1
ລະບຽບພວກເລວີ 26:12
ພຣະຄຳພີລາວສະບັບສະໄໝໃໝ່
LCV
ເຮົາຈະເດີນທ່າມກາງພວກເຈົ້າ ແລະ ເປັນພຣະເຈົ້າຂອງພວກເຈົ້າ ແລະ ພວກເຈົ້າຈະເປັນປະຊາຊົນຂອງເຮົາ.
Compare
Explore ລະບຽບພວກເລວີ 26:12
2
ລະບຽບພວກເລວີ 26:4
ເຮົາຈະສົ່ງຝົນມາຕາມລະດູການ, ແລະ ແຜ່ນດິນຈະໃຫ້ຜົນລະປູກ ແລະ ຕົ້ນໄມ້ຈະເກີດໝາກຂອງມັນ.
Explore ລະບຽບພວກເລວີ 26:4
3
ລະບຽບພວກເລວີ 26:3
“ ‘ຖ້າພວກເຈົ້າປະຕິບັດຕາມຂໍ້ຄຳສັ່ງຂອງເຮົາ ແລະ ເອົາໃຈໃສ່ເຊື່ອຟັງຄຳສັ່ງຂອງເຮົາ
Explore ລະບຽບພວກເລວີ 26:3
4
ລະບຽບພວກເລວີ 26:6
“ ‘ເຮົາຈະມອບຄວາມສະຫງົບສຸກໃນດິນແດນນັ້ນ ແລະ ພວກເຈົ້າຈະໄດ້ນອນພັກຜ່ອນສະບາຍ ແລະ ບໍ່ມີຜູ້ໃດເຮັດໃຫ້ພວກເຈົ້າຢ້ານກົວ. ເຮົາຈະຂັບໄລ່ສັດຮ້າຍອອກໄປຈາກດິນແດນນັ້ນ ແລະ ດາບຈະບໍ່ຜ່ານກາຍມາທີ່ບ້ານເມືອງຂອງພວກເຈົ້າ.
Explore ລະບຽບພວກເລວີ 26:6
5
ລະບຽບພວກເລວີ 26:9
“ ‘ເຮົາຈະເບິ່ງແຍງພວກເຈົ້າດ້ວຍຄວາມປານີ ແລະ ເຮັດໃຫ້ພວກເຈົ້າເກີດຜົນ ແລະ ມີຈຳນວນຄົນເພີ່ມຂຶ້ນ ແລະ ເຮົາຈະຮັກສາພັນທະສັນຍາຂອງເຮົາທີ່ໃຫ້ໄວ້ກັບພວກເຈົ້າ.
Explore ລະບຽບພວກເລວີ 26:9
6
ລະບຽບພວກເລວີ 26:13
ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຜູ້ນຳພວກເຈົ້າທັງຫລາຍອອກມາຈາກປະເທດເອຢິບເພື່ອວ່າພວກເຈົ້າຈະບໍ່ຕ້ອງເປັນຂ້າທາດຂອງຊາວເອຢິບອີກຕໍ່ໄປ; ເຮົາໄດ້ທຳລາຍແອກຂອງພວກເຈົ້າ ແລະ ຊ່ວຍໃຫ້ພວກເຈົ້າເດີນໄປໄປຢ່າງສະຫງ່າຜ່າເຜີຍ.
Explore ລະບຽບພວກເລວີ 26:13
7
ລະບຽບພວກເລວີ 26:11
ເຮົາຈະຕັ້ງບ່ອນສະຖິດຂອງເຮົາທ່າມກາງພວກເຈົ້າ ແລະ ເຮົາຈະບໍ່ກຽດຊັງພວກເຈົ້າ.
Explore ລະບຽບພວກເລວີ 26:11
8
ລະບຽບພວກເລວີ 26:1
“ ‘ຢ່າສ້າງຮູບເຄົາລົບ ຫລື ສ້າງຮູບຈຳລອງ ຫລື ແກະສະຫລັກຫີນເພື່ອຂາບໄຫວ້ສຳລັບພວກເຈົ້າເອງ ແລະ ຢ່າວາງຫີນແກະສະຫລັກໃດໆໃນດິນແດນຂອງພວກເຈົ້າເພື່ອຂາບໄຫວ້. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
Explore ລະບຽບພວກເລວີ 26:1
9
ລະບຽບພວກເລວີ 26:10
ພວກເຈົ້າຍັງຈະໄດ້ກິນຜົນລະປູກຈາກການເກັບກ່ຽວໃນປີທີ່ຜ່ານມາໃນຂະນະທີ່ພວກເຈົ້າຈະຂະຫຍາຍເລົ້າສຳລັບຜົນປູກທີ່ເກັບກ່ຽວໃໝ່.
Explore ລະບຽບພວກເລວີ 26:10
10
ລະບຽບພວກເລວີ 26:8
ພວກເຈົ້າຫ້າຄົນຈະຂັບໄລ່ສັດຕູເປັນຈຳນວນຮ້ອຍ ແລະ ພວກເຈົ້າຮ້ອຍຄົນຈະຂັບໄລ່ສັດຕູນັບໝື່ນ ແລະ ສັດຕູທັງຫລາຍຈະລົ້ມຕາຍດ້ວຍຄົມດາບຕໍ່ໜ້າພວກເຈົ້າ.
Explore ລະບຽບພວກເລວີ 26:8
11
ລະບຽບພວກເລວີ 26:5
ຊ່ວງເວລາຟາດເຂົ້າຈະດຳເນີນໄປເຖິງລະດູເກັບໝາກອະງຸ່ນ ແລະ ລະດູເກັບໝາກອະງຸ່ນຈະດຳເນີນໄປຈົນເຖິງລະດູການປູກຝັງ ແລະ ພວກເຈົ້າຈະໄດ້ກິນອາຫານຕາມທີ່ຕ້ອງການ ແລະ ອາໄສຢູ່ໃນດິນແດນຂອງພວກເຈົ້າຢ່າງປອດໄພ.
Explore ລະບຽບພວກເລວີ 26:5
12
ລະບຽບພວກເລວີ 26:7
ພວກເຈົ້າຈະຂັບໄລ່ສັດຕູຂອງພວກເຈົ້າ ແລະ ພວກເຂົາຈະລົ້ມຕາຍດ້ວຍຄົມດາບຕໍ່ໜ້າພວກເຈົ້າ.
Explore ລະບຽບພວກເລວີ 26:7
13
ລະບຽບພວກເລວີ 26:2
“ ‘ຈົ່ງຖືຮັກສາວັນຊະບາໂຕຂອງເຮົາ ແລະ ເຄົາລົບບ່ອນນະມັດສະການຂອງເຮົາ. ເຮົາຄືພຣະເຈົ້າຢາເວ.
Explore ລະບຽບພວກເລວີ 26:2