ອົບພະຍົບ 8
8
1ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ໂມເຊວ່າ, “ຈົ່ງໄປຫາຟາໂຣ ແລະ ບອກລາວວ່າ, ‘ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວຄື: ຈົ່ງປ່ອຍປະຊາຊົນຂອງເຮົາໄປ, ເພື່ອວ່າພວກເຂົາຈະໄດ້ນະມັດສະການເຮົາ. 2ຖ້າເຈົ້າປະຕິເສດທີ່ຈະປ່ອຍພວກເຂົາໄປ, ເຮົາຈະສົ່ງໄພພິບັດກົບມາຢູ່ທົ່ວປະເທດຂອງເຈົ້າ. 3ແມ່ນ້ຳນິນຈະເຕັມໄປດ້ວຍຝູງກົບ. ພວກມັນຈະເຂົ້າໄປໃນວັງຂອງເຈົ້າ, ເຂົ້າໄປໃນຫ້ອງນອນຂອງເຈົ້າ, ເຂົ້າໄປເທິງຕຽງຂອງເຈົ້າ, ພວກມັນຈະເຂົ້າໄປໃນເຮືອນຂອງບັນດາຂ້າລາຊະການຂອງເຈົ້າ ແລະ ຢູ່ເທິງປະຊາຊົນຂອງເຈົ້າ ແລະ ເຂົ້າໄປໃນເຕົາອົບ ແລະ ອ່າງນວດແປ້ງຂອງເຈົ້າ. 4ຝູງກົບນັ້ນຈະຂຶ້ນມາເທິງຕົວເຈົ້າ, ເທິງປະຊາຊົນຂອງເຈົ້າ ແລະ ຂ້າລາຊະການຂອງເຈົ້າ’ ”.
5ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ໂມເຊວ່າ, “ຈົ່ງບອກອາໂຣນວ່າ, ‘ຢຽດມືຂອງເຈົ້າພ້ອມດ້ວຍໄມ້ຄ້ອນເທົ້າຂອງເຈົ້າໃສ່ແມ່ນ້ຳ, ຄອງນ້ຳ ແລະ ໜອງນໍ້າທັງຫລາຍ ແລ້ວເຮັດໃຫ້ຝູງກົບຂຶ້ນມາເທິງແຜ່ນດິນຂອງເອຢິບ’ ”.
6ດັ່ງນັ້ນ ອາໂຣນຈຶ່ງຢຽດມືຂອງເພິ່ນອອກໃສ່ນ້ຳທັງຫລາຍຂອງເອຢິບ, ແລ້ວຝູງກົບກໍຂຶ້ນມາປົກຄຸມແຜ່ນດິນ. 7ແຕ່ພວກຫລິ້ນຄາຖາອາຄົມກໍໄດ້ເຮັດສິ່ງດຽວກັນໂດຍໃຊ້ວິຊາທີ່ເລິກລັບຂອງພວກເຂົາ; ພວກເຂົາໄດ້ເຮັດໃຫ້ຝູງກົບຂຶ້ນມາເທິງແຜ່ນດິນຂອງເອຢິບເໝືອນກັນ.
8ຟາໂຣຈຶ່ງເອີ້ນໃຫ້ໂມເຊ ແລະ ອາໂຣນເຂົ້າມາພົບແລ້ວກ່າວວ່າ, “ຈົ່ງອະທິຖານຕໍ່ພຣະເຈົ້າຢາເວເພື່ອໃຫ້ເອົາຝູງກົບນັ້ນໜີໄປຈາກເຮົາ ແລະ ປະຊາຊົນຂອງເຮົາ, ແລ້ວເຮົາຈະປ່ອຍປະຊາຊົນຂອງເຈົ້າອອກໄປເພື່ອຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ”.
9ໂມເຊຕອບຟາໂຣວ່າ, “ຂ້ານ້ອຍຂໍໃຫ້ກຽດທ່ານໃນການຈັດເວລາໃຫ້ຂ້ານ້ອຍເພື່ອອະທິຖານເພື່ອທ່ານ ແລະ ຂ້າລາຊະການຂອງທ່ານ ພ້ອມທັງປະຊາຊົນຂອງທ່ານ ແລະ ເຮືອນຂອງທ່ານວ່າຈະກຳຈັດຝູງກົບອອກໄປເມື່ອໃດ, ຍົກເວັ້ນຝູງກົບທີ່ຍັງມີຢູ່ໃນແມ່ນ້ຳນິນ”.
10ຟາໂຣໄດ້ເວົ້າວ່າ, “ມື້ອື່ນ”.
ໂມເຊຈຶ່ງຕອບວ່າ, “ຈະເປັນໄປຕາມທີ່ທ່ານກ່າວນັ້ນ, ເພື່ອວ່າທ່ານຈະໄດ້ຮູ້ວ່າບໍ່ມີຜູ້ໃດເໝືອນພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ. 11ຝູງກົບນັ້ນຈະອອກໄປຈາກທ່ານ, ເຮືອນຂອງທ່ານ, ເຮືອນຂອງຂ້າລາຊະການຂອງທ່ານ ແລະ ເຮືອນຂອງປະຊາຊົນຂອງທ່ານ; ແຕ່ພວກມັນຈະຍັງມີຢູ່ໃນແມ່ນ້ຳນິນເທົ່ານັ້ນ”.
12ຫລັງຈາກໂມເຊ ແລະ ອາໂຣນອອກໄປຈາກຟາໂຣແລ້ວ, ໂມເຊກໍຮ້ອງຂໍຕໍ່ພຣະເຈົ້າຢາເວກ່ຽວກັບຝູງກົບທີ່ພຣະອົງໄດ້ນຳມາແກ່ຟາໂຣ. 13ແລະ ພຣະເຈົ້າຢາເວກໍໄດ້ເຮັດຕາມສິ່ງທີ່ໂມເຊໄດ້ຮ້ອງຂໍ. ຝູງກົບໄດ້ຕາຍຢູ່ໃນເຮືອນ, ຢູ່ຕາມເດີ່ນຕ່າງໆ ແລະ ຢູ່ໃນທົ່ງນາຕ່າງໆ. 14ພວກເຂົາໄດ້ເອົາກົບຕາຍນັ້ນມາໂຮມໄວ້ເປັນກອງ ແລະ ສົ່ງກິ່ນເໝັນໄປທົ່ວແຜ່ນດິນຂອງພວກເຂົາ. 15ແຕ່ເມື່ອຟາໂຣໄດ້ເຫັນວ່າມີການຫລຸດຜ່ອນລົງແລ້ວ, ເພິ່ນກໍມີໃຈແຂງກະດ້າງ ແລະ ຈະບໍ່ຟັງໂມເຊ ແລະ ອາໂຣນອີກ, ເໝືອນດັ່ງທີ່ພຣະເຈົ້າຢາເວໄດ້ກ່າວໄວ້.
ໄພພິບັດຈາກຝູງຮີ້ນ
16ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງບອກອາໂຣນວ່າ, ‘ຈົ່ງເດ່ໄມ້ຄ້ອນເທົ້າຂອງເຈົ້າອອກ ແລະ ຟາດໃສ່ຂີ້ຝຸ່ນເທິງພື້ນດິນ,’ ແລ້ວຂີ້ຝຸ່ນທົ່ວດິນແດນເອຢິບກໍຈະກາຍເປັນຝູງຮີ້ນ”. 17ພວກເພິ່ນຈຶ່ງໄດ້ເຮັດສິ່ງນີ້ ແລະ ເມື່ອອາໂຣນຢຽດມືເບື້ອງທີ່ຖືໄມ້ຄ້ອນເທົ້າອອກ ແລະ ຟາດໃສ່ຂີ້ຝຸ່ນເທິງພື້ນດິນ, ຝູງຮີ້ນກໍມາຕອມຄົນ ແລະ ສັດ. ຂີ້ຝຸ່ນທົ່ວດິນແດນເອຢິບກໍໄດ້ກາຍເປັນຝູງຮີ້ນໝົດ. 18ແຕ່ເມື່ອພວກຫລິ້ນຄາຖາອາຄົມພະຍາຍາມຈະໃຊ້ວິຊາທີ່ເລິກລັບຂອງຕົນເຮັດຕາມ, ພວກເຂົາກໍເຮັດບໍ່ໄດ້.
ເນື່ອງຈາກວ່າຮີ້ນໄດ້ຢູ່ກັບຄົນ ແລະ ສັດທັງຫລາຍທຸກບ່ອນ, 19ພວກຫລິ້ນຄາຖາອາຄົມຈຶ່ງໄດ້ເວົ້າຕໍ່ຟາໂຣວ່າ, “ນີ້ເປັນຜົນມາຈາກນິ້ວມືຂອງພຣະເຈົ້າ”. ແຕ່ໃຈຂອງກະສັດຟາໂຣຍັງແຂງກະດ້າງຢູ່ ແລະ ຈະບໍ່ຍອມຟັງ, ເໝືອນດັ່ງທີ່ພຣະເຈົ້າຢາເວໄດ້ກ່າວໄວ້.
ໄພພິບັດຈາກຝູງເຫລືອກ
20ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ໂມເຊວ່າ, “ຈົ່ງລຸກຂຶ້ນແຕ່ເຊົ້າແລ້ວໄປປະເຊີນໜ້າກັບຟາໂຣຂະນະທີ່ເພິ່ນໄປທີ່ແມ່ນ້ຳ ແລະ ບອກລາວວ່າ, ‘ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວຄື: ຈົ່ງປ່ອຍປະຊາຊົນຂອງເຮົາໄປ, ເພື່ອວ່າພວກເຂົາຈະໄດ້ນະມັດສະການເຮົາ. 21ຖ້າເຈົ້າບໍ່ຍອມປ່ອຍປະຊາຊົນຂອງເຮົາໄປ, ເຮົາຈະສົ່ງຝູງເຫລືອກມາຕອມເຈົ້າ ແລະ ຂ້າລາຊະການຂອງເຈົ້າ, ຕອມປະຊາຊົນຂອງເຈົ້າ ແລະ ເຂົ້າໄປໃນບັນດາເຮືອນຂອງເຈົ້າ. ບັນດາເຮືອນຂອງຊາວເອຢິບຈະເຕັມໄປດ້ວຍຝູງເຫລືອກ; ແມ່ນແຕ່ພື້ນດິນກໍຈະປົກຄຸມດ້ວຍຝູງເຫລືອກ.
22“ ‘ແຕ່ໃນວັນນັ້ນ ເຮົາຈະຈັດການກັບດິນແດນໂກເຊັນ ບ່ອນທີ່ປະຊາຊົນຂອງເຮົາອາໄສຢູ່ແຕກຕ່າງກັນ; ທີ່ນັ້ນຈະບໍ່ມີຝູງເຫລືອກ, ເພື່ອວ່າເຈົ້າຈະໄດ້ຮູ້ວ່າ, ເຮົາແມ່ນພຣະເຈົ້າຢາເວ, ເຮົາຢູ່ໃນດິນແດນນີ້. 23ເຮົາຈະເຮັດໃຫ້ເຫັນຄວາມແຕກຕ່າງ#8:23 ໃນເຊັບຕູອາຈິນ ແລະ ວູນເກດ; ໃນພາສາເຮັບເຣີວ່າ, ເຮົາຈະນຳການກອບກູ້ລະຫວ່າງປະຊາຊົນຂອງເຮົາ ແລະ ປະຊາຊົນຂອງເຈົ້າ. ໝາຍສຳຄັນນີ້ຈະເກີດຂຶ້ນໃນມື້ອື່ນ’ ”.
24ແລະ ພຣະເຈົ້າຢາເວກໍໄດ້ເຮັດສິ່ງນີ້. ຝູງເຫລືອກຈຳນວນມະຫາສານຫລັ່ງເຂົ້າໄປໃນວັງຂອງຟາໂຣ ແລະ ເຂົ້າໄປໃນເຮືອນຂອງຂ້າລາຊະການຂອງເພິ່ນ; ທົ່ວດິນແດນເອຢິບໄດ້ຮັບຄວາມເສຍຫາຍໂດຍຝູງເຫລືອກ.
25ແລ້ວຟາໂຣຈຶ່ງໄດ້ເອີ້ນໃຫ້ໂມເຊ ແລະ ອາໂຣນມາພົບແລ້ວກ່າວວ່າ, “ຈົ່ງໄປຖວາຍເຄື່ອງບູຊາແກ່ພຣະເຈົ້າຂອງພວກເຈົ້າໃນດິນແດນນີ້”.
26ແຕ່ໂມເຊໄດ້ຕອບວ່າ, “ການເຮັດເຊັ່ນນັ້ນແມ່ນບໍ່ຖືກຕ້ອງ. ເຄື່ອງບູຊາທີ່ພວກຂ້ານ້ອຍຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍນັ້ນຈະເປັນທີ່ລັງກຽດແກ່ຊາວເອຢິບ. ແລະ ຖ້າພວກຂ້ານ້ອຍຖວາຍເຄື່ອງບູຊາທີ່ເປັນທີ່ລັງກຽດໃນສາຍຕາຂອງພວກເຂົາ, ພວກເຂົາຈະບໍ່ເອົາກ້ອນຫີນແກ່ວງໃສ່ພວກຂ້ານ້ອຍບໍ? 27ພວກຂ້ານ້ອຍຈຳເປັນຕ້ອງເດີນທາງສາມວັນເຂົ້າໄປໃນຖິ່ນແຫ້ງແລ້ງກັນດານເພື່ອຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ ດັ່ງທີ່ພຣະອົງສັ່ງພວກຂ້ານ້ອຍ”.
28ຟາໂຣກ່າວວ່າ, “ເຮົາຈະໃຫ້ພວກເຈົ້າໄປຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນຖິ່ນແຫ້ງແລ້ງກັນດານ, ແຕ່ວ່າພວກເຈົ້າຕ້ອງບໍ່ໄປໄກຫລາຍ. ບັດນີ້ ຈົ່ງອະທິຖານເພື່ອເຮົາ”.
29ໂມເຊໄດ້ຕອບວ່າ, “ທັນທີທີ່ຂ້ານ້ອຍຈາກທ່ານໄປ, ຂ້ານ້ອຍຈະອະທິຖານຕໍ່ພຣະເຈົ້າຢາເວ ແລະ ມື້ອື່ນຝູງເຫລືອກກໍຈະໜີໄປຈາກທ່ານ, ຂ້າລາຊະການ ແລະ ປະຊາຊົນຂອງທ່ານ. ຂໍພຽງແຕ່ໃຫ້ໝັ້ນໃຈວ່າທ່ານບໍ່ກັບຄຳອີກໂດຍບໍ່ຍອມປ່ອຍປະຊາຊົນອອກໄປຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ”.
30ແລ້ວໂມເຊຈຶ່ງຈາກຟາໂຣໄປ ແລະ ອະທິຖານຕໍ່ພຣະເຈົ້າຢາເວ, 31ແລະ ພຣະເຈົ້າຢາເວກໍໄດ້ເຮດໃນສິ່ງທີ່ໂມເຊໄດ້ຂໍ. ຝູງເຫລືອກໄດ້ໄປຈາກກະສັດຟາໂຣ, ຂ້າລາຊະການ ແລະ ປະຊາຊົນຂອງເພິ່ນ; ບໍ່ມີເຫລືອກເຫລືອຢູ່ຈັກໂຕ. 32ແຕ່ຄັ້ງນີ້ກໍເໝືອນກັນຟາໂຣຍັງໃຈແຂງກະດ້າງຢູ່ ແລະ ຈະບໍ່ປ່ອຍປະຊາຊົນໄປ.
Currently Selected:
ອົບພະຍົບ 8: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.