YouVersion Logo
Search Icon

ລະບຽບພວກເລວີ 27

27
ການໄຖ່​ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ​ຢາເວ
1ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 2“ຈົ່ງ​ແຈ້ງ​ຊາວ​ອິດສະຣາເອນ ແລະ ບອກ​ພວກເຂົາ​ວ່າ: ຖ້າ​ຄົນໃດ​ປະຕິຍານ​ພິເສດ​ວ່າ​ຈະ​ອຸທິດ​ຕົນ​ແກ່​ພຣະເຈົ້າ​ຢາເວ​ໂດຍ​ການ​ຖວາຍ​ສິ່ງ​ມີ​ຄ່າ​ແທນ​ຄື: 3ຜູ້ຊາຍ​ອາຍຸ​ຊາວ​ປີ​ເຖິງ​ຫົກສິບ​ປີ, ໃຫ້​ຕັ້ງ​ມູນຄ່າ​ເປັນ​ເງິນ​ໜັກ 50 ເຊເຂວ​ຕາມ​ເຊເຂວ​ຂອງ​ສະຖານ​ນະມັດສະການ;#27:3 1 ເຊເຂວ​ຄື​ເງິນ​ໜັກ​ປະມານ 11,5 ກຣາມ ມີ​ຄ່າ​ເທົ່າ​ກັບ​ຄ່າແຮງ​ສອງ​ເດືອນ ເຊັ່ນ​ດຽວ​ກັບ​ຂໍ້ 4, 5, 6, 7 ແລະ 16 4ຖ້າຫາກ​ເປັນ​ແມ່ຍິງ, ໃຫ້​ຕັ້ງ​ມູນຄ່າ​ເປັນ​ເງິນ​ໜັກ 30 ເຊເຂວ; 5ຜູ້​ທີ່​ອາຍຸ​ຫ້າ​ເຖິງ​ຊາວ​ປີ, ຖ້າ​ເປັນ​ຜູ້ຊາຍ​ໃຫ້​ຕັ້ງ​ມູນຄ່າ​ເປັນ​ເງິນ​ໜັກ 20 ເຊເຂວ ແລະ ເປັນ​ແມ່ຍິງ​ໃຫ້​ຕັ້ງ​ມູນຄ່າ​ເປັນ​ເງິນ​ໜັກ 10 ເຊເຂວ, 6ຜູ້​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ເຖິງ​ຫ້າ​ປີ, ຖ້າ​ເປັນ​ຜູ້ຊາຍ​ໃຫ້​ຕັ້ງ​ມູນຄ່າ​ເປັນ​ເງິນ​ໜັກ 5 ເຊເຂວ ແລະ ຖ້າ​ເປັນ​ແມ່ຍິງ​ໃຫ້​ຕັ້ງ​ມູນຄ່າ​ເປັນ​ເງິນ​ໜັກ 3 ເຊເຂວ; 7ສຳຫລັບ​ຜູ້​ທີ່​ອາຍຸ​ຫົກສິບ​ປີ ຫລື ຫລາຍ​ກວ່າ​ນັ້ນ, ເປັນ​ຜູ້ຊາຍ​ໃຫ້​ຕັ້ງ​ມຸນຄ່າ​ເປັນ​ເງິນ​ໜັກ 15 ເຊເຂວ, ເປັນ​ແມ່ຍິງ​ໃຫ້​ຕັ້ງ​ມູນຄ່າ​ເປັນ​ເງິນ​ໜັກ 10 ເຊເຂວ. 8ຖ້າ​ຜູ້​ທີ່​ຖວາຍ​ຄຳປະຕິຍານ​ນັ້ນ​ທຸກຍາກ​ເກີນ​ກວ່າ​ທີ່​ຈະ​ຖວາຍ​ເງິນ​ຕາມ​ທີ່​ລະບຸ​ໄວ້​ໄດ້, ໃຫ້​ພາ​ບຸກຄົນ​ນັ້ນ​ມາພົບ​ປະໂລຫິດ, ຜູ້​ທີ່​ຈະ​ກຳນົດ​ມູນຄ່າ​ການ​ຖວາຍ​ຂອງ​ຜູ້​ນັ້ນ​ຕາມ​ຄວາມ​ສາມາດ​ທີ່​ຈະ​ປະກອບສ່ວນ​ໄດ້.
9“ ‘ຖ້າ​ສິ່ງ​ທີ່​ພວກເຂົາ​ໄດ້​ປະຕິຍານ​ວ່າ​ຈະ​ຖວາຍ​ນັ້ນ​ເປັນ​ສັດ​ທີ່​ຍອມຮັບ​ເປັນ​ເຄື່ອງຖວາຍບູຊາ​ແກ່​ພຣະເຈົ້າ​ຢາເວ​ໄດ້, ສັດ​ໂຕ​ທີ່​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ກໍ​ຖືວ່າ​ບໍລິສຸດ. 10ພວກເຂົາ​ຈະ​ປ່ຽນ ຫລື ເອົາ​ສັດ​ໂຕ​ອື່ນ​ມາ​ແທນ​ບໍ່​ໄດ້​ເອົາ​ສັດ​ດີ​ມາ​ແທນ​ສັດ​ບໍ່​ດີ ຫລື ເອົາ​ສັດ​ບໍ່​ດີ​ມາ​ແທນ​ສັດ​ດີ​ກໍ​ບໍ່​ໄດ້, ຖ້າ​ເຂົາ​ຈະ​ເອົາ​ສັດ​ໂຕ​ໜຶ່ງ​ມາ​ແທນ​ສັດ​ໂຕ​ອື່ນ​ອີກ​ນັ້ນ, ທັງ​ສັດ​ໂຕ​ທຳອິດ ແລະ ສັດ​ໂຕ​ທີ່​ມາ​ປ່ຽນ​ແທນ​ກໍ​ຈະ​ກາຍ​ເປັນ​ບໍລິສຸດ. 11ຖ້າ​ສິ່ງ​ທີ່​ພວກເຂົາ​ໄດ້​ປະຕິຍານ​ຈະ​ຖວາຍ​ນັ້ນ​ເປັນ​ສັດ​ທີ່​ເປັນມົນທິນ​ຕາມ​ລະບຽບ​ພິທີກຳ, ບໍ່​ເປັນ​ທີ່ຍອມຮັບ​ເປັນ​ເຄື່ອງຖວາຍບູຊາ​ແກ່​ພຣະເຈົ້າ​ຢາເວ, ສັດ​ໂຕ​ນັ້ນ​ຈະ​ຕ້ອງ​ນຳ​ມາ​ມອບ​ໃຫ້​ປະໂລຫິດ, 12ຜູ້​ຈະ​ປະເມີນ​ຄຸນນະພາບ​ຂອງ​ສັດ​ວ່າ​ດີ ຫລື ບໍ່​ດີ. ປະໂລຫິດ​ກຳນົດ​ມູນຄ່າ​ເທົ່າໃດ, ກໍ​ໃຫ້​ເປັນ​ໄປ​ຕາມ​ນັ້ນ. 13ຖ້າ​ເຈົ້າຂອງ​ມີຄວາມປະສົງ​ຈະ​ໄຖ່​ເອົາ​ສັດ​ໂຕ​ນັ້ນ​ຄືນ, ກໍ​ໃຫ້​ຈ່າຍ​ເພີ່ມເຕີມ​ອີກ​ໜຶ່ງສ່ວນຫ້າ​ຂອງ​ມູນຄ່າ​ທີ່​ຕັ້ງ​ໄວ້.
14“ ‘ຖ້າ​ຜູ້ໃດ​ຖວາຍ​ເຮືອນ​ຂອງ​ຕົນ​ເພື່ອ​ເປັນ​ສິ່ງ​ບໍລິສຸດ​ແກ່​ພຣະເຈົ້າ​ຢາເວ, ປະໂລຫິດ​ຈະ​ປະເມີນ​ຄຸນນະພາບ​ວ່າ​ດີ ຫລື ບໍ່​ດີ. ປະໂລຫິດ​ກຳນົດ​ມູນຄ່າ​ເທົ່າໃດ ກໍ​ໃຫ້​ຖື​ເອົາ​ຕາມ​ນັ້ນ 15ຖ້າ​ຜູ້​ຖວາຍ​ເຮືອນ​ຂອງ​ຕົນ​ແລ້ວ​ປາຖະໜາ​ຈະ​ໄຖ່​ເອົາ​ເຮືອນ​ນັ້ນ​ຄືນ, ພວກເຂົາ​ຕ້ອງ​ຈ່າຍ​ເພີ່ມເຕີມ​ອີກ​ໜຶ່ງສ່ວນຫ້າ​ຂອງ​ມູນຄ່າ​ຂອງ​ເຮືອນ ແລ້ວ​ເຮືອນ​ນັ້ນ​ກໍ​ຈະ​ເປັນ​ຂອງ​ພວກເຂົາ​ຄືນ.
16“ ‘ຜູ້ໃດ​ຖວາຍ​ທີ່ດິນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ຕົນ​ແກ່​ພຣະເຈົ້າ​ຢາເວ, ມູນຄ່າ​ຂອງ​ດິນ​ນັ້ນ​ຈະ​ຖືກ​ກຳນົດ​ຕາມ​ປະລິມານ​ເມັດພືດ​ທີ່​ຈະ​ໃຊ້​ຫວ່ານ​ຢູ່​ໃນ​ທີ່​ນັ້ນ​ຄື: ເງິນ​ໜັກ 50 ເຊເຂວ​ຕໍ່​ເມັດ​ເຂົ້າບາເລ​ປະມານ 220 ລິດ.#27:16 ພາສາ​ເຮັບເຣີ​ວ່າ 1 ໂຮເມີ 17ຖ້າ​ຜູ້ໃດ​ຖວາຍ​ທົ່ງນາ​ໃນ​ປີ​ທີຫ້າສິບ, ໃຫ້​ຖື​ເອົາ​ຕາມ​ມູນຄ່າ​ເດີມ​ທີ່​ໄດ້ຕັ້ງ​ໄວ້. 18ແຕ່​ຖ້າ​ພວກເຂົາ​ຖວາຍ​ທົ່ງນາ​ຫລັງ​ປີ​ທີ​ຫ້າ​ສິບ, ປະໂລຫິດ​ຈະ​ພິຈາລະນາ​ມູນຄ່າ​ຕາມ​ຈຳນວນ​ປີ​ທີ່​ເຫລືອ​ຢູ່​ກ່ອນ​ເຖິງ​ປີທີຫ້າສິບ ແລະ ມູນຄ່າ​ທີ່​ຕັ້ງ​ໄວ້​ຈະ​ຫລຸດລົງ. 19ຖ້າ​ຜູ້ທີ່​ໄດ້​ຖວາຍ​ທົ່ງນາ​ແລ້ວ ປາຖະໜາ​ຢາກ​ໄຖ່​ເອົາ​ຄືນມາ, ພວກເຂົາ​ຈະ​ຕ້ອງ​ຈ່າຍ​ເງິນ​ເພີ່ມເຕີມ​ອີກ​ໜຶ່ງ​ສ່ວນ​ຫ້າ​ຂອງ​ມູນຄ່າ ແລະ ທົ່ງນາ​ກໍ​ຈະ​ເປັນ​ຂອງ​ພວກເຂົາ​ຄືນ. 20ແຕ່​ຖ້າ​ພວກເຂົາ​ບໍ່​ໄຖ່​ເອົາ​ທົ່ງນາ​ຄືນ ຫລື ຖ້າ​ພວກເຂົາ​ໄດ້​ຂາຍ​ທົ່ງນາ​ນັ້ນ​ໃຫ້​ແກ່​ຄົນອື່ນ​ແລ້ວ, ທົ່ງນາ​ນັ້ນ​ຈະ​ໄຖ່​ຄືນ​ອີກ​ບໍ່​ໄດ້​ເລີຍ. 21ເມື່ອ​ທົ່ງນາ​ຖືກ​ສົ່ງຄືນ​ສູ່​ເຈົ້າຂອງ​ເດີມ​ໃນ​ປີທີຫ້າສິບ, ທົ່ງນາ​ນັ້ນ​ຈະ​ກາຍ​ເປັນ​ບໍລິສຸດ​ເໝືອນ​ທົ່ງນາ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ​ຢາເວ; ທົ່ງນາ​ກໍ​ຈະ​ກາຍ​ເປັນ​ກຳມະສິດ​ຂອງ​ບັນດາ​ປະໂລຫິດ.
22“ ‘ຖ້າ​ຜູ້ໃດ​ຖວາຍ​ທົ່ງນາ​ແກ່​ພຣະເຈົ້າ​ຢາເວ​ທີ່​ພວກເຂົາ​ໄດ້ຊື້​ມາ​ໂດຍ​ບໍ່​ແມ່ນ​ສ່ວນ​ທີ່​ເປັນ​ມໍລະດົກ​ຂອງ​ຄອບຄົວ, 23ປະໂລຫິດ​ຈະ​ປະເມີນ​ມູນຄ່າ​ນັບ​ເຖິງ​ປີທີຫ້າສິບ ແລະ ເຈົ້າຂອງ​ຈະ​ຕ້ອງ​ຈ່າຍ​ເງິນ​ຈຳນວນ​ດັ່ງກ່າວ​ໃນ​ວັນ​ນັ້ນ​ກໍ່​ເປັນ​ສິ່ງ​ທີ່​ບໍລິສຸດ​ຖວາຍ​ແກ່​ພຣະເຈົ້າ​ຢາເວ. 24ໃນ​ປີທີຫ້າສິບ​ທົ່ງນາ​ນັ້ນ​ຈະ​ຄືນ​ໃຫ້​ເຈົ້າຂອງ​ເດີມ​ຜູ້​ທີ່​ໄດ້​ຊື້​ທີ່ດິນ​ນັ້ນ​ມາ. 25ການ​ປະເມີນ​ມູນຄ່າ​ທັງໝົດ​ຈະ​ຕ້ອງ​ອ້າງອີງ​ຕາມ​ເຊເຂວ​ຂອງ​ສະຖານ​ນະມັດສະການ, ເຊິ່ງ 20 ເກຣາ​ເທົ່າ​ກັບ 1 ເຊເຂວ.
26“ ‘ຢ່າ​ໃຫ້​ຜູ້ໃດ​ຄິດວ່າ​ຈະ​ຖວາຍ​ລູກ​ງົວ ຫລື ລູກ​ແກະ​ຫົວປີ​ແກ່​ພຣະເຈົ້າ​ຢາເວ, ເພາະ​ລູກ​ຫົວປີ​ເປັນ​ຂອງ​ພຣະເຈົ້າ​ຢາເວ​ຢູ່​ແລ້ວ. 27ຖ້າ​ເປັນ​ລູກ​ຫົວປີ​ຂອງ​ສັດ​ທີ່​ເປັນມົນທິນ, ເຈົ້າຂອງ​ຈະ​ຊື້​ຄືນ​ຕາມ​ມູນຄ່າ​ທີ່​ປະໂລຫິດ​ໄດ້​ປະເມີນ​ໄວ້ ແລະ ຈ່າຍ​ເພີ່ມເຕີມ​ອີກ​ໜຶ່ງ​ສ່ວນ​ຫ້າ​ຂອງ​ມູນຄ່າ​ນັ້ນ. ຖ້າ​ເຈົ້າ​ຂອງ​ບໍ່​ໄຖ່ຄືນ ປະໂລຫິດ​ກໍ​ຈະ​ຂາຍ​ໃຫ້​ແກ່​ຜູ້ອື່ນ​ຕາມ​ມູນຄ່າ​ທີ່​ຕັ້ງ​ໄວ້.
28“ ‘ແຕ່​ສິ່ງ​ທີ່​ໄດ້​ອຸທິດຖວາຍ​ແກ່​ພຣະເຈົ້າ​ຢາເວ​ແລ້ວ, ບໍ່​ວ່າ​ຈະ​ເປັນ​ບຸກຄົນ ສັດ ຫລື ທີ່ດິນ​ທີ່​ເປັນ​ມໍລະດົກ​ຂອງ​ຄອບຄົວ, ບໍ່​ມີ​ການ​ຊື້​ຂາຍ ຫລື ໄຖ່ຄືນ​ໄດ້, ທຸກໆ​ສິ່ງ​ທີ່​ໄດ້​ອຸທິດຖວາຍ​ເປັນ​ຂອງ​ບໍລິສຸດ​ທີ່ສຸດ​ແກ່​ພຣະເຈົ້າ​ຢາເວ.
29“ ‘ຜູ້​ໃດ​ຖືກ​ຖວາຍ​ເປັນ​ສິດ​ຂາດ​ເພື່ອ​ການ​ທຳລາຍ​ລ້າງ#27:29 ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ໝາຍ​ເຖິງ ສິ່ງ​ຂອງ ຫລື ບຸກຄົນ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ​ແລ້ວ​ບໍ່​ອາດ​ເອີ້ນ​ຄືນ​ໄດ້ ຈະ​ຕ້ອງ​ທຳລາຍ​ໃຫ້​ໝົດ​ໄປ ຈະ​ໄຖ່​ຄືນ​ບໍ່​ໄດ້; ພວກເຂົາ​ຈະ​ຕ້ອງ​ຖືກ​ປະຫານ​ຊີວິດ.
30“ ‘ໜຶ່ງ​ສ່ວນ​ສິບ​ຂອງ​ຜົນ​ຜະລິດ​ຈາກ​ແຜ່ນດິນ, ບໍ່​ວ່າ​ເມັດ​ເຂົ້າ​ຈາກ​ດິນ ຫລື ໝາກໄມ້​ຈາກ​ຕົ້ນ​ເປັນ​ຂອງ​ພຣະເຈົ້າ​ຢາເວ ແລະ ຖື​ເປັນ​ສິ່ງ​ບໍລິສຸດ​ແກ່​ພຣະເຈົ້າ​ຢາເວ. 31ຖ້າ​ຜູ້ໃດ​ຈະ​ໄຖ່​ຄືນ​ໜຶ່ງ​ສ່ວນ​ສິບ​ຂອງ​ຕົນ ຈະ​ຕ້ອງ​ໄດ້​ຈ່າຍ​ເພີ່ມເຕີມ​ອີກ​ໜຶ່ງ​ສ່ວນ​ຫ້າ​ຂອງ​ມູນຄ່າ​ນັ້ນ. 32ໜຶ່ງ​ສ່ວນ​ສິບ​ຂອງ​ຝູງສັດ​ທັງໝົດ​ຄື ໂຕ​ທີ​ສິບ​ທີ່​ຜ່ານ​ການ​ນັບ​ໂດຍ​ໄມ້ຄ້ອນເທົ້າ​ຂອງ​ຜູ້ລ້ຽງແກະ ຈະ​ເປັນ​ສ່ວນ​ທີ່​ບໍລິສຸດ​ແກ່​ພຣະເຈົ້າ​ຢາເວ. 33ຈະ​ບໍ່​ມີ​ການ​ເລືອກ​ເອົາ​ໂຕ​ດີ​ຈາກ​ໂຕ​ບໍ່​ດີ ຫລື ເອົາ​ໂຕ​ໜຶ່ງ​ມາ​ແທນ​ອີກ​ໂຕ​ໜຶ່ງ. ຖ້າ​ມີ​ການ​ປ່ຽນ​ໂຕ ທັງ​ໂຕ​ທີ່​ຖືກ​ປ່ຽນ​ກັບ​ໂຕ​ທີ່​ເອົາ​ມາ​ປ່ຽນ​ກາຍມາ​ເປັນ​ຂອງ​ບໍລິສຸດ​ແກ່​ພຣະເຈົ້າ ແລະ ບໍ່​ສາມາດ​ໄຖ່ຄືນ​ໄດ້’ ”.
34ທັງໝົດ​ນີ້​ເປັນ​ຄຳສັ່ງ​ທີ່​ພຣະເຈົ້າ​ຢາເວ​ໄດ້​ມອບໃຫ້​ແກ່​ໂມເຊ​ເທິງ​ພູເຂົາ​ຊີນາຍ​ສຳລັບ​ປະຊາຊົນ​ອິດສະຣາເອນ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in

Video for ລະບຽບພວກເລວີ 27