YouVersion Logo
Search Icon

ຈົດບັນຊີ 6

6
ຄົນ​ນາຊີຣີ
1ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 2“ຈົ່ງ​ແຈ້ງ​ຄົນ​ອິດສະຣາເອນ ແລະ ບອກ​ພວກເຂົາ​ວ່າ, ‘ຖ້າ​ຊາຍ ຫລື ຍິງ​ຕ້ອງການ​ປະຕິຍານ​ພິເສດ​ເພື່ອ​ການ​ອຸທິດ​ຕົນ​ຕໍ່​ພຣະເຈົ້າ​ຢາເວ​ເພື່ອ​ເປັນ​ຊາວ​ນາຊີຣີ, 3ພວກເຂົາ​ຕ້ອງ​ລະເວັ້ນ​ຈາກ​ການ​ດື່ມ​ເຫລົ້າອະງຸ່ນ ຫລື ເຄື່ອງດື່ມ​ທີ່​ໝັກເຊື້ອ​ແລ້ວ ແລະ ບໍ່​ດື່ມ​ເຫລົ້າອະງຸ່ນສົ້ມ​ທີ່​ຜະລິດ​ຈາກ​ເຫລົ້າອະງຸ່ນ ຫລື ເຄື່ອງດື່ມ​ທີ່​ໝັກເຊື້ອ​ອື່ນໆ. 4ຕະຫລອດ​ໄລຍະ​ເວລາ​ທີ່​ພວກເຂົາ​ຢູ່​ພາຍໃຕ້​ຄຳ​ປະຕິຍານ​ເປັນ​ຄົນນາຊີຣີ​ນັ້ນ, ພວກເຂົາ​ບໍ່​ກິນ​ສິ່ງໃດ​ທີ່​ມາ​ຈາກ​ເຄືອອະງຸ່ນ, ແມ່ນແຕ່​ເມັດ ຫລື ເປືອກອະງຸ່ນ​ກໍ​ຕາມ.
5“ ‘ຕະຫລອດ​ເວລາ​ທີ່​ພວກເຂົາ​ຢູ່​ໃນ​ຊ່ວງ​ປະຕິຍານ​ຕົນ​ເປັນ​ຄົນນາຊີຣີ​ນັ້ນ, ພວກເຂົາ​ຈະ​ບໍ່​ຕັດຜົມ ຫລື ແຖໜວດ. ພວກເຂົາ​ຈະ​ຕ້ອງ​ບໍລິສຸດ​ຈົນກວ່າ​ຊ່ວງ​ເວລາ​ຂອງ​ການ​ອຸທິດ​ຕົນ​ຕໍ່​ພຣະເຈົ້າ​ຢາເວ​ຜ່ານພົ້ນ​ໄປ; ພວກເຂົາ​ຕ້ອງ​ຈົ່ງ​ຜົມ​ຍາວ​ໄວ້.
6“ ‘ຕະຫລອດ​ຊ່ວງ​ຂອງ​ການ​ອຸທິດ​ຕົນ​ຕໍ່​ພຣະເຈົ້າ​ຢາເວ, ຄົນນາຊີຣີ​ຈະ​ບໍ່​ໄປ​ໃກ້​ສົບ​ຂອງ​ຄົນຕາຍ. 7ແມ່ນແຕ່​ຈະ​ເປັນ​ພໍ່ ຫລື ແມ່ ຫລື ອ້າຍ ຫລື ເອື້ອຍ​ນ້ອງ​ຂອງ​ຕົນ​ເອງ​ຕາຍ​ກໍ​ຕາມ, ພວກເຂົາ​ຕ້ອງ​ບໍ່​ເຮັດ​ໃຫ້​ຕົນ​ເອງ​ເປັນມົນທິນ​ຕໍ່​ຄວາມຮັບຜິດຊອບ​ຕາມ​ພິທີກຳ​ຂອງ​ພວກເຂົາ, ເພາະ​ສັນຍາລັກ​ຂອງ​ການ​ອຸທິດ​ຕົນ​ຕໍ່​ພຣະເຈົ້າ​ເປັນ​ຄົນນາຊີຣີ​ນັ້ນ​ແມ່ນ​ຢູ່​ເທິງ​ຫົວ​ຂອງ​ພວກເຂົາ. 8ຕະຫລອດ​ຊ່ວງ​ແຫ່ງ​ການ​ອຸທິດ​ຕົນ​ນັ້ນ, ພວກເຂົາ​ຈະ​ຕ້ອງ​ເປັນ​ຜູ້​ບໍລິສຸດ​ຕໍ່​ພຣະເຈົ້າ​ຢາເວ.
9“ ‘ຖ້າ​ມີ​ຄົນ​ຕາຍ​ກະທັນຫັນ​ໃນ​ບ່ອນ​ຂອງ​ຄົນນາຊີຣີ, ເຊິ່ງ​ເຮັດ​ໃຫ້​ຜົມ​ທີ່​ເປັນ​ສັນຍາລັກ​ຂອງ​ການອຸທິດ​ຕົນ​ເປັນມົນທິນ​ນັ້ນ, ພວກເຂົາ​ຕ້ອງ​ແຖ​ຫົວ​ຂອງ​ຕົນ​ໃນ​ມື້​ທີ​ເຈັດ ເຊິ່ງ​ເປັນ​ມື້​ຊຳລະ​ຂອງ​ພວກເຂົາ. 10ແລ້ວ​ໃນ​ມື້​ທີແປດ​ພວກເຂົາ​ຕ້ອງ​ນຳເອົາ​ນົກເຂົາ ຫລື ນົກກາງແກ​ໜຸ່ມ​ສອງ​ໂຕ​ມາ​ມອບ​ໃຫ້​ແກ່​ປະໂລຫິດ​ທີ່​ທາງເຂົ້າ​ເຕັນນັດພົບ. 11ປະໂລຫິດ​ຈະ​ຖວາຍ​ນົກ​ໂຕ​ໜຶ່ງ​ເປັນ​ເຄື່ອງບູຊາ​ໄຖ່​ບາບ#6:11 ຫລື ເປັນ​ການ​ຖວາຍ​ເພື່ອ​ຊຳລະລ້າງ; ເໝືອນກັນ​ໃນ ຂໍ້ 14 ແລະ 16 ແລະ ອີກ​ໂຕ​ໜຶ່ງ​ເປັນ​ເຄື່ອງເຜົາ​ບູຊາ​ເພື່ອ​ລຶບລ້າງ​ບາບ​ສຳລັບ​ຄົນ​ນາຊີຣີ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ​ໂດຍ​ການ​ຢູ່​ໃກ້​ຊາກສົບ​ຂອງ​ຄົນຕາຍ. ໃນ​ວັນ​ດຽວ​ກັນ​ນັ້ນ ພວກເຂົາ​ຈະ​ຕ້ອງ​ຊຳລະ​ຫົວ​ຂອງ​ຕົນ​ຖວາຍ​ອີກ. 12ພວກເຂົາ​ຕ້ອງ​ອຸທິດ​ຕົນ​ເອງ​ແກ່​ພຣະເຈົ້າ​ຢາເວ​ອີກ ຕາມ​ເວລາ​ທີ່​ໄດ້​ກຳນົດໄວ້​ຂອງ​ການ​ອຸທິດ​ຕົນ ພວກເຂົາ​ຕ້ອງ​ນຳເອົາ​ລູກແກະ​ຜູ້​ອາຍຸ​ໜຶ່ງ​ປີ​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງບູຊາ​ລຶບລ້າງ​ຄວາມ​ຜິດ. ວັນ​ອື່ນໆ​ກ່ອນ​ໜ້າ​ນັ້ນ​ບໍ່​ນັບ, ເພາະ​ພວກເຂົາ​ໄດ້​ເປັນມົນທິນ​ໃນ​ຊ່ວງ​ເວລາ​ຂອງ​ການ​ອຸທິດ​ຕົນ.
13“ ‘ນີ້​ເປັນ​ກົດ​ຂອງ​ຄົນ​ນາຊີຣີ​ເມື່ອ​ຊ່ວງ​ເວລາ​ຂອງ​ການ​ອຸທິດ​ຕົນ​ຜ່ານພົ້ນ​ໄປ​ແລ້ວ. ພວກເຂົາ​ຈະ​ຕ້ອງ​ມາ​ທີ່​ທາງເຂົ້າ​ເຕັນ​ນັດພົບ. 14ພວກເຂົາ​ຈະ​ຕ້ອງ​ນຳເອົາ​ເຄື່ອງ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ຢູ່​ທີ່​ນັ້ນ​ຄື: ແກະ​ຜູ້​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ ບໍ່​ມີ​ຕຳໜິ​ມາ​ເປັນ​ເຄື່ອງເຜົາ​ບູຊາ, ແກະ​ແມ່​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ ບໍ່​ມີ​ຕຳໜິ​ມາ​ເປັນ​ເຄື່ອງບູຊາ​ໄຖ່​ບາບ, ແກະ​ຜູ້​ອີກ​ໜຶ່ງ​ໂຕ ບໍ່​ມີ​ຕຳໜິ ມາ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ, 15ພ້ອມ​ກັບ​ເຄື່ອງຖວາຍ​ພືດພັນ​ເປັນ​ເມັດ ແລະ ເຄື່ອງດື່ມ​ບູຊາ ແລະ ກະຕ່າ​ເຂົ້າຈີ່​ກ້ອນ​ໜາ​ທີ່​ເຮັດ​ດ້ວຍ​ແປ້ງ​ລະອຽດ​ບໍ່​ມີ​ເຊື້ອ​ແປ້ງ​ປະສົມ​ນ້ຳມັນ​ໝາກກອກ ແລະ ເຂົ້າຈີ່​ກ້ອນ​ບາງ​ທາ​ດ້ວຍ​ນ້ຳມັນ​ໝາກກອກ.
16“ ‘ປະໂລຫິດ​ຈະ​ຕ້ອງ​ຖວາຍ​ສິ່ງ​ເຫລົ່ານີ້​ທັງໝົດ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ຖວາຍ​ເຄື່ອງບູຊາ​ໄຖ່​ບາບ ແລະ ເຄື່ອງເຜົາ​ບູຊາ. 17ປະໂລຫິດ​ຈະ​ຖວາຍ​ກະຕ່າ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ແປ້ງ ແລະ ຖວາຍ​ແກະ​ຜູ້​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ພ້ອມ​ດ້ວຍ​ເຄື່ອງຖວາຍ​ພືດພັນ​ເປັນ​ເມັດ ແລະ ເຄື່ອງດື່ມ​ບູຊາ​ແກ່​ພຣະເຈົ້າ​ຢາເວ.
18“ ‘ຫລັງຈາກນັ້ນ ຄົນ​ນາຊີຣີ​ຕ້ອງ​ແຖ​ຜົມ​ອອກ​ເພື່ອ​ເປັນ​ສັນຍາລັກ​ຂອງ​ການ​ອຸທິດ​ຕົນ​ຂອງ​ຕົນ​ຢູ່​ທີ່​ທາງ​ເຂົ້າ​ສູ່​ເຕັນ​ນັດພົບ. ພວກເຂົາ​ຈະ​ຕ້ອງ​ນຳ​ຜົມ​ນັ້ນ​ໄປ​ໃສ່​ໃນ​ໄຟ​ທີ່​ເຜົາ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.
19“ ‘ຫລັງ​ຈາກ​ທີ່​ຄົນ​ນາຊີຣີ​ແຖ​ຜົມ​ເພື່ອ​ເປັນ​ສັນຍາລັກ​ຂອງ​ການ​ອຸທິດ​ຕົນ​ຂອງ​ພວກເຂົາ​ແລ້ວ, ປະໂລຫິດ​ກໍ​ຈະ​ນຳ​ກົກຂາ​ໜ້າ​ຂອງ​ແກະ​ຜູ້​ທີ່​ຕົ້ມ​ແລ້ວ ແລະ ເຂົ້າຈີ່​ກ້ອນ​ໜາ​ໜຶ່ງ​ກ້ອນ ແລະ ເຂົ້າຈີ່​ແຜ່ນ​ບາງ​ໜຶ່ງ​ແຜ່ນ, ທັງ​ສອງ​ແມ່ນ​ເຮັດ​ບໍ່​ໃສ່​ເຊື້ອ​ແປ້ງ​ຈາກ​ກະຕ່າ​ນັ້ນ​ມາ​ວາງ​ໃສ່​ມື​ຂອງ​ພວກເຂົາ. 20ແລ້ວ​ປະໂລຫິດ​ຈະ​ຕ້ອງ​ແກວ່ງ​ສິ່ງ​ເຫລົ່າ​ນັ້ນ​ໄປ​ມາ​ຕໍ່ໜ້າ​ພຣະເຈົ້າ​ເພື່ອ​ເປັນ​ເຄື່ອງບູຊາ​ແກວ່ງ​ໄປ​ແກວ່ງ​ມາ; ທັງໝົດ​ນັ້ນ​ເປັນ​ເຄື່ອງ​ບໍລິສຸດ ແລະ ເປັນ​ສ່ວນ​ຂອງ​ປະໂລຫິດ, ພ້ອມ​ກັບ​ຊີ້ນ​ເອິກ​ທີ່​ໄດ້​ແກວ່ງ​ໄປ​ແກວ່ງ​ມາ​ແລ້ວ ແລະ ຊີ້ນ​ກົກຂາ​ທີ່​ໄດ້​ຖວາຍ​ແລ້ວ. ຫລັງຈາກນັ້ນ, ຄົນ​ນາຊີຣີ​ຈຶ່ງ​ຈະ​ດື່ມ​ເຫລົ້າອະງຸ່ນ​ໄດ້.
21“ ‘ນີ້​ຄື​ກົດບັນຍັດ​ຂອງ​ຄົນ​ນາຊີຣີ ຜູ້​ທີ່​ປະຕິຍານ​ຕົນ​ແກ່​ພຣະເຈົ້າ​ຢາເວ​ຕາມ​ການ​ອຸທິດ​ຕົນ​ຂອງ​ພວກເຂົາ, ນອກ​ຈາກ​ນີ້​ພວກເຂົາ​ຈະ​ຖວາຍ​ສິ່ງ​ອື່ນ​ອີກ​ກໍ​ໄດ້. ພວກເຂົາ​ຈະ​ຕ້ອງ​ເຮັດ​ຕາມ​ຄຳ​ປະຕິຍານ​ທີ່​ພວກເຂົາ​ໄດ້​ເຮັດ​ໄວ້​ຕາມ​ກົດບັນຍັດ​ຂອງ​ຄົນ​ນາຊີຣີ​ໃຫ້​ສຳເລັດ’ ”.
ພອນ​ຈາກ​ປະໂລຫິດ
22ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, 23“ຈົ່ງ​ບອກ​ອາໂຣນ​ກັບ​ລູກຊາຍ​ຂອງ​ລາວ​ວ່າ, ນີ້​ເປັນ​ວິທີ​ທີ່​ເຈົ້າ​ຈະ​ອວຍພອນ​ຄົນ​ອິດສະຣາເອນ. ຈົ່ງ​ກ່າວ​ແກ່​ພວກເຂົາ​ດັ່ງນີ້:
24“ ‘ “ຂໍ​ພຣະເຈົ້າ​ຢາເວ​ອວຍພອນ​ເຈົ້າ
ແລະ ປົກປັກ​ຮັກສາ​ເຈົ້າ;
25ຂໍ​ໃຫ້​ໜ້າ​ຂອງ​ພຣະເຈົ້າ​ຢາເວ​ສ່ອງ​ສະຫວ່າງ​ເໜືອ​ເຈົ້າ
ຂໍ​ພຣະອົງ​ເມດຕາ​ກະລຸນາ​ເຈົ້າ;
26ຂໍ​ພຣະເຈົ້າ​ຢາເວ​ຫັນ​ໜ້າ​ພຣະອົງ​ມາ​ຫາ​ພວກເຈົ້າ
ແລະ ໃຫ້​ສັນຕິສຸກ​ແກ່​ພວກເຈົ້າ” ’.
27“ດັ່ງນັ້ນ ອາໂຣນ​ກັບ​ລູກຊາຍ​ຂອງ​ລາວ​ຈະ​ລົງ​ຊື່​ຂອງ​ເຮົາ​ເທິງ​ຄົນ​ອິດສະຣາເອນ ແລະ ເຮົາ​ຈະ​ອວຍພອນ​ພວກເຂົາ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in