ແຕ່ເມື່ອພວກຫລິ້ນຄາຖາອາຄົມພະຍາຍາມຈະໃຊ້ວິຊາທີ່ເລິກລັບຂອງຕົນເຮັດຕາມ, ພວກເຂົາກໍເຮັດບໍ່ໄດ້.
ເນື່ອງຈາກວ່າຮີ້ນໄດ້ຢູ່ກັບຄົນ ແລະ ສັດທັງຫລາຍທຸກບ່ອນ, ພວກຫລິ້ນຄາຖາອາຄົມຈຶ່ງໄດ້ເວົ້າຕໍ່ຟາໂຣວ່າ, “ນີ້ເປັນຜົນມາຈາກນິ້ວມືຂອງພຣະເຈົ້າ”. ແຕ່ໃຈຂອງກະສັດຟາໂຣຍັງແຂງກະດ້າງຢູ່ ແລະ ຈະບໍ່ຍອມຟັງ, ເໝືອນດັ່ງທີ່ພຣະເຈົ້າຢາເວໄດ້ກ່າວໄວ້.