ປະຖົມມະການ 29
29
ຢາໂຄບມາເຖິງປັດດານອາຣາມ
1ແລ້ວຢາໂຄບກໍໄດ້ເດີນທາງຕໍ່ໄປ ແລະ ມາເຖິງດິນແດນຂອງປະຊາຊົນຊາວຕາເວັນອອກ. 2ຢູ່ທີ່ນັ້ນ ເພິ່ນໄດ້ເຫັນນ້ຳສ້າງໜ່ວຍໜຶ່ງໃນກາງທົ່ງ, ມີແກະສາມຝູງນອນຢູ່ໃກ້ກັບນ້ຳສ້າງ ເພາະຝູງແກະເຄີຍໄດ້ກິນນ້ຳຈາກນ້ຳສ້າງນັ້ນ. ກ້ອນຫີນທີ່ຢູ່ເທິງປາກນ້ຳສ້າງນັ້ນໃຫຍ່ຫລາຍ. 3ເມື່ອຝູງແກະທັງໝົດມາເຕົ້າໂຮມກັນຢູ່ທີ່ນັ້ນແລ້ວ, ບັນດາຄົນລ້ຽງແກະກໍຈະຊ່ວຍກັນກື່ງກ້ອນຫີນອອກຈາກປາກນ້ຳສ້າງ ແລະ ຕັກນ້ຳໃຫ້ຝູງແກະກິນ. ແລ້ວພວກເຂົາກໍຈະເອົາກ້ອນຫີນປິດປາກນ້ຳສ້າງໄວ້ຄືນຄືເກົ່າ.
4ຢາໂຄບໄດ້ຖາມບັນດາຄົນລ້ຽງແກະວ່າ, “ພີ່ນ້ອງທັງຫລາຍຂອງເຮົາ, ພວກເຈົ້າມາຈາກໃສ?”
ພວກເຂົາຕອບວ່າ, “ພວກເຮົາມາຈາກຮາຣານ”.
5ແລ້ວຢາໂຄບຈຶ່ງເວົ້າກັບພວກເຂົາວ່າ, “ພວກເຈົ້າຮູ້ຈັກລາບານ ຫລານຊາຍຂອງນາໂຮບໍ?”
ພວກເຂົາຕອບວ່າ, “ຮູ້, ພວກເຮົາຮູ້ຈັກເພິ່ນ”.
6ແລ້ວຢາໂຄບກໍໄດ້ຖາມພວກເຂົາອີກວ່າ, “ເພິ່ນສະບາຍດີບໍ?”
ພວກເຂົາຕອບວ່າ, “ເພິ່ນສະບາຍດີ, ແລະ ນີ້ເດນາງຣາເຊັນ ລູກສາວຂອງເພິ່ນກຳລັງມາພ້ອມກັບຝູງແກະ”.
7ຢາໂຄບໄດ້ເວົ້າວ່າ “ເບິ່ງແມ ຍັງເວັນຢູ່; ຍັງບໍ່ເຖິງເວລາທີ່ຝູງແກະຈະມາເຕົ້າໂຮມກັນ. ຈົ່ງໃຫ້ນ້ຳຝູງແກະດື່ມແລ້ວນຳຝູງແກະເຫລົ່ານັ້ນກັບໄປກິນຫຍ້າຕໍ່”.
8ພວກເຂົາໄດ້ຕອບວ່າ, “ພວກເຮົາເຮັດບໍ່ໄດ້, ຕ້ອງລໍຖ້າຈົນກວ່າຝູງແກະທັງໝົດມາເຕົ້າໂຮມກັນກ່ອນ ແລ້ວພວກເຮົາຈຶ່ງຈະກື່ງກ້ອນຫີນອອກຈາກປາກນ້ຳສ້າງ. ຫລັງຈາກນັ້ນ ພວກເຮົາຈຶ່ງໃຫ້ນ້ຳຝູງແກະ”.
9ໃນຂະນະທີ່ຢາໂຄບກຳລັງເວົ້າກັບພວກເຂົາຢູ່ນັ້ນ, ນາງຣາເຊັນກໍມາເຖິງພ້ອມກັບຝູງແກະຂອງພໍ່ຂອງນາງ, ເພາະວ່ານາງເປັນຄົນລ້ຽງແກະ. 10ເມື່ອຢາໂຄບເຫັນນາງຣາເຊັນລູກສາວຂອງລາບານຜູ້ທີ່ເປັນລຸງຂອງຕົນ ແລະ ຝູງແກະຂອງລາບານ, ລາວຈຶ່ງໄປທີ່ນ້ຳສ້າງ ແລະ ກື່ງກ້ອນຫີນອອກຈາກປາກນ້ຳສ້າງ ແລະ ໃຫ້ນ້ຳແກ່ຝູງແກະຂອງລຸງຂອງຕົນ. 11ແລ້ວຢາໂຄບກໍຈູບນາງຣາເຊັນ ແລະ ເລີ່ມຮ້ອງໄຫ້ສຽງດັງ. 12ລາວໄດ້ບອກນາງຣາເຊັນວ່າລາວເປັນຍາດພີ່ນ້ອງທາງພໍ່ຂອງນາງ ແລະ ເປັນລູກຊາຍຂອງນາງເຣເບກາ. ດັ່ງນັ້ນ ນາງຈຶ່ງແລ່ນໄປບອກພໍ່ຂອງນາງ.
13ທັນທີທີ່ລາບານໄດ້ຍິນເລື່ອງຂອງຢາໂຄບ ລູກຊາຍຂອງນ້ອງສາວຂອງເພິ່ນ, ເພິ່ນກໍຟ້າວອອກມາພົບຢາໂຄບ. ລາບານໄດ້ກອດ ແລະ ຈູບຢາໂຄບ ແລະ ໄດ້ພາລາວເມືອເຮືອນຂອງຕົນ, ແລ້ວຢາໂຄບກໍໄດ້ເລົ່າເລື່ອງທັງໝົດໃຫ້ເພິ່ນຟັງ. 14ແລ້ວລາບານໄດ້ກ່າວກັບຢາໂຄບວ່າ, “ເຈົ້າເປັນເລືອດເນື້ອເຊື້ອໄຂຂອງຂ້ອຍເອງ”.
ຢາໂຄບແຕ່ງງານກັບເລອາ ແລະ ຣາເຊັນ
ຫລັງຈາກທີ່ຢາໂຄບພັກຢູ່ກັບລາບານໄດ້ໜຶ່ງເດືອນເຕັມແລ້ວ, 15ລາບານໄດ້ເວົ້າກັບຢາໂຄບວ່າ, “ຍ້ອນເຈົ້າເປັນຍາດພີ່ນ້ອງຂອງຂ້ອຍ, ເຈົ້າຈະເຮັດວຽກໃຫ້ຂ້ອຍໂດຍບໍ່ເອົາຄ່າຕອບແທນຫຍັງບໍ? ຈົ່ງບອກຂ້ອຍວ່າຄ່າຈ້າງຂອງເຈົ້າຄວນຈະເປັນເທົ່າໃດ?”
16ບັດນີ້ ລາບານມີລູກສາວສອງຄົນ; ຜູ້ເອື້ອຍຊື່ເລອາ ຜູ້ນ້ອງຊື່ນາງຣາເຊັນ. 17ເລອາສາຍຕາບໍ່ດີ, ແຕ່ນາງຣາເຊັນມີຮູບຮ່າງທີ່ໜ້າຮັກ ແລະ ເປັນຄົນງາມ. 18ຢາໂຄບຮັກນາງຣາເຊັນ ແລະ ກ່າວວ່າ, “ຫລານຈະເຮັດວຽກໃຫ້ລຸງເຈັດປີເພື່ອແລກກັບນາງຣາເຊັນລູກສາວຜູ້ນ້ອຍຂອງລຸງ”.
19ລາບານໄດ້ກ່າວວ່າ, “ລຸງຈະຍົກນາງໃຫ້ຫລານກໍດີກວ່າຍົກໃຫ້ຊາຍອື່ນ. ຈົ່ງຢູ່ກັບລຸງທີ່ນີ້”. 20ດັ່ງນັ້ນ ຢາໂຄບຈຶ່ງຮັບໃຊ້ເຈັດປີເພື່ອຈະໄດ້ນາງຣາເຊັນ, ແຕ່ເຈັດປີເໝືອນກັບວ່າບໍ່ພໍເທົ່າໃດວັນສຳລັບຢາໂຄບ ເພາະຄວາມຮັກທີ່ລາວມີຕໍ່ນາງ.
21ແລ້ວຢາໂຄບໄດ້ເວົ້າກັບລາບານວ່າ, “ຫລານໄດ້ເຮັດວຽກຄົບຕາມສັນຍາແລ້ວ, ຂໍຈົ່ງມອບເມຍຂອງຫລານໃຫ້ຫລານສາ, ຫລານຕ້ອງການຈະຮ່ວມຫລັບນອນກັບນາງ”.
22ດັ່ງນັ້ນ ລາບານຈຶ່ງໄດ້ເຊີນປະຊາຊົນທັງໝົດໃນບ່ອນນັ້ນມາຮວມກັນ ແລະ ຈັດງານລ້ຽງຂຶ້ນ. 23ແຕ່ພໍຄ່ຳມາ, ລາບານກໍໄດ້ເອົາເລອາລູກສາວຂອງຕົນມາໃຫ້ຢາໂຄບ ແລະ ຢາໂຄບກໍໄດ້ຮ່ວມຫລັບນອນກັບນາງ. 24ແລະ ລາບານໄດ້ຍົກຄົນຮັບໃຊ້ຊື່ຊີລະປາໃຫ້ເປັນຄົນຮັບໃຊ້ຂອງນາງເລອາ.
25ເມື່ອເຊົ້າມາ, ກໍເຫັນວ່າແມ່ນນາງເລອາຢູ່ທີ່ນັ້ນ! ດັ່ງນັ້ນ ຢາໂຄບຈຶ່ງເວົ້າຕໍ່ລາບານວ່າ, “ເປັນຫຍັງລຸງຈຶ່ງເຮັດແບບນີ້ກັບຫລານ? ຫລານໄດ້ຮັບໃຊ້ລຸງເພື່ອນາງຣາເຊັນບໍ່ແມ່ນບໍ? ເປັນຫຍັງລຸງຈຶ່ງຫລອກລວງຫລານ?”
26ລາບານຈຶ່ງຕອບວ່າ, “ມັນບໍ່ແມ່ນທຳນຽມຂອງພວກເຮົາຢູ່ທີ່ນີ້ທີ່ຈະໃຫ້ນ້ອງສາວແຕ່ງງານກ່ອນເອື້ອຍ. 27ຂໍໃຫ້ງານລ້ຽງແຕ່ງງານຂອງນາງເລອາອາທິດນີ້ຈົບລົງກ່ອນ; ແລ້ວພວກເຮົາຈະຍົກລູກສາວຄົນນ້ອຍໃຫ້ເໝືອນກັນ, ເພື່ອແລກກັບການເຮັດວຽກອີກເຈັດປີ”.
28ແລະ ຢາໂຄບກໍໄດ້ເຮັດຕາມນັ້ນ. ເມື່ອລາວຢູ່ກັບນາງເລອາຄົບອາທິດໜຶ່ງແລ້ວ, ລາບານກໍໄດ້ຍົກນາງຣາເຊັນລູກສາວຂອງຕົນໃຫ້ເປັນເມຍຢາໂຄບ. 29ລາບານໄດ້ຍົກຄົນຮັບໃຊ້ຊື່ນາງບິນຮາໃຫ້ເປັນຄົນຮັບໃຊ້ຂອງນາງຣາເຊັນ. 30ຢາໂຄບໄດ້ຮ່ວມຫລັບນອນກັບນາງຣາເຊັນເໝືອນກັນ ແລະ ຄວາມຮັກຂອງລາວຕໍ່ນາງຣາເຊັນກໍຫລາຍກວ່າຄວາມຮັກຂອງລາວຕໍ່ນາງເລອາ. ແລະ ລາວໄດ້ເຮັດວຽກໃຫ້ລາບານອີກເຈັດປີ.
ບັນດາລູກຂອງຢາໂຄບ
31ເມື່ອພຣະເຈົ້າຢາເວເຫັນວ່ານາງເລອາບໍ່ໄດ້ຮັບຄວາມຮັກ, ພຣະອົງຈຶ່ງໃຫ້ນາງຖືພາ, ແຕ່ນາງຣາເຊັນຍັງບໍ່ມີລູກ. 32ນາງເລອາກໍຖືພາ ແລະ ເກີດລູກຊາຍຄົນໜຶ່ງ. ນາງຕັ້ງຊື່ໃຫ້ລາວວ່າຣູເບັນ,#29:32 ຄຳວ່າ ຣູເບັນ ມີສຽງຄ້າຍຄຳພາສາເຮັບເຣີທີ່ມີຄວາມໝາຍວ່າ ພຣະອົງເຫັນຄວາມທຸກຍາກຂອງຂ້ານ້ອຍ ຊື່ ຣູເບັນ ແປວ່າ ເຫັນ, ລູກຊາຍຄົນໜຶ່ງ ເພາະນາງເວົ້າວ່າ, “ເປັນເພາະພຣະເຈົ້າຢາເວໄດ້ເຫັນຄວາມທຸກໃຈຂອງຂ້ານ້ອຍ. ບັດນີ້ ຜົວຂອງຂ້ານ້ອຍຈະຮັກຂ້ານ້ອຍຢ່າງແນ່ນອນ”.
33ແລ້ວນາງກໍໄດ້ຖືພາອີກ ແລະ ເມື່ອນາງເກີດລູກຊາຍຄົນໜຶ່ງ ນາງຈຶ່ງເວົ້າວ່າ, “ເພາະພຣະເຈົ້າຢາເວໄດ້ຍິນວ່າຂ້ານ້ອຍບໍ່ໄດ້ຮັບຄວາມຮັກ, ພຣະອົງຈຶ່ງໄດ້ໃຫ້ລູກຊາຍຄົນນີ້ແກ່ຂ້ານ້ອຍດ້ວຍ”. ດັ່ງນັ້ນ ນາງຈຶ່ງຕັ້ງຊື່ໃຫ້ລາວວ່າຊີເມໂອນ.#29:33 ອາດມີຄວາມໝາຍວ່າ ຜູ້ທີ່ໄດ້ຍິນ
34ນາງໄດ້ຖືພາອີກ ແລະ ເມື່ອນາງເກີດລູກຊາຍຄົນໜຶ່ງ ນາງຈຶ່ງໄດ້ເວົ້າວ່າ, “ໃນທີ່ສຸດຜົວຂອງຂ້ານ້ອຍຈະມາຜູກພັນຢູ່ກັບຂ້ານ້ອຍ ເພາະຂ້ານ້ອຍໄດ້ເກີດລູກຊາຍສາມຄົນໃຫ້ເພິ່ນແລ້ວ”. ດັ່ງນັ້ນ ນາງຈຶ່ງໄດ້ຕັ້ງຊື່ລາວວ່າເລວີ.#29:34 ຄຳວ່າ ເລວີ ມີສຽງຄ້າຍ ແລະ ອາດມາຈາກຄຳພາສາເຮັບເຣີທີ່ມີຄວາມໝາຍວ່າ ຜູກພັນ
35ນາງໄດ້ຖືພາອີກ ແລະ ເມື່ອນາງເກີດລູກຊາຍຄົນໜຶ່ງ ນາງກໍໄດ້ເວົ້າວ່າ, “ເທື່ອນີ້ຂ້ານ້ອຍຈະສັນລະເສີນພຣະເຈົ້າຢາເວ”. ດັ່ງນັ້ນ ນາງຈຶ່ງຕັ້ງຊື່ໃຫ້ລາວວ່າຢູດາ.#29:35 ຄຳວ່າ ຢູດາ ມີສຽງຄ້າຍ ແລະ ອາດມາຈາກຄຳພາສາເຮັບເຣີທີ່ມີຄວາມໝາຍວ່າ ສັນລະເສີນ ແລ້ວນາງກໍຢຸດຕິການມີລູກ.
Currently Selected:
ປະຖົມມະການ 29: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.