ໂຢເອນ ຄຳນຳ
ຄຳນຳ
ພວກເຮົາບໍ່ຮູ້ວ່າເຫດການໃນໂຢເອນເກີດຂຶ້ນເມື່ອໃດ ເພາະບໍ່ມີການລະບຸແນ່ນອນວ່າຢູ່ໃນສະໄໝຂອງກະສັດຄົນໃດ. ເຖິງຢ່າງໃດກໍຕາມ ຈຸດປະສົງໃນໜັງສືກໍຄືລະບຸຊັດເຈນວ່າໂຢເອນໄດ້ສົ່ງຂໍ້ຄວາມອັນມີພະລັງທາງຝ່າຍວິນຍານ.
ໜັງສືເລີ່ມຕົ້ນບັນລະຍາຍໃຫ້ເຫັນພາບຝູງຕັກແຕນບຸກດິນແດນຢູດາ ແລະ ກັດກິນທຸກສິ່ງທີ່ຂວາງໜ້າ. ຫລັງຈາກຮ້ອງຂໍໃຫ້ຄົນກັບໃຈເພື່ອຕອບສະໜອງຕໍ່ໄພພິບັດນີ້ ມີຄຳອະທິບາຍໂດຍລະອຽດເລື່ອງຝູງຕັກແຕນເປັນຄືກອງທັບຮຸກຮານໂດຍມີພຣະເຈົ້າເປັນຫົວໜ້າ. ໂຢເອນຢືນຢັນວ່າວັນແຫ່ງພຣະເຈົ້າຢາເວ ຫລື ວັນແຫ່ງການພິພາກສາມາຮອດແລ້ວ, ເພິ່ນຮຽກຮ້ອງໃຫ້ຄົນທັງຫລາຍກັບໃຈອີກຄັ້ງໂດຍຖືສິນອົດອາຫານ, ຊຸມນຸມອະທິຖານ ແລະ ສຳນຶກຜິດຢ່າງແທ້ຈິງ, ເພິ່ນສັນຍາວ່າພຣະເຈົ້າຈະບໍ່ພຽງແຕ່ກຳຈັດຝູງຕັກແຕນເທົ່ານັ້ນ ແຕ່ພຣະອົງຈະຟື້ນຟູທຸກສິ່ງໃຫ້ດີຂຶ້ນກວ່າເກົ່າ. ເພິ່ນທຳນວາຍໄຊຊະນະຂອງພຣະເຈົ້າເໝືອນບັນດາຊົນຊາດທີ່ຕໍ່ຕ້ານປະຊາຊົນຂອງພຣະອົງ ແລະ ຈະຖອກເທພຣະວິນຍານບໍລິສຸດຂອງພຣະອົງລົງໃສ່ຜູ້ລອດຊີວິດໃນຢູດາ. ຖ້າພວກເຂົາກັບມາຫາພຣະເຈົ້າຢາເວດ້ວຍສຸດໃຈກໍຈະໄດ້ເຫັນຄວາມຈະເລີນຮຸ່ງເຮືອງຂອງຕົນໃນວັນຂອງພຣະເຈົ້າຢາເວ.
Currently Selected:
ໂຢເອນ ຄຳນຳ: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.