YouVersion Logo
Search Icon

ຈົດບັນຊີ 7

7
ເຄື່ອງຖວາຍ​ເມື່ອ​ຖວາຍ​ຫໍເຕັນ
1ເມື່ອ​ໂມເຊ​ສ້າງ​ຫໍເຕັນ​ຂຶ້ນ​ສຳເລັດ​ແລ້ວ, ເພິ່ນ​ກໍ​ໄດ້​ເຈີມ ແລະ ໄດ້​ຖວາຍ​ຫໍເຕັນ ແລະ ເຄື່ອງໃຊ້​ຕ່າງໆ​ປະຈຳ​ຫໍເຕັນ. ເພິ່ນ​ຍັງ​ໄດ້​ເຈີມ ແລະ ໄດ້​ຖວາຍ​ແທ່ນບູຊາ ແລະ ເຄື່ອງໃຊ້​ທຸກ​ຢ່າງ​ສຳລັບ​ແທ່ນບູຊາ​ນັ້ນ. 2ຫລັງຈາກນັ້ນ​ບັນດາ​ຜູ້ນຳ​ຂອງ​ອິດສະຣາເອນ, ບັນດາ​ຫົວໜ້າ​ຄອບຄົວ​ຜູ້ນຳ​ຂອງ​ເຜົ່າ​ຜູ້​ຮັບຜິດຊອບ​ພວກ​ທີ່​ໄດ້​ຂຶ້ນທະບຽນ​ໄວ້​ແລ້ວ​ນັ້ນ, ກໍ​ໄດ້​ເຮັດ​ການຖວາຍ. 3ພວກເຂົາ​ນຳ​ກວຽນ​ຫົກ​ລຳ ແລະ ງົວ​ສິບສອງ​ໂຕ​ເດີນທາງ​ມາ​ເພື່ອ​ຖວາຍ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ງົວ​ໜຶ່ງ​ໂຕ​ຈາກ​ຜູ້ນຳ​ໜຶ່ງ​ຄົນ ແລະ ຜູ້ນຳ​ສອງ​ຄົນ​ຕໍ່​ກວຽນ​ໜຶ່ງ​ລຳ. ພວກເຂົາ​ນຳ​ເຄື່ອງ​ເຫລົ່ານີ້​ມາ​ຖວາຍ​ຕໍ່ໜ້າ​ຫໍເຕັນ.
4ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 5“ຈົ່ງ​ຮັບເອົາ​ເຄື່ອງ​ເຫລົ່ານີ້​ຈາກ​ພວກເຂົາ, ເພື່ອ​ຈະ​ນຳໃຊ້​ໃນ​ວຽກງານ​ທີ່​ເຕັນນັດພົບ. ຈົ່ງ​ມອບ​ເຄື່ອງ​ເຫລົ່ານັ້ນ​ໃຫ້​ຄົນ​ເລວີ​ໄວ້​ໃຊ້​ຕາມ​ຄວາມຕ້ອງການ​ຂອງ​ພວກເຂົາ”.
6ດັ່ງນັ້ນ​ໂມເຊ​ຈຶ່ງ​ຮັບເອົາ​ກວຽນ ແລະ ງົວ​ເຫລົ່ານັ້ນ​ແລ້ວ​ເອົາ​ໄປ​ມອບ​ໃຫ້​ຄົນ​ເລວີ. 7ເພິ່ນ​ໄດ້​ມອບ​ກວຽນ​ສອງ​ລຳ ແລະ ງົວ​ສີ່​ໂຕ​ໃຫ້​ຊາວເກໂຊນ ຕາມ​ຄວາມຕ້ອງການ​ໃນ​ວຽກງານ​ຂອງ​ພວກເຂົາ, 8ແລະ ເພິ່ນ​ໄດ້​ມອບ​ກວຽນ​ສີ່​ລຳ​ພ້ອມ​ງົວ​ແປດ​ໂຕ​ແກ່​ຊາວເມຣາຣີ, ຕາມ​ຄວາມຕ້ອງການ​ໃນ​ວຽກງານ​ຂອງ​ພວກເຂົາ. ພວກເຂົາ​ທັງໝົດ​ຢູ່​ພາຍໃຕ້​ການ​ຊີ້ນຳ​ຂອງ​ປະໂລຫິດ​ອີທາມາ​ລູກຊາຍ​ຂອງ​ອາໂຣນ. 9ແຕ່​ໂມເຊ​ບໍ່​ໄດ້​ມອບ​ສິ່ງໃດ​ໃຫ້​ແກ່​ຄົນ​ໂກຮາດ, ເພາະ​ພວກເຂົາ​ຈະ​ຕ້ອງ​ແບກ​ເຄື່ອງໃຊ້​ສັກສິດ​ດ້ວຍ​ບ່າ​ຂອງ​ພວກເຂົາ, ຕາມ​ທີ່​ພວກເຂົາ​ຮັບຜິດຊອບ.
10ເມື່ອ​ແທ່ນບູຊາ​ຖືກເຈີມ​ແລ້ວ, ບັນດາ​ຜູ້ນຳ​ກໍ​ເອົາ​ເຄື່ອງຖວາຍ​ເພື່ອ​ການອຸທິດ​ຕົນ​ມາ​ຍັງ​ແທ່ນບູຊາ ແລະ ຖວາຍ​ເຄື່ອງ​ເຫລົ່ານັ້ນ​ຕໍ່ໜ້າ​ແທ່ນບູຊາ. 11ເພາະ​ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ແຕ່ລະວັນ​ໃຫ້​ຜູ້ນຳ​ຄົນ​ໜຶ່ງ​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ​ເພື່ອ​ເປັນ​ການອຸທິດຖວາຍ​ແທ່ນບູຊາ”.
12ຜູ້​ທີ່​ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ເຂົ້າມາ​ໃນ​ມື້​ທຳອິດ​ແມ່ນ​ນາໂຊນ​ລູກຊາຍ​ຂອງ​ອຳມີນາດາບ​ແຫ່ງ​ເຜົ່າ​ຢູດາ.
13ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:
ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ#7:13 ພາສາ​ເຮັບເຣີ​ວ່າ 130 ເຊເຂວ ເຊັ່ນດຽວ​ກັບ​ບ່ອນ​ອື່ນ​ໃນ​ບົດ​ນີ້ ແລະ ຖ້ວຍ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ເຊເຂວ​ຂອງ​ສະຖານ​ນະມັດສະການ, ແຕ່ລະຢ່າງ​ບັນຈຸ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;
14ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ,#7:14 ຫລື ສິບ​ເຊເຂວ ບັນຈຸ​ເຄື່ອງຫອມ;
15ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກແກະ​ຜູ້​ໜຶ່ງ​ໂຕ​ອາຍຸ​ໜຶ່ງ​ປີ​ສຳລັບ​ເປັນ​ເຄື່ອງເຜົາ​ບູຊາ;
16ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;
17ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້​ຜູ້​ຫ້າ​ໂຕ ແລະ ລູກ​ແກະຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.
ນີ້​ຄື​ເຄື່ອງຖວາຍ​ຈາກ​ນາໂຊນ​ລູກຊາຍ​ຂອງ​ອຳມີນາດາບ.
18ມື້​ທີ​ສອງ ເນທາເນນ​ລູກຊາຍ​ຂອງ​ຊູອາ, ຜູ້ນຳ​ຂອງ​ເຜົ່າ​ອິດຊາຄາ, ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ​ຖວາຍ.
19ເຄື່ອງຖວາຍ​ທີ່​ລາວ​ໄດ້​ນຳ​ມາ​ມີ​ຄື:
ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ, ຖ້ວຍ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ເຊເຂວ​ຂອງ​ສະຖານສັກສິດ, ແຕ່ລະຢ່າງ​ບັນຈຸ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;
20ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ ບັນຈຸ​ເຄື່ອງຫອມ;
21ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກແກະ​ຜູ້​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ;
22ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;
23ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້ຜູ້​ຫ້າ​ໂຕ ແລະ ລູກແກະ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.
ນີ້​ຄື​ເຄື່ອງຖວາຍ​ຈາກ​ເນທາເນນ​ລູກຊາຍ​ຂອງ​ຊູອາ.
24ມື້​ທີສາມ, ເອລີອາບ​ລູກຊາຍ​ຂອງ​ເຮໂລນ, ຜູ້ນຳ​ປະຊາຊົນ​ຂອງ​ເຜົ່າ​ເຊບູໂລນ, ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ລາວ​ມາ.
25ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:
ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ, ຖ້ວຍ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ເຊເຂວ​ຂອງ​ສະຖານສັກສິດ, ແຕ່ລະຢ່າງ​ບັນຈຸ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;
26ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ​ບັນຈຸ​ເຄື່ອງຫອມ,
27ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ, ລູກແກະ​ຜູ້​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ;
28ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;
29ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້​ຜູ້​ຫ້າ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.
ນີ້​ຄື​ເຄື່ອງຖວາຍ​ຈາກ​ເອລີອາບ​ລູກຊາຍ​ຂອງ​ເຮໂລນ.
30ມື້​ທີສີ່ ເອລີຊູ​ລູກຊາຍ​ຂອງ​ເຊເດອຸເຣ​ຜູ້ນຳ​ປະຊາຊົນ​ເຜົ່າ​ຣູເບັນ, ໄດ້​ນຳ​ເຄື່ອງຖວາຍ​ຂອງ​ລາວ​ມາ.
31ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:
ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ, ຖ້ວຍ​ເງິນ​ສຳລັບ​ຊິດເລືອດ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ມາດຕາ​ຊັ່ງ​ຂອງ​ສະຖານສັກສິດ, ແຕ່ລະຢ່າງ​ເຕັມ​ດ້ວຍ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ໝາກກອກ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;
32ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ​ເຕັມ​ດ້ວຍ​ເຄື່ອງຫອມ;
33ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ​ສຳລັບ​ເປັນ​ເຄື່ອງເຜົາ​ບູຊາ;
34ແບ້​ຜູ້​ໂຕ​ໜຶ່ງ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;
35ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້​ຜູ້​ຫ້າ​ໂຕ ແລະ ລູກ​ແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.
ນີ້​ຄື​ເຄື່ອງຖວາຍ​ຈາກ​ເອລີຊູ​ລູກຊາຍ​ຂອງ​ເຊເດອູເຣ.
36ມື້​ທີຫ້າ ເຊລູມີເອນ​ລູກຊາຍ​ຂອງ​ຊູຣິດຊັດດາຍ, ຜູ້ນຳ​ປະຊາຊົນ​ເຜົ່າ​ຊີເມໂອນ, ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ.
37ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:
ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ ແລະ ຖ້ວຍ​ເງິນ​ສຳລັບ​ຊິດເລືອດ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ມາດຕາ​ຊັ່ງ​ຂອງ​ສະຖານສັກສິດ, ແຕ່ລະຢ່າງ​ເຕັມ​ດ້ວຍ​ແປ້ງລະອຽດ​ປະສົມ​ນ້ຳມັນ​ໝາກກອກ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;
38ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ​ເຕັມ​ດ້ວຍ​ເຄື່ອງຫອມ;
39ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ລູກ​ແກະ​ຜູ້​ອາຍຸ​ໜຶ່ງ​ປີ​ໂຕ​ໜຶ່ງ​ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ;
40ແບ້​ຜູ້​ໂຕ​ໜຶ່ງ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;
41ແລະ ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້​ຜູ້​ຫ້າ​ໂຕ ແລະ ລູກແກະ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.
ນີ້​ຄື​ເຄື່ອງຖວາຍ​ຈາກ​ເຊລູມີເອນ​ລູກຊາຍ​ຂອງ​ຊູຣິດຊັດດາຍ.
42ມື້​ທີຫົກ ເອລີອາສັບ​ລູກຊາຍ​ຂອງ​ດູເອນ​ຜູ້ນຳ​ປະຊາຊົນ​ຂອງ​ເຜົ່າ​ກາດ, ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ.
43ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:
ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ, ຖ້ວຍ​ເງິນ​ໜຶ່ງ​ໃບ​ສຳລັບ​ຊິດເລືອດ​ໜັກ​ປະມານ 800 ກຣາມ; ທັງສອງ​ອີງຕາມ​ມາດຕາ​ຊັ່ງ​ຂອງ​ສະຖານສັກສິດ, ແຕ່ລະຢ່າງ​ເຕັມ​ດ້ວຍ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ.
44ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ​ເຕັມດ້ວຍ​ເຄື່ອງຫອມ;
45ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ, ລູກ​ແກະຜູ້​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ;
46ແບ້​ຜູ້​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;
47ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້ຜູ້​ຫ້າ​ໂຕ ແລະ ລູກແກະຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.
ນີ້​ຄື​ເຄື່ອງຖວາຍ​ຈາກ​ເອລີອາສັບ​ລູກຊາຍ​ຂອງ​ດູເອນ.
48ມື້​ທີເຈັດ​ເອລີຊາມາ​ລູກຊາຍ​ຂອງ​ອາມມີຮຸດ, ຜູ້ນຳ​ປະຊາຊົນ​ຂອງ​ເຜົ່າ​ເອຟຣາອິມ, ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ.
49ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:
ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ, ຖ້ວຍ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ມາດຕາ​ຊັ່ງ​ຂອງ​ສະຖານສັກສິດ, ແຕ່ລະຢ່າງ​ເຕັມ​ດ້ວຍ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ໝາກກອກ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ.
50ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ​ເຕັມ​ດ້ວຍ​ເຄື່ອງຫອມ;
51ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ, ລູກ​ແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ໂຕ​ໜຶ່ງ​ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ;
52ແບ້​ຜູ້​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;
53ງົວ​ເຖິກ​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້ຜູ້​ຫ້າ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.
ນີ້​ຄື​ເຄື່ອງຖວາຍ​ຈາກ​ເອລີຊາມາ​ລູກຊາຍ​ຂອງ​ອາມມີຮຸດ.
54ມື້​ທີແປດ ກາມາລີເອນ​ລູກຊາຍ​ຂອງ​ເປດາຊູ, ຜູ້ນຳ​ປະຊາຊົນ​ເຜົ່າ​ມານາເຊ, ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ.
55ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:
ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ ຖ້ວຍ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ມາດຕາ​ຊັ່ງ​ຂອງ​ສະຖານສັກສິດ; ແຕ່ລະຢ່າງ​ເຕັມ​ດ້ວຍ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ໝາກກອກ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;
56ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ​ເຕັມ​ດ້ວຍ​ເຄື່ອງຫອມ;
57ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ, ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ.
58ແບ້ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;
59ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້ຜູ້​ຫ້າ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.
ນີ້​ຄື​ເຄື່ອງຖວາຍ​ຈາກ​ກາມາລີເອນ​ລູກຊາຍ​ຂອງ​ເປດາຊູ.
60ມື້​ທີເກົ້າ ອາບີດານ​ລູກຊາຍ​ຂອງ​ກີເດໂອນີ, ຜູ້ນຳ​ປະຊາຊົນ​ຂອງ​ເຜົ່າ​ເບັນຢາມິນ, ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ.
61ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:
ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ, ຖ້ວຍ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ມາດຕາ​ຊັ່ງ​ຂອງ​ສະຖານສັກສິດ, ແຕ່ລະຢ່າງ​ເຕັມ​ດ້ວຍ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ໝາກກອກ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;
62ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ​ເຕັມ​ດ້ວຍ​ເຄື່ອງຫອມ;
63ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກແກະ​ຜູ້​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ
64ແບ້​ໂຕ​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;
65ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ ແບ້ຜູ້​ຫ້າ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.
ນີ້​ຄື​ເຄື່ອງຖວາຍ​ຈາກ​ອາບີດານ​ລູກຊາຍ​ຂອງ​ກີເດໂອນີ.
66ມື້​ທີສິບ ອາຮີເອເຊ​ລູກຊາຍ​ຂອງ​ອຳມີຊັດດາຍ, ຜູ້ນຳ​ປະຊາຊົນ​ຂອງ​ເຜົ່າ​ດານ, ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ.
67ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:
ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ ຖ້ວຍ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ ແຕ່ລະຢ່າງ​ເຕັມ​ດ້ວຍ​ແປ້ງ​ເນື້ອລະອຽດ​ປະສົມ​ນ້ຳມັນ​ໝາກກອກ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;
68ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ​ບັນຈຸ​ເຄື່ອງຫອມ;
69ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ
70ແບ້ຜູ້​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;
71ແລະ ງົວຜູ້​ສອງ​ໂຕ ແກະຜູ້​ຫ້າ​ໂຕ ແບ້ຜູ້​ຫ້າ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.
ນີ້​ຄື​ເຄື່ອງຖວາຍ​ຈາກ​ອາຮີເອເຊ​ລູກຊາຍ​ຂອງ​ອຳມີຊັດດາຍ.
72ມື້​ທີສິບເອັດ ປາກີເອນ​ລູກຊາຍ​ຂອງ​ອົກກະຣັນ, ຜູ້ນຳ​ປະຊາຊົນ​ເຜົ່າ​ອາເຊ, ໄດ້​ນຳເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ.
73ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:
ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ ຖ້ວຍ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ມາດຕາ​ຊັ່ງ​ຂອງ​ສະຖານສັກສິດ, ແຕ່ລະຢ່າງ​ເຕັມ​ດ້ວຍ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ໝາກກອກ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;
74ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ, ເຕັມ​ດ້ວຍ​ເຄື່ອງຫອມ;
75ງົວຜູ້ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ;
76ແບ້​ຜູ້​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;
77ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້ຜູ້​ຫ້າ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.
ນີ້​ຄື​ເຄື່ອງຖວາຍ​ຈາກ​ປາກີເອນ​ລູກຊາຍ​ຂອງ​ອົກກະຣັນ.
78ມື້​ທີ​ສິບສອງ ອາຮີຣາ​ລູກຊາຍ​ຂອງ​ເອນານ, ຜູ້ນຳ​ປະຊາຊົນ​ເຜົ່າ​ເນັບທາລີ, ໄດ້​ນຳ​ເອົາ​ເຄື່ອງຖວາຍ​ຂອງ​ຕົນ​ມາ.
79ເຄື່ອງຖວາຍ​ຂອງ​ລາວ​ມີ​ຄື:
ຈານ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 1.500 ກຣາມ, ຖ້ວຍ​ເງິນ​ໜຶ່ງ​ໃບ​ໜັກ​ປະມານ 800 ກຣາມ, ທັງສອງ​ອີງຕາມ​ມາດຕາ​ຊັ່ງ​ຂອງ​ສະຖານສັກສິດ, ແຕ່ລະຢ່າງ​ເຕັມ​ດ້ວຍ​ແປ້ງ​ລະອຽດ​ປະສົມ​ນ້ຳມັນ​ໝາກກອກ​ເພື່ອ​ເປັນ​ການຖວາຍ​ພືດພັນ​ເປັນເມັດ;
80ຈານ​ຄຳ​ໜຶ່ງ​ໃບ​ໜັກ​ປະມານ 110 ກຣາມ​ເຕັມ​ດ້ວຍ​ເຄື່ອງຫອມ;
81ງົວຜູ້​ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ, ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ;
82ແບ້ຜູ້​ໜຶ່ງ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ;
83ແລະ ງົວຜູ້​ສອງ​ໂຕ, ແກະຜູ້​ຫ້າ​ໂຕ, ແບ້ຜູ້​ຫ້າ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ຫ້າ​ໂຕ​ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມສາມັກຄີທຳ.
ນີ້​ຄື​ເຄື່ອງຖວາຍ​ຈາກ​ອາຮີຣາ​ລູກຊາຍ​ຂອງ​ເອນານ.
84ສິ່ງ​ເຫລົ່ານີ້​ຄື​ເຄື່ອງຖວາຍ​ຈາກ​ບັນດາ​ຜູ້ນຳ​ອິດສະຣາເອນ ເພື່ອ​ມອບ​ຖວາຍ​ແທ່ນບູຊາ​ເມື່ອ​ແທ່ນບູຊາ​ໄດ້​ຮັບ​ການ​ເຈີມ​ຄື:
ຈານ​ເງິນ​ສິບສອງ​ໃບ, ຖ້ວຍ​ເງິນ​ສິບສອງ​ໃບ ແລະ ຈານ​ຄຳ​ສິບສອງ​ໃບ. 85ຈານ​ເງິນ​ແຕ່​ລະ​ໃບ​ໜັກ​ປະມານ 130 ເຊເຂວ, ຖ້ວຍ​ເງິນ​ສຳລັບ​ຊິດ​ເລືອດ​ແຕ່​ລະ​ໃບ​ໜັກ​ປະມານ 70 ເຊເຂວ, ລວມ​ແລ້ວ​ໜັກ​ປະມານ 28 ກິໂລກຣາມ,#7:85 ພາສາ​ເຮັບເຣີ​ວ່າ 2.400 ເຊເຂວ​ຕາມ​ເຊເຂວ​ຂອງ​ສະຖານນະມັດສະການ ອີງຕາມ​ອັດຕາ​ຊັ່ງ​ຂອງ​ສະຖານ​ນະມັດສະການ. 86ຈານ​ຄຳ​ສິບສອງ​ໃບ​ເຕັມ​ດ້ວຍ​ເຄື່ອງຫອມ ແຕ່​ລະ​ໃບ​ໜັກ​ປະມານ 10 ເຊເຂວ, ຕາມ​ອັດຕາ​ຊັ່ງ​ຂອງ​ສະຖານ​ນະມັດສະການ. ລວມ​ແລ້ວ​ຖ້ວຍ​ຄຳ​ໜັກ​ປະມານ 120 ເຊເຂວ.#7:86 ຫລື ປະມານ 1,4 ກິໂລກຣາມ
87ຈຳນວນ​ສັດ​ທັງໝົດ​ທີ່​ໃຊ້​ເປັນ​ເຄື່ອງເຜົາ​ບູຊາ​ທັງ​ໂຕ ມີ​ງົວ​ເຖິກ​ສິບສອງ​ໂຕ, ແກະຜູ້​ສິບສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສອງ​ໂຕ​ພ້ອມ​ດ້ວຍ​ການ​ຖວາຍ​ພືດພັນ​ເປັນ​ເມັດ. ມີ​ແບ້ຜູ້​ສິບສອງ​ໂຕ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ.
88ສັດ​ທີ່​ໃຊ້​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ທັງໝົດ​ມີ​ງົວ​ຜູ້ 24 ໂຕ, ແກະຜູ້ 60 ໂຕ, ແບ້ຜູ້ 60 ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ 60 ໂຕ.
ທັງໝົດ​ນີ້​ຄື​ເຄື່ອງ​ຖວາຍ​ເພື່ອ​ມອບຖວາຍ​ແທ່ນ​ບູຊາ​ຫລັງ​ຈາກ​ແທ່ນ​ໄດ້​ຮັບ​ການ​ເຈີມ.
89ເມື່ອ​ໂມເຊ​ເຂົ້າໄປ​ໃນ​ເຕັນນັດພົບ​ເພື່ອ​ລົມ​ກັບ​ພຣະເຈົ້າ​ຢາເວ, ເພິ່ນ​ໄດ້ຍິນ​ສຽງ​ກ່າວ​ກັບ​ເພິ່ນ​ຈາກ​ທີ່ສະຖິດ​ເທິງ​ຝາ​ຫີບພັນທະສັນຍາ​ລະຫວ່າງ​ເຄຣຸບ​ທັງ​ສອງ. ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ເພິ່ນ​ຈາກ​ທີ່​ນັ້ນ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in