ປະໂລຫິດທັງຫລາຍ, ຈົ່ງນຸ່ງເສື້ອຜ້າກະສອບ ແລະ ໄວ້ທຸກ;
ພວກເຈົ້າຜູ້ທີ່ຮັບໃຊ້ຢູ່ຕໍ່ໜ້າແທ່ນບູຊາ, ຈົ່ງຮ້ອງໄຫ້.
ຈົ່ງມາ, ຈົ່ງນຸ່ງເສື້ອຜ້າກະສອບໄວ້ຕະຫລອດຄືນ,
ພວກເຈົ້າຜູ້ທີ່ຮັບໃຊ້ຢູ່ຕໍ່ໜ້າພຣະເຈົ້າຂອງເຮົາ;
ເພາະເຄື່ອງຖວາຍພືດຜົນເປັນເມັດ ແລະ ເຄື່ອງດື່ມບູຊາ
ກໍຂາດໄປຈາກວິຫານຂອງພຣະເຈົ້າຂອງພວກເຈົ້າແລ້ວ.