ແລ້ວຢາໂຄບກໍໄດ້ເຮັດຄຳປະຕິຍານ ໂດຍກ່າວວ່າ, “ຖ້າພຣະເຈົ້າຢູ່ກັບຂ້ານ້ອຍ ແລະ ຈະປົກປ້ອງຂ້ານ້ອຍໃນການເດີນທາງຄັ້ງນີ້ທີ່ຂ້ານ້ອຍກຳລັງເດີນທາງຢູ່ ແລະ ທັງຈະໃຫ້ອາຫານແກ່ຂ້ານ້ອຍ ແລະ ໃຫ້ເຄື່ອງນຸ່ງແກ່ຂ້ານ້ອຍເພື່ອນຸ່ງຫົ່ມ ເພື່ອວ່າຂ້ານ້ອຍຈະກັບມາເຮືອນພໍ່ຂອງຂ້ານ້ອຍຢ່າງປອດໄພ, ແລ້ວພຣະເຈົ້າຢາເວກໍຈະເປັນພຣະເຈົ້າຂອງຂ້ານ້ອຍ ແລະ ຫີນທີ່ຂ້ານ້ອຍຕັ້ງຂຶ້ນເປັນເສົາກໍຈະເປັນເຮືອນຂອງພຣະເຈົ້າ ແລະ ທຸກສິ່ງທີ່ພຣະອົງມອບໃຫ້ຂ້ານ້ອຍນັ້ນ, ຂ້ານ້ອຍກໍຈະຄືນໜຶ່ງສ່ວນສິບໃຫ້ແກ່ພຣະອົງ”.