.
ນີ້ຄືເຄື່ອງຖວາຍຈາກເອລີອາບລູກຊາຍຂອງເຮໂລນ.
30ມື້ທີສີ່ ເອລີຊູລູກຊາຍຂອງເຊເດອຸເຣຜູ້ນຳປະຊາຊົນເຜົ່າຣູເບັນ, ໄດ້ນຳເຄື່ອງຖວາຍຂອງລາວມາ.
31ເຄື່ອງຖວາຍຂອງລາວມີຄື:
ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ, ຖ້ວຍເງິນສຳລັບຊິດເລືອດໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມມາດຕາຊັ່ງຂອງສະຖານສັກສິດ, ແຕ່ລະຢ່າງເຕັມດ້ວຍແປ້ງລະອຽດປະສົມນ້ຳມັນໝາກກອກເພື່ອເປັນການຖວາຍພືດພັນເປັນເມັດ;
32ຈານຄຳໜຶ່ງໃບໜັກປະມານ 110 ກຣາມເຕັມດ້ວຍເຄື່ອງຫອມ;
33ງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ ລູກແກະໂຕຜູ້ອາຍຸໜຶ່ງປີໜຶ່ງໂຕສຳລັບເປັນເຄື່ອງເຜົາບູຊາ;
34ແບ້ຜູ້ໂຕໜຶ່ງເປັນເຄື່ອງຖວາຍໄຖ່ບາບ;
35ງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີຫ້າໂຕເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ.
ນີ້ຄືເຄື່ອງຖວາຍຈາກເອລີຊູລູກຊາຍຂອງເຊເດອູເຣ.
36ມື້ທີຫ້າ ເຊລູມີເອນລູກຊາຍຂອງຊູຣິດຊັດດາຍ, ຜູ້ນຳປະຊາຊົນເຜົ່າຊີເມໂອນ, ໄດ້ນຳເອົາເຄື່ອງຖວາຍຂອງຕົນມາ.
37ເຄື່ອງຖວາຍຂອງລາວມີຄື:
ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ ແລະ ຖ້ວຍເງິນສຳລັບຊິດເລືອດໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມມາດຕາຊັ່ງຂອງສະຖານສັກສິດ, ແຕ່ລະຢ່າງເຕັມດ້ວຍແປ້ງລະອຽດປະສົມນ້ຳມັນໝາກກອກເພື່ອເປັນການຖວາຍພືດພັນເປັນເມັດ;
38ຈານຄຳໜຶ່ງໃບໜັກປະມານ 110 ກຣາມເຕັມດ້ວຍເຄື່ອງຫອມ;
39ງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ ລູກແກະຜູ້ອາຍຸໜຶ່ງປີໂຕໜຶ່ງເພື່ອເປັນເຄື່ອງເຜົາບູຊາ;
40ແບ້ຜູ້ໂຕໜຶ່ງເປັນເຄື່ອງຖວາຍໄຖ່ບາບ;
41ແລະ ງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ.
ນີ້ຄືເຄື່ອງຖວາຍຈາກເຊລູມີເອນລູກຊາຍຂອງຊູຣິດຊັດດາຍ.
42ມື້ທີຫົກ ເອລີອາສັບລູກຊາຍຂອງດູເອນຜູ້ນຳປະຊາຊົນຂອງເຜົ່າກາດ, ໄດ້ນຳເອົາເຄື່ອງຖວາຍຂອງຕົນມາ.
43ເຄື່ອງຖວາຍຂອງລາວມີຄື:
ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ, ຖ້ວຍເງິນໜຶ່ງໃບສຳລັບຊິດເລືອດໜັກປະມານ 800 ກຣາມ; ທັງສອງອີງຕາມມາດຕາຊັ່ງຂອງສະຖານສັກສິດ, ແຕ່ລະຢ່າງເຕັມດ້ວຍແປ້ງລະອຽດປະສົມນ້ຳມັນເພື່ອເປັນການຖວາຍພືດພັນເປັນເມັດ.
44ຈານຄຳໜຶ່ງໃບໜັກປະມານ 110 ກຣາມເຕັມດ້ວຍເຄື່ອງຫອມ;
45ງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ, ລູກແກະຜູ້ອາຍຸໜຶ່ງປີໜຶ່ງໂຕເພື່ອເປັນເຄື່ອງເຜົາບູຊາ;
46ແບ້ຜູ້ໜຶ່ງໂຕເພື່ອເປັນເຄື່ອງຖວາຍໄຖ່ບາບ;
47ງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ.
ນີ້ຄືເຄື່ອງຖວາຍຈາກເອລີອາສັບລູກຊາຍຂອງດູເອນ.
48ມື້ທີເຈັດເອລີຊາມາລູກຊາຍຂອງອາມມີຮຸດ, ຜູ້ນຳປະຊາຊົນຂອງເຜົ່າເອຟຣາອິມ, ໄດ້ນຳເອົາເຄື່ອງຖວາຍຂອງຕົນມາ.
49ເຄື່ອງຖວາຍຂອງລາວມີຄື:
ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ, ຖ້ວຍເງິນໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມມາດຕາຊັ່ງຂອງສະຖານສັກສິດ, ແຕ່ລະຢ່າງເຕັມດ້ວຍແປ້ງລະອຽດປະສົມນ້ຳມັນໝາກກອກເພື່ອເປັນການຖວາຍພືດພັນເປັນເມັດ.
50ຈານຄຳໜຶ່ງໃບໜັກປະມານ 110 ກຣາມເຕັມດ້ວຍເຄື່ອງຫອມ;
51ງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ, ລູກແກະໂຕຜູ້ອາຍຸໜຶ່ງປີໂຕໜຶ່ງເພື່ອເປັນເຄື່ອງເຜົາບູຊາ;
52ແບ້ຜູ້ໜຶ່ງໂຕເພື່ອເປັນເຄື່ອງຖວາຍໄຖ່ບາບ;
53ງົວເຖິກສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ.
ນີ້ຄືເຄື່ອງຖວາຍຈາກເອລີຊາມາລູກຊາຍຂອງອາມມີຮຸດ.
54ມື້ທີແປດ ກາມາລີເອນລູກຊາຍຂອງເປດາຊູ, ຜູ້ນຳປະຊາຊົນເຜົ່າມານາເຊ, ໄດ້ນຳເອົາເຄື່ອງຖວາຍຂອງຕົນມາ.
55ເຄື່ອງຖວາຍຂອງລາວມີຄື:
ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ ຖ້ວຍເງິນໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມມາດຕາຊັ່ງຂອງສະຖານສັກສິດ; ແຕ່ລະຢ່າງເຕັມດ້ວຍແປ້ງລະອຽດປະສົມນ້ຳມັນໝາກກອກເພື່ອເປັນການຖວາຍພືດພັນເປັນເມັດ;
56ຈານຄຳໜຶ່ງໃບໜັກປະມານ 110 ກຣາມເຕັມດ້ວຍເຄື່ອງຫອມ;
57ງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ, ລູກແກະໂຕຜູ້ອາຍຸໜຶ່ງປີໜຶ່ງໂຕເພື່ອເປັນເຄື່ອງເຜົາບູຊາ.
58ແບ້ຜູ້ໜຶ່ງໂຕເປັນເຄື່ອງຖວາຍໄຖ່ບາບ;
59ງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ.
ນີ້ຄືເຄື່ອງຖວາຍຈາກກາມາລີເອນລູກຊາຍຂອງເປດາຊູ.
60ມື້ທີເກົ້າ ອາບີດານລູກຊາຍຂອງກີເດໂອນີ, ຜູ້ນຳປະຊາຊົນຂອງເຜົ່າເບັນຢາມິນ, ໄດ້ນຳເອົາເຄື່ອງຖວາຍຂອງຕົນມາ.
61ເຄື່ອງຖວາຍຂອງລາວມີຄື:
ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ, ຖ້ວຍເງິນໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມມາດຕາຊັ່ງຂອງສະຖານສັກສິດ, ແຕ່ລະຢ່າງເຕັມດ້ວຍແປ້ງລະອຽດປະສົມນ້ຳມັນໝາກກອກເພື່ອເປັນການຖວາຍພືດພັນເປັນເມັດ;
62ຈານຄຳໜຶ່ງໃບໜັກປະມານ 110 ກຣາມເຕັມດ້ວຍເຄື່ອງຫອມ;
63ງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ ແລະ ລູກແກະຜູ້ອາຍຸໜຶ່ງປີໜຶ່ງໂຕເພື່ອເປັນເຄື່ອງເຜົາບູຊາ
64ແບ້ໂຕຜູ້ໜຶ່ງໂຕເປັນເຄື່ອງຖວາຍໄຖ່ບາບ;
65ງົວຜູ້ສອງໂຕ, ແກະຜູ້ຫ້າໂຕ ແບ້ຜູ້ຫ້າໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ.
ນີ້ຄືເຄື່ອງຖວາຍຈາກອາບີດານລູກຊາຍຂອງກີເດໂອນີ.
66ມື້ທີສິບ ອາຮີເອເຊລູກຊາຍຂອງອຳມີຊັດດາຍ, ຜູ້ນຳປະຊາຊົນຂອງເຜົ່າດານ, ໄດ້ນຳເອົາເຄື່ອງຖວາຍຂອງຕົນມາ.
67ເຄື່ອງຖວາຍຂອງລາວມີຄື:
ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ ຖ້ວຍເງິນໜຶ່ງໃບໜັກປະມານ 800 ກຣາມ ແຕ່ລະຢ່າງເຕັມດ້ວຍແປ້ງເນື້ອລະອຽດປະສົມນ້ຳມັນໝາກກອກເພື່ອເປັນການຖວາຍພືດພັນເປັນເມັດ;
68ຈານຄຳໜຶ່ງໃບໜັກປະມານ 110 ກຣາມບັນຈຸເຄື່ອງຫອມ;
69ງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ ລູກແກະໂຕຜູ້ອາຍຸໜຶ່ງປີໜຶ່ງໂຕເພື່ອເປັນເຄື່ອງເຜົາບູຊາ
70ແບ້ຜູ້ໜຶ່ງໂຕເພື່ອເປັນເຄື່ອງຖວາຍໄຖ່ບາບ;
71ແລະ ງົວຜູ້ສອງໂຕ ແກະຜູ້ຫ້າໂຕ ແບ້ຜູ້ຫ້າໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ.
ນີ້ຄືເຄື່ອງຖວາຍຈາກອາຮີເອເຊລູກຊາຍຂອງອຳມີຊັດດາຍ.
72ມື້ທີສິບເອັດ ປາກີເອນລູກຊາຍຂອງອົກກະຣັນ, ຜູ້ນຳປະຊາຊົນເຜົ່າອາເຊ, ໄດ້ນຳເອົາເຄື່ອງຖວາຍຂອງຕົນມາ.
73ເຄື່ອງຖວາຍຂອງລາວມີຄື:
ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ ຖ້ວຍເງິນໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມມາດຕາຊັ່ງຂອງສະຖານສັກສິດ, ແຕ່ລະຢ່າງເຕັມດ້ວຍແປ້ງລະອຽດປະສົມນ້ຳມັນໝາກກອກເພື່ອເປັນການຖວາຍພືດພັນເປັນເມັດ;
74ຈານຄຳໜຶ່ງໃບໜັກປະມານ 110 ກຣາມ, ເຕັມດ້ວຍເຄື່ອງຫອມ;
75ງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີໜຶ່ງໂຕເພື່ອເປັນເຄື່ອງເຜົາບູຊາ;
76ແບ້ຜູ້ໜຶ່ງໂຕເພື່ອເປັນເຄື່ອງຖວາຍໄຖ່ບາບ;
77ງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ.
ນີ້ຄືເຄື່ອງຖວາຍຈາກປາກີເອນລູກຊາຍຂອງອົກກະຣັນ.
78ມື້ທີສິບສອງ ອາຮີຣາລູກຊາຍຂອງເອນານ, ຜູ້ນຳປະຊາຊົນເຜົ່າເນັບທາລີ, ໄດ້ນຳເອົາເຄື່ອງຖວາຍຂອງຕົນມາ.
79ເຄື່ອງຖວາຍຂອງລາວມີຄື:
ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ, ຖ້ວຍເງິນໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມມາດຕາຊັ່ງຂອງສະຖານສັກສິດ, ແຕ່ລະຢ່າງເຕັມດ້ວຍແປ້ງລະອຽດປະສົມນ້ຳມັນໝາກກອກເພື່ອເປັນການຖວາຍພືດພັນເປັນເມັດ;
80ຈານຄຳໜຶ່ງໃບໜັກປະມານ 110 ກຣາມເຕັມດ້ວຍເຄື່ອງຫອມ;
81ງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ, ລູກແກະໂຕຜູ້ອາຍຸໜຶ່ງປີໜຶ່ງໂຕເພື່ອເປັນເຄື່ອງເຜົາບູຊາ;
82ແບ້ຜູ້ໜຶ່ງໂຕເພື່ອເປັນເຄື່ອງຖວາຍໄຖ່ບາບ;
83ແລະ ງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ.
ນີ້ຄືເຄື່ອງຖວາຍຈາກອາຮີຣາລູກຊາຍຂອງເອນານ.
84ສິ່ງເຫລົ່ານີ້ຄືເຄື່ອງຖວາຍຈາກບັນດາຜູ້ນຳອິດສະຣາເອນ ເພື່ອມອບຖວາຍແທ່ນບູຊາເມື່ອແທ່ນບູຊາໄດ້ຮັບການເຈີມຄື:
ຈານເງິນສິບສອງໃບ, ຖ້ວຍເງິນສິບສອງໃບ ແລະ ຈານຄຳສິບສອງໃບ. 85ຈານເງິນແຕ່ລະໃບໜັກປະມານ 130 ເຊເຂວ, ຖ້ວຍເງິນສຳລັບຊິດເລືອດແຕ່ລະໃບໜັກປະມານ 70 ເຊເຂວ, ລວມແລ້ວໜັກປະມານ 28 ກິໂລກຣາມ,#7:85 ພາສາເຮັບເຣີວ່າ 2.400 ເຊເຂວຕາມເຊເຂວຂອງສະຖານນະມັດສະການ ອີງຕາມອັດຕາຊັ່ງຂອງສະຖານນະມັດສະການ. 86ຈານຄຳສິບສອງໃບເຕັມດ້ວຍເຄື່ອງຫອມ ແຕ່ລະໃບໜັກປະມານ 10 ເຊເຂວ, ຕາມອັດຕາຊັ່ງຂອງສະຖານນະມັດສະການ. ລວມແລ້ວຖ້ວຍຄຳໜັກປະມານ 120 ເຊເຂວ.#7:86 ຫລື ປະມານ 1,4 ກິໂລກຣາມ
87ຈຳນວນສັດທັງໝົດທີ່ໃຊ້ເປັນເຄື່ອງເຜົາບູຊາທັງໂຕ ມີງົວເຖິກສິບສອງໂຕ, ແກະຜູ້ສິບສອງໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີສິບສອງໂຕພ້ອມດ້ວຍການຖວາຍພືດພັນເປັນເມັດ. ມີແບ້ຜູ້ສິບສອງໂຕເພື່ອເປັນເຄື່ອງບູຊາໄຖ່ບາບ.
88ສັດທີ່ໃຊ້ເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳທັງໝົດມີງົວຜູ້ 24 ໂຕ, ແກະຜູ້ 60 ໂຕ, ແບ້ຜູ້ 60 ໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີ 60 ໂຕ.
ທັງໝົດນີ້ຄືເຄື່ອງຖວາຍເພື່ອມອບຖວາຍແທ່ນບູຊາຫລັງຈາກແທ່ນໄດ້ຮັບການເຈີມ.
89ເມື່ອໂມເຊເຂົ້າໄປໃນເຕັນນັດພົບເພື່ອລົມກັບພຣະເຈົ້າຢາເວ, ເພິ່ນໄດ້ຍິນສຽງກ່າວກັບເພິ່ນຈາກທີ່ສະຖິດເທິງຝາຫີບພັນທະສັນຍາລະຫວ່າງເຄຣຸບທັງສອງ. ພຣະເຈົ້າຢາເວໄດ້ກ່າວກັບເພິ່ນຈາກທີ່ນັ້ນ.
Currently Selected:
ຈົດບັນຊີ 7: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.