ລະບຽບພວກເລວີ 26
26
ລາງວັນສຳລັບການເຊື່ອຟັງ
1“ ‘ຢ່າສ້າງຮູບເຄົາລົບ ຫລື ສ້າງຮູບຈຳລອງ ຫລື ແກະສະຫລັກຫີນເພື່ອຂາບໄຫວ້ສຳລັບພວກເຈົ້າເອງ ແລະ ຢ່າວາງຫີນແກະສະຫລັກໃດໆໃນດິນແດນຂອງພວກເຈົ້າເພື່ອຂາບໄຫວ້. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
2“ ‘ຈົ່ງຖືຮັກສາວັນຊະບາໂຕຂອງເຮົາ ແລະ ເຄົາລົບບ່ອນນະມັດສະການຂອງເຮົາ. ເຮົາຄືພຣະເຈົ້າຢາເວ.
3“ ‘ຖ້າພວກເຈົ້າປະຕິບັດຕາມຂໍ້ຄຳສັ່ງຂອງເຮົາ ແລະ ເອົາໃຈໃສ່ເຊື່ອຟັງຄຳສັ່ງຂອງເຮົາ, 4ເຮົາຈະສົ່ງຝົນມາຕາມລະດູການ, ແລະ ແຜ່ນດິນຈະໃຫ້ຜົນລະປູກ ແລະ ຕົ້ນໄມ້ຈະເກີດໝາກຂອງມັນ. 5ຊ່ວງເວລາຟາດເຂົ້າຈະດຳເນີນໄປເຖິງລະດູເກັບໝາກອະງຸ່ນ ແລະ ລະດູເກັບໝາກອະງຸ່ນຈະດຳເນີນໄປຈົນເຖິງລະດູການປູກຝັງ ແລະ ພວກເຈົ້າຈະໄດ້ກິນອາຫານຕາມທີ່ຕ້ອງການ ແລະ ອາໄສຢູ່ໃນດິນແດນຂອງພວກເຈົ້າຢ່າງປອດໄພ.
6“ ‘ເຮົາຈະມອບຄວາມສະຫງົບສຸກໃນດິນແດນນັ້ນ ແລະ ພວກເຈົ້າຈະໄດ້ນອນພັກຜ່ອນສະບາຍ ແລະ ບໍ່ມີຜູ້ໃດເຮັດໃຫ້ພວກເຈົ້າຢ້ານກົວ. ເຮົາຈະຂັບໄລ່ສັດຮ້າຍອອກໄປຈາກດິນແດນນັ້ນ ແລະ ດາບຈະບໍ່ຜ່ານກາຍມາທີ່ບ້ານເມືອງຂອງພວກເຈົ້າ. 7ພວກເຈົ້າຈະຂັບໄລ່ສັດຕູຂອງພວກເຈົ້າ ແລະ ພວກເຂົາຈະລົ້ມຕາຍດ້ວຍຄົມດາບຕໍ່ໜ້າພວກເຈົ້າ. 8ພວກເຈົ້າຫ້າຄົນຈະຂັບໄລ່ສັດຕູເປັນຈຳນວນຮ້ອຍ ແລະ ພວກເຈົ້າຮ້ອຍຄົນຈະຂັບໄລ່ສັດຕູນັບໝື່ນ ແລະ ສັດຕູທັງຫລາຍຈະລົ້ມຕາຍດ້ວຍຄົມດາບຕໍ່ໜ້າພວກເຈົ້າ.
9“ ‘ເຮົາຈະເບິ່ງແຍງພວກເຈົ້າດ້ວຍຄວາມປານີ ແລະ ເຮັດໃຫ້ພວກເຈົ້າເກີດຜົນ ແລະ ມີຈຳນວນຄົນເພີ່ມຂຶ້ນ ແລະ ເຮົາຈະຮັກສາພັນທະສັນຍາຂອງເຮົາທີ່ໃຫ້ໄວ້ກັບພວກເຈົ້າ. 10ພວກເຈົ້າຍັງຈະໄດ້ກິນຜົນລະປູກຈາກການເກັບກ່ຽວໃນປີທີ່ຜ່ານມາໃນຂະນະທີ່ພວກເຈົ້າຈະຂະຫຍາຍເລົ້າສຳລັບຜົນປູກທີ່ເກັບກ່ຽວໃໝ່. 11ເຮົາຈະຕັ້ງບ່ອນສະຖິດຂອງເຮົາ#26:11 ຫລື ຫໍເຕັນເຄື່ອນທີ່ທ່າມກາງພວກເຈົ້າ ແລະ ເຮົາຈະບໍ່ກຽດຊັງພວກເຈົ້າ. 12ເຮົາຈະເດີນທ່າມກາງພວກເຈົ້າ ແລະ ເປັນພຣະເຈົ້າຂອງພວກເຈົ້າ ແລະ ພວກເຈົ້າຈະເປັນປະຊາຊົນຂອງເຮົາ. 13ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຜູ້ນຳພວກເຈົ້າທັງຫລາຍອອກມາຈາກປະເທດເອຢິບເພື່ອວ່າພວກເຈົ້າຈະບໍ່ຕ້ອງເປັນຂ້າທາດຂອງຊາວເອຢິບອີກຕໍ່ໄປ; ເຮົາໄດ້ທຳລາຍແອກຂອງພວກເຈົ້າ ແລະ ຊ່ວຍໃຫ້ພວກເຈົ້າເດີນໄປໄປຢ່າງສະຫງ່າຜ່າເຜີຍ.
ໂທດຂອງການບໍ່ເຊື່ອຟັງ
14“ ‘ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງເຮົາ, ບໍ່ປະຕິບັດຕາມບັນດາຄຳສັ່ງເຫລົ່ານີ້, 15ຖ້າພວກເຈົ້າປະຕິເສດຂໍ້ຄຳສັ່ງຂອງເຮົາ, ກຽດຊັງກົດບັນຍັດຂອງເຮົາ, ບໍ່ໄດ້ເຮັດຕາມຄຳສັ່ງຂອງເຮົາທີ່ ແລະ ທັງລະເມີດພັນທະສັນຍາຂອງເຮົາ, 16ແລ້ວເຮົາຈະເຮັດກັບພວກເຈົ້າຢ່າງນີ້ຄື: ເຮົາຈະນຳຄວາມຢ້ານກົວມາເຖິງພວກເຈົ້າທັນທີ, ພະຍາດຕ່າງໆທີ່ປິ່ນປົວຍາກ ແລະ ຄວາມເຈັບປ່ວຍທີ່ທຳລາຍສາຍຕາຂອງພວກເຈົ້າ ແລະ ເຮັດໃຫ້ເຫື່ອແຮງຂອງພວກເຈົ້າຊຸດໂຊມລົງ. ພວກເຈົ້າຈະປູກພືດໂດຍບໍ່ໄດ້ຮັບຜົນ, ເພາະສັດຕູຂອງພວກເຈົ້າຈະມາກິນເຄື່ອງປູກນັ້ນ. 17ເຮົາຈະຕັ້ງໜ້າເປັນປໍລະປັກກັບພວກເຈົ້າ ເພື່ອວ່າພວກເຈົ້າຈະຜ່າຍແພ້ຕໍ່ໜ້າສັດຕູຂອງພວກເຈົ້າ, ບັນດາຜູ້ທີ່ກຽດຊັງພວກເຈົ້າຈະປົກຄອງເໜືອພວກເຈົ້າ ແລະ ພວກເຈົ້າຈະແລ່ນໜີແມ່ນແຕ່ໃນຂະນະທີ່ບໍ່ມີຜູ້ໃດໄລ່ຕາມພວກເຈົ້າ.
18“ ‘ແລະຖ້າພວກເຈົ້າຍັງບໍ່ຍອມເຊື່ອຟັງເຮົາ, ເຮົາຈະລົງໂທດຕາມຄວາມບາບຂອງພວກເຈົ້າໜັກຂຶ້ນເຈັດເທົ່າ. 19ເຮົາຈະທຳລາຍຄວາມຈອງຫອງດື້ດ້ານຂອງພວກເຈົ້າ ແລະ ເຮັດໃຫ້ທ້ອງຟ້າເໜືອພວກເຈົ້າເປັນດັ່ງເຫລັກ ແລະ ແຜ່ນດິນເບື້ອງລຸ່ມຂອງພວກເຈົ້າເປັນດັ່ງທອງສຳລິດ. 20ເຫື່ອແຮງຂອງພວກເຈົ້າຈະເສຍໄປໂດຍບໍ່ມີປະໂຫຍດ, ເພາະແຜ່ນດິນຈະບໍ່ໃຫ້ຜົນລະປູກ, ຕົ້ນໄມ້ໃນຜືນດິນກໍຈະບໍ່ເກີດຜົນ.
21“ ‘ຖ້າພວກເຈົ້າຍັງສືບຕໍ່ເປັນສັດຕູຕໍ່ເຮົາ ແລະ ບໍ່ຍອມຟັງເຮົາ, ເຮົາຈະທະວີຄວາມທຸກຍາກຂຶ້ນອີກເຈັດເທົ່າ, ສົມກັບຄວາມບາບຂອງພວກເຈົ້າ. 22ເຮົາຈະສົ່ງບັນດາສັດຮ້າຍມາລົບກວນພວກເຈົ້າ ແລະ ພວກມັນຈະລັກເອົາລູກຫລານຂອງພວກເຈົ້າໄປ, ຈະທຳລາຍຝູງສັດຂອງພວກເຈົ້າ ແລະ ຈະເຮັດໃຫ້ຈຳນວນຄົນຂອງພວກເຈົ້າຫລຸດລົງຈົນບໍ່ມີຄົນທຽວທາງ.
23“ ‘ຖ້າເຮົາເຮັດກັບພວກເຈົ້າເຖິງຂະໜາດນີ້ແລ້ວພວກເຈົ້າຍັງບໍ່ຍອມຮັບການແກ້ໄຂຈາກເຮົາ ແຕ່ຍັງສືບຕໍ່ເປັນສັດຕູຕໍ່ເຮົາ, 24ເຮົາເອງຈະເປັນສັດຕູຕໍ່ພວກເຈົ້າ ແລະ ຈະໃຫ້ພວກເຈົ້າທຸກທໍລະມານເພາະບາບຂອງພວກເຈົ້າໜັກຍິ່ງຂຶ້ນອີກເຈັດເທົ່າ. 25ແລະ ເຮົາຈະນຳເອົາດາບມາຍັງພວກເຈົ້າເພື່ອແກ້ແຄ້ນທີ່ພັນສັນຍາຂອງເຮົາຖືກລະເມີດ. ເມື່ອໃດພວກເຈົ້າຖອຍໜີເຂົ້າໄປຍັງເມືອງຕ່າງໆຂອງພວກເຈົ້າ, ເຮົາຈະສົ່ງໂລກລະບາດຮ້າຍແຮງມາທ່າມກາງພວກເຈົ້າ ແລະ ພວກເຈົ້າຈະຕົກຢູ່ໃນກຳມືຂອງສັດຕູ. 26ເມື່ອເຮົາຕັດຂາດການສະໜອງເຂົ້າຈີ່ໃຫ້ແກ່ພວກເຈົ້າ, ເຖິງຂະໜາດຍິງສິບຄົນໃຊ້ເຕົາພຽງເຕົາດຽວອົບເຂົ້າຈີ່ໃຫ້ພວກເຈົ້າ ແລະ ຕ້ອງຊັ່ງເຂົ້າຈີ່ເພື່ອແບ່ງກັນກິນ. ພວກເຈົ້າຈະໄດ້ກິນ, ແຕ່ກໍບໍ່ອີ່ມ.
27“ ‘ຖ້າເຖິງຂະໜາດນີ້ແລ້ວພວກເຈົ້າຍັງບໍ່ຟັງເຮົາແຕ່ຍັງສືບຕໍ່ເປັນສັດຕູຕໍ່ເຮົາ, 28ເຮົາຈະເປັນສັດຕູກັບພວກເຈົ້າດ້ວຍຄວາມໂກດຮ້າຍ ແລະ ເຮົາເອງຈະລົງໂທດການບາບຂອງພວກເຈົ້າໜັກຍິ່ງຂຶ້ນເຈັດເທົ່າ. 29ພວກເຈົ້າຈະກິນຊີ້ນຂອງບັນດາລູກຊາຍ ແລະ ຊີ້ນຂອງບັນດາລູກສາວຂອງພວກເຈົ້າເອງ. 30ເຮົາຈະທຳລາຍບ່ອນທີ່ສູງຂອງພວກເຈົ້າ, ຈະຕັດແທ່ນເຜົາເຄື່ອງຫອມບູຊາຂອງພວກເຈົ້າ ແລະ ຖິ້ມຊາກສົບຂອງພວກເຈົ້າໄວ້ເທິງຮູບເຄົາລົບທີ່ບໍ່ມີຊີວິດຂອງພວກເຈົ້າ ແລະ ເຮົາຈະກຽດຊັງພວກເຈົ້າ. 31ເຮົາຈະເຮັດໃຫ້ນະຄອນຕ່າງໆຂອງພວກເຈົ້າຮົກຮ້າງ ແລະ ທຳລາຍສະຖານນະມັດສະການຂອງພວກເຈົ້າ ແລະ ເຮົາຈະບໍ່ຍິນດີໃນກິ່ນຫອມທີ່ໜ້າພໍໃຈຈາກເຄື່ອງຖວາຍບູຊາຂອງພວກເຈົ້າ. 32ເຮົາຈະເຮັດໃຫ້ແຜ່ນດິນຫວ່າງເປົ່າ, ເພື່ອວ່າສັດຕູຂອງພວກເຈົ້າທີ່ພັກອາໄສຢູ່ໃນທີ່ນັ້ນຕົກໃຈ. 33ເຮົາຈະເຮັດໃຫ້ພວກເຈົ້າກະຈັດກະຈາຍໄປທ່າມກາງຊົນຊາດຕ່າງໆ ແລະ ເຮົາຈະດຶງດາບອອກຈາກຝັກ ແລະ ຂັບໄລ່ພວກເຈົ້າ. ດິນແດນຂອງພວກເຈົ້າຈະຖືກຖິ້ມຮ້າງ ແລະ ເມືອງຕ່າງໆຈະຖືກທຳລາຍ. 34ແລ້ວດິນແດນຈະໄດ້ຊົມຊື່ນກັບປີຊະບາໂຕຂອງມັນຕະຫລອດໄລຍະທີ່ຖືກຖິ້ມຮ້າງ ແລະ ພວກເຈົ້າຕົກຢູ່ໃນດິນແດນຂອງພວກສັດຕູຂອງພວກເຈົ້າ; ແລ້ວດິນແດນຈະໄດ້ພັກຜ່ອນ ແລະ ຊົມຊື່ນກັບປີຊະບາໂຕຂອງມັນ. 35ຕະຫລອດໄລຍະທີ່ຖືກຖິ້ມຮ້າງຫວ່າງເປົ່ານັ້ນ, ດິນແດນຈະໄດ້ພັກຜ່ອນ ຊົດເຊີຍກັບປີທີ່ບໍ່ໄດ້ຢຸດພັກໃນຊ່ວງຊະບາໂຕຂະນະທີ່ພວກເຈົ້າອາໄສຢູ່ໃນດິນແດນນັ້ນ.
36“ ‘ສຳລັບພວກທີ່ເຫລືອຢູ່ນັ້ນ, ເຮົາຈະເຮັດໃຫ້ໃຈຂອງພວກເຂົາເກີດຄວາມຢ້ານກົວຢ່າງແຮງໃນດິນແດນຂອງສັດຕູເຖິງຂະໜາດສຽງໃບໄມ້ຖືກລົມພັດປິວກໍເຮັດໃຫ້ພວກເຂົາປົບໜີໄປ. ພວກເຂົາຈະແລ່ນເໝືອນປົບໜີຈາກຄົມດາບ ແລະ ພວກເຂົາຈະລົ້ມລົງແມ່ນແຕ່ບໍ່ມີຜູ້ໃດໄລ່ຕາມພວກເຂົາ. 37ພວກເຂົາຈະສະດຸດລົ້ມທັບກັນ ແລະ ກັນເໝືອນກັບປົບໜີຈາກຄົມດາບແມ່ນແຕ່ບໍ່ມີຜູ້ໃດໄລ່ຕາມພວກເຂົາ. ດັ່ງນັ້ນພວກເຈົ້າຈຶ່ງບໍ່ສາມາດຢືນຢູ່ໄດ້ຕໍ່ໜ້າບັນດາສັດຕູຂອງພວກເຂົາ. 38ພວກເຈົ້າຈະຈິບຫາຍໃນທ່າມກາງປະຊາຊາດທັງຫລາຍ ແລະ ດິນແດນສັດຕູຂອງພວກເຈົ້າຈະກືນກິນພວກເຈົ້າ. 39ຜູ້ທີ່ຍັງເຫລືອຢູ່ຈະເສື່ອມໂຊມໄປໃນດິນແດນຂອງສັດຕູຂອງພວກເຂົາເພາະບາບຂອງພວກເຂົາ ແລະ ເພາະບາບຂອງບັນພະບຸລຸດຂອງພວກຕົນແລ້ວພວກເຂົາຈະເສື່ອມໂຊມເໝືອນກັນ.
40“ ‘ແຕ່ຖ້າພວກເຂົາສາລະພາບບາບຂອງຕົນ ແລະ ບາບຂອງບັນພະບຸລຸດທີ່ພວກເຂົາບໍ່ສັດຊື່ ແລະ ການເປັນສັດຕູຂອງພວກເຂົາຕໍ່ເຮົາ, 41ທີ່ເຮັດໃຫ້ເຮົາເປັນສັດຕູຕໍ່ພວກເຂົາເຫດໃຫ້ເຮົາສົ່ງພວກເຂົາໄປຍັງດິນແດນຂອງບັນດາສັດຕູຂອງພວກເຂົາຈົນກວ່າໃຈທີ່ບໍ່ໄດ້ຮັບພິທີຕັດຂອງພວກເຂົານັ້ນຖ່ອມລົງ ແລະ ຊົດໃຊ້ບາບຂອງພວກຕົນ, 42ເຮົາຈະຈົດຈຳພັນທະສັນຍາຂອງເຮົາທີ່ໃຫ້ໄວ້ກັບຢາໂຄບ ອີຊາກ ແລະ ອັບຣາຮາມ ແລະ ຈະຈົດຈຳເຖິງດິນແດນນັ້ນ. 43ສ່ວນດິນແດນທີ່ຖືກຖິ້ມຮ້າງນັ້ນຈະຊົມຊື່ນກັບປີຊະບາໂຕຂະນະທີ່ຖືກປະຖີ້ມໂດຍບໍ່ມີພວກເຂົາ. ພວກເຂົາຈະຊົດໃຊ້ບາບຂອງຕົນທີ່ໄດ້ປະຖິ້ມກົດບັນຍັດຂອງເຮົາ ແລະ ກຽດຊັງບັນດາຂໍ້ຄຳສັ່ງຂອງເຮົາ. 44ແຕ່ເຖິງຢ່າງໃດກໍ່ຕາມ, ເມື່ອພວກເຂົາຢູ່ໃນດິນແດນຂອງສັດຕູ, ເຮົາຈະບໍ່ປະຕິເສດ ຫລື ກຽດຊັງພວກເຂົາເຖີງກັບທຳລາຍລ້າງພວກເຂົາໃຫ້ໝົດສິ້ນ, ຕັດຂາດພັນທະສັນຍາຂອງເຮົາກັບພວກເຂົາ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ 45ແຕ່ເພື່ອເຫັນແກ່ພວກເຂົາເຮົາຈະຈົດຈຳເຖິງຄຳໝັ້ນສັນຍາທີ່ໃຫ້ໄວ້ກັບບັນພະບຸລຸດຂອງພວກເຂົາທີ່ເຮົາໄດ້ພາພວກເຂົາອອກມາຈາກເອຢິບຕໍ່ໜ້າປະຊາຊາດທັງຫລາຍ ເພື່ອເປັນພຣະເຈົ້າຂອງພວກເຂົາ. ເຮົາຄືພຣະເຈົ້າຢາເວ’ ”.
46ທັງໝົດນີ້ຄືຂໍ້ຄໍາສັ່ງ, ກົດບັນຍັດ ແລະ ກົດລະບຽບ ເຊິ່ງພຣະເຈົ້າຢາເວໄດ້ຕັ້ງໄວ້ລະຫວ່າງພຣະອົງເອງກັບຊາວອິດສະຣາເອນຜ່ານທາງໂມເຊທີ່ພູເຂົາຊີນາຍ.
Currently Selected:
ລະບຽບພວກເລວີ 26: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.