YouVersion Logo
Search Icon

ໂຢເອນ 1

1
1ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ເຊິ່ງ​ມາ​ເຖິງ​ໂຢເອນ ລູກຊາຍ​ຂອງ​ເປທູເອນ.
ການ​ບຸກລຸກ​ຂອງ​ຕັກແຕນ
2ຈົ່ງ​ຕັ້ງໃຈ​ຟັງ, ພວກເຈົ້າ​ຜູ້ອາວຸໂສ​ທັງຫລາຍ;
ຈົ່ງ​ຟັງ​ໃຫ້​ດີ, ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້.
ເຄີຍ​ມີ​ເຫດການ​ຢ່າງ​ນີ້​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ພວກເຈົ້າ
ຫລື ໃນ​ສະໄໝ​ຂອງ​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ?
3ຈົ່ງ​ເລົ່າ​ເລື່ອງລາວ​ໃຫ້​ບັນດາ​ລູກ​ຂອງ​ພວກເຈົ້າ​ຟັງ,
ແລະ ໃຫ້​ບັນດາ​ລູກ​ຂອງ​ພວກເຈົ້າ​ເລົ່າ​ເລື່ອງລາວ​ໃຫ້​ບັນດາ​ລູກ​ຂອງ​ພວກເຂົາ​ຟັງ,
ແລະ ໃຫ້​ບັນດາ​ລູກຫລານ​ຂອງ​ພວກເຂົາ​ເລົ່າ​ເລື່ອງລາວ​ໃຫ້​ລຸ້ນ​ຕໍ່​ໄປ​ຟັງ.
4ຕັກແຕນ​ເປັນ​ຝູງ​ກິນ​ສິ່ງໃດ​ເຫລືອ​ໄວ້
ຕັກແຕນ​ໃຫຍ່​ກໍ​ມາ​ກິນ
ຕັກແຕນ​ໃຫຍ່​ກິນ​ສິ່ງໃດ​ເຫລືອ​ໄວ້
ຕັກແຕນ​ໜຸ່ມ​ກໍ​ມາ​ກິນ
ຕັກແຕນ​ໜຸ່ມ​ກິນ​ສິ່ງໃດ​ເຫລືອ​ໄວ້
ຕັກແຕນ​ອື່ນໆ#1:4 ໃນ​ພາສາ​ເຮັບເຣີ ຄຳ​ທັງ​ສີ່​ຄຳ​ທີ່​ໝາຍ​ເຖິງ​ຕັກແຕນ​ຊະນິດ​ຕ່າງໆ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ​ກໍ​ມາ​ກິນ.
5ຄົນ​ຂີ້ເມົາ, ຈົ່ງ​ຕື່ນ​ຂຶ້ນ ແລະ ຈົ່ງ​ຮ້ອງໄຫ້!
ນັກ​ດື່ມ​ເຫລົ້າອະງຸ່ນ​ທຸກ​ຄົນ​ເອີຍ, ຈົ່ງ​ໂອ່ຍຄາງ;
ຈົ່ງ​ໂອ່ຍຄາງ​ເພາະ​ເຫລົ້າອະງຸ່ນ​ໃໝ່,
ເພາະ​ມັນ​ຖືກ​ດຶງ​ເອົາ​ໄປ​ຈາກ​ຮິມສົບ​ຂອງ​ພວກເຈົ້າ​ແລ້ວ.
6ມີ​ຊົນຊາດ​ໜຶ່ງ​ໄດ້​ຮຸກຮານ​ດິນແດນ​ຂອງ​ເຮົາ,
ເປັນ​ກອງທັບ​ໃຫຍ່​ທີ່​ມີ​ຈຳນວນ​ນັບ​ບໍ່​ຖ້ວນ;
ແຂ້ວ​ຂອງ​ມັນ​ຄົມ​ເໝືອນດັ່ງ​ແຂ້ວ​ຂອງ​ໂຕ​ສິງ,
ມີ​ແຂ້ວ​ເໝືອນດັ່ງ​ແຂ້ວ​ຂອງ​ສິງ​ແມ່.
7ມັນ​ທຳລາຍ​ເຄືອອະງຸ່ນ​ຂອງ​ເຮົາ
ແລະ ທຳລາຍ​ຕົ້ນ​ໝາກເດື່ອ​ຂອງ​ເຮົາ.
ມັນ​ລອກ​ເປືອກ​ໄມ້​ອອກ
ແລະ ໂຍນ​ຖິ້ມ​ໄປ,
ເຫລືອ​ໄວ້​ແຕ່​ກ້ານ​ຂາວ.
8ຈົ່ງ​ຮ້ອງໄຫ້​ເໝືອນດັ່ງ​ສາວ​ບໍລິສຸດ​ນຸ່ງ​ເສື້ອ​ຜ້າກະສອບ
ເຊິ່ງ​ຄ່ຳຄວນ​ເຖິງ​ຄູ່ໝັ້ນ​ໃນ​ໄວ​ໜຸ່ມ​ຂອງ​ຕົນ.
9ເຄື່ອງ​ຖວາຍ​ພືດຜົນ​ບູຊາ ແລະ ເຄື່ອງດື່ມ​ບູຊາ
ຖືກ​ຕັດ​ຂາດ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ຢາເວ.
ບັນດາ​ປະໂລຫິດ​ກຳລັງ​ໂສກເສົ້າ,
ບັນດາ​ຜູ້ຮັບໃຊ້​ທີ່​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ.
10ທົ່ງນາ​ຖືກ​ທຳລາຍ,
ພື້ນດິນ​ແຫ້ງແລ້ງ;
ເມັດພືດ​ກໍ​ຖືກ​ທຳລາຍ,
ເຫລົ້າອະງຸ່ນ​ໃໝ່​ກໍ​ແຫ້ງ,
ບໍ່​ມີ​ນ້ຳມັນ​ໝາກກອກ.
11ຊາວນາ​ທັງຫລາຍ ຈົ່ງ​ສິ້ນ​ຫວັງ,
ຊາວສວນ​ອະງຸ່ນ​ທັງຫລາຍ ຈົ່ງ​ຮ້ອງໄຫ້;
ຈົ່ງ​ໂສກເສົ້າ​ເລື່ອງ​ເຂົ້າຫວີດ ແລະ ເຂົ້າບາເລ,
ເພາະ​ຜົນລະປູກ​ໃນ​ທົ່ງນາ​ໄດ້​ຖືກ​ທຳລາຍ.
12ເຄືອອະງຸ່ນ​ກໍ​ຫ່ຽວ​ແຫ້ງ
ແລະ ຕົ້ນ​ໝາກເດື່ອ​ກໍ​ແຫ້ງ​ຫ່ຽວ​ໄປ
ທັງ​ຕົ້ນ​ໝາກພິລາ, ຕົ້ນປາມ ແລະ ຕົ້ນ​ແອັບເປີ້ນ
ຕົ້ນໄມ້​ທັງໝົດ​ໃນ​ທົ່ງນາ​ກໍ​ຫ່ຽວ​ແຫ້ງ.
ຄວາມ​ຊື່ນຊົມຍິນດີ​ຂອງ​ຄົນ​ທັງຫລາຍ
ກໍ​ສູນສິ້ນ​ໄປ​ຢ່າງ​ແນ່ນອນ.
ຮຽກຮ້ອງ​ໃຫ້​ກັບໃຈ
13ປະໂລຫິດ​ທັງຫລາຍ, ຈົ່ງ​ນຸ່ງ​ເສື້ອ​ຜ້າກະສອບ ແລະ ໄວ້​ທຸກ;
ພວກເຈົ້າ​ຜູ້​ທີ່​ຮັບໃຊ້​ຢູ່​ຕໍ່ໜ້າ​ແທ່ນບູຊາ, ຈົ່ງ​ຮ້ອງໄຫ້.
ຈົ່ງ​ມາ, ຈົ່ງ​ນຸ່ງ​ເສື້ອ​ຜ້າ​ກະສອບ​ໄວ້​ຕະຫລອດ​ຄືນ,
ພວກເຈົ້າ​ຜູ້​ທີ່​ຮັບໃຊ້​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຂອງ​ເຮົາ;
ເພາະ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ ແລະ ເຄື່ອງດື່ມ​ບູຊາ
ກໍ​ຂາດ​ໄປ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຈົ້າ​ແລ້ວ.
14ຈົ່ງ​ປະກາດ​ໃຫ້​ມີ​ການ​ຖືສິນ​ອົດ​ອາຫານ​ອັນ​ບໍລິສຸດ;
ຈົ່ງ​ເອີ້ນ​ປະຊຸມ​ອັນ​ສັກສິດ.
ຈົ່ງ​ເອີ້ນ​ບັນດາ​ຜູ້ອາວຸໂສ
ແລະ ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ແຜ່ນດິນ​ນັ້ນ
ໃຫ້​ມາ​ຍັງ​ວິຫານຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ,
ແລະ ຮ້ອງ​ຕໍ່​ພຣະເຈົ້າ​ຢາເວ.
15ເປັນ​ວັນ​ທີ່​ໜ້າ​ຢ້ານກົວ​ຫລາຍ!
ເພາະ​ວັນ​ຂອງ​ພຣະເຈົ້າ​ຢາເວ​ໃກ້​ເຂົ້າ​ມາ​ແລ້ວ;
ວັນ​ນັ້ນ​ຈະ​ມາ​ເໝືອນ​ຄວາມ​ພິນາດ​ຈາກ​ອົງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່.
16ອາຫານ​ໄດ້​ຖືກ​ຕັດ​ອອກ​ໄປ
ຕໍ່ໜ້າ​ຕໍ່​ຕາ​ພວກເຮົາ​ແລ້ວ
ຄວາມ​ຊື່ນຊົມຍິນດີ ແລະ ຄວາມ​ຍິນດີ
ກໍ​ໄດ້​ສູນສິ້ນ​ໄປ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ແລ້ວ​ບໍ່​ແມ່ນ​ບໍ?
17ເມັດພືດ​ຫ່ຽວແຫ້ງ
ຢູ່​ໃຕ້​ດິນ​ຕົມ.#1:17 ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ
ໂຮງ​ເກັບ​ເຂົ້າ​ຢູ່​ໃນ​ສະພາບ​ຫັກພັງ,
ສາງ​ທັງຫລາຍ​ກໍ​ຫັກພັງ​ລົງ,
ເພາະ​ເມັດ​ເຂົ້າ​ຫ່ຽວແຫ້ງ​ໄປ​ໝົດ.
18ຝູງ​ງົວ​ກໍ​ຮ້ອງ​ຄວນ​ຄາງ!
ຝູງງົວ​ປ່ວງ​ໄປ​ມາ
ເພາະ​ສັດ​ເຫລົ່ານັ້ນ​ບໍ່​ມີ​ທົ່ງຫຍ້າ;
ແມ່ນ​ແຕ່​ຝູງ​ແກະ​ກໍ​ທຸກທໍລະມານ.
19ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ
ເພາະ​ໄຟ​ໄດ້​ເຜົາຜານ​ທົ່ງຫຍ້າ​ທີ່​ໃນ​ຖິ່ນແຫ້ງແລ້ງກັນດານ
ແລະ ແປວໄຟ​ໄດ້​ໄໝ້​ເຜົາ​ຕົ້ນໄມ້​ໃນ​ທົ່ງນາ​ທັງໝົດ.
20ແມ່ນ​ແຕ່​ສັດປ່າ​ກໍ​ຄວນ​ຄາງ​ຫາ​ພຣະອົງ
ສາຍ​ນ້ຳ​ທັງຫລາຍ​ກໍ​ບົກ​ແຫ້ງ​ໄປ
ແລະ ໄຟ​ກໍ​ເຜົາໄໝ້​ທົ່ງຫຍ້າ​ໃນ​ຖິ່ນແຫ້ງແລ້ງກັນດານ.

Currently Selected:

ໂຢເອນ 1: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in