ໂຢເອນ 1
1
1ຖ້ອຍຄຳຂອງພຣະເຈົ້າຢາເວ ເຊິ່ງມາເຖິງໂຢເອນ ລູກຊາຍຂອງເປທູເອນ.
ການບຸກລຸກຂອງຕັກແຕນ
2ຈົ່ງຕັ້ງໃຈຟັງ, ພວກເຈົ້າຜູ້ອາວຸໂສທັງຫລາຍ;
ຈົ່ງຟັງໃຫ້ດີ, ທຸກຄົນທີ່ອາໄສຢູ່ໃນດິນແດນນີ້.
ເຄີຍມີເຫດການຢ່າງນີ້ເກີດຂຶ້ນໃນສະໄໝຂອງພວກເຈົ້າ
ຫລື ໃນສະໄໝຂອງບັນພະບຸລຸດຂອງພວກເຈົ້າບໍ?
3ຈົ່ງເລົ່າເລື່ອງລາວໃຫ້ບັນດາລູກຂອງພວກເຈົ້າຟັງ,
ແລະ ໃຫ້ບັນດາລູກຂອງພວກເຈົ້າເລົ່າເລື່ອງລາວໃຫ້ບັນດາລູກຂອງພວກເຂົາຟັງ,
ແລະ ໃຫ້ບັນດາລູກຫລານຂອງພວກເຂົາເລົ່າເລື່ອງລາວໃຫ້ລຸ້ນຕໍ່ໄປຟັງ.
4ຕັກແຕນເປັນຝູງກິນສິ່ງໃດເຫລືອໄວ້
ຕັກແຕນໃຫຍ່ກໍມາກິນ
ຕັກແຕນໃຫຍ່ກິນສິ່ງໃດເຫລືອໄວ້
ຕັກແຕນໜຸ່ມກໍມາກິນ
ຕັກແຕນໜຸ່ມກິນສິ່ງໃດເຫລືອໄວ້
ຕັກແຕນອື່ນໆ#1:4 ໃນພາສາເຮັບເຣີ ຄຳທັງສີ່ຄຳທີ່ໝາຍເຖິງຕັກແຕນຊະນິດຕ່າງໆນີ້ມີຄວາມຫມາຍບໍ່ຊັດເຈນກໍມາກິນ.
5ຄົນຂີ້ເມົາ, ຈົ່ງຕື່ນຂຶ້ນ ແລະ ຈົ່ງຮ້ອງໄຫ້!
ນັກດື່ມເຫລົ້າອະງຸ່ນທຸກຄົນເອີຍ, ຈົ່ງໂອ່ຍຄາງ;
ຈົ່ງໂອ່ຍຄາງເພາະເຫລົ້າອະງຸ່ນໃໝ່,
ເພາະມັນຖືກດຶງເອົາໄປຈາກຮິມສົບຂອງພວກເຈົ້າແລ້ວ.
6ມີຊົນຊາດໜຶ່ງໄດ້ຮຸກຮານດິນແດນຂອງເຮົາ,
ເປັນກອງທັບໃຫຍ່ທີ່ມີຈຳນວນນັບບໍ່ຖ້ວນ;
ແຂ້ວຂອງມັນຄົມເໝືອນດັ່ງແຂ້ວຂອງໂຕສິງ,
ມີແຂ້ວເໝືອນດັ່ງແຂ້ວຂອງສິງແມ່.
7ມັນທຳລາຍເຄືອອະງຸ່ນຂອງເຮົາ
ແລະ ທຳລາຍຕົ້ນໝາກເດື່ອຂອງເຮົາ.
ມັນລອກເປືອກໄມ້ອອກ
ແລະ ໂຍນຖິ້ມໄປ,
ເຫລືອໄວ້ແຕ່ກ້ານຂາວ.
8ຈົ່ງຮ້ອງໄຫ້ເໝືອນດັ່ງສາວບໍລິສຸດນຸ່ງເສື້ອຜ້າກະສອບ
ເຊິ່ງຄ່ຳຄວນເຖິງຄູ່ໝັ້ນໃນໄວໜຸ່ມຂອງຕົນ.
9ເຄື່ອງຖວາຍພືດຜົນບູຊາ ແລະ ເຄື່ອງດື່ມບູຊາ
ຖືກຕັດຂາດຈາກວິຫານຂອງພຣະເຈົ້າຢາເວ.
ບັນດາປະໂລຫິດກຳລັງໂສກເສົ້າ,
ບັນດາຜູ້ຮັບໃຊ້ທີ່ຢູ່ຕໍ່ໜ້າພຣະເຈົ້າຢາເວ.
10ທົ່ງນາຖືກທຳລາຍ,
ພື້ນດິນແຫ້ງແລ້ງ;
ເມັດພືດກໍຖືກທຳລາຍ,
ເຫລົ້າອະງຸ່ນໃໝ່ກໍແຫ້ງ,
ບໍ່ມີນ້ຳມັນໝາກກອກ.
11ຊາວນາທັງຫລາຍ ຈົ່ງສິ້ນຫວັງ,
ຊາວສວນອະງຸ່ນທັງຫລາຍ ຈົ່ງຮ້ອງໄຫ້;
ຈົ່ງໂສກເສົ້າເລື່ອງເຂົ້າຫວີດ ແລະ ເຂົ້າບາເລ,
ເພາະຜົນລະປູກໃນທົ່ງນາໄດ້ຖືກທຳລາຍ.
12ເຄືອອະງຸ່ນກໍຫ່ຽວແຫ້ງ
ແລະ ຕົ້ນໝາກເດື່ອກໍແຫ້ງຫ່ຽວໄປ
ທັງຕົ້ນໝາກພິລາ, ຕົ້ນປາມ ແລະ ຕົ້ນແອັບເປີ້ນ
ຕົ້ນໄມ້ທັງໝົດໃນທົ່ງນາກໍຫ່ຽວແຫ້ງ.
ຄວາມຊື່ນຊົມຍິນດີຂອງຄົນທັງຫລາຍ
ກໍສູນສິ້ນໄປຢ່າງແນ່ນອນ.
ຮຽກຮ້ອງໃຫ້ກັບໃຈ
13ປະໂລຫິດທັງຫລາຍ, ຈົ່ງນຸ່ງເສື້ອຜ້າກະສອບ ແລະ ໄວ້ທຸກ;
ພວກເຈົ້າຜູ້ທີ່ຮັບໃຊ້ຢູ່ຕໍ່ໜ້າແທ່ນບູຊາ, ຈົ່ງຮ້ອງໄຫ້.
ຈົ່ງມາ, ຈົ່ງນຸ່ງເສື້ອຜ້າກະສອບໄວ້ຕະຫລອດຄືນ,
ພວກເຈົ້າຜູ້ທີ່ຮັບໃຊ້ຢູ່ຕໍ່ໜ້າພຣະເຈົ້າຂອງເຮົາ;
ເພາະເຄື່ອງຖວາຍພືດຜົນເປັນເມັດ ແລະ ເຄື່ອງດື່ມບູຊາ
ກໍຂາດໄປຈາກວິຫານຂອງພຣະເຈົ້າຂອງພວກເຈົ້າແລ້ວ.
14ຈົ່ງປະກາດໃຫ້ມີການຖືສິນອົດອາຫານອັນບໍລິສຸດ;
ຈົ່ງເອີ້ນປະຊຸມອັນສັກສິດ.
ຈົ່ງເອີ້ນບັນດາຜູ້ອາວຸໂສ
ແລະ ທຸກຄົນທີ່ອາໄສຢູ່ໃນແຜ່ນດິນນັ້ນ
ໃຫ້ມາຍັງວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ,
ແລະ ຮ້ອງຕໍ່ພຣະເຈົ້າຢາເວ.
15ເປັນວັນທີ່ໜ້າຢ້ານກົວຫລາຍ!
ເພາະວັນຂອງພຣະເຈົ້າຢາເວໃກ້ເຂົ້າມາແລ້ວ;
ວັນນັ້ນຈະມາເໝືອນຄວາມພິນາດຈາກອົງຜູ້ມີລິດອຳນາດຍິ່ງໃຫຍ່.
16ອາຫານໄດ້ຖືກຕັດອອກໄປ
ຕໍ່ໜ້າຕໍ່ຕາພວກເຮົາແລ້ວ
ຄວາມຊື່ນຊົມຍິນດີ ແລະ ຄວາມຍິນດີ
ກໍໄດ້ສູນສິ້ນໄປຈາກວິຫານຂອງພຣະເຈົ້າຂອງພວກເຮົາແລ້ວບໍ່ແມ່ນບໍ?
17ເມັດພືດຫ່ຽວແຫ້ງ
ຢູ່ໃຕ້ດິນຕົມ.#1:17 ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ
ໂຮງເກັບເຂົ້າຢູ່ໃນສະພາບຫັກພັງ,
ສາງທັງຫລາຍກໍຫັກພັງລົງ,
ເພາະເມັດເຂົ້າຫ່ຽວແຫ້ງໄປໝົດ.
18ຝູງງົວກໍຮ້ອງຄວນຄາງ!
ຝູງງົວປ່ວງໄປມາ
ເພາະສັດເຫລົ່ານັ້ນບໍ່ມີທົ່ງຫຍ້າ;
ແມ່ນແຕ່ຝູງແກະກໍທຸກທໍລະມານ.
19ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮ້ອງຫາພຣະອົງ
ເພາະໄຟໄດ້ເຜົາຜານທົ່ງຫຍ້າທີ່ໃນຖິ່ນແຫ້ງແລ້ງກັນດານ
ແລະ ແປວໄຟໄດ້ໄໝ້ເຜົາຕົ້ນໄມ້ໃນທົ່ງນາທັງໝົດ.
20ແມ່ນແຕ່ສັດປ່າກໍຄວນຄາງຫາພຣະອົງ
ສາຍນ້ຳທັງຫລາຍກໍບົກແຫ້ງໄປ
ແລະ ໄຟກໍເຜົາໄໝ້ທົ່ງຫຍ້າໃນຖິ່ນແຫ້ງແລ້ງກັນດານ.
Currently Selected:
ໂຢເອນ 1: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: