ລະບຽບພວກເລວີ 25
25
ປີຊະບາໂຕ
1ພຣະເຈົ້າຢາເວກ່າວແກ່ໂມເຊເທິງພູເຂົາຊີນາຍວ່າ, 2“ຈົ່ງແຈ້ງຊາວອິດສະຣາເອນ ແລະ ບອກພວກເຂົາວ່າ: ເມື່ອພວກເຈົ້າທັງຫລາຍເຂົ້າສູ່ດິນແດນທີ່ເຮົາກຳລັງຈະຍົກໃຫ້ພວກເຈົ້ານັ້ນ, ດິນແດນນັ້ນຈະຕ້ອງຖືຮັກສາປີຊະບາໂຕແກ່ພຣະເຈົ້າຢາເວ. 3ພາຍໃນຫົກປີເຈົ້າອາດຈະທຳການຫວ່ານ ຕັດຕອນແໜງອະງຸ່ນ ຫລື ເກັບກ່ຽວຜົນລະປູກ. 4ແຕ່ປີທີເຈັດເປັນປີແຫ່ງຊະບາໂຕພັກຜ່ອນສຳລັບທີ່ດິນ, ຖວາຍແກ່ພຣະເຈົ້າຢາເວ. ຢ່າຫວ່ານເຄື່ອງປູກໃສ່ທົ່ງນາ ຫລື ຕັດຕອນກິ່ງແໜງໃນສວນໝາກອະງຸ່ນຂອງພວກເຈົ້າ. 5ຢ່າເກັບກ່ຽວຜົນລະປູກໃດໆທີ່ເກີດຂຶ້ນມາເອງ ຫລື ຢ່າເກັບພົ້ວໝາກອະງຸ່ນທີ່ປົ່ງຂຶ້ນເອງຕາມກິ່ງແໜງທີ່ພວກເຈົ້າບໍ່ໄດ້ຕັດຕອນ. ຈົ່ງໃຫ້ເປັນປີແຫ່ງການຢຸດພັກສຳລັບທີ່ດິນ 6ຜົນລະປູກໃດໆທີ່ເກີດຂຶ້ນໃນປີຊະບາໂຕນັ້ນຈະເປັນອາຫານສຳລັບພວກເຈົ້າທຸກຄົນ, ເພື່ອໂຕເຈົ້າເອງ, ຂ້າທາດຊາຍຍິງ, ລູກຈ້າງ ຫລື ຄົນມາພັກອາໄສຊົ່ວຄາວທ່າມກາງພວກເຈົ້າ, 7ລວມທັງຝູງສັດ ແລະ ສັດປ່າໃນທີ່ດິນຂອງພວກເຈົ້າດ້ວຍ. ສາມາດກິນຜົນລະປູກທີ່ເກີດຂຶ້ນນັ້ນໄດ້.
ປີທີຫ້າສິບ
(ອພຍ 21:2-11; ພບຍ 15:1-18)
8“ ‘ທຸກໆຫ້າສິບປີໃດ, ຫລັງຈາກປີຊະບາໂຕຜ່ານໄປເຈັດຄັ້ງ, ນັ້ນຄືເປັນເວລາ 49 ປີ. 9ຈາກນັ້ນໃຫ້ເປົ່າແກດັງທົ່ວທັງດິນແດນໃນວັນທີສິບຂອງເດືອນທີເຈັດ; ໃນວັນລຶບລ້າງບາບສຽງແກຈະດັງທົ່ວແຜ່ນດິນຂອງພວກເຈົ້າ. 10ຈົ່ງຖືຮັກສາປີທີຫ້າສິບ ແລະ ປະກາດອິດສະຫລະພາບທົ່ວດິນແດນແກ່ພົນລະເມືອງທຸກຄົນ. ປີທີຫ້າສິບນີ້ເປັນປີແຫ່ງການສະເຫລີມສະຫລອງສຳລັບພວກເຈົ້າ, ແຕ່ລະຄົນຈົ່ງກັບຄືນສູ່ດິນແດນທີ່ເປັນກຳມະສິດຂອງຄອບຄົວ ແລະ ກັບຄືນສູ່ເຜົ່າພັນຂອງຕົນ. 11ປີທີຫ້າສິບຈະເປັນປີແຫ່ງການສະເຫລີມສະຫລອງສຳລັບພວກເຈົ້າ; ຢ່າຫວ່ານ ແລະ ຢ່າເກັບກ່ຽວພືດຜົນທີ່ເກີດຂຶ້ນມາເອງ ຫລື ຢ່າເກັບໝາກອະງຸ່ນທີ່ບໍ່ໄດ້ຕັດຕອນ. 12ເພາະເປັນປີແຫ່ງການສະເຫລີມສະຫລອງ ແລະ ເປັນປີບໍລິສຸດສຳລັບພວກເຈົ້າ, ຈົ່ງກິນແຕ່ຜົນລະປູກທີ່ເກີດຂຶ້ນເອງຕາມທຳມະຊາດ.
13“ ‘ໃນປີທີຫ້າສິບແຫ່ງການສະເຫລີມສະຫລອງທຸກຄົນຈົ່ງສົ່ງຄືນຊັບສິນທີ່ຊື້ມານັ້ນໃຫ້ແກ່ເຈົ້າຂອງເດີມ.
14“ ‘ຖ້າພວກເຈົ້າຊື້ ຫລື ຂາຍທີ່ດິນໃຫ້ກັບພີ່ນ້ອງຮ່ວມຊາດຂອງຕົນ, ຢ່າເອົາປຽບກັນ. 15ເຈົ້າຈົ່ງຊື້ທີ່ດິນຈາກພີ່ນ້ອງຮ່ວມຊາດໂດຍຄິດໄລ່ລາຄາຕາມຈຳນວນປີນັບຈາກປີທີຫ້າສິບມາ. ແລະ ພວກເຈົ້າຂາຍກໍ່ໃຫ້ເອົາຕາມລາຄາຜົນຜະຫລິດຂອງຈຳນວນປີທີ່ເຫລືອ. 16ຖ້າຍັງເຫລືອອີກຫລາຍປີ, ພວກເຈົ້າຈົ່ງເພີ່ມລາຄາຂຶ້ນ ແລະ ຖ້າຍັງເຫລືອບໍ່ຫລາຍປີ, ພວກເຈົ້າຈົ່ງຫລຸດລາຄາລົງ, ເພາະທີ່ຈິງແລ້ວສິ່ງທີ່ຂາຍໃຫ້ເຈົ້າຄືຈຳນວນຜົນລະປູກທີ່ຈະໄດ້ຮັບ. 17ຢ່າເອົາປຽບກັນ, ຈົ່ງຢຳເກງພຣະເຈົ້າຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
18“ ‘ຈົ່ງເຮັດຕາມຂໍ້ຄຳສັ່ງຂອງເຮົາ ແລະ ຈົ່ງເອົາໃຈໃສ່ເຊື່ອຟັງກົດບັນຍັດຂອງເຮົາ ແລະ ພວກເຈົ້າຈະດຳເນີນຊີວິດຢູ່ຢ່າງປອດໄພໃນດິນແດນນັ້ນ. 19ແລ້ວແຜ່ນດິນຈະໃຫ້ຜົນລະປູກແກ່ພວກເຈົ້າ ແລະ ພວກເຈົ້າຈະອີ່ມໜຳສຳລານ ແລະ ຢູ່ຢ່າງປອດໄພໃນທີ່ນັ້ນ. 20ພວກເຈົ້າອາດຖາມວ່າ, “ພວກເຮົາຈະກິນສິ່ງໃດໃນປີທີເຈັດຖ້າພວກເຮົາບໍ່ໄດ້ປູກ ແລະ ເກັບກ່ຽວຜົນລະປູກຂອງພວກເຮົາ?” 21ເຮົາຈະອວຍພອນພວກເຈົ້າໃນປີທີຫົກທີ່ດິນຈະໃຫ້ຜົນລະປູກຫລວງຫລາຍພຽງພໍສຳລັບສາມປີ. 22ຂະນະທີ່ພວກເຈົ້າທຳການປູກຝັງໃນຊ່ວງປີທີແປດ, ພວກເຈົ້າຍັງຈະກິນຜົນລະປູກເກົ່າໄປຈົນກະທັ້ງເຖິງລະດູເກັບກ່ຽວຂອງປີທີເກົ້າ.
23“ ‘ທີ່ດິນຈະຂາຍຖາວອນບໍ່ໄດ້ເພາະທີ່ດິນເປັນຂອງເຮົາ ແລະ ພວກເຈົ້າເປັນຜູ້ອາໄສຢູ່ດັ່ງເປັນຄົນຕ່າງດ້າວ ແລະ ຄົນແປກໜ້າ. 24ດິນແດນທົ່ວທຸກບ່ອນທີ່ພວກເຈົ້າຖືກຳມະສິດນັ້ນ, ພວກເຈົ້າຕ້ອງໄດ້ໄຖ່ຄືນທີ່ດິນນັ້ນ.
25“ ‘ຖ້າພີ່ນ້ອງຮ່ວມຊາດຂອງພວກເຈົ້າທຸກຍາກ ແລະ ຂາຍທີ່ດິນບາງສ່ວນໄປ, ພີ່ນ້ອງໃກ້ຊິດທີ່ສຸດຂອງຄົນນັ້ນອາດຈະມາໄຖ່ຄືນໄດ້. 26ເຖິງຢ່າງໃດກໍຕາມ, ຖ້າບໍ່ມີຄົນໃດມາໄຖ່ຄືນໃຫ້ພວກເຂົາໄດ້ແຕ່ຕໍ່ມາຫາກວ່າຄົນນັ້ນຮັ່ງມີຂຶ້ນ ແລະ ມີເງິນພໍກໍ່ສາມາດໄຖ່ຄືນທີ່ດິນນັ້ນໄດ້, 27ພວກເຂົາມີການກຳນົດມູນຄ່າຕາມຈຳນວນປີຕັ້ງແຕ່ໄດ້ຂາຍທີ່ດິນນັ້ນໄປ ແລະ ສົ່ງເງິນຄືນໃຫ້ຄົນຜູ້ເຂົາຂາຍໃຫ້; ພວກເຂົາສາມາດກັບຄືນໄປຍັງຊັບສິນເດີມຂອງຕົນໄດ້. 28ແຕ່ຖ້າເຈົ້າຂອງເດີມບໍ່ສາມາດໄຖ່ຄືນໄດ້, ສິ່ງທີ່ໄດ້ຂາຍໄປແລ້ວນັ້ນກໍຈະຕົກເປັນຂອງຜູ້ທີ່ຊື້ຈົນເຖິງປີທີຫ້າສິບ ແລະ ພວກເຂົາຈຶ່ງສາມາດກັບຄືນໄປຍັງຊັບສິນເດີມຂອງຕົນໄດ້.
29“ ‘ຜູ້ໃດຂາຍເຮືອນໃນເຂດກຳແພງເມືອງຍັງມີສິດໄຖ່ຄືນໄດ້ໃນຊ່ວງຄົບໜຶ່ງປີຫລັງຈາກທີ່ໄດ້ຂາຍໄປແລ້ວ. 30ຖ້າເຮືອນນັ້ນບໍ່ໄດ້ໄຖ່ຄືນກ່ອນຄົບໜຶ່ງປີ, ເຮືອນທີ່ຢູ່ໃນກຳແພງເມືອງຫລັງນັ້ນຈະຕົກເປັນກຳມະສິດຂອງຜູ້ຊື້ ແລະ ລູກຫລານຂອງລາວຢ່າງຖາວອນ. ເຮືອນນັ້ນກໍບໍ່ຕ້ອງຄືນໃຫ້ເຈົ້າຂອງເດີມໃນປີທີຫ້າສິບ. 31ແຕ່ເຮືອນທີ່ຢູ່ໃນໝູ່ບ້ານຕ່າງໆທີ່ບໍ່ມີກຳແພງລ້ອມຮອບນັ້ນຈະເປັນເໝືອນທີ່ດິນເປົ່າຫວ່າງ. ພວກເຂົາສາມາດໄຖ່ຄືນໄດ້ ແລະ ຈະຕ້ອງຄືນໃຫ້ເຈົ້າຂອງເດີມໃນປີທີຫ້າສິບ.
32“ ‘ຄົນເລວີມີສິດທີ່ຈະໄຖ່ຄືນບ້ານເຮືອນຂອງພວກເຂົາໃນເມືອງຂອງຄົນເລວີ, ທີ່ພວກເຂົາເປັນເຈົ້າຂອງໄດ້ສະເໝີ. 33ດັ່ງນັ້ນ ຊັບສິນຂອງຄົນເລວີສາມາດໄຖ່ຄືນໄດ້, ບໍ່ວ່າເຮືອນຫລັງໃດທີ່ຂາຍໃນເມືອງໃດກໍຕາມທີ່ພວກເຂົາຖືກຳມະສິດນັ້ນ ແລະ ຈະຕ້ອງຄືນໃຫ້ແກ່ເຈົ້າຂອງເດີມໃນປີທີຫ້າສິບ, ເພາະເຮືອນໃນເມືອງຕ່າງໆທີ່ຄົນເລວີເປັນກຳມະສິດກໍ່ເປັນຂອງພວກເຂົາທ່າມກາງຄົນອິດສະຣາເອນ. 34ແຕ່ຫ້າມຂາຍທີ່ດິນທີ່ເປັນທົ່ງຫຍ້າລ້ຽງສັດຂອງເມືອງນັ້ນ, ມັນເປັນກຳມະສິດຖາວອນຂອງພວກເຂົາ.
35“ ‘ຖ້າພີ່ນ້ອງຮ່ວມຊາດຊາວອິດສະຣາເອນຂອງພວກເຈົ້າກາຍເປັນຄົນທຸກຈົນ ແລະ ບໍ່ສາມາດຫາລ້ຽງຊີບໄດ້ໃນທ່າມກາງພວກເຈົ້າ, ຈົ່ງຊ່ວຍເຫລືອພວກເຂົາເໝືອນດັ່ງຊ່ວຍເຫລືອແກ່ຄົນຕ່າງດ້າວ ຫລື ຜູ້ທີ່ອາໄສຢູ່ກັບພວກເຈົ້າຊົ່ວຄາວ ເພື່ອພວກເຂົາຈະສາມາດຢູ່ທ່າມກາງພວກເຈົ້າຕໍ່ໄປໄດ້. 36ຢ່າຄິດດອກເບ້ຍ ຫລື ຜົນປະໂຫຍດໃດໆ#25:36 ຫລື ຄິດເອົາດອກເບ້ຍສູງເກີນໄປ ເໝືອນກັບຂໍ້ 37ຈາກພວກເຂົາ, ແຕ່ຈົ່ງຢຳເກງພຣະເຈົ້າ, ເພື່ອວ່າພວກເຂົາຈະສາມາດສືບຕໍ່ດຳລົງຊີວິດຢູ່ທ່າມກາງພວກເຈົ້າໄດ້. 37ພວກເຈົ້າບໍ່ຕ້ອງຄິດໄລ່ເອົາດອກເບ້ຍຈາກເງິນທີ່ໃຫ້ພວກເຂົາຢືມ ຫລື ຄິດໄລ່ເອົາກຳໄລຈາກການຂາຍອາຫານໃຫ້ແກ່ພວກເຂົາ. 38ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຜູ້ນຳພວກເຈົ້າອອກມາຈາກປະເທດເອຢິບເພື່ອຍົກດິນແດນການາອານໃຫ້ແກ່ພວກເຈົ້າ ແລະ ເປັນພຣະເຈົ້າຂອງພວກເຈົ້າ.
39“ ‘ຖ້າພີ່ນ້ອງຮ່ວມຊາດຊາວອິດສະຣາເອນຂອງພວກເຈົ້າຍາກຈົນ ແລະ ຂາຍພວກເຂົາເອງໃຫ້ພວກເຈົ້າ, ຢ່າໃຫ້ພວກເຂົາເຮັດວຽກເໝືອນເປັນຂ້າທາດ. 40ແຕ່ຈົ່ງປະຕິບັດຕໍ່ພວກເຂົາເໝືອນດັ່ງລູກຈ້າງຂອງພວກເຈົ້າ ຫລື ເໝືອນດັ່ງຜູ້ທີ່ມາອາໄສຊົ່ວຄາວທ່າມກາງພວກເຈົ້າ; ພວກເຂົາຈະເຮັດວຽກໃຫ້ພວກເຈົ້າຈົນເຖິງປີທີຫ້າສິບ. 41ຫລັງຈາກນັ້ນພວກເຂົາ ແລະ ລູກຫລານຂອງພວກເຂົາຈະຕ້ອງໄດ້ຮັບການປົດປ່ອຍ ແລະ ພວກເຂົາຈະກັບໄປສູ່ຕະກຸນເດີມ ແລະ ຊັບສົມບັດທີ່ເປັນຂອງບັນພະບຸລຸດພວກເຂົາ. 42ເພາະຊາວອິດສະຣາເອນເປັນຜູ້ຮັບໃຊ້ຂອງເຮົາ, ຜູ້ທີ່ເຮົາໄດ້ນຳເອົາອອກມາຈາກປະເທດເອຢິບ, ພວກເຂົາຕ້ອງບໍ່ຖືກຂາຍໃຫ້ເປັນຂ້າທາດ. 43ຢ່າປົກຄອງເຂົາຢ່າງໂຫດຮ້າຍທາລຸນ, ແຕ່ຈົ່ງຢຳເກງພຣະເຈົ້າຂອງພວກເຈົ້າ.
44“ ‘ຂ້າທາດຊາຍຍິງຂອງພວກເຈົ້າມາຈາກຊົນຊາດຕ່າງໆທີ່ຢູ່ອ້ອມຂ້າງພວກເຈົ້າ; ພວກເຈົ້າອາດຊື້ພວກເຂົາເປັນຂ້າທາດກໍໄດ້. 45ພວກເຈົ້າອາດຊື້ເອົາບາງຄົນທີ່ມາອາໄສຢູ່ຊົ່ວຄາວທ່າມກາງພວກເຈົ້າ ແລະ ສະມາຊິກໃນຕະກຸນຂອງພວກເຂົາທີ່ເກີດໃນດິນແດນຂອງພວກເຈົ້າ ແລະ ພວກເຂົາຈະເປັນຊັບສົມບັດຂອງພວກເຈົ້າ. 46ພວກເຈົ້າສາມາດສ້າງພິໄນກຳເພື່ອສືບທອດໄປເຖິງລູກຫລານ ຫລື ໃຫ້ພວກເຂົາເປັນຂ້າທາດຊົ່ວຊີວິດກໍໄດ້, ແຕ່ຫ້າມພວກເຈົ້າປົກຄອງພີ່ນ້ອງຮ່ວມຊາດອິດສະຣາເອນຢ່າງໂຫດຮ້າຍທາລຸນເປັນເດັດຂາດ.
47“ ‘ຖ້າຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າກາຍເປັນຄົນຮັ່ງມີຂຶ້ນ ແລະ ມີພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າກາຍເປັນຄົນຍາກຈົນ ແລ້ວຂາຍຕົນເອງເປັນຂ້າທາດຂອງຄົນຕ່າງດ້າວ ຫລື ສະມາຊິກຂອງຕະກຸນຄົນຕ່າງດ້າວນັ້ນ, 48ພວກເຂົາຍັງມີສິດໄຖ່ຄືນຫລັງຈາກໄດ້ຂາຍຕົນເອງເປັນຂ້າທາດແລ້ວ. ຍາດພີ່ນ້ອງຂອງພວກເຂົາອາດໄຖ່ເອົາພວກເຂົາຄືນມາໄດ້: 49ຈະເປັນລຸງ ຫລື ລູກອ້າຍລູກນ້ອງ ຫລື ຜູ້ໃດກໍໄດ້ທີ່ເປັນຍາດພີ່ນ້ອງຕາມສາຍເລືອດໃນຕະກຸນນັ້ນສາມາດໄຖ່ເອົາພວກເຂົາຄືນໄດ້. ຫລື ຖ້າພວກເຂົາຮັ່ງມີຂຶ້ນມາແລ້ວ ພວກເຂົາສາມາດໄຖ່ຕົນເອງຄືນໄດ້. 50ພວກເຂົາເອງ ແລະ ຜູ້ທີ່ຊື້ພວກເຂົາໄປຈະຕ້ອງນັບເວລາຈາກປີທີ່ຂາຍຕົນເອງເປັນຂ້າທາດຈົນເຖິງປີທີຫ້າສິບ. ລາຄາທີ່ຈະໄຖ່ພວກເຂົາຈະຕ້ອງອີງຕາມພື້ນຖານຂອງອັດຕາຄ່າຈ້າງຄົນງານຕາມຈຳນວນຂອງປີເຫລົ່ານັ້ນ. 51ຖ້າຍັງຫລາຍປີກວ່າຈະເຖິງປີທີຫ້າສິບ, ພວກເຂົາຈະຕ້ອງຈ່າຍຄືນເປັນຈຳນວນທີ່ສູງກວ່າຄ່າໂຕຂອງພວກເຂົາເມື່ອເລີ່ມເປັນຂ້າທາດ. 52ຖ້າຍັງບໍ່ຫລາຍປີຈະຮອດປີທີຫ້າສິບ, ພວກເຂົາຈະຕ້ອງຈ່າຍຄ່າໄຖ່ຕາມຈຳນວນປີທີ່ເຫລືອນັ້ນ. 53ພວກເຈົ້າຈະຕ້ອງປະຕິບັດຕໍ່ພວກເຂົາຄືລູກຈ້າງລາຍປີ, ພວກເຈົ້າຕ້ອງບໍ່ປົກຄອງພວກເຂົາຢ່າງໂຫດຮ້າຍທາລຸນ.
54“ ‘ຖ້າຜູ້ໃດຫາກຍັງບໍ່ໄດ້ຮັບການໄຖ່ໂດຍວິທີເຫລົ່ານີ້, ພວກເຂົາ ແລະ ລູກຫລານຂອງພວກເຂົາຈະໄດ້ຮັບການປົດປ່ອຍໃຫ້ເປັນອິດສະຫລະເມື່ອເຖິງປີທີຫ້າສິບ. 55ເພາະປະຊາຊົນອິດສະຣາເອນເປັນຜູ້ຮັບໃຊ້ຂອງເຮົາ. ພວກເຂົາເປັນຜູ້ຮັບໃຊ້ທີ່ເຮົານຳອອກມາຈາກປະເທດເອຢິບ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
Currently Selected:
ລະບຽບພວກເລວີ 25: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.