ປະຖົມມະການ 27
27
1ເມື່ອອີຊາກເຖົ້າແກ່ແລ້ວ ແລະ ສາຍຕາຂອງເພິ່ນກໍເສື່ອມລົງຈົນເພິ່ນບໍ່ສາມາດເບິ່ງເຫັນ, ເພິ່ນຈຶ່ງໄດ້ເອີ້ນຫາເອຊາວລູກຊາຍກົກຂອງເພິ່ນວ່າ, “ລູກເອີຍ”.
ເອຊາວໄດ້ຕອບວ່າ, “ລູກຢູ່ທີ່ນີ້”.
2ອີຊາກໄດ້ກ່າວວ່າ, “ເວລານີ້ພໍ່ກໍເຖົ້າແກ່ແລ້ວ ແລະ ຈະຕາຍມື້ໃດກໍບໍ່ຮູ້. 3ບັດນີ້ ຈົ່ງເອົາເຄື່ອງມືຂອງເຈົ້າຄື: ລູກທະນູ ແລະ ຄັນທະນູ ແລ້ວອອກໄປຍັງທົ່ງກວ້າງເພື່ອລ່າສັດປ່າມາໃຫ້ພໍ່. 4ປຸງແຕ່ງເປັນອາຫານທີ່ມີລົດແຊບທີ່ພໍ່ມັກ ແລ້ວນຳເອົາອາຫານນັ້ນມາໃຫ້ພໍ່ກິນ, ເພື່ອວ່າພໍ່ຈະໄດ້ມອບພອນຂອງພໍ່ໃຫ້ເຈົ້າກ່ອນພໍ່ຕາຍ”.
5ຂະນະທີ່ອີຊາກເວົ້າກັບເອຊາວລູກຊາຍຂອງເພິ່ນຢູ່ນັ້ນ, ນາງເຣເບກາກໍໄດ້ຍິນ. ເມື່ອເອຊາວອອກໄປທີ່ທົ່ງກວ້າງເພື່ອລ່າສັດ ແລະ ນຳສັດກັບມານັ້ນ, 6ເຣເບກາກໍເວົ້າກັບຢາໂຄບລູກຊາຍຂອງນາງວ່າ, “ເບິ່ງແມ, ແມ່ໄດ້ຍິນພໍ່ຂອງເຈົ້າເວົ້າກັບເອຊາວອ້າຍຂອງເຈົ້າວ່າ, 7‘ຈົ່ງເອົາຊີ້ນສັດປ່າທີ່ລ່າໄດ້ມາເຮັດອາຫານທີ່ມີລົດແຊບໃຫ້ພໍ່ກິນ, ເພື່ອວ່າພໍ່ຈະມອບພອນຂອງພໍ່ໃຫ້ແກ່ເຈົ້າຊ້ອງໜ້າພຣະເຈົ້າຢາເວກ່ອນພໍ່ຕາຍ’. 8ບັດນີ້ ລູກເອີຍ, ຈົ່ງຟັງໃຫ້ດີ ແລະ ເຮັດຕາມສິ່ງທີ່ແມ່ສັ່ງ: 9ຈົ່ງໄປທີ່ຝູງສັດ ແລະ ເລືອກເອົາແບ້ໜຸ່ມສອງໂຕມາໃຫ້ແມ່, ເພື່ອແມ່ຈະໄດ້ເຮັດອາຫານທີ່ມີລົດແຊບໃຫ້ພໍ່ຂອງເຈົ້າ ແບບທີ່ພໍ່ເຈົ້າມັກ. 10ຫລັງຈາກນັ້ນ ເຈົ້າຈົ່ງເອົາອາຫານນັ້ນໄປໃຫ້ພໍ່ຂອງເຈົ້າກິນ, ເພື່ອວ່າເພິ່ນຈະໄດ້ມອບພອນຂອງເພິ່ນໃຫ້ແກ່ເຈົ້າກ່ອນເພິ່ນຕາຍ”.
11ຢາໂຄບໄດ້ເວົ້າກັບນາງເຣເບກາແມ່ຂອງຕົນວ່າ, “ແຕ່ເອຊາວອ້າຍຂອງລູກນັ້ນເປັນຊາຍທີ່ມີຂົນດົກ ສ່ວນລູກເປັນຄົນຜີວກ້ຽງ. 12ຖ້າຫາກພໍ່ບາຍຕົວລູກເດ? ກໍເບິ່ງຄືວ່າລູກກຳລັງຫລອກລວງເພິ່ນ ແລະ ລູກກໍຈະນຳເອົາຄຳສາບແຊ່ງມາໃສ່ລູກເອງແທນທີ່ຈະໄດ້ຮັບພອນ”.
13ແມ່ຂອງລາວເວົ້າວ່າ, “ລູກເອີຍ, ຂໍໃຫ້ຄຳສາບແຊ່ງນັ້ນຕົກມາໃສ່ແມ່ສາ. ຈົ່ງເຮັດຕາມສິ່ງທີ່ແມ່ບອກ; ຄືໄປເອົາແບ້ໜຸ່ມມາໃຫ້ແມ່”.
14ດັ່ງນັ້ນ ຢາໂຄບຈຶ່ງອອກໄປເອົາແບ້ໜຸ່ມມາໃຫ້ແມ່ຂອງຕົນ ແລະ ນາງກໍໄດ້ເຮັດອາຫານລົດແຊບທີ່ພໍ່ຂອງຕົນມັກ. 15ແລ້ວເຣເບກາກໍໄດ້ຈັບເອົາເຄື່ອງນຸ່ງທີ່ດີທີ່ສຸດຂອງເອຊາວລູກຊາຍກົກຂອງນາງທີ່ມີຢູ່ໃນເຮືອນມາ ແລ້ວສວມເຄື່ອງນຸ່ງນັ້ນໃຫ້ຢາໂຄບລູກຊາຍນ້ອຍຂອງນາງ. 16ນາງຍັງໄດ້ເອົາໜັງແບ້ຫຸ້ມມືທັງສອງຂອງລາວ ແລະ ຄໍທີ່ກ້ຽງຂອງລາວ. 17ແລ້ວນາງກໍຍື່ນອາຫານທີ່ມີລົດແຊບນັ້ນ ແລະ ເຂົ້າຈີ່ທີ່ນາງເຮັດໃຫ້ຢາໂຄບລູກຊາຍຂອງນາງ.
18ຢາໂຄບໄດ້ເຂົ້າໄປຫາພໍ່ຂອງຕົນ ແລະ ເວົ້າວ່າ, “ພໍ່ເອີຍ”.
ອີຊາກຕອບວ່າ, “ມີຫຍັງບໍລູກ. ເຈົ້າແມ່ນຜູ້ໃດ?”
19ຢາໂຄບໄດ້ກ່າວກັບພໍ່ຂອງຕົນວ່າ, “ລູກຄືເອຊາວລູກກົກຂອງພໍ່. ລູກໄດ້ເຮັດຕາມທີ່ພໍ່ສັ່ງແລ້ວ. ຂໍພໍ່ຈົ່ງລຸກຂຶ້ນມາກິນຊີ້ນສັດປ່າທີ່ລູກຫາມາ, ເພື່ອວ່າພໍ່ຈະໄດ້ມອບພອນຂອງພໍ່ໃຫ້ລູກ”.
20ອີຊາກໄດ້ຖາມລູກຊາຍຂອງເພິ່ນວ່າ, “ເປັນຫຍັງລູກຄືຫາມາໄດ້ໄວແທ້?”
ຢາໂຄບໄດ້ຕອບວ່າ, “ກໍເພາະພຣະເຈົ້າຢາເວຂອງພໍ່ໄດ້ໃຫ້ຄວາມສຳເລັດແກ່ລູກ”.
21ແລ້ວອີຊາກຈຶ່ງເວົ້າກັບຢາໂຄບວ່າ, “ລູກເອີຍ, ເຂົ້າມາໃກ້ໆແດ່ ເພື່ອພໍ່ຈະສາມາດຈັບບາຍລູກ, ເພື່ອຈະຮູ້ວ່າລູກເປັນເອຊາວລູກຊາຍຂອງພໍ່ແທ້ ຫລື ບໍ່?”
22ຢາໂຄບໄດ້ເຂົ້າໄປໃກ້ອີຊາກພໍ່ຂອງຕົນ, ຜູ້ທີ່ໄດ້ຈັບບາຍລາວ ແລະ ເວົ້າວ່າ, “ສຽງນີ້ເປັນສຽງຂອງຢາໂຄບ, ແຕ່ມືພັດເປັນມືຂອງເອຊາວ”. 23ອີຊາກຈື່ລາວບໍ່ໄດ້ ເພາະມືຂອງລາວມີຂົນດົກເໝືອນມືຂອງເອຊາວອ້າຍຂອງລາວ, ດັ່ງນັ້ນ ອີຊາກຈຶ່ງໄດ້ຕຽມອວຍພອນລາວ. 24ອີຊາກໄດ້ຖາມວ່າ, “ເຈົ້າແມ່ນເອຊາວລູກຊາຍຂອງພໍ່ແທ້ບໍ?”
ຢາໂຄບຕອບວ່າ, “ໂດຍ, ແມ່ນແລ້ວ”.
25ແລ້ວອີຊາກໄດ້ກ່າວວ່າ, “ລູກເອີຍ, ຈົ່ງເອົາຊີ້ນສັດປ່າມາໃຫ້ພໍ່ກິນສາ ເພື່ອວ່າພໍ່ຈະໄດ້ມອບພອນຂອງພໍ່ໃຫ້ເຈົ້າ”.
ຢາໂຄບຍົກອາຫານມາໃຫ້ອີຊາກ ແລ້ວເພິ່ນກໍໄດ້ກິນ ແລະ ຢາໂຄບກໍໄດ້ນຳເອົາເຫລົ້າອະງຸ່ນມາໃຫ້ ແລະ ອີຊາກກໍໄດ້ດື່ມ. 26ຫລັງຈາກນັ້ນ ອີຊາກພໍ່ຂອງລາວກໍໄດ້ເວົ້າກັບລາວວ່າ, “ລູກເອີຍ, ມານີ້ແມ ແລະ ຈູບພໍ່”.
27ດັ່ງນັ້ນ ຢາໂຄບຈຶ່ງເຂົ້າໄປຈູບພໍ່ຂອງເພິ່ນ. ເມື່ອອີຊາກໄດ້ກິ່ນເຄື່ອງນຸ່ງຂອງລາວແລ້ວກໍໄດ້ອວຍພອນລາວ ແລະ ໄດ້ກ່າວວ່າ,
“ແມ່ນແລ້ວ, ກິ່ນລູກຊາຍຂອງເຮົາ
ເໝືອນກິ່ນຂອງທົ່ງນາ
ທີ່ພຣະເຈົ້າຢາເວໄດ້ອວຍພອນ.
28ຂໍພຣະເຈົ້າໃຫ້ນ້ຳຄ້າງຈາກສະຫວັນ
ແລະ ຄວາມຮັ່ງມີເທິງແຜ່ນດິນໂລກ
ຄວາມອຸດົມສົມບູນດ້ວຍເມັດພືດ ແລະ ເຫລົ້າອະງຸ່ນໃໝ່ແກ່ເຈົ້າ.
29ຂໍໃຫ້ຊົນຊາດທັງຫລາຍຮັບໃຊ້ເຈົ້າ
ແລະ ປະຊາຊົນທັງຫລາຍກົ້ມຄຳນັບເຈົ້າ.
ຈົ່ງເປັນນາຍເໜືອພີ່ນ້ອງຂອງເຈົ້າ,
ຂໍໃຫ້ບັນດາລູກຊາຍຂອງແມ່ເຈົ້າກົ້ມຄຳນັບເຈົ້າ.
ຂໍໃຫ້ບັນດາຄົນທີ່ສາບແຊ່ງເຈົ້າຖືກສາບແຊ່ງ
ແລະ ໃຫ້ບັນດາຄົນທີ່ອວຍພອນເຈົ້າໄດ້ຮັບພອນ”.
30ຫລັງຈາກທີ່ອີຊາກໄດ້ອວຍພອນຢາໂຄບຈົບແລ້ວ ແລະ ພໍແຕ່ຢາໂຄບລາພໍ່ຂອງຕົນອອກໄປ, ເອຊາວອ້າຍຂອງເພິ່ນກໍກັບມາຈາກການລ່າສັດ. 31ລາວກໍໄດ້ເຮັດອາຫານທີ່ມີລົດແຊບເໝືອນກັນ ແລ້ວໄດ້ນຳອາຫານນັ້ນມາໃຫ້ພໍ່ຂອງຕົນ. ແລ້ວເອຊາວກໍໄດ້ກ່າວກັບພໍ່ວ່າ, “ພໍ່ເອີຍ, ເຊີນພໍ່ລຸກຂຶ້ນນັ່ງກິນຊີ້ນສັດປ່າທີ່ລູກລ່າມາ, ເພື່ອວ່າພໍ່ຈະໄດ້ມອບພອນຂອງພໍ່ໃຫ້ລູກ”.
32ອີຊາກພໍ່ຂອງລາວກໍຖາມວ່າ, “ເຈົ້າເປັນຜູ້ໃດ?”
ລາວຕອບວ່າ, “ລູກເປັນລູກຊາຍຂອງພໍ່, ລູກແມ່ນເອຊາວລູກກົກຂອງພໍ່”.
33ອີຊາກໃຈຮ້າຍຈົນຕົວສັ່ນຢ່າງແຮງ ແລະ ໄດ້ກ່າວວ່າ, “ແລ້ວແມ່ນຜູ້ໃດທີ່ໄດ້ລ່າສັດ ແລະ ນຳຊີ້ນສັດປ່າມາໃຫ້ພໍ່ກິນ? ພໍ່ຫາກໍກິນໄປກ່ອນທີ່ເຈົ້າເຂົ້າມາ ແລະ ພໍ່ກໍໄດ້ອວຍພອນລາວແລ້ວ ແລະ ແນ່ນອນລາວກໍໄດ້ຮັບພອນນັ້ນແລ້ວ!”
34ເມື່ອເອຊາວໄດ້ຍິນຄຳເວົ້າຂອງພໍ່ແລ້ວ, ລາວກໍຮ້ອງໄຫ້ສຽງດັງດ້ວຍຄວາມຂົມຂື່ນ ແລະ ເວົ້າກັບພໍ່ຂອງຕົນວ່າ, “ພໍ່ເອີຍ! ຂໍອວຍພອນລູກເໝືອນກັນດ້ວຍ”.
35ແຕ່ອີຊາກໄດ້ກ່າວວ່າ, “ນ້ອງຊາຍຂອງເຈົ້າໄດ້ເຂົ້າມາຫລອກລວງ ແລະ ໄດ້ເອົາພອນຂອງເຈົ້າໄປແລ້ວ”.
36ເອຊາວເວົ້າວ່າ, “ທີ່ລາວມີຊື່ວ່າຢາໂຄບ#27:36 ແປວ່າ ພວກເຂົາຈັບສົ້ນຕີນ (ເປັນສຳນວນຄຳເວົ້າທີ່ແປວ່າ ພວກເຂົາຫລອກລວງ)ກໍຖືກແລ້ວບໍ່ແມ່ນບໍ? ນີ້ເປັນເທື່ອທີສອງທີ່ລາວໄດ້ເອົາປຽບລູກ: ລາວໄດ້ເອົາສິດລູກກົກຂອງລູກໄປ ແລະ ຄັ້ງນີ້ລາວກໍໄດ້ເອົາພອນຂອງລູກໄປ!” ແລ້ວລາວຈຶ່ງໄດ້ຖາມວ່າ, “ພໍ່ບໍ່ໄດ້ຮັກສາພອນໃດໄວ້ໃຫ້ລູກແດ່ບໍ?”
37ອີຊາກໄດ້ຕອບເອຊາວວ່າ, “ພໍ່ໄດ້ຕັ້ງໃຫ້ລາວເປັນນາຍເໜືອເຈົ້າ ແລະ ໃຫ້ຍາດພີ່ນ້ອງຂອງລາວທັງໝົດເປັນຄົນຮັບໃຊ້ລາວ, ພໍ່ຂໍໃຫ້ພຣະເຈົ້າລ້ຽງດູລາວດ້ວຍເມັດພືດ ແລະ ເຫລົ້າອະງຸ່ນໃໝ່. ດັ່ງນັ້ນ ລຸກເອີຍ, ພໍ່ຈະເຮັດຫຍັງເພື່ອເຈົ້າໄດ້ອີກ?”
38ເອຊາວໄດ້ກ່າວກັບພໍ່ອີກວ່າ, “ພໍ່ເອີຍ, ພໍ່ມີພຽງແຕ່ພອນດຽວເທົ່ານັ້ນບໍ? ຂໍອວຍພອນລູກດ້ວຍ!” ແລ້ວເອຊາວກໍຮ້ອງໄຫ້ສຽງດັງ.
39ອີຊາກພໍ່ຂອງລາວໄດ້ຕອບວ່າ,
“ບ່ອນອາໄສຂອງເຈົ້າຈະຢູ່ຫ່າງໄກ
ຈາກຄວາມຮັ່ງມີຂອງແຜ່ນດິນໂລກ,
ຈາກນ້ຳຄ້າງແຫ່ງສະຫວັນເບື້ອງເທິງ.
40ເຈົ້າຈະດຳເນີນຊີວິດຢູ່ດ້ວຍດາບ
ແລະ ເຈົ້າຈະຮັບໃຊ້ນ້ອງຂອງເຈົ້າ.
ແຕ່ເມື່ອເຈົ້າທົນບໍ່ໄດ້,
ເຈົ້າຈະຖິ້ມແອກຂອງລາວອອກ
ຈາກຄໍຂອງເຈົ້າ”.
41ເອຊາວເກັບຄວາມແຄ້ນທີ່ມີຕໍ່ຢາໂຄບໄວ້ເພາະພອນທີ່ພໍ່ຂອງຕົນໄດ້ມອບໃຫ້ຢາໂຄບນັ້ນ. ລາວໄດ້ເວົ້າກັບຕົນເອງວ່າ, “ວັນໄວ້ທຸກໃຫ້ພໍ່ກໍໃກ້ເຂົ້າມາແລ້ວ; ແລ້ວເຮົາຈະຂ້າຢາໂຄບນ້ອງຊາຍຂອງເຮົາ”.
42ເມື່ອມີຄົນມາບອກເຣເບກາເຖິງສິ່ງທີ່ເອຊາວລູກຊາຍກົກຂອງນາງໄດ້ເວົ້າ, ນາງຈຶ່ງເອີ້ນຢາໂຄບລູກຊາຍນ້ອຍຂອງຕົນມາ ແລະ ເວົ້າກັບລາວວ່າ, “ເອຊາວອ້າຍຂອງເຈົ້າກຳລັງວາງແຜນຈະຂ້າເຈົ້າເປັນການລ້າງແຄ້ນ. 43ລູກເອີຍ, ບັດນີ້ ຈົ່ງເຮັດຕາມທີ່ແມ່ສັ່ງ: ຈົ່ງຟ້າວໜີໄປຫາລາບານອ້າຍຂອງແມ່ທີ່ເມືອງຮາຣານ. 44ໄປອາໄສຢູ່ກັບເພິ່ນຈັກໄລຍະໜຶ່ງຈົນກວ່າຄວາມໃຈຮ້າຍຂອງອ້າຍເຈົ້າຈະຜ່ອນລົງ. 45ເມື່ອອ້າຍຂອງເຈົ້າເຊົາໃຈຮ້າຍ ແລະ ລືມສິ່ງທີ່ເຈົ້າເຮັດໄວ້ກັບລາວແລ້ວ, ແມ່ຈະສົ່ງຂ່າວໄປຫາລູກເພື່ອໃຫ້ລູກກັບມາຈາກທີ່ນັ້ນ. ເປັນຫຍັງແມ່ຈຶ່ງຈະຕ້ອງເສຍລູກທັງສອງຄົນໄປໃນວັນດຽວກັນ?”
46ແລ້ວເຣເບກາຈຶ່ງໄດ້ເວົ້າກັບອີຊາກວ່າ, “ຂ້ອຍຈະທົນຢູ່ຕໍ່ໄປບໍ່ໄຫວແລ້ວ ເພາະແມ່ຍິງຊາວຮິດຕີເຫລົ່ານີ້. ຖ້າຢາໂຄບຫາເມຍຈາກຍິງໃນດິນແດນນີ້, ຈາກຍິງຊາວຮິດຕີແບບນີ້, ຊີວິດຂອງຂ້ອຍກໍຈະບໍ່ມີຄ່າທີ່ຈະຢູ່ຕໍ່ໄປ”.
Currently Selected:
ປະຖົມມະການ 27: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.