ປະຖົມມະການ 28
28
1ດັ່ງນັ້ນ ອີຊາກຈຶ່ງເອີ້ນຢາໂຄບມາ ແລະ ອວຍພອນລາວ. ແລ້ວເພິ່ນຈຶ່ງໄດ້ສັ່ງລາວວ່າ, “ຢ່າແຕ່ງງານກັບຍິງຊາວການາອານ. 2ຈົ່ງຟ້າວໄປທີ່ປັດດານອາຣາມ#28:2 ນັ້ນຄື ຢູ່ທາງທິດຕາເວັນຕົກສຽງເໜືອຂອງເມໂຊໂປຕາເມຍ ເໝືອນກັນຢູ່ໃນ ຂໍ້ 5, 6, 7, ໄປທີ່ເຮືອນຂອງເບທູເອນຜູ້ເປັນພໍ່ຂອງແມ່ເຈົ້າ. ຈົ່ງຫາເມຍໃຫ້ເຈົ້າເອງຢູ່ທີ່ນັ້ນ, ຈາກທ່າມກາງບັນດາລູກສາວຂອງລາບານ ອ້າຍຂອງແມ່ເຈົ້າ. 3ຂໍພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່#28:3 ພາສາເຮັບເຣີວ່າແອວຊາດາຍອວຍພອນເຈົ້າ ແລະ ເຮັດໃຫ້ເຈົ້າມີລູກຫລານຫລາຍ ແລະ ເພີ່ມຈຳນວນຂຶ້ນຈົນເຈົ້າເປັນຊຸມຊົນຂອງປະຊາຊົນທັງຫລາຍ. 4ຂໍພຣະອົງມອບພອນທີ່ໄດ້ມອບໃຫ້ແກ່ອັບຣາຮາມນັ້ນໃຫ້ແກ່ເຈົ້າ ແລະ ເຊື້ອສາຍຂອງເຈົ້າ, ເພື່ອວ່າເຈົ້າຈະໄດ້ຄອບຄອງດິນແດນບ່ອນທີ່ເຈົ້າອາໄສຢູ່ໃນເວລານີ້ໃນຖານະຄົນຕ່າງດ້າວ, ຄືດິນແດນທີ່ພຣະເຈົ້າໄດ້ມອບໃຫ້ແກ່ອັບຣາຮາມນັ້ນ”. 5ແລ້ວອີຊາກກໍໄດ້ສົ່ງຢາໂຄບອອກເດີນທາງໄປ ແລະ ລາວກໍໄປທີ່ປັດດານອາຣາມ ໄປຫາລາບານລູກຊາຍຂອງເບທູເອນຊາວອາຣາມ ອ້າຍຂອງເຣເບກາ, ຜູ້ເປັນແມ່ຂອງຢາໂຄບ ແລະ ເອຊາວ.
6ບັດນີ້ ເອຊາວກໍຮູ້ແລ້ວວ່າອີຊາກໄດ້ອວຍພອນຢາໂຄບ ແລະ ໄດ້ສົ່ງລາວໄປທີ່ປັດດານອາຣາມ ເພື່ອຫາເມຍຢູ່ທີ່ນັ້ນ ແລະ ຮູ້ວ່າເມື່ອເພິ່ນອວຍພອນຢາໂຄບແລ້ວເພິ່ນກໍໄດ້ສັ່ງຢາໂຄບວ່າ, “ຢ່າແຕ່ງງານກັບຍິງຊາວການາອານ,” 7ແລະ ຮູ້ວ່າຢາໂຄບໄດ້ເຊື່ອຟັງພໍ່ ແລະ ແມ່ຂອງຕົນ ແລ້ວກໍໄດ້ອອກເດີນທາງໄປທີ່ປັດດານອາຣາມ. 8ຫລັງຈາກນັ້ນ ເອຊາວກໍຈື່ໄດ້ວ່າອີຊາກພໍ່ຂອງຕົນບໍ່ມັກຍິງຊາວການາອານຫລາຍ, 9ດັ່ງນັ້ນ ເອຊາວຈຶ່ງໄປຫາອິດຊະມາເອນ ແລະ ໄດ້ແຕ່ງງານກັບນາງມາຮາລາດ, ເຊິ່ງເປັນນ້ອງສາວຂອງເນບາໂຢດ ແລະ ເປັນລູກສາວຂອງອິດຊະມາເອນ ຜູ້ເປັນລູກຊາຍຂອງອັບຣາຮາມ, ນອກຈາກເມຍທີ່ລາວມີຢູ່ແລ້ວ.
ຄວາມຝັນຂອງຢາໂຄບທີ່ເບັດເອນ
10ຢາໂຄບໄດ້ອອກຈາກເບເອນເຊບາ ແລະ ເດີນທາງໄປຍັງຮາຣານ. 11ເມື່ອລາວມາເຖິງບ່ອນໜຶ່ງ, ລາວກໍໄດ້ຢຸດພັກຄ້າງຄືນຢູ່ບ່ອນໜຶ່ງເພາະຕາເວັນຕົກດິນແລ້ວ. ຢາໂຄບໄດ້ເອົາຫີນກ້ອນໜຶ່ງມາໝູນຫົວຂອງລາວ ແລະ ນອນລົງຢູ່ທີ່ນັ້ນ. 12ລາວໄດ້ຝັນເຫັນຂັ້ນໄດກ່າຍຈາກໂລກ ຂຶ້ນໄປເຖິງສະຫວັນ ແລະ ມີບັນດາເທວະດາຂອງພຣະເຈົ້າກຳລັງຂຶ້ນລົງເທິງຂັ້ນໄດນັ້ນ. 13ຢູ່ເໜືອຂັ້ນໄດນັ້ນ#28:13 ຫລື ທາງຂ້າງເພິ່ນນັ້ນມີພຣະເຈົ້າຢາເວຢືນຢູ່ ແລະ ພຣະອົງໄດ້ກ່າວວ່າ: “ເຮົາຄືພຣະເຈົ້າຢາເວ, ພຣະເຈົ້າຂອງອັບຣາຮາມ ແລະ ພຣະເຈົ້າອີຊາກພໍ່ຂອງເຈົ້າ. ເຮົາຈະມອບດິນແດນທີ່ເຈົ້ານອນຢູ່ນີ້ໃຫ້ເຈົ້າ ແລະ ເຊື້ອສາຍຂອງເຈົ້າ. 14ເຊື້ອສາຍຂອງເຈົ້າຈະເປັນເໝືອນຂີ້ຝຸ່ນດິນຂອງແຜ່ນດິນໂລກ ແລະ ເຈົ້າຈະແຜ່ຂະຫຍາຍອອກໄປຈາກທິດຕາເວັນຕົກເຖິງທິດຕາເວັນອອກ, ຈາກທິດເໜືອເຖິງທິດໃຕ້. ຄົນທັງປວງທົ່ວແຜ່ນດິນໂລກຈະໄດ້ຮັບພອນຜ່ານທາງເຈົ້າ ແລະ ເຊື້ອສາຍ#28:14 ຫລື ຈະນຳໃຊ້ຊື່ຂອງເຈົ້າ ແລະ ຊື່ຂອງເຊື້ອສາຍຂອງເຈົ້າໃນການອວຍພອນ (ເບິ່ງ 48:20)ຂອງເຈົ້າ. 15ເຮົາຢູ່ກັບເຈົ້າ ແລະ ຈະປົກປ້ອງເຈົ້າບໍ່ວ່າເຈົ້າໄປທີ່ໃດ ແລະ ເຮົາຈະນຳເຈົ້າກັບຄືນມາຍັງດິນແດນນີ້. ເຮົາຈະບໍ່ປະຖິ້ມເຈົ້າຈົນກວ່າເຮົາຈະໄດ້ເຮັດສິ່ງທີ່ເຮົາໄດ້ສັນຍາໄວ້ກັບເຈົ້າແລ້ວ”.
16ເມື່ອຢາໂຄບຕື່ນຂຶ້ນຈາກນອນແລ້ວ, ລາວກໍຄິດວ່າ, “ພຣະເຈົ້າຢາເວຢູ່ບ່ອນນີ້ແນ່ນອນ ແລະ ເຮົາບໍ່ໄດ້ຮູ້ເລື່ອງນີ້ເລີຍ”. 17ເພິ່ນຈຶ່ງຢ້ານ ແລະ ເວົ້າວ່າ, “ທີ່ນີ້ເປັນໜ້າຢຳເກງແທ້! ນີ້ຈະເປັນສິ່ງອື່ນບໍ່ໄດ້ນອກຈາກເຮືອນຂອງພຣະເຈົ້າ; ນີ້ເປັນປະຕູສະຫວັນ”.
18ແຕ່ເຊົ້າໆຂອງວັນຕໍ່ມາຢາໂຄບໄດ້ຈັບເອົາຫີນທີ່ລາວໄດ້ເອົາໝູນຫົວນັ້ນມາ ແລະ ຕັ້ງຫີນນັ້ນຂຶ້ນເປັນເສົາແລ້ວຖອກນ້ຳມັນລົງເທິງຍອດເສົານັ້ນ. 19ລາວຈຶ່ງໄດ້ເອີ້ນບ່ອນນັ້ນວ່າເບັດເອນ,#28:19 ແປວ່າ ເຮືອນຂອງພຣະເຈົ້າ ເຖິງແມ່ນວ່າເມືອງນັ້ນເຄີຍເອີ້ນຊື່ວ່າລູເຊ.
20ແລ້ວຢາໂຄບກໍໄດ້ເຮັດຄຳປະຕິຍານ ໂດຍກ່າວວ່າ, “ຖ້າພຣະເຈົ້າຢູ່ກັບຂ້ານ້ອຍ ແລະ ຈະປົກປ້ອງຂ້ານ້ອຍໃນການເດີນທາງຄັ້ງນີ້ທີ່ຂ້ານ້ອຍກຳລັງເດີນທາງຢູ່ ແລະ ທັງຈະໃຫ້ອາຫານແກ່ຂ້ານ້ອຍ ແລະ ໃຫ້ເຄື່ອງນຸ່ງແກ່ຂ້ານ້ອຍເພື່ອນຸ່ງຫົ່ມ 21ເພື່ອວ່າຂ້ານ້ອຍຈະກັບມາເຮືອນພໍ່ຂອງຂ້ານ້ອຍຢ່າງປອດໄພ, ແລ້ວພຣະເຈົ້າຢາເວກໍຈະເປັນພຣະເຈົ້າຂອງຂ້ານ້ອຍ#28:20,21 ຫລື ແລ້ວຢາໂຄບກໍສາບານວ່າ “ເພາະພຣະເຈົ້າ… ເຮືອນພໍ່ຂອງຂ້ານ້ອຍຢ່າງປອດໄພ ພຣະເຈົ້າຢາເວກໍຈະເປັນພຣະເຈົ້າຂອງຂ້ານ້ອຍ” 22ແລະ#28:21,22 ຫລື ເຮືອນ ແລະ ພຣະເຈົ້າຢາເວກໍຈະເປັນພຣະເຈົ້າຂອງຂ້ານ້ອຍ ຫີນທີ່ຂ້ານ້ອຍຕັ້ງຂຶ້ນເປັນເສົາກໍຈະເປັນເຮືອນຂອງພຣະເຈົ້າ ແລະ ທຸກສິ່ງທີ່ພຣະອົງມອບໃຫ້ຂ້ານ້ອຍນັ້ນ, ຂ້ານ້ອຍກໍຈະຄືນໜຶ່ງສ່ວນສິບໃຫ້ແກ່ພຣະອົງ”.
Currently Selected:
ປະຖົມມະການ 28: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.